ການລ້ວງກະເປົ໋າ ລັກຊັບ ໃນງານບຸນທາດຫລວງວຽງຈັນ ຍັງມີຢູ່ທຸກປີ
2023.12.01

ໃນງານບຸນທາດຫລວງ ທີ່ນະຄອນຫລວງວຽງຈັນ ປີ 2023 ນີ້ ມີອັນທີ່ທາງການລາວເອີ້ນວ່າ ປາກົດການຫຍໍ້ທໍ້ ເຖິງ 19 ກໍຣະນີ ໂດຍສະເພາະ ແມ່ນການລ້ວງກະເປົ໋າ, ການແຫກກະເປົ໋າ, ການລັກເຄື່ອງຂອງຜູ້ຄົນ ທີ່ໄປທ່ຽວງານ ຊຶ່ງເຈົ້າໜ້າທີ່ ບໍ່ສາມາດຄວບຄຸມໄດ້.
ກ່ຽວກັບເຫດການທີ່ວ່ານີ້ ພັນໂທ ຄໍາພອນ ພົມມະຈັນ ຮອງຫົວໜ້າຫ້ອງການຕໍາຣວດ ໄດ້ຣາຍງານຜ່ານວິທຍຸປ້ອງກັນຄວາມສງົບ ໃນມື້ວັນທີ 28 ພຶສຈິກາ 2023 ນີ້ວ່າ ໃນງານບຸນນະມັສການ ພຣະທາດຫລວງວຽງຈັນ ແຕ່ວັນທີ 23 ຫາວັນທີ 27 ພຶສຈິກາ 2023 ນີ້ ມີປາກົດການຫຍໍ້ທໍ້ ເກີດຂຶ້ນທັງໝົດ 19 ເຣື່ອງ, ໃນນັ້ນມີການລັກໂທຣະສັບ 5 ເຣື່ອງ, ແຫກກະເປົ໋າ 6 ເຣື່ອງ, ກະເປົ໋າເສັຍ 1 ເຣື່ອງ ແລະອື່ນໆອີກຫລາຍຢ່າງ. ລວມຜົລເສັຍຫາຍທັງໝົດ 31,100,000 ກີບ, 200 ໂດລ້າຣ໌ສະຫະຣັຖ, 7,300 ບາທ, ຄໍາຮູບປະພັນ 3 ບາທ 5 ຫຸນ...
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ຂໍສງວນ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພຶສຈິກາ 2023 ວ່າ ເຖິງແມ່ນຈະມີການປະຕິບັດໜ້າທີ່ ປ້ອງກັນເວນຍາມ ຮັກສາຄວາມສງົບ ຄວາມເປັນຣະບຽບຮຽບຮ້ອຍ ພາຍໃນງານບຸນ ຢ່າງເຂັ້ມງວດກໍຕາມ ແຕ່ປາກົດການຫຍໍ້ທໍ້ ກໍເກີດຂຶ້ນຫລາຍຢ່າງ ທີ່ເຈົ້າໜ້າແກ້ໄຂບໍ່ຕົກ ຊຶ່ງສ່ວນນຶ່ງກໍເປັນຍ້ອນ ປີນີ້ ມີຜູ້ຄົນໄປທ່ຽວບຸນນັ້ນຫລາຍ.
“ຄົນຫລາຍເພາະເພິ່ນເປີດປີທ່ອງທ່ຽວເດ້ ປີນີ້ ກ່ຽວກັບການໄປທ່ຽວບຸນນ່າ ພວກເຮົາໄດ້ປະກາດແຈ້ງ ການຕລອດເປັນໄລຍະ ເຈົ້າໜ້າທີ່ຫລາຍທັງກວດທັງເຂັ້ມທັງໃນທັງນອກ ມີດມີຄົມກະກວດເດ້ ແຕ່ນັ້ນມັນກໍແຝງເອົາເຂົ້າໄປໄດ້ ສ່ວນຫລາຍແຫກກະເປົ໋າລະ ກໍແມ່ນກະເປົ໋ເຮົາໃສ່ເຄື່ອງ ອັນນັ້ນມີແຕ່ເງິນກັບຄໍາເສັຽເນາະ ຄົນຫລາຍຄົນມັນກໍມີຫລາຍມິດສາຊີບແຫນະ ທີ່ມັນແຝງມາໃນອັນນັ້ນຫັ້ນ.”
ແລະປະຊາຊົນລາວຜູ້ນຶ່ງ ກໍເວົ້າວ່າ ໃນງານບຸນທາດຫລວງນີ້ ມີປາກົດການຫຍໍ້ທໍ້ເກີດຂຶ້ນທຸກປີ ໂດຍສະເພາະການລັກຊັບສິນມີຄ່າ. ສໍາລັບປີນີ້ ກໍມີເຈົ້າໜ້າທີ່ກວດກາ ເວນຍາມເຂັ້ມງວດຄັກແນ່ ແຕ່ກໍມີຂ່າວ ມີການແຫກກະເປົ໋າ ເອົາເງິນ ຄໍາ ນັ້ນຢູ່ຄືເກົ່າ, ຊຶ່ງກໍເປັນເຣື່ອງທໍາມະດາສໍາລັບບຸນໃຫຍ່ ທີ່ຈະມີພວກຂີ້ລັກ ມັກສົກ ແລະມິດສາຊີພ ສວຍໂອກາດກັນຫລາຍ.
“ໂອ໋ຍ ມີທຸກປີ ປີນີ້ມີແຕ່ຂ່າວດຽວນີ້ ແຕ່ລະປີແຮງໜັກກວ່ານີ້ ແຕ່ວ່າເຂົາເຈົ້າກໍກວດຢູ່ເດ້ ຈະເຂົ້າໃນຮອດເດີ່ນພຣະທາດ ແຕ່ລະປີຊາເອື້ອຍໄປເນາະ ກໍແມ່ນເຂົາເຈົ້າກໍຕັ້ງດ່ານກວດ ໄປ 3-4 ດ່ານພຸ້ນ ແຕ່ວ່າເຂົາເຈົ້າກໍຊ້ອນກັນໄປຈັ່ງໃດກໍບໍ່ເຂົ້າໃຈ ແລ້ວມາປີນີ້ມັນຄຶກຄື້ນເຣື່ອງຄົນນີ້ຫລາຍ.”
ໃນຂະນະດຽວກັນ ປະຊາຊົນອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ງານບຸນທາດຫລວງປີນີ້ ໄດ້ຍິນຂ່າວຣື່ອງແຫກກະເປົ໋າ ເຖິງເຈົ້າໜ້າທີ່ເຂັ້ມງວດກວດກາຄັກແນ່ ແຕ່ບັນຫານັ້ນກໍຍັງເກີດຂຶ້ນໄດ້ ແຕ່ມັນກໍບໍ່ຫລາຍ ເພາະປີນີ້ ເປັນລະບຽບຮຽບຮ້ອຍກວ່າຊຸມປີຜ່ານມາ.
“ປາກົດການມັນກໍບໍ່ມີຫລາຍນ່າ ປີນີ້ຖືວ່າເປັນປີລະບຽບຮຽບຮ້ອຍຫັ້ນແຫລະ ຜ່ານມາກໍເປັນລະບຽບບໍ່ ກໍເປັນຢູ່ ແຕ່ວ່າຍັງບໍ່ເຄັ່ງທໍ່ປີນີ້ ລະອຽດຫລາຍທຸກປີ ແລ້ວກະເຈົ້າໜ້າທີ່ປ້ອງກັນກະຫລາຍ ແລ້ວກໍມີນອກເຄື່ອງແບບອັນໃດຕ່າງໆ.”
ແລະແມ່ຄ້າ ທີ່ໄປຂາຍເຄື່ອງ ໃນງານບຸນທາດຫລວງ ກໍເວົ້າວ່າ ປີນີ້ ມີເຈົ້າໜ້າທີ່ເວນຍາມເຂັ້ມງວດຢູ່ຕລອດ, ມີຄວາມເປັນລະບຽບຮຽບຮ້ອຍ ຫລາຍກວ່າທຸກປີ. ສ່ວນວ່າພວກຂີ້ລັກໃນງານບຸນ ກໍຫລີກລ້ຽງບໍ່ໄດ້, ມັນມີຢູ່ແລ້ວ ແຕ່ກໍບໍ່ຫລາຍ, ຕ້ອງໄດ້ລະມັດລະວັງເອົາ.
“ປາກົດການ ເຈົ້າໜ້າທີ່ເຂັ້ມງວດ ຫຍໍ້ທໍ້ ຂີ້ລັກປີນີ້ກະບໍ່ຫລາຍເດ້ ເພາະວ່າເພິ່ນເຄັ່ງຄັດເດ້ ລ້ວເພິ່ນກໍບໍ່ໃຫ້ຂາຍຊະຊາຍ ຄືແຕ່ເກົ່າວ່າຊັ້ນສາ ຈັດລະບຽບຮຽບຮ້ອຍ ຄົນໄປທ່ຽວຫລາຍ.”
ປີນີ້ ກໍຄືທຸກປີ ທີ່ໃນງານບຸນທາດຫລວງ ມີການແຫກກະເປົ໋າເອົາຊັບ ຊຶ່ງເປັນ ເຣື່ອງທີ່ເຈົ້າໜ້າທີ່ ແກ້ໄຂບໍ່ຕົກ ເຖິງແມ່ນວ່າ ຈະມີການເວນຍາມ ຢູ່ໃນແຕ່ລະຈຸດກໍຕາມ ຊຶ່ງສ່ວນນຶ່ງ ກໍເປັນຍ້ອນຜູ້ຄົນໄປທ່ຽວບຸນຫລາຍ ເຈົ້າໜ້າທີ່ກວດກາບໍ່ທົ່ວເຖິງ ເຮັດໃຫ້ຄົນບໍ່ດີ ສວຍໂອກາດເຮັດໄດ້.
ແຕ່ເຖິງຢ່າງໃດກໍຕາມ ໃນງານບຸນທາດຫລວງປີນີ້ ມີປາກົດການຫຍໍ້ທໍ້ທີ່ວ່ານັ້ນ ເກີດຂຶ້ນຫລາຍປີ 2022 ທີ່ຜ່ານມາ ຊຶ່ງເຈົ້າໜ້າທີ່ເວົ້າວ່າ ມີການແຫກກະເປົ໋າ ເອົາຊັບສິນມີຄ່າ 3 ຄັ້ງ, ເສັຍຫາຍຫລາຍກວ່າ 4 ລ້ານກີບ.