ອຸບັດຕິເຫດ ໃນໄລຍະສະຫຼອງ ປີໃໝ່ລາວ

ຈຳປາທອງ
2024.04.15
ອຸບັດຕິເຫດ ໃນໄລຍະສະຫຼອງ ປີໃໝ່ລາວ ອຸບັດຕິເຫດລົດໃຫຍ່ຕຳລົດຈັກເສຍຊີວິດຄາທີ 1 ຄົນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ວັນທີ 13 ເມສາ 2024.
ຮູບພາບໂດຍ ຄວາມສະຫງົບ Lao Security News

ໃນໄລຍະບຸນປີໃໝ່ລາວ ພ.ສ. 2567 ນີ້, ຄາດວ່າເກີດອຸບັດຕິເຫດ ຕາມທ້ອງຖະໜົນ ໃນທົ່ວປະເທດ ຫລາຍກວ່າປີກາຍ. ເວົ້າສະເພາະ ໃນວັນທີ 13-14 ເມສາ ທີ່ຜ່ານມາ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານວ່າ ທົ່ວປະເທດລາວ ເກີດອຸບັດຕິເຫດທັງໝົດ 138 ກໍລະນີ, ພາຫະນະເປ່ເພ 241 ຄັນ, ມີຜູ້ບາດເຈັບ 253 ຄົນ ແລະ ຜູ້ເສຍຊີວິດ 13 ຄົນ.

ໜ່ວຍກູ້ໄພ ໄດ້ປະຕິບັດວຽກງານ ທັງວັນ ແລະຄືນ ດັ່ງທີ່ເຈົ້າໜ້າທີ່ກູ້ໄພ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ເມສານີ້ວ່າ:

“ທີ່ບ້ານເຮົາກະບໍ່ວ່າຊິເກີດອຸບັດຕິເຫດຫຼາຍປານນີ້ເນາະ. ແຕ່ວ່າປີນີ້ນີ້ ໂອ້ໜັກໜ່ວງຫຼາຍ. ບໍ່ໄດ້ພັກໄດ້ເຊົາເລີຍເນາະ. ທຸກໜ່ວຍງານກູ້ໄພຫຼາຍໆ ໜ່ວຍງານ ບໍ່ໄດ້ພັກເລີຍ ບາງເທື່ອນາທີນຶ່ງ ແຈ້ງເຫດ ບັກຫຼາຍໆ ເນາະ. ຜູ້ຮັບໂທລະສັບກໍຈະຫູຮ້ອນເໝິດແຫຼະ, ຜູ້ອອກເຫດເອງກະຮວ້າຍ. ແຕ່ວ່າຕໍ່ໆໆໆ ພຸ້ນໄດ໋, ບໍ່ໄດ້ພັກ ບໍ່ໄດ້ເຊົາ.”

ແລະຊາວບ້ານຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າວ່າ ອຸບັດຕິເຫດ ສ່ວນຫຼາຍ ທີ່ເກີດຂຶ້ນຢູ່ເຂດບ້ານຂອງຕົນນັ້ນ ແມ່ນລົດຈັກ ຕຳກັບລົດໃຫຍ່ ຍ້ອນຄົນຂັບຂີ່ມຶນເມົາ.

“ໂດຍແມ່ນໆ ອຸບັດຕິເຫດແມ່ນ ສ່ວນຫຼາຍແມ່ນລົດຈັກ ຕຳກັບລົດໃຫຍ່ນ່າ. ແມ່ນ, ເມົາແລ້ວຂັບ ກະພໍໆ ກັນນີ້ລ່ະ.”

ຂະນະທີ່ ຊາວບ້ານ ອີກຜູ້ນຶ່ງ ຢູ່ແຂວງວຽງຈັນ ເວົ້າວ່າ ນອກຈາກ ເມົາແລ້ວຂັບ ແລະຂັບຂີ່ ດ້ວຍຄວາມໄວ ເກີນກຳນົດ ທີ່ເປັນສາເຫດ ພາໃຫ້ເກີດ ອຸບັດຕິເຫດແລ້ວ ກໍຍັງມີສາເຫດອື່ນອີກ ເປັນຕົ້ນ ສະພາບຖະໜົນຫົນທາງ ບໍ່ດີ ເປ່ເພ ເປັນຂຸມ ເປັນບວກຫຼາຍ ແລະ ນັກທ່ອງທ່ຽວຕ່າງປະເທດ ຈຳນວນນຶ່ງບໍ່ລຶ້ງ

ເຄີຍ ກັບການຂັບຂີ່ລົດຈັກ ແລະບໍ່ຮູ້ສະພາບທາງເປ່ເພນັ້ນ.

“ແບບວ່າອຸບັດຕິເຫດໂຕນີ້ຫັ້ນ ເວົ້າງ່າຍໆ ເນາະ ຄືຢູ່ບ້ານເຂົາ ເຂົາບໍ່ໄດ້ໃຊ້ພາຫະນະຄືຢູ່ບ້ານເຮົາຫັ້ນນ່າ. ປະເພດລົດຈັກບໍ່ຊີ້ນ່າ ຄືເຂົາເຊົ່າລົດ ເຂົາບໍ່ລຶ້ງ ເກຍອໍໂຕ້ບໍ່ຊີ້ນ່າ ເຂົາບໍ່ລຶ້ງລະ ພາໃຫ້ເກີດອຸບັດຕິເຫດ. ລະກະອັນສອງລະແມ່ນ ເວົ້າເລື່ອງຖະໜົນຫົນທາງແນ່ ລະເຂົາກະເຮີ້ຍ ທາງຢູ່ບ້ານເຮົາມັນກະມີຂຸມມີນັ້ນຫຼາຍຫັ້ນນ່າ.”

ໃນໂອກາດບຸນປີໃໝ່ລາວ ປີນີ້, ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ເຕືອນປະຊາຊົນ ຜ່ານສື່ມວນຊົນຂອງທາງການວ່າ ຂໍໃຫ້ມີສະຕິ ລະມັດລະວັງໃນການໃຊ້ລົດ ໃຊ້ຖະໜົນ ໃຫ້ປະຕິ ບັດກົດຈະລາຈອນ, ໃຫ້ສະເຫຼີມສະຫຼອງປີໃໝ່ ດ້ວຍຄວາມປອດໄພ.

“ຂໍໃຫ້ທຸກຄົນ ມີສະຕິ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພ.ສ.2567 ດ້ວຍຄວາມເບີກບານມ່ວນຊື່ນ ຕາມຮີດຄອງປະເພນີ ອັນດີງາມ ຂອງຊາດລາວ. ສະເຫຼີມສະຫຼອງດ້ວຍຄວາມປອດໄພ ນຳໃຊ້ລົດ ນຳໃຊ້ທາງຫຼວງ ດ້ວຍຄວາມລະມັດລະວັງ. ປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເມົາບໍ່ໃຫ້ຂັບຂີ່ລົດຢ່າງເດັດຂາດ.”

ແລະເມື່ອບໍ່ດົນມານີ້, ພັນເອກ ຄຳສອນ ສີດາວົງ, ຮອງຫົວໜ້າກົມຕຳ ຫຼວດຈະລາຈອນ, ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຄາດຄະເນ ຜ່ານສື່ມວນຊົນ ຂອງທາງການລາວວ່າ ໃນໄລຍະການສະເຫຼີມສະລອງບຸນປີໃໝ່ລາວນີ້ ອາດຈະມີອຸບັດຕິເຫດ ຕາມທ້ອງຖະໜົນ ເກີດຂຶ້ນຫຼາຍກວ່າປີທີ່ຜ່ານມາ ຍ້ອນປະຊາຊົນລາວທົ່ວປະເທດ ຈະຈັດງານພົບປະສັງສັນຍາດຕິພີ່ນ້ອງ ແລະໝູ່ຄູ່ ເປັນເວລາຫຼາຍວັນ. ທ່ານໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມ ເປັນເຈົ້າການ ປະຕິບັດກົດຈະລາຈອນ ແລະໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເພື່ອສະກັດກັ້ນ ບໍ່ໃຫ້ເກີດອຸບັດຕິເຫດ ແລະຄວາມເສຍຫາຍ ຈາກອຸບັດຕິເຫດ ຕາມເສັ້ນທາງສາຍຕ່າງໆ.

ແລະກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ກໍໄດ້ອອກແຈ້ງການ ໃຫ້ເພີ່ມທະວີປ້ອງກັນ ຮັກສາຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະເຫຼີມສະຫຼອງ ບຸນປີໃໝ່ລາວ ພ.ສ. 2567 ຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ຫ້າມຫລາຍຢ່າງ ຮວມທັງບໍ່ໃຫ້ຈູດໝາກກະໂພກ, ບໍ່ໃຫ້ເຮັດສຽງດັງເນືອງນັນ, ການຂ້າມຊາຍແດນ ແບບບໍ່ຖືກຕາມກົດໝາຍ ແລະ ການລະເມີດກົດຈະລາຈອນ. ແຕ່ຈາກສະຖິຕິອຸບັດຕິເຫດ ໃນໄລຍະວັນທີ 13-14 ເມສານີ້ ເຫັນໄດ້ວ່າ ອຸບັດຕິເຫດ ມີແນວໂນ້ມ ເພີ່ມຫຼາຍຂຶ້ນ.

ສຳລັບໃນໄລຍະບຸນປີໃໝ່ລາວ ປີກາຍ ພ.ສ. 2566 ທີ່ຜ່ານມາ, ທົ່ວປະເທດລາວ ໄດ້ເກີດອຸບັດຕິເຫດ 342 ກໍລະນີ, ພາຫະນະເປ່ເພ 589 ຄັນ, ມີຜູ້ບາດ ເຈັບ 611 ຄົນ ແລະ ເສຍຊີວິດ 35 ຄົນ. ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ກໍມີທັງ ເມົາແລ້ວຂັບ 112 ກໍລະນີ, ເສຍຊີວິດ 5 ຄົນ, ແລ່ນລົດໄວເກີນກໍານົດ 94 ກໍລະນີ, ເສຍຊີວິດ 25 ຄົນ. ໃນນັ້ນ ລົດຈັກຕຳລົດໃຫຍ່ 96 ກໍລະນີ, ເສຍຊີວິດ 6 ຄົນ ແລະ ລົດຈັກຕຳລົດຈັກ 106 ກໍລະນີ, ເສຍຊີວິດ 5 ຄົນ. ໄລຍະທີ່ມັກເກີດອຸບັດຕິເຫດ ສ່ວນຫຼາຍ ແມ່ນເວລາ 18 ໂມງ ຫາ 23 ໂມງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.