ເດັກນ້ອຍຍິງຢູ່ຊົນບົດ ຍັງບໍ່ໄດ້ ສັກຢາກັນ ມະເຮັງ

ສຸພັດຕາ
2020.05.27
F-Vaccin-HPV ການສັກວັກຊິນ ປ້ອງກັນມະເຮັງ ປາກມົດລູກ ໃຫ້ເດັກນ້ອຍຜູ້ຍິງ ທີ່ໄດ້ຮັບການສນັບສນຸນ ຈາກ ອົງການ GIVI, WHO ແລະ UNICEF ປະຈໍາລາວ
Photo Credit: UNICEF Laos

ຜູ້ປົກຄອງເດັກນ້ອຍ ຢູ່ບ້ານຖິ່ນແກ້ວ ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈົ່ມວ່າ ລູກສາວຂອງຕົນເມື່ອ ອາຍຸຣະຫວ່າງ 10 ຫາ 14 ປີ ເປັນຫຍັງ ຈຶ່ງບໍ່ໄດ້ສັກຢາ ປ້ອງກັນມະເຮັງ ປາກມົດລູກ ຟລີ ຄືກັບລູກ ຜູ້ອື່ນທີ່ຢູ່ໃນເຂດຕົວເມືອງ ຍ້ອນຢາບໍ່ພຽງພໍ ຫຼືວ່າ ເປັນຍ້ອນຕົນ ຢູ່ເຂດ ຫ່າງໄກສອກຫຼີກ, ດັ່ງຜູ້ປົກຄອງທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ ນີ້ວ່າ:

“ຢາຊິບໍ່ທົ່ວເຖິງ ເພາະວ່າຫ່າງໄກສອກຫຼີກ ບໍ່ມີຄວາມສາມາດ ແລ້ວທຸກຈົນເດ້ຄືພໍ່ແມ່ ເປັນປະຊາຊົນເຮັດໄຮ່ເຮັດນາ ຫາເຊົ້າກິນຄໍ່າຈະບໍ່ ຈົ່ມບໍຄັນມີໂຕຢານີ້ ກໍແຮງດີໃຈ ເພາະວ່າພໍ່ແມ່ເຄີຍຕາຍ ຍ້ອນພຍາດ ຮ້າຍແຮງ ກໍຢາກໃຫ້ລູກໄດ້ຮັບບໍຣິການສຸດ.”

ຜູ້ປົກຄອງທ່ານນີ້ ກ່າວຕື່ມວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ກວດເບິ່ງບັນຫານີ້ຄືນ ເນື່ອງຈາກວ່າ ວັກຊິນດັ່ງກ່າວ ຈະຊ່ອຍສ້າງພູມຕ້ານ ທານໄວຣັສ HPV ຊນິດຕ່າງໆໃຫ້ເດັກນ້ອຍແມ່ຍິງ ໃນຕໍ່ໜ້າໄດ້ ຕົນຈຶ່ງ ຢາກໃຫ້ລູກໄດ້ຮັບວັກຊິນນີ້ ເພາະຄົນໃນຄອບຄົວໄດ້ເສັຽຊີວິດ ຍ້ອນເປັນມະເຮັງ ປາກມົດລູກມາແລ້ວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງຫຼວງພຣະບາງ ທ່ານນຶ່ງກ່າວວ່າ ວັກຊິນ ມະເຮັງປາກມົດລູກ ຍັງມີຄ້າງຢູ່ໃນ ຄັງຢາແຂວງ ຫຼາຍສົມຄວນ ແຕ່ຕ້ອງລໍຖ້າໜ່ວຍງານແພດເຄື່ອນທີ່, ສຸຂສາລາ ແລະໂຮງໝໍ ສົ່ງຂໍ້ມູນ ຂອງຈໍານວນເດັກນ້ອຍແມ່ຍິງ ທີ່ມີເກນອາຍຸ 10-14 ປີ ມາກ່ອນ ວ່າສັກວັກຊີນ HPV ໄປຈັກເຂັມແລ້ວ:

“ພວກເຮົາກໍຍັງມີຢາຄ້າງຢູ່ ແຕ່ວ່າ ກໍຊິເບິ່ງໂຕຈິງ ວ່າຄ້າງໜ້ອຍ ຄ້າງຫຼາຍ ພຍາຍາມ ກວດຢູ່ແຫຼະ ວ່າມັນມີເດືອນໃດແດ່ ທີ່ເຂົາປ້ອນ ລົງໄປ ໃຫ້ເຮົາແລ້ວບໍ ມັນຈະມີເນາະ HPV ເຂັມນຶ່ງໃນໂຮງຮຽນ ນອກໂຮງຮຽນ ບໍ່ສາມາດເບິ່ງລວມໄດ້ ເອື້ອຍກໍາລັງຊິເຊັກ ເບິ່ງວ່າ ທົ່ວແຂວງໄດ້ເທົ່າໃດ ແຕ່ລະແຂວງໄດ້ເທົ່າໃດ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສໍາລັບແຂວງຫຼວງພຣະບາງ ແມ່ນມີເປົ້າໝາຍທີ່ຈະສັກຢາໃຫ້ເດັກນ້ອຍແມ່ຍິງ ທີ່ມີເກນອາຍຸ 10-14 ປີ ທັງໝົດ 4 ພັນປາຍຄົນ. ໃນນັ້ນເດັກນ້ອຍແມ່ຍິງ ໃນເຂດເທສບານເມືອງ ຈະໄດ້ຮັບວັກຊິນ ປ້ອງກັນມະເຮັງ ປາກມົດລູກຄົບທຸກຄົນ.

ໃນຂນະທີ່ ຜູ້ປົກຄອງເດັກນ້ອຍ ຢູ່ບ້ານຈອມໄຊ ແລະບ້ານ ຜາອຸດົມ ແຂວງບໍ່ແກ້ວ ກໍເສັຍໃຈ ທີ່ເດັກນ້ອຍແມ່ຍິງພາຍໃນບ້ານອາຍຸ ຣະຫວ່າງ  10-14 ປີ ປະມານ 50 ປາຍຄົນ ບໍ່ໄດ້ສັກຢາວັກຊິນ ກັນມະເຮັງ ປາກມົດລູກ ເນື່ອງຈາກວ່າ ເຂດທີ່ເຂົາເຈົ້າອາສັຍຢູ່ ເປັນເຂດພູດອຍ ຫ່າງໄກສອກຫຼີກ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວວ່າ:

“ບໍ່ໄດ້ສັກແທ້ ກໍຈະແມ່ນກຸ່ມຫ່າງໄກ ທີ່ວ່າຈະບໍ່ໄດ້ຮັບວັກຊິນ ເພາະວ່າ ເຮົາເສັຍໃຈ ແບບວ່າມັນບໍ່ເຄີຍມີຫັ້ນນາ ຖ້າວ່າໄປສັກຢູ່ບ່ອນ ນິ່ອາຈໃຊ້ ງົບປະມານຫຼາຍ ໃຊ້ມູນຄ່າຫຼາຍໃນການສັກຢາ.”

ໃນຂນະດຽວກັນ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງບໍ່ແກ້ວ ເວົ້າວ່າ ປັດຈຸບັນ ທົ່ວເມືອງຜາອຸດົມ ມີເປົ້າໝາຍ ທີ່ຈະສັກຢາໃຫ້ ເດັກນ້ອຍແມ່ຍິງ ອາຍຸ 10-14 ທັງໝົດ 2 ພັນປາຍຄົນ ໃນ 13 ບ້ານ, ຄາດວ່າ ຈະບັນລຸເປົ້າໝາຍ 10 ບ້ານ ອີກ 3 ບ້ານ ເປັນ ເຂດຫ່າງໄກ ໜ່ວຍງານແພດເຄື່ອນທີ່ ບໍ່ມີງົບປະມານ ເຂົ້າເຖິງ ການເດີນທາງກໍຕ້ອງໃຊ້ເວລາ ເປັນມື້ ທັງຂີ່ຣົດ ຂີ່ເຮືອ ຈຶ່ງຈະຮອດ ເຮືອນເດັກນ້ອຍ ແມ່ຍິງເປົ້າໝາຍເຫຼົ່ານັ້ນ:

“ຫ່າງໄກສອກຫຼີກ ແລ້ວເອົານໍ້າກ້ອນໄປມັນກໍເປື່ອຍໝົດ, ຍ່າງ 8 ຊົ່ວໂມງຂີ່ຣົດເມືອ 2 ຊົ່ວໂມງຂີ່ເຮືອອີກ ນໍ້າແຂງນໍ້າກ້ອນ ມັນກໍຈະ ບໍ່ໄດ້ເຮົາເມືອຮອດພຸ້ນ ຢາມັນຈະເສື່ອມສະພາບ.”

ສໍາລັບຜູ້ປົກຄອງເດັກນ້ອຍ ຢູ່ເມືອງສອງຄອນ ແຂວງສວັນນະເຂດ ເວົ້າວ່າ ດີໃຈຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ເອົາວັກຊິນກັນມະເຮັງ ປາກມົດລູກ ມາສັກໃຫ້ເດັກນ້ອຍແມ່ຍິງ ທີ່ມີອາຍຸ 15 ປີລົງມາ ແຕ່ຖ້າຫາກ ເປັນໄປໄດ້ ກໍຢາກໃຫ້ ຜູ້ອາຍຸຫຼາຍກວ່າ 15 ປີ ໄດ້ຮັບ ການສັກວັກຊິນນີ້ ເຊັ່ນກັນ:

“ບໍ່ເວລາແຕ່ຜູ່ 15 ປີລົງມາ ຜູ້ໃຫຍ່ກວ່າຫັ້ນກະຢາກໃຫ້ສັກ ຖ້າເບິ່ງສະພາບໂຕຈິງ.”

ກ່ຽວກັບເຣື້ອງດັ່ງກ່າວນີ້ ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງສອງຄອນ ແຂວງສວັນນະເຂດ ກ່າວວ່າ ທົ່ວເມືອງສອງຄອນ ມີເປົ້າໝາຍ ທີ່ຈະສັກຢາໃຫ້ແມ່ຍິງທີ່ເກນອາຍຸ 10-14 ປີ ທັງໝົດ 3 ພັນປາຍຄົນ ແຕ່ສັກຍັງບໍ່ທັນຄົບໝົດເທື່ອ ຍ້ອນເດັກນ້ອຍແມ່ຍິງເປົ້າໝາຍ ຍັງພັກໂຮງຮຽນຢູ່:

“ບັນຫາເຮົາດຽວນີ້ ກໍພົບຄວາມຫຍຸ້ງຍາກແມ່ນວ່າ ໂຮງຮຽນບໍ່ທັນເຂົ້າເປັນປົກກະຕິເຂົ້າແຕ່ ປໍ5 ແລະ ມໍ4 ສ່ວນຫຼາຍເປົ້າໝາຍຂອງເຮົາ ຢູ່ໃນ ມໍ1, ມໍ2 ມໍ3 ແລະຕໍ່ໄປຈະໄດ້ເກັບມ້ຽນອີກ ສໍາລັບເດັກນ້ອຍ ທີ່ພາດໂອກາດ.”

ອີງຕາມຂໍ້ມູນ ຈາກການປະຊຸມ ເຜີຍແຜ່ຄວາມຮູ້ກ່ຽວກັບວັກຊິນ ກັນມະເຮັງ ປາກມົດລູກ ໃນວັນທີ 25 ກຸມພາ ຜ່ານມານີ້ ໂດຍທ່ານ ສະຫວັນຄອນ ຣາດຊະມຸນຕີ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ ວັທທະນະທັມ ແລະທ່ອງທ່ຽວ ຣະບຸວ່າ ການໃຫ້ວັກຊິນ ກັນມະເຮັງ ປາກມົດລູກ ຫຼື HPV ຈະສັກເປົ້າໝາຍ ໃຫ້ເດັກນ້ອຍແມ່ຍິງ ອາຍຸ 10-14 ປີ ຈໍານວນທັງໝົດ 3 ແສນ 60 ພັນຄົນ ທົ່ວປະເທດ.

ໂດຍວັກຊິນດັ່ງກ່າວ ແມ່ນໄດ້ຮັບການສນັບສນຸນຈາກອົງການ GIVI, WHO ແລະ UNICEF ເນືື່ອງຈາກວ່າ ທີ່ຜ່ານມາໃນແຕ່ລະປີ ແມ່ຍິງລາວ 320 ຄົນ ເປັນມະເຮັງ ປາກມົດລູກ ແລະ ເສັຽຊີວິດ ຍ້ອນ ພຍາດນີ້ ຫຼາຍກວ່າເຄິ່ງນຶ່ງ, ຂນະທີ່ ວັກຊີນ HPV ແມ່ນສັກໃຫ້ ເດັກນ້ອຍ ແມ່ຍິງອາຍຸ ຣະຫວ່າງ 10 – 14 ປີ ເພື່ອສ້າງພູມຕ້ານທານ ກັບໄວຣັສ HPV ຊນິດຕ່າງໆ ທີ່ເປັນສາເຫດການເກີດ ມະເຮັງ ປາກມົດລູກ ຫຼາຍກວ່າ 70%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.