ຊົນນະບົດຕ້ອງການນໍ້າ ສະອາດ

ຊາວບ້ານ ໃນເຂດ ຊົນນະບົດ ຂອງລາວ ຍັງ ຕ້ອງການ ຣະບົບ ນໍ້າ ສະອາດ ໃຊ້.

ນໍ້າໄຫລຈາກພູ ຕາມ ທັມມະຊາດ ຊາວບ້ານ ກໍນໍາມາໃຊ້ RFA

ເຈົ້າໜ້າທີ່ ກອງທຶນ ຫລຸດຜ່ອນ ຄວາມ ທຸກຍາກ ຂອງລາວ ກ່າວວ່າ, ກອງທຶນ ຫລຸດຜ່ອນ ຄວາມ ທຸກຍາກ ໄດ້ສ້າງ ຣະບົບ ນໍ້າລິນ ໃຫ້ແກ່ ຊາວບ້ານ ໃນເຂດ ຊົນນະບົດ ແລ້ວ ຈຳນວນ ນຶ່ງ, ໂດຍສະເພາະ ຢູ່ເຂດ ຫ່າງໄກ ສອກຫລີກ, ເພື່ອ ຊ່ວຍໃຫ້ມີ ນໍ້າ ສະອາດ ໃຊ້, ແຕ່ ກໍຍັງ ຕ້ອງໄດ້ ຕົ້ມ ເພື່ອ ຂ້າ ເຊື້ອພຍາດ ກ່ອນນໍາ ມາ ດື່ມ:

"ເປັນ ຣະບົບ ນໍ້າລິນ ເປັນການ ກັ່ນກອງ ແບບ ລັກສນະ ວ່າຍັງ ບໍ່ທັນໄດ້ ຂ້າ ເຊື້ອ ໝາຍຄວາມ ວ່າ ມັນຈະ ໄຫລ ແບບ ທັມຊາດ ເຮົາຈະໄປ ຕ້ານ ໄປເຮັດ ຫົວງານ ມັນຈະມີ ຟຽວເຕີ, ເຮົາ ຈະໄປຕັນ ແລ້ວ ຫລັງຈາກ ນັ້ນ ເຮົາກໍໃຫ້ ມັນໄຫລ ເຂົ້າມາ ຢູ່ໃນ ອ່າງ. ແຕ່ວ່າ ອ່າງ ຕົວນີ້ ມັນກໍ ເປັນຣະບົບ ກັ່ນກອງ ແບບ ບໍ່ ຄົບຊຸດ ຖືວ່າ ນໍ້າ ດັ່ງກ່າວ ຫັ້ນ ຖ້າຫາກ ວ່າ ຝົນຕົກ ມັນ ກໍຈະຂຸ່ນ ໂລດ, ຖືວ່າຍັງ ຄັນວ່າ ຊິດື່ມ ຊິກິນ ໂລດ ມັນກໍຍັງ ບໍ່ສາມາດ ດື່ມ ໄດ້".

ພ້ອມດຽວ ກັນນີ້ ເຈົ້າໜ້າທີ່ ວິເຄາະ ຂໍ້ມູລ ແລະ ຣາຍງານ ຜົລ ຂອງ ກອງທຶນ ຫລຸດຜ່ອນ ຄວາມ ທຸກຍາກ ເປີດເຜີຍວ່າ ປະຊາຊົນ ສ່ວນຫຼາຍ ຕ້ອງການ ນໍ້າດື່ມ ແລະ ການສຶກສາ ເພື່ອຊ່ວຍ ຫລຸດຜ່ອນ ຄວາມ ທຸກຍາກ ຂອງ ພວກຕົນ ລົງ:

"ສ່ວນຫຼາຍ ແລ້ວ ຈະເປັນເຣື່ອງ ນໍ້້າ ກັບເຣື່ອງ ການສຶກສາ ຄື, ເຣື່ອງນໍ້າ ກໍຈະມີ ຣະບົບ ນໍ້າລິນ ຣະບົບ ນໍ້າສ້າງ ເຮົາຈະໄປ ເຈາະ ນໍ້າລິນ ເຈາະ ນໍ້າສ້າງ ແລ້ວ ຕົວຢ່າງ ເຣື່ອງ ການສຶກສາ ກໍຈະເປັນ ໂຮງຮຽນ ຫລືວ່າ ອາຈຈະເປັນ ເຣື່ອງ ການສ້າງ ຫໍພັກ ຫລື ສ້າງ ສິ່ງ ອໍານວຍ ຄວາມ ສະດວກ ເຣື່ອງການ ສຶກສາ ໃຫ້ ອຸປກອນ ການ ສຶກສາ".

ກອງທຶນ ຫລຸດຜ່ອນ ຄວາມ ທຸກຍາກ ເປັນ ອົງການ ທີ່ ໄດ້ຮັບທຶນ ຈາກ ທະນາຄານ ໂລກ ກັບ ອົງການ Switzerland ແລະ ປະເທດ Australia ເພື່ອ ແກ້ໄຂ ບັນຫາ ຄວາມ ທຸກຍາກ ຂອງ ປະຊາຊົນ ໃນລາວ, ໂດຍ ເນັ້ນໃຫ້ ປະຊາຊົນ ເຂົ້າເຖິງ ພື້ນຖານ ໂຄງຮ່າງ, ໄດ້ຮັບ ການສຶກສາ, ມີການ ຄົມມະນາຄົມ, ໄຟຟ້າ, ສາທາຣະນະ -ສຸຂ ແລະ ການມີ ສ່ວນຮ່ວມ ຂອງ ແມ່ຍິງ ກັບ ຊົນເຜົ່າ ທ້ອງຖິ່ນ. ອົງການ ນີ້ ມີທິມງານ ຢູ່ ທ້ອງຖິ່ນ ທັງໝົດ 10 ແຂວງ ຮວມທັງ ແຂວງ ອັຕຕະປື, ຊຽງຂວາງ, ສາຣະວັນ, ເຊກອງ, ສວັນນະເຂດ, ຫົວພັນ ແລະ ແຂວງ ຫຼວງພຣະບາງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org