ຊາວບ້ານຢູ່ໃກ້ກັບໂຮງງານ ຊີມັງ 3 ໃນເມືອງວັງວຽງ ໄດ້ຮັບຄວາມເດືອດ ຈາກຣົຖບັນທຸກ

ສຸພັດຕາ
2024.01.09
ຊາວບ້ານຢູ່ໃກ້ກັບໂຮງງານ ຊີມັງ 3 ໃນເມືອງວັງວຽງ ໄດ້ຮັບຄວາມເດືອດ ຈາກຣົຖບັນທຸກ ຮູບປະກອບ: ເສັ້ນທາງເຂດເມືອງວັງວຽງ ແຂວງວຽງຈັນ ເດືອນເມສາ ປີ 2023.
RFA

ປັດຈຸບັນນີ້ ຊາວບ້ານຢູ່ເຂດອ້ອມແອ້ມ ໃກ້ກັບໂຮງງານຊີມັງ 3 ໃນເມືອງວັງວຽງ ແຂວງວຽງຈັນ ໃນເຂດບ້ານຂັນໝາກ, ບ້ານໂພນຊູ ຍັງໄດ້ຮັບຜົລກະທົບ ໃນເຣື່ອງມົລພິດທາງອາກາດ ໂດຍສະເພາະ ຂີ້ຝຸ່ນ ຈາກການຂັບຣົຖບັນທຸກ ໃນການຂົນຫິນ-ຊາຍຕ່າງໆ ເຂົ້າ-ອອກໂຮງງານ ທີ່ຕ້ອງຜ່ານເຂດບ້ານຊາວບ້ານ ເຊິ່ງເຮັດໃຫ້ຊາວເຮືອນຊາວບ້ານ ທີ່ຢູ່ແຄມທາງ ຂີ້ຝຸ່ນເຕັມ ບາງຄົນກໍມີບັນຫາສຸຂພາບ ເປັນຫວັດ, ເປັນໄອ, ເປັນພູມແພ້ ບາງຄົນ ບໍ່ສາມາດອານາມັຍ ເຮັດຄວາມສະອາດໄດ້ໄຫວ.

ແລະທາງບໍຣິສັດ ກໍບໍ່ເຄີຍມີການຫົດນໍ້າຕາມເສັ້ນທາງ ທີ່ຣົຖບັນທຸກແລ່ນຜ່ານ ແລະຍາມກາງຄືນ ກໍຈະໄດ້ຍິນສຽງດັງຣົບກວນ ຈາກການຜລິດໃນໂຮງງານ ໂດຍສະເພາະ ເຂດບ້ານໂພນຊູ ຊາວບ້ານກໍຈະໄດ້ຍິນສຽງດັງຣົບກວນ ກວ່າເຂດບ້ານຂັນໝາກ ເພາະຢູ່ໃກ້ກັບໂຮງງານຊີມັງ 3 ກວ່າບ້ານຂັນໝາກ.

ດັ່ງຊາວບ້ານ ບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ມົກກະຣາ ນີ້ວ່າ:

“ໂຮງງານຫຼັງ 3 ເນາະ ດຽວນີ້ ກໍາລັງທໍາການຜລິດເນາະ ກະມີມົລພິດ ເຂົາເຈົ້າປ່ອຍຄວັນວ່າຊັ້ນສາ ເປັນໄລຍະໆຫັ້ນນ່າ ຝຸ່ນຕາມຖນົນຫົນທາງນີ້ແຫຼະ ຫຼາຍຫັ້ນແຫຼະ ບໍ່ຫົດນໍ້າ ເຮືອນປະຊາຊົນຢູ່ແຄມທາງ ມີແຕ່ຂີ້ດິນຫັ້ນແຫຼະ ໜັກ ຄືຂັນໝາກ ກັບໂພນຊູ ໃກ້ໂຮງງານຊີມັງເດ້ ຄືບ້ານໂພນຊູນີ້ ມັນໃກ້ເຂົາເຈົ້າກໍໄດ້ຍິນຫັ້ນແຫຼ້ວ ສຽງເຂົາເຈົ້າທໍາການຜລິດ ດັງ 24 ຫັ້ນແຫຼະ.”

ຂະນະທີ່ ຊາວບ້ານໃກ້ຄຽງໂຮງງານຊີມັງ 3 ອີກທ່ານນຶ່ງ ກໍກ່າວກ່ຽວກັບຜົລກະທົບຂອງໂຮງງານຊີມັງ 3 ນີ້ວ່າ ສ່ວນໃຫຍ່ ກໍເປັນບັນຫາຂີ້ຝຸ່ນ ເພາະຣົຖບັນທຸກ ມີການຂົນວັດຖຸດິບຕ່າງໆ ເຂົ້າ-ອອກໂຮງງານທຸກມື້ ແລະຍັງສົ່ງຜົລກະທົບ ໃຫ້ຖນົນຫົນທາງ ກໍມີສະພາບເປ່ເພ ເປັນຂຸມ ເປັນບວກນໍາດ້ວຍ ແລະເຫັນວ່າ ຈະເປີດໂຮງງານຊີມັງເກົ່າ ຫຼັງທີ 1 ແລະ ຫຼັງທີ 2 ເປັນແຫຼ່ງທ່ອງທ່ຽວ ເຊື່ອວ່າ ນັກທ່ອງທ່ຽວ ກໍຕ້ອງຖືກມົລພິດທາງອາກາດແນ່ນອນ.

“ຍັງຫຼັງ 1 ຫຼັງທີ 3 ອັນຜົລກະທົບ ກະຂີ້ຝຸ່ນ ອື ມົລພິດອາກາດ ອັນນັ້ນສຸດຍອດເລີຍ ຕອນນີ້ເພາະວ່າ ຫົນທາງເປ່ເພນ່າ ນໍາຣົຖແກ່ແຮ່ຂອງຄົນຈີນ ມາເອົາແຮ່ໄປ ມັນລະແຮງເປັນຂຸມ ມັນຢູ່ບໍ່ໄດ້ແນ່ນອນ ຖ້າວ່າເປີດແຫຼ່ງທ່ອງທ່ຽວ ຫຼັງທີ 1 ຫຼັງທີ 2 ມົລພິດອາກາດ ໃສ່ນັກທ່ອງທ່ຽວ.”

ພ້ອມດຽວກັນນີ້ ຊາວບ້ານໃກ້ຄຽງໂຮງງານຊີມັງ 3 ອີກທ່ານນຶ່ງ ກໍຢືນຢັນອີກວ່າ ປັດຈຸບັນນີ້ ທີ່ໄດ້ຮັບຜົລກະທົບຈາກໂຮງງານຊີມັງ 3 ກໍຄື ບັນຫາຂີ້ຝຸ່ນໜັກຫຼາຍ ຕາມຖນົນຫົນທາງນີ້ ຂີ້ຝຸ່ນເຕັມ ໂດຍສະເພາະ ບ່ອນເສັ້ນທາງດິນແດງ ເພາະຣົຖບັນທຸກທີ່ຂົນຫິນ ຈະແລ່ນໄປແລ່ນມາຕລອດ.

“ແຖວໂຮງງານຊິມັງນີ້ ແມ່ນມັນ ເພິ່ນກະປິດໄປແລ້ວ 2 ຫຼັງລະ ຍັງແຕ່ຫຼັງດຽວ ເປັນຂີ້ຝຸ່ນຄືເກົ່າຫັ້ນແຫຼະ ທາງດິນແດງນັ້ນ ມີແທ້ ກະຄືເກົ່າຫັ້ນແຫຼະ ມັນຣົຖຂົນສົ່ງ ເຂົາແກ່ຫອກແກ່ຫິນນີ້ແຫຼະ ມັນແລ່ນໄປ-ແລ່ນມາຫັ້ນແຫຼະ.”

ສໍາລັບເຣື່ອງນີ້ ເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ແຂວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ບໍ່ດົນມານີ້ ທາງຄະນະວິຊາການດ້ານສິ່ງແວດລ້ອມ ກໍໄດ້ລົງຕິດຕາມ ກວດກາດ້ານວຽກງານສິ່ງແວດລ້ອມ ພາຍໃນໂຮງງານຊີມັງ 3 ຢູ່ເມືອງວັງວຽງ ແຂວງວຽງຈັນ ຂອງບໍຣິສັດຊີມັງລາວ ວັງວຽງ ຈໍາກັດ ທີ່ມີນັກລົງທຶນຈີນ ເຂົ້າມາລົງທຶນ ທີ່ນໍາໃຊ້ເຕັກໂນໂລຢີ ແບບເຕົານອນ ແບບແຫ້ງ ເປັນເທັກໂນໂລຢີ ແບບສມັຍໃໝ່ ກໍພົບວ່າ ຍັງມີບັນຫາທາງມົລພິດທາງອາກາດ ຝຸ່ນລະອອງຕາມເສັ້ນທາງ ທີ່ໃຊ້ຂົນສົ່ງຜ່ານບ້ານປະຊາຊົນຢູ່ ແລະບັນຫາອື່ນໆໃນໂຮງງານ ທີ່ຈະຕ້ອງແກ້ໄຂ ເບື້ອງຕົ້ນ ທາງການກໍມີແຜນຄຸ້ມຄອງແລ້ວ.

“ແມ່ນແຫຼະ ເປັນລັກສະນະແຖວນັ້ນແຫຼະ ເຣື່ອງການປ້ອງກັນ ເຂົາເຈົ້າຊິບໍ່ໄດ້ເຕັມ 100% ກະຊິໄດ້ຢູ່ 70-80% ຫັ້ນແຫຼະ ແນ່ນອນລະ ເຣື່ອງຝຸ່ນ ເຣື່ອງລະອອງກໍຈະຍັງມີຢູ່ຫັ້ນແຫຼະ ກະມີແຜນຄຸ້ມຄອງແລ້ວ.”

ຈາກການປຶກສາຫາລື ປະຊຸມກັນ ທາງຄະນະວິຊາການ ດ້ານສິ່ງແວດລ້ອມ ໄດ້ສເນີໃຫ້ທາງໂຮງງານຊີມັງ 3 ເອົາໃຈໃສ່ ເພີ່ມທະວີຕື່ມ ກ່ຽວກັບວຽກງານການຄວບຄຸມ ມົລພິດທາງອາກາດ, ຝຸ່ນລະອອງ ບໍຣິເວນໂຮງງານ ແລະຕາມເສັ້ນທາງຂົນສົ່ງ ທີ່ຜ່ານບ້ານປະຊາຊົນ ໂດຍໃຫ້ມີການຫົດນໍ້າ 3-4 ຄັ້ງຕໍ່ມື້.

IMG_3359.JPG
ຣົຖຕ່າງດິນທີ່ຈອດໄວ້ ເຂດເມືອງວັງວຽງ ແຂວງວຽງຈັນ ເດືອນມົກກະຣາ ປີ 2023. ຮູບພາບ ໂດຍນັກຂ່າວ ພົລເມືອງ.

ພ້ອມທັງ ປັບປຸງຄອງລະບາຍນໍ້າເປື້ອນ ກ່ອນຈະໄຫຼລົງສູ່ແຫຼ່ງນໍ້າທັມມະຊາຕ ທີ່ໃກ້ຄຽງ ຕິດຕາມ ກວດກາຄຸນນະພາບສຽງ ເພີ່ມທະວີ ເອົາໃຈໃສ່ໃນການຂົນສົ່ງວັດຖຸດິບ ເພື່ອບໍ່ໃຫ້ຕົກເຫັ່ຍຕາມເສັ້ນທາງ ແລະຣົຖບັນທຸກ ຄວນຄວບຄຸມນໍ້າໜັກ ໃນການຂົນສົ່ງ ແລະໃຫ້ຣົຖບັນທຸກ ຢຸດການສັນຈອນຊົ່ວຄາວ ໃນເວລານັກຮຽນເລີກໂຮງຮຽນ ເພື່ອຫຼີກເວັ້ນ ການເກີດອຸບັດຕິເຫດ ລວມເຖິງ ໃຫ້ຕິດປ້າຍແຈ້ງເຕືອນ ກ່ຽວກັບຄວາມປອດພັຍ ຈຸດສຸມສໍາຄັນ ຕາມເຄື່ອງຈັກ ແລະອອກລະບຽບ ການໃຊ້ເຄື່ອງມືປ້ອງກັນສຸຂພາບ ແກ່ພະນັກງານ ແລະກັມມະກອນ ຈຸດທີ່ມີຄວາມສ່ຽງ ສ່ວນຈຸດຖັງເກັບນໍ້າມັນ ທີ່ຢູ່ຕໍ່ໜ້າໂຮງງານ ຄວນມີຮົ້ວເຫຼັກກັ້ນໄວ້ ແລະຕິດປ້າຍແຈ້ງເຕືອນ ຫຼືຄວາມຍ້າຍອອກ ແລະໃຫ້ທາງໂຮງງານ ປະສານງານກັບພາກສ່ວນສິ່ງແວດລ້ອມ ເພື່ອຕໍ່ອາຍຸດ້ານວຽກງານສິ່ງແວດລ້ອມ ໃຫ້ສໍາເຣັດໃນໄຕຣມາດທີ 2 ຂອງປີ 2024.

ໂຮງງານຊີມັງ 3 ໄດ້ເຣີ່ມການຜລິດ ຕັ້ງແຕ່ ປີ 2014 ໂຄງການກວມເອົາທັງ ການຂຸດຄົ້ນ ແລະການຂົນສົ່ງວັດຖຸດິບ ປ້ອນໂຮງງານ 4 ຊະນິດ ຄື: ຫິນປູນ, ຊາຍພູ, ດິນໜຽວຂາວ ແລະດິນໜຽວແດງ ແລະຍັງມີການຮັບຊື້ວັດຖຸດິບຈາກທາງນອກ ເພື່ອປ້ອນໃຫ້ໂຮງງານ 2 ຊະນິດ ຄື: ຫິນກາວ ແລະຖ່ານຫິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 11, 2024 05:28 AM

ບັນຫາເລື້ອງຂີ້ຝຸ່ນໄງ່ ສົ່ງຜົນຕໍ່ສຸກຂະພາບຂອງຊາວບ້ານ ມີມາແຕ່ດົນແລ້ວ ໃນເວລາ ທີ່ມີລົດບັນທຸກ ຂົນຫີນຂົນຊາຍເຂົ້າອອກ ນອກຈາກນັ້ນ ກໍ່ຍັງເຮັດໃຫ້ ຖະໜົນຫົນທາງ ເປ່ເພ ຍາມຝົນກໍ່ເປັນບວກນ້ອຍ ເວລາລົດແລ່ນຜ່ານ ນໍ້າຂີ້ຕົມ ກະຟົ້ງໃສ່ ເວລາ ຍາມແລ້ງຂີ່ລົດ ກະຫລີກຂຸມແທບບໍ່ໄດ້ ລົດຈັກບາງຄັນກະລົ້ມ ບາງກັນຫລີກຂຸມ ກະໄປຕໍາລົດຄັນອື່ນ. ຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ກະຊວງໂຍທາລົງໄປເບິ່ງນໍາແດ່ ແລະ ແນະນໍາ ບໍລິສັດ ທີ່ເຮັດໃຫ້ທາງເປ່ມາ ມາແປງແດ່. ຂີ້ຝ່ານໄງ່ ບໍ່ພຽງແຕ່ ເຮັດໃຫ້ສຸກຂະພາບບໍ່ໄດ້ ແຕ່ຍັງເຮັດ ໃຫ້ເຮືອນຊານ ເຕັມໄປດ້ວຍຂີ້ຝຸ່ນ ກວດຍາມໃດ ກະບໍ່ໝົດຈັກເທື່ອ. ປານໃດເດ້ ບ້ານເມືອງຈຶ່ງຊິຈະຈະເລີນ ຄືເພິ່ນ ປານໃດເດ້ ການນໍາ ຈຶ່ງຈະເອົາໃຈໃສ່ ເບິ່ງແຍງປະຊາຊົນ.