ໝອກຄວັນ, ຝຸ່ນລະອອງ PM2.5 ໃນປະລິມານຫຼາຍຂຶ້ນ ຢູ່ນະຄອນຫຼວງ
2024.12.04
ຄ່າຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ ຫຼື PM2.5 ໃນບາງພື້ນທີ່ຂອງນະຄອນຫຼວງວຽງຈັນ ເລີ່ມສູງຂຶ້ນຢູ່ໃນລະດັບທີ່ມີຜົນກະທົບຕໍ່ສຸຂະພາບ ຍ້ອນປັດຈຸບັນເລີ່ມເຂົ້າສູ່ລະດູແລ້ງ ທີ່ປະຊາຊົນເລີ່ມມີການກະກຽມຈູດນາ ຈູດສວນ ລວມເຖິງຈູດຂີ້ເຫຍື້ອ ເພື່ອກຽມເນື້ອທີ່ສໍາລັບການຜະລິດ ອີງຕາມຄໍາເວົ້າຂອງຊາວບ້ານຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນທ່ານນຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ທັນວາ 2024.
“ຈູດເຟືອງຈູດຫຍັງ ກໍເລີ່ມແລ້ວ ກໍພໍມີຢູ່ດອກ ບໍ່ຫຼາຍປານໃດ ເລີ່ມຍາມນີ້ລະ ແຕ່ວ່າຕອນນີ້ກໍໂອເຄຢູ່ ມັນບໍ່ມີຄັວນປານໃດ ໂຕເປັນຄັວນເປັນຫຍັງ ຢ້ານແມ່ນຢູ່ແຖວສັງທອງ ອາດຈະຫຼາຍກ່ອນ ມັນເປັນເມືອງອຸດສາຫະກໍາ ຂະເຈົ້າປູກສາລີ ປູກເຂົ້າອີ່ຫຍັງຫຼາຍຫັ້ນນະ.”
ຂະນະທີ່ຊາວບ້ານຢູ່ບ້ານໂພນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນທ່ານນຶ່ງກ່າວວ່າ ຊາວບ້ານບາງສ່ວນໃນເຂດຕົວເມືອງສີໂຄດຕະບອງ ກໍຕ້ອງໃສ່ຜ້າອັດປາກ ອັດດັງ ຍ້ອນມີຝຸ່ນລະອອງຈາກຖະໜົນ ແຕ່ບໍ່ຄ່ອຍພົບເຫັນການຈູດຂື້ເຫຍື້ອ ຈູດຮົ້ວສວນປານໃດແລ້ວ ຍ້ອນເປັນເຂດຊຸມຊົນທີ່ມີຕຶກແຖວ ແລະບ້ານເຮືອນປະຊາຊົນຫຼາຍ.
“ບໍ່ຄ່ອຍມີປານໃດເດ ມີຝຸ່ນກໍມີແຕ່ຝຸ່ນເກີດຈາກລົດໃຫຍ່ສັນຈອນ ແລ້ວທາງມັນມີຂີ້ຝຸ່ນອີ່ຫຍັງຊື່ໆ ຝຸ່ນ PM2.5 ຍັງບໍ່ເຫັນ ບໍ່ນະເຈົ້າ ບໍ່ຄ່ອຍໄດ້ຈູດອີ່ຫຍັງຫັ້ນນະ ເພາະວ່າເຂດນີ້ມັນມີແຕ່ເຮືອນຄົນ ເປັນຕຶກອີ່ຫຍັງເລີຍນະເຈົ້າ.”
ເພື່ອປ້ອງກັນຄ່າຝຸ່ນລະອອງຂະໜາດນ້ອຍເກີນມາດຕະຖານ ທາງການນະຄອນຫຼວງວຽງຈັນໄດ້ອອກແຈ້ງການ ຫ້າມປະຊາຊົນຈູດຂີ້ເຫຍື້ອ ຈູດປ່າ ຈູດທົ່ງນາຊະຊາຍ ເພື່ອສະກັດກັ້ນ ແລະຄວບຄຸມບໍ່ໃຫ້ເກີດມົນລະພິດທາງອາກາດໃນຊ່ວງລະດູແລ້ງ ຍ້ອນທີ່ຜ່ານມາ ຍັງພົບເຫັນການລັກຈູດຂີ້ເຫຍື້ອ ຈູດເຟືອງເຂົ້າ ຮວມເຖິງການຈູດໄຟ ເມື່ອໄປຫາຢູ່ຫາກິນຕາມປ່າ ແລະລືມມອດໄຟ ຈົນເຮັດໃຫ້ເກີດໄຟໄໝ້.
ປັດຈຸບັນຈຶ່ງມີການແຕ່ງຕັ້ງຄະນະກໍາມະການຢູ່ແຕ່ລະບ້ານໃນທຸກເມືອງ ເພື່ອຕິດຕາມສະຖານະການນີ້ຢ່າງໃກ້ຊິດ ເພື່ອປ້ອງກັນບໍ່ໃຫ້ມີການເກີດໄຟລາມປ່າ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
“ເພີ່ນແຕ່ງຄະນະກໍາມະການຢູ່ແຕ່ລະບ້ານ ປະຈໍາຢູ່ບ້ານ ຄັນວ່າຈູດ ຕາມແຈ້ງການຫັ້ນແຫຼະ ຈູດແບບໃດ ຂີ້ເຫຍື້ອ ຂີ້ເຫຍື້ອອີ່ຫຍັງ ແລ້ວມັນມີປົນກະທົບຫຼາຍປານໃດ ຂະເຈົ້າກໍຈະໄປຫ້າມ ຖ້າມີຜົນກະທົບຫຼາຍ ກໍເຂົາກໍເຂົາກໍໄປມອດ ຜິດ ກໍໄດ້ໃຊ້ກົດໝາຍຕາມລະບຽບກົດໝາຍ.”
ອີງຕາມລາຍງານຂອງສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະສິ່ງ ແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໃນມື້ວັນທີ 3 ທັນວານີ້ພົບວ່າ ຢູ່ບໍລິເວນບ້ານໂນນສະອາດ ເມືອງໄຊທານີ, ບ້ານໜອງບຶກ ເມືອງສີໂຄດຕະບອງ ແລະບໍລິເວນຫໍປະຊຸມແຫ່ງຊາດ ມີຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ ໃນລະດັບ 59, 79 ແລະ 89 ໄມຄຣອນຕໍ່ແມັດກ້ອນ ຕາມລໍາດັບ ເຊິ່ງຖືວ່າ ມີຜົນກະທົບເລັກນ້ອຍຕໍ່ສຸຂະພາບ.
ໃນຫຼາຍປີມານີ້ ປະເທດລາວ ໄດ້ປະເຊີນກັບບັນຫາຝຸ່ນຄວັນ ແລະນັບມື້ຈະທະ ວີຄວາມຮຸນແຮງຂຶ້ນ ອັນເນື່ອງມາຈາກການບຸກເບິກຖາງປ່າ, ຈູດຂີ້ເຫຍື້ອຢູ່ບ້ານ ຫຼື ໄຮ່ນາ, ຮົ້ວສວນ ເພື່ອກະກຽມທຳການກະເສດ ຕາມລະດູການ ທີ່ຊາວບ້ານໃນເຂດທ້ອງຖິ່ນ ຖືຄອງເປັນອາຊີບ ແລະ ວິຖີຊີວິດ.