ປຽບທຽບອຸບັດຕິເຫດປີນີ້ ສູງກວ່າເດືອນດຽວກັນ ຂອງປີທີ່ຜ່ານ
2024.07.19
ໃນເດືອນມິຖຸນາ ທົ່ວປະເທດ ມີຜູ້ເສັຍຊີວິດ 57 ຄົນ ຈາກການເກີດອຸບັດຕິເຫດ ຕາມທ້ອງຖະໜົນ ສ່ວນວ່າ ຈໍານວນຜູ້ໄດ້ຮັບບາດຈັບມີເກືອບ 800 ຄົນ.
ອີງຕາມຂໍ້ມູນຈາກເພຈ “Lao Youth Radio” ແລະ ເວບໄຊ້ຂ່າວ ທີ່ຊື່ວ່າ “Laotian times” ພົບວ່າ ປີ 2024 ມີຜູ້ເສັຍຊີວິດ 57 ຄົນ ຈາກຈໍານວນອຸບັດຕິເຫດ 460 ຄັ້ງ ສ່ວນວ່າ ປີ 2023 ມີຜູ້ເສັຍຊີວິດ 55 ຄົນ ຈາກຈໍານວນອຸບັດຕິເຫດ 459 ຄັ້ງ.
ສາເຫດຈາກການເກີດອຸບັດຕິເຫດ ແມ່ນການຕື່ມເມົາແລ້ວຂັບ, ບໍ່ເຄົາລົບລະບຽບຈະລາຈອນ ແລະ ເສັ້ນທາງບໍ່ໄດ້ມາດຕະຖານ.
ເຈົ້າໜ້າທີ່ຕໍາຫຼວດ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກໍລະກົດ ວ່າ:
“ສ່ວນຫຼາຍ ກໍດື່ມເຫຼົ້າແຫຼະ ສອງມາ ພວກເຂົາເຈົ້າ ແບບລ້ຽວລົດ ບໍ່ລະມັດລະວັງນ່າ ສາມມາ ແລ່ນແນບເສັ້ນທາງບໍ່ ຈັ່ງຊີ້ນ່າ ບາງທີຄວາມໄວເກີນຈັ່ງຊີ້ 65-80 ບາງທີເຂົາເຈົ້າໂຄ້ງ ແບບ ທາງໂຄ້ງ ແບບໂຄງບໍ່ລອດ ເພາະທາງກໍບໍ່ໄດ້ມາດຕະຖານແດ່ ສອງມາ ທາງເປັນຄອດ ເປັນຄື້ນຈັ່ງຊີ້ນ່າ.”
ໜ່ວຍກູ້ໄພ ສຸກເສີນ ອົງການກາແດງ ແຂວງອຸດົມໄຊ ໄດ້ລະບຸວ່າ ໃນເດືອນມິຖຸນາທີ່ຜ່ານມາ ໄດ້ປະຖົມພະຍາບານເບື້ອງຕົ້ນໃຫ້ຄົນເຈັບ ຈາກອຸບັດຕິເຫດ ທ້ອງຖະໜົນ ປະມານ 6 ກໍລະນີ ຊຶ່ງຜູ້ທີ່ເກີດອຸບັດຕິເຫດຈະມີອາຍຸ 17-50 ປີ ແລະ ສ່ວນຫຼາຍເປັນເພດຊາຍ.
ເຈົ້າໜ້າທີ່ີຕໍາຫຼວດ ແຂວງອຸດົມໄຊ ນາງນຶ່ງ ໄດ້ກ່າວວ່າ ອຸບັດຕິເຫດເກີດຈາກຄວາມປະໝາດ:
“ເທົ່າທີ່ຮູ້ນີ້ແມ່ນ ເກີດຈາກຄວາມປະໝາດຂອງຄົນຂັບ ຄັນແມ່ນລົດໃຫຍ່ ກໍເກີດຈາກຫຼັບໃນ ຫຼືວ່າ ກົ້ມຫຼິ້ນໂທລະສັບໄປ ລົດຈັກນີ້ ສ່ວນຫຼາຍ ແບບບາງເທື່ອ ແມ່ນທາງໂຄ້ງ ໂຄງແບບກະທັນຫັນ ບໍ່ ເຂົາແລ້ວເບກບໍ່ທັນ ກໍເກີດໃຫ້ລົ້ມ ປະໝາດ ຂີ່ລົດໄວຄັນຊິມາເບກບາດດຽວ ມັນກໍບໍ່ທັນເນາະ ບາງຄົນ ແມ່ນ ມາຮອດທາງໂຄ້ງຈັ່ງຊີ້ ກໍສັນຍານເປີດບາງເທື່ອ ລົດຊິມານໍາຫຼັງເຂົາມາ ກໍບໍ່ຮູ້ວ່າ ຈະຕໍາກົ້ນ ຫຼືວ່າ ໄປຕໍາຂ້າງໆ ເຂົາເພາະບໍ່ຮູ້ວ່າ ເຂົາຊິໂຄ້ງໄປທາງໃດ ອີ່ຫຍັງ ອີຫຍັງ.”
ກໍລະນີລົດຕໍາກັນ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ແລະ ຄາດວ່າ ຜູ້ຂັບຂີ່ມືນເມົາ. ຜູ້ຂັບຂີ່ລົດໃຫຍ່ ທ່ານນຶ່ງ ຊາວນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
“ຊິມີເມົາ ເຮົາກໍບໍ່ຮູ້ ເຂົາກໍຈອດເອົານໍ້າກ້ອນລົງ ເຂົາກໍຈອດຕາມແຄມທາງຢູ່ແລ້ວ ເຂົາເຈົ້າໄປຕໍາເຂົາເດ້, ສ່ວນຫຼາຍມີແຕ່ຄົນຂັບລົດ ແຕ່ບໍ່ຮູ້ເຕັກນິກການຂັບລົດ ຮູ້ແຕ່ມີເງິນຊື້ລົດ ແຕ່ໄປຮຽນຂັບລົດນີ້ ສ່ວນຫຼາຍ ເຂົາຂີ້ຄ້ານມັກງ່າຍ ບໍ່ຢາກເອົາໃຈໃສ່ ກ່ຽວກັບການໄປຮຽນເອົາ ເສັງເອົາໃບຂັບຂີ່ ໃບຂັບຂີ່ກໍສ່ວນຫຼາຍໄດ້ຈ້າງເຮັດເອົາ.”
ຢູ່ປະເທດລາວ ການເສັງເອົາໃບຂັບຂີ່ກໍສາມາດຈ້າງເອົາໄດ້ ນັ້ນເຮັດໃຫ້ຄົນລາວຈໍານວນໜຶ່ງ ບໍ່ເຄົາລົບກົດຈະລາຈອນ.
ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:
“ສ່ວນຫຼາຍກໍແມ່ນຊື້ເອົາຫັ້ນແຫຼະ ໃບຂັບຂີ່ ມັນຫາກຊິມີສາຂາເຂົານ່ານ້ອງ ຊື້ມັນກໍຕ້ອງໄດ້ໃຊ້ເງິນເນາະ ແບບບໍ່ຜ່ານ ບໍ່ເຂົ້າຄອມ ເຂົ້າຄອມພິວເຕີ້ ແມ່ນຫຍັງຫັ້ນນ່າ ໂຕຢ່າງຄືນ້ອງມາລາວແມະ ຂີ່ລົດບໍ່ເປັນລະບຽບເລີຍ ຢາກແຂວງໄປກໍແຊງ ຢາກໄປກ່ອນ ສຸດແຕ່ເຈົ້າໜ້າທີ່ເນາະ ເພິ່ນໂຄສະນາມິຫຍັງວ່າ ນຶ່ງຫ້າມເມົາເຫຼົ້າ ຫ້າມຂັບ ມັນກໍຍັງຂັບ ສອງມາ ມໍເຕີ້ໄຊນີ້ ໃສ່ໝວກກັນນອກ ບາດນີ້ບໍ່ໃສ່ສາ ກໍພາໃຫ້ເກີດອຸບັດຕິເຫດ.”
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ແລະ ຜູ້ຂັບຂີ່ ກໍເຫັນວ່າ ຖ້າທຸກຄົນທີີ່ໃຊ້ລົດໃຊ້ຖະໜົນ ປະຕິບັດຕາມກົດຈະລາຈອນ ຢ່າງເຄັ່ງຄັດ ໂດຍໃຫ້ຄວາມສໍາຄັນ ກັບການເມົາແລ້ວບໍ່ຂັບ, ໃສ່ໝວກກັນນອກ ເມື່ອຂີ່ລົດຈັກ ແລະ ຮັດສາຍແອວນິລະໄພ ຂະນະທີ່ຂັບລົດໃຫຍ່ ກໍຈະມີຄວາມປອດໄພຫຼາຍຂຶ້ນ ແລະ ຫຼຸດຜ່ອນອຸບັດຕິເຫດ.