ເກີດເຫດຍິງກັນ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ

0:00 / 0:00

ເກີດເຫດຍິງກັນຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນຕອນກາງຄືນຂອງວັນທີ 27 ມິຖຸນາ ທີ່ຜ່ານມາ, ເບື້ອງຕົ້ນມີຄົນຈີນ ໄດ້ຮັບບາດເຈັບໜັກ ຈຳນວນ 2 ຄົນ ສ່ວນຜູ້ກໍ່ເຫດ ແມ່ນເປັນຄົນລາວ ທີ່ເຮັດວຽກໃນເຂດດັ່ງກ່າວ.

ຂະນະທີ່ປະຊາຊົນລາວ ທີ່ຢູ່ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ເກີດເຫດຍິງກັນແທ້ແຕ່ບໍ່ຮູ້ສາເຫດວ່າເກີດຈາກສາເຫດໃດ ສ່ວນຜູ້ທີ່ໄດ້ຮັບບາດເຈັບກໍບໍ່ມີການຣາຍງານຂ່າວ ໃຫ້ສັງຄົມຮັບຮູ້ຈຶ່ງບໍ່ຮູ້ວ່າບາດເຈັບໜັກ-ເບົາແນວໃດ.

ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ມິຖຸນານີ້ວ່າ:

“ແມ່ນຄົນລາວຍິງຄົນຈີນ ຄົນໃນພື້ນທີ່ປືນຫຼາຍໂພດ ດຽວນີ້ຂາຍປືນກັນປານ ຊື້-ຂາຍ ຂະໜົມຍັງວ່າຊິໄປຊອກຊື້ດິນ ຢູ່ແຖວນອກຊິໄປຢູ່ທາງນອກແຫຼະຢ້ານ, ຄຸ້ມຄອງກາຄືວ່າຫັ້ນແຫຼະ ອຳນາດເງິນ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ຈາກເຫດການທີ່ເກີດຂຶ້ນ ຄັ້ງນີ້ກໍຮູ້ສຶກກັງວົນໃຈ ຫຼາຍໃນເຣື່ອງຂອງຄວາມປອດພັຍ ໃນຊີວິດປະຈຳວັນ ໂດຍສະເພາະປະຊາຊົນ ທີ່ອາໄສຢູ່ໃນອ້ອມຂ້າງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ມັກຈະປະເຊີນກັບເຫດການຍິງກັນ, ຂ້າກັນ ແລະ ຕີກັນເປັນປະຈຳ. ສ່ວນເຈົ້າໜ້າທີີ່ ທາງການລາວກໍບໍ່ມີການຄຸ້ມຄອງ ຄວາມປອດພັຍເຂັ້ມງວດ.

ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ກໍໄດ້ຍິນຂ່າວຄືກັນວ່າ ມີເຫດການຍິງກັນ ຢູ່ໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ແຕ່ກບໍ່ມີພາກສ່ວນໃດ ຣາຍງານເຫດການຢ່າງລະອຽດມາຫາຫ້ອງການ ປົກຄອງເມືອງເທື່ອ, ອີກຢ່າງເວລາເກີດເຫດການທີ່ບໍ່ດີຂຶ້ນ ທາງເຂດດັ່ງກ່າວ ຈະບໍ່ຣາຍງານ ຂ່າວສານໃຫ້ສັງຄົມໄດ້ຮັບຮູ້ຈັກເທື່ອ ແລະ ທາງການລາວກໍຈະບໍ່ເຂົ້າມາກ່ຽວຂ້ອງນຳ.

ດັ່ງເຈົ້າໜ້າທີ່ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ໄດ້ຍິນຢູ່ເຈົ້າຂຶ້ນກັບເຂດ ຂະເຈົ້າເຮົາກາບໍ່ມີສິດກ່ຽວ ນຳເຂົາເຈົ້າມັນຢູ່ໃນເຂດກາຂຶ້ນກັບ ເຂດເຈົ້າບໍ່ຮູ້ນຳເຂົາແຫຼະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວກ່າວວ່າ ບໍ່ໄດ້ຮັບຮູ້ເຫດການດັ່ງກ່າວເພາະບໍ່ມີພາກສ່ວນໃດ ຣາຍງານຄະດີມາຍັງກອງບັນຊາການ ປກສ ແຂວງເທື່ອ.

ດັ່ງເຈົ້າໜ້າທີ່ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ມິຖຸນາ ນີ້ວ່າ:

“ບໍ່ຮູ້ວ່າເຫດການຍິງກັນນີ້ ມີຫຼືບໍ່ເພາະທາງກອງຄະດີ ຂະເຈົ້າຍັງບໍ່ທັນໄດ້ມີຜູ້ໃດ ສົ່ງມາໃຫ້ທາງແຂວງ ຂະເຈົ້າບໍ່ຣາຍງານ ມາຖ້າແມ່ນຄະດີໃຫຍ່ ເພິ່ນກາສົ່ງມາແຂວງນີ້.”

ທາງດ້ານເຈົ້າໜ້າ ທີ່ໂຮງໝໍ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ຫາກຜູ້ບາດເຈັບ ເປັນຄົນຈີນ ແລະ ເກີດເຫດ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳກໍອາດຖື ສົ່ງໂຕໄປປິ່ນປົວ ຢູ່ພາຍໃນໂຮງໝໍ ປະຈຳເຂດດັ່ງກ່າວເຊິ່ງມີແພດ-ໝໍຄົນຈີນ ເປັນຈຳນວນຫຼາຍ, ສ່ວນໂຮງໝໍ ເມືອງຕົ້ນເຜິ້ງ ບໍ່ໄດ້ຮັບຣາຍງານ ກ່ຽວກັບເຫດການຍິງກັນໃນຄັ້ງນີ້.

ດ່ັງເຈົ້າໜ້າທີ່ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:

“ບໍ່ໄດ້ຮູ້ໃດເພາະວ່າ ທາງຫົວໜ້າເຂົາກາບໍ່ໄດ້ເວົ້າຫຍັງ ໂຮງໝໍ ຢູ່ໃນເຂດຫັ້ນ ກາໃຫຍ່ຢູ່ໃດເພາະວ່າ ຄົນລາວ ຄົນຈີນ ຂະເຈົ້າເຮັດວຽກນຳກັນຢູ່ໃນນັ້ນເລີຍ ເນາະແພດ-ໝໍຢູ່ໃນເຂດຫັ້ນສ່ວນຫຼາຍ ແມ່ນຄົນຈີນ.”

ເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທືນກ່າວວ່າ ການຄຸ້ມຄອງຄວາມສງົບ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຖືເປັນເຣື່ອງທ້າທາຍທີ່ສຸດເພາະຕາມກົດໝາຍກໍແມ່ນທາງ ການລາວເປັນຜູ້ຄຸ້ມຄອງໂດຍກົງແຕ່ການປະຕິບັດໂຕຈິງທາງການລາວບໍ່ສາມາດຄຸ້ມຄອງໄດ້ກຳນົດ. ເມື່ອເກີດເຫດການທີ່ບໍ່ດີຂຶ້ນຢູ່ໃນເຂດດັ່ງກ່າວກໍຈະບໍ່ໄດ້ຮັບຣາຍງນ ຫຼື ຖືກກວດສອບຈາກທາງການລາວ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ການຄຸ້ມຄອງ ທາງດ້ານຄວາມສງົບ ກາແມ່ນໄທເຮົາ (ທາງການລາວ) ການແບ່ງຄວາມ ຮັບຜິດຊອບໃນການຄຸ້ມຄອງບໍ່ເໝາະສົມ ກາຍາກແລ້ວເນາະ.”

ອີງຕາມການຣາຍງານ ຂອງສື່ສັງຄົມອ໋ອນລາຍນ໌ ຊື່ຂ່າວວັນນີ້ ຫຼື News Today ໄດ້ຣາຍງານວ່າ ໃນຄືນວັນທີ 27 ມິຖຸນາ 2023 ທີ່ຜ່ານມາ ຜູ້ກໍ່ເຫດທີ່ເປັນຄົນລາວ ໄດ້ຂີ່ຣົຖຈັກ ໄປຫາກຸ່ມຄົນຈີນ ທີກຳລັງນັ່ງກິນດື່ມ ຢູ່ໜ້າດ່ານບ້ານພັກສະບາຍດີ ເມືອງຕົ້ນເຜິ້ງ ແລ້ວໃຊ້ອາວຸດປືນຍິງຄົນຈີນ 2 ຄົນ ໄດ້ຮັບບາດເຈັບໜັກ ແລ້ວເອົາລົບໜີ.

ແຫຼ່ງຂ່າວລະບຸວ່າ ສາເຫດອາດເກີດຈາກ ຜູ້ກໍ່ເຫດເຮັດວຽກ ຢູ່ໃນຮ້ານຜັບແຫ່ງໜຶ່ງ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໄດ້ຄ້າງຈ່າຍຄ່າເຊົ່າ ຫ້ອງພັກ, ສ່ວນປະຊາຊົນລາວ ກໍພາກັນສະແດງຄວາມຄິດເຫັນວ່າ ຜູ້ກໍ່ເຫດອາຈມີຄວາມຄັບແຄ້ນໃຈ ຄົນຈີນ ຫຼື ຖືກບັງຄັບໃຫ້ເຮັດວຽກ ຈົນເກີດຄວາມແຄ້ນ ສະສົມຈົນກໍ່ເຫດດັ່ງກ່າວຂຶ້ນ.

ປັດຈຸບັນຜູ້ກໍ່ເຫດ ຍິງຄົນຈີນ ຖືກເຈົ້າໜ້າທີ່ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຈັບໄດ້ແລ້ວ ແຕ່ຍັງບໍ່ຣາຍງານເທື່ອວ່າ ຈະສົ່ງໄປສືບສວນ-ສອບສວນ ແລະດຳເນີນຄະດີຢູ່ໃນເຂດ ເສຖກິຈ ພິເສດ ສາມຫຼ່ຽມຄຳ ຫຼື ມອບໃຫ້ທາງການລາວ ເປັນຜູ້ດຳເນີນ ໄປຕາມຂັ້ນຕອນ.

ເມື່ອປີ 2020 ທີຜ່ານມາ ມີຄົນຮ້າຍ 2 ຄົນ ເປັນຄົນສັນຊາຕຈີນ ເປັນຜົວເມັຍກັນ ໃຊ້ປືນສັ້ນ ກໍ່ເຫດປຸ້ນຊັບ ຢູ່ເຮືອນເຊົ່າ ບ້ານຄ້ວານເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃກ້ກັບຕຶກຄາສິໂນຄິງສ໌ໂຣມັນສ໌ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ, ເຫດການຄັ້ງນັ້ນ ເຮັດໃຫ້ມີຜູ້ເສັຍຊີວິດ 4 ຄົນ ແລະ ບາດເຈັບ 1 ຄົນ ພາຍຫຼັງກໍ່ເຫດ ຄົນຮ້າຍທັງ 2 ໄດ້ເອົາລົບໜີ.

ນອກຈາກນີ້ ຍັງມີເຫດການ ປະທ້ວງ, ຕີກັນ, ຂ້າກັນ, ຍິງກັນ ຫຼື ການບັງຄັບໃຊ້ແຮງງານ ຕ່າງໆ ສ່ວນໃຫຍ່ ຈະຖືກປິດຂ່າວ ບໍ່ໃຫ້ທາງການລາວ ແລະສັງຄົມພາຍນອກ ໄດ້ຮັບຮູ້ ເຊິ່ງເປັນເຣື່ອງທີ່ຂັດຕໍ່ກົດໝາຍ ຂອງປະເທດລາວ ແຕ່ທີ່ຜ່ານມາ ສັງຄົມມັກຈະຮັບຮູ້ ຜ່ານສື່ສັງຄົມອ໋ອນລາຍນ໌ ເທົ່ານັ້ນ.