ລາວ ສ່ຽງຕໍ່ອະຫິວາໝູ ຣະບາດ

ໄຊຍາ
2019.03.15
ຟາມລ້ຽງໝູ ບ້ານທົ່ງນາແປນ ເມືອງທຸລະຄົມ ແຂວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ທາງການລາວເວົ້າວ່າ ລາວມີຄວາມສ່ຽງສູງ ທີ່ອະຫິວາໝູ ອະຟຣິກກັນ ຈະຣະບາດເຂົ້າສູ່ ປະເທດລາວ ເນື່ອງຈາກ ລາວມີຊາຍແດນ ຕໍ່ກັບ ຈີນ ແລະ ວຽດນາມ ເປັນຈຳນວນຫຼາຍ. ອີກສາເຫດນຶ່ງ ຄົນຈີນ ແລະ ຄົນວຽດນາມ ທີ່ມາອາສັຍຢູ່ໃນລາວນັບມື້ ນັບຫລາຍຂຶ້ນ ແລະຄົນ ສອງປະເທດນີ້ ໄດ້ຕັ້ງຮ້ານອາຫານໃນລາວ ນັບແຕ່ເໜືອຮອດໃຕ້ ໃນກໍຣະນີນີ້ ແມ່ນຫລີກລ້ຽງບໍ່ໄດ້ ທີ່ຈະຕ້ອງມີການນຳເຂົ້າອາຫານ ມາ ປຸ່ງແຕ່ງ ໃນນັ້ນແມ່ນຊີ້ນໝູ ເຊິ່ງເປັນອາຫານຫລັກ ຂອງກຸ່ມຄົນເຫລົ່ານີ້ ທີ່ກິນເປັນປະຈຳ. ແລະ ມີຄວາມຕ້ອງການ ເປັນຈຳນວນຫລາຍ. ຕໍ່ຄວາມສ່ຽງດັ່ງກ່າວ, ເຈົ້າໜ້າທີ່ ກົມລ້ຽງສັດ ແລະ ການປະມົງ ຂອງ ກະຊວງກະສິກັມ ແລະ ປ່າໄມ້ ໄດ້ກ່າວຕໍ່ RFA ວ່າ:

"ໜັກໜ່ວງຫຼາຍ ເພາະວ່າປະເທດເພື່ອນບ້ານເຮົາ ຖືກຄຸກຄາມໜັກແລ້ວນີ້ ຄືວຽດນາມນີ້, ລະເຮົາກາມີຊາຍແດນຮ່ວມກັບວຽດນາມ ອັນຍາວຢຽດ ພ້ອມດຽວກັນນັ້ນ ພວກເຮົາ ກໍ່ມີການຄ້າຂາຍ ການຊາຍແດນແບບບໍ່ໄດ້ກວດກາ ກະມີ ສະນັ້ນລະມີ ໂອກາດສູງທີ່ສຸດ ມີຄວາມສ່ຽງສູງທີ່ສຸດ ທີ່ຈະມີການແຜ່ຣະບາດ ເຂົ້າສູ່ປະເທດເຮົາ."

ທ່ານເວົ້າຕື່ມວ່າ ເຖິງຈັ່ງໃດກໍ່ຕາມຖ້າທຸກຝ່າຍ ຖ້າເອົາໃຈໃສ່ຊ່ອຍກັນ ຊີ້ນມາແຕ່ ວຽດນາມ ໝູ ມາແຕ່ວຽດນາມ ພວກເຮົາບໍ່ກິນ ຢໍ່ສົ້ມ ພວກນີ້ ກໍ່ສາມາດຕິດຕໍ່ໄດ້ ພວກສົ້ມ ພວກຢໍ່ ໃສ້ກອກໃສ້ອົ່ວຕ່າງໆນີ້ ສາມາດແຜ່ເຊື້ອໄດ້, ຖ້າໝົດທຸກຄົນເອົາໃຈໃສ່ ຊ່ອຍກັນ, ຄັນວ່າ ໝົດທຸກຄົນບໍ່ຊ່ອຍກັນ ຍັງບໍຣິໂພກຂອງຖືກ ທີ່ມາແຕ່ບ່ອນອື່ນ, ຄືຍັງບໍ່ເປັນຫູເປັນຕາຊ່ອຍກັນ ຍັງລັກລອບຢູ່ ກາແນ່ນອນ, ຈະມີຄວາມ ສ່ຽງສູງທີ່ສຸດ ຕໍ່ການແຜ່ຣະບາດພຍາດ ດັ່ງກ່າວເຂົ້າມາສູ່ປະເທດ.

ເມື່ອ ທ້າຍເດືອນກຸມພາ ຜ່ານມາ ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກແຈ້ງການ ເພື່ອສະກັດກັ້ນຫ້າມນໍາເຂົ້າໝູ ແລະຜລິຕພັນຊີ້ນໝູ ທຸກຊນິດ ຮວມເຖິງຜລິຕພັນປຸງແຕ່ງ ຈາກຈີນ ແລະວຽດນາມ ເຂົ້າມາລາວ ເພື່ອປ້ອງກັນບໍ່ໃຫ້ພຍາດ ອະຫິວາໝູ ອະຟຣິກກັນ ຣະບາດ ເນື່ອງຈາກເປັນພຍາດຮ້າຍແຮງ ແຜ່ຣະບາດໄວ.

"ພວກເຮົາກາໄດ້ຮ່ວມງານ ກັບຕຳຣວດ ສິ່ງແວດລ້ອມ ລົງໄປກວດກາເ ບິ່ງຊີ້ນໝູຕ່າງໆ ໂດຍສະເພາະຊີ້ນໝູນໍາເຂົ້າ ນີ້ທີ່ບໍ່ຖືກຕ້ອງ ພວກເຮົາກາໄດ້ທຳລາຍ ຕະຫຼອດໂດຍສະເພາະ ແມ່ນເຄື່ອງໝູ ຢູ່ຊາຍແດນ ເບີ່ງອາທິດແລ້ວນີ້ຢູ່ ທັງຊາຍແດນ ກໍ່ປະມານຢູ່ 170 ປາຍກິໂລ ທາງດ້ານດ່ານ ລາວບາວ ແດນສະຫວັນ ມີການລັກລອບ ການນໍາເຂົ້າຫັ້ນ."

ເຈົ້າໜ້າທີ່ກ່າວເສີມຕອນທ້າຍວ່າ ຖືເອົາການກວດກາ ໂດຍສະເພາະແມ່ນການກວດກາ ເຄື່ອງຕິດໂຕນຳຜູ້ໂດຍສານຣົດເມຕ່າງໆ ເພາະວ່າ ພຍາດດັ່ງກ່າວ ມັນມີຄວາມທົນທານສູງ ຕໍ່ສະພາບແວດລ້ອມ ມັນສາມາດຢູ່ໄດ້ນຳສັດ ຢ່າງພວກໝູປ່າ ກະຕ່າຍ ກໍ່ສາມາດຢູ່ໄດ້ ສະນັ້ນ ຖ້າວ່າເກີດແຜ່ຣະບາດພຍາດ ອະຫິວາໝູອະຟຣິກກັນ ຢູ່ປະເທດລາວນີ້ ຈະສ້າງຄວາມເສັຍຫາຍ ໃຫ້ອຸດສາຫະກັມ ລ້ຽງໝູ ຢ່າງມະຫາສານ ກໍ່ຄືປະຊາຊົນ ຜູ້ລ້ຽງໝູທົ່ວໄປ.

ປັດຈຸບັນ ຍັງບໍ່ທັນມີການຣາຍງານວ່າ ມີການຣະບາດ ອະຫິວາໝູ ອະຟຣິກກັນ ຢູ່ໃນລາວ ໃນຂນະທີ່ເມື່ອວັນທີ 14 ມິນາ ຜ່ານມາ ປະຊາຊົນ ຢູ່ເຂດບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄະຫລວງວຽງຈັນ ໄດ້ເຜີຍແຜ່ຄຣິບທີ່ ຊື້ຊິ້ນໝູມາຈາກຕລາດ ເມືອງນ້ອຍ ເມື່ອມາຊອຍກັບພົບເຫັນສານສີຂາວ ໃນຊີ້ນຫລາຍຈຸດ ເຊິ່ງທ່ານໄດ້ອະທິບາຍ ຂນະທີ່ ກຳລັງຊອຍຊີ້ນ ດັ່ງກ່າວ ວ່າ:

"ເຈິກັບໂຕເອງເລີຍໝູເປັນສານນີິ້ ຊື້ຢູ່ຕລາດເມືອງນ້ອຍ ເມືອງໄຊເສດຖາ ນີ້ ເມືອງນ້ອຍຊຽງດາ ນີ້ລະຜ່ານທາງ ນະຄອນຫລວງວຽງຈັນ ບີບອອກມາມັນເປດໆອອກມາ ມັນເປັນຕຸ່ມ ເປັນຕຸ່ມ ຄ້າຍໆ ຄືບີບສີວນີ້ລະ."

ສ່ວນແມ່ຄ້າຂາຍຊີ້ນໝູຢູ່ຕລາດແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ໃຫ້ຄວາມເຫັນວ່າ, ການຂາຍຊີ້ນໝູໃນຕລາດທົ່ວໄປ ຍັງດຳເນີນເປັນ ປົກກະຕິ ໝູທີ່ຂາຍປັດຈຸບັນ ແມ່ນໝູລ້ຽງພາຍໃນ ບໍ່ໄດ້ນຳເຂົ້າຍົກເວັ້ນແຕ່ວ່າ ຄົນຈີນ ຄົນວຽດນາມເຂົາເຈົ້າຈະຊື້ ມາຈາກປະເທດເຂົາເອງ ເພາະຣາຄາຖືກກວ່າ ແຕ່ບໍ່ແມ່ນຢູ່ໃນ ນະຄອນຫລວງວຽງຈັນ ເພາະທາງການເພີ່ນເຂັ້ມງວດ ໃນການກວດກາ.

ຕໍ່ມາຕການປ້ອງກັນດັ່ງກ່າວ ເມື່ອວັນທີ 13 ມິນາ ຜ່ານມາເຈົ້າໜ້າທີ່ ດ່ານສາກົລດາໄລ ແຂວງສາລະວັນ ໄດ້ຢຶດເຄື່ອງໃນໝູທີ່ຂົນເຂົ້າ ມາແຕ່ ວຽດນາມ ຈຳນວນ 350 ກິໂລ ໄປທຳລາຍຖິ້ມ.

ໃນຂນະດຽວກັນ ຫລາຍປະເທດ ຕ່າງກໍ່ແຕກຕື່ນ ກັບຂ່າວການຣະບາດ ດັ່ງກ່າວ ເມື່ອຄນະກັມມະການ ການກະເສດ ໃຕ້ຫວັນ ກໍ່ໄດ້ກວດ ພົບສານປົນເປື້ອນ ສານພັນທຸກັມ ຂອງເຊື້ອໂຣກອະຫິວາ ອະຟຣິກກັນ ໃນຜລິຕພັນໝູ ທີ່ນຳເຂົ້າຈາກປະເທດ ວຽດນາມ ເປັນຄັ້ງທຳອິດ ເມື່ອກາງເດືອນ ກຸມພາ ທີ່ຜ່ານມາ.

ສາເຫດການແຜ່ຣະບາດໃນວຽດນາມ ກະຊວງກະສິກັມ ແລະພັທນາຊົນນະບົດ ຂອງວຽດນາມ ໄດ້ເປີດເຜີຍວ່າ ບັນຫາ ການລັກລອບ ນຳເຂົ້າຊີ້ນໝູ ບໍຣິເວນຊາຍແດນ ຈີນ-ວຽດນາມ ກໍ່ໃຫ້ເກີດການແຜ່ຣະບາດ ຢ່າງຮຸນແຮງໃນວຽດນາມ.

ນອກຈາກນີ້ ເມື່ອຕົ້ນເດືອນກຸມພາ ຜ່ານມາ ຈີນ ກໍ່ໄດ້ປະກາດ ຢ່າງເປັນທາງການວ່າ ມົນທົນເຫີເປີຍ ເຊິ່ງເປັນເຂດຊານເມືອງຂອງ ປັກກີ່ງນັ້ນ ຖືກຈັດໃຫ້ເປັນເຂດຣະບາດ ຂອງ ອະຫິວາໝູ ອະຟຣິກັນ ແລະ ຕໍ່ມາກໍ່ໄດ້ແຜ່ລາມໄປຍັງ 5 ມົນທົນ, ໂດຍສະເພາະ ແມ່ນມົນທົນຫລຽວນິງ ຣະບາດໜັກສຸດ ຈົນຣັຖບານຈີນ ຕ້ອງໄດ້ສັ່ງຂ້າໝູໄປ 4 ໝື່ນໂຕ.

ຕໍ່ຂ່າວດັ່ງກ່າວ ເປັນປະເທດໄທ ກໍ່ໄດ້ປະກາດຣະງັບຊົ່ວຄາວ ໃນການນຳເຂົ້າໝູ ຫລື ຜລິຕພັນໝູ ຈາກປະເທດຈີນ ນັບແຕ່ທ້າຍປີກາຍ ເປັນຕົ້ນມາ ນອກຈາກນັ້ນ ຍັງມີ ສີງກະໂປ ເຊິ່ງເປັນອີກນຶ່ງປະເທດ ທີ່ຫ້າມນຳເຂົ້າຜລິຕພັນໝູ ຂອງຈີນ.

ທ້າຍເດືອນກຸມພາ ອົງການໂຣກຣະບາດສັດ ຣະວ່າງປະເທດ ຫຼື OIE ພົົບວ່າ ໂຣກອະຫິວາອະຟຣິກັນ ໃນໝູ ເກີດການຣະບາດໃນ 16 ປະເທດ  ແບ່ງເປັນທະວີບ ອະຟຣິກກາ 4 ປະເທດ, ທະວີບ ຢູໂຣບ 10 ປະເທດ ແລະ ທະວີບ ເອເຊັຍ 3 ປະເທດ ຄື ຈີນ, ມົງໂກເລັຍ ແລະ ວຽດນາມ.

ທາງດ້ານອົງການອາຫານ ແລະການກະເສດ ຂອງສະຫະປະຊາຊາດ ເຕືອນວ່າ, ອາດຈະມີການແຜ່ລາມ ໃນທົ່ວເຂດອາຊີໃນໄວໄວນີີ້, ຖ້າບໍ່ມີມາຕການເຝົ້າຣະວັງ ທີ່ຖືກຕ້ອງ ແລະໄດ້ມາຕຖານ. ແຕ່ພຍາດອະຫິວາໝູອະຟຣິກັນ ຍັງບໍ່ທັນມີຣາຍງານວ່າ ຕິດຕໍ່ໃສ່ຄົນເທື່ອ ແລະຍັງບໍ່ພົບຜູ້ເສັຍຊີວິດ ຈາກພຍາດນີ້.

ອີງຕາມບົດຣາຍງານຂອງ ອົງການສຸຂພາບສັດສາກົລ ໄດ້ຣາຍງານ ເມື່ອທ້າຍເດືອນກຸມພາ ຜ່ານມາວ່າ, ພຍາດອະຫິວາໝູອະຟຣິກກັນ ແມ່ນພຍາດຣະບາດຂອງໝູ ທີ່ເກີດມາຈາກເຊື້ອໄວຣັສ ຕະກຸນ Asfarviridea  ເຊິ່ງເຊື້ອໄວຣັສດັ່ງກ່າວ ມີຄວາມທົນທານ ຕໍ່ສະພາບ ແວດລ້ອມ ແລະ ມີຄວາມເປັນດ່າງສູງ ໃນຣະດັບ PH 3.9 ຫາ 11,5 ສາມາດຊືມເຊື້ອ ຢູ່ໃນໝູໄດ້ 4 ປີ ເຮົາສາມາດສັງເກດການ ເປັນພຍາດນີ້ຈະມີໄຂ້ສູງເຖິງ 42 ອົງສາ ໃບຫູ ແລະຜີວໜັງອາດພົບເປັນປ່າມແດງຊໍ້າ ມີຈຸດເນື້ອຕາຍເປັນຈຸດ ຢູ່ຕາມຜີວໜັງພື້ນທ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.