ເຈົ້າໜ້າທີ່ພົບສົບ ຜູ້ເສັຍຊີວິດ 3 ຄົນ ຈາກເຫດການເຮືອນຫຼົ້ມ

ອຸ່ນແກ້ວ
2024.09.06
ເຈົ້າໜ້າທີ່ພົບສົບ ຜູ້ເສັຍຊີວິດ 3 ຄົນ ຈາກເຫດການເຮືອນຫຼົ້ມ ໜ່ວຍກູ້ໄພກຳລັງເກັບສົບຜູ້ເຄາະຮ້າຍ ຈາກເຫດການເຮືອຂົນສົ່ງ ຜູ້ໂດຍສານຊາວມຽນມາຫຼົ້ມ ໃນເຂດເສດຖະກິດ ພິເສດສາມຫຼ່ຽມຄຳ.
ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງບໍ່ແກ້ວ

ເຫດການເຮືອໂດຍສານ ທີ່ບັນທຸກຜູ້ໂດຍສານຊາວມຽນມາປະມານ 50 ຄົນ ຫຼົ້ມ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 2 ກັນຍາ ໃນນັ້ນ ມີຜູ້ໂດຍສານ ຍັງຫາຍສາບສູນປະມານ 30 ຄົນ.​

ຈົນມາເຖິງວັນທີ 6 ກັນຍາ ເຈົ້າໜ້ທີ່ກູ້ໄພແຂວງບໍ່ແກ້ວ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສາມາດກູ້ສົບຜູ້ເສັຍຊີວິດໄດ້ 3 ຄົນ ທີ່ໄຫຼຟູນໍ້າຂຶ້ນມາ ແລະ ເຈົ້າໜ້າທີ່ປະກາດຢຸດການຄົ້ນຫາຜູ້ສູນຫາຍ.

ເຈົ້າໜ້າທີ່ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ກັນຍາ ວ່າ:

ເຮືອນີ້ ຫຼົ້ມາ 3-4 ມື້ແລ້ວ ເພິ່ນໜ້າຈະຢຸດແລ້ວ ແຕ່ວ່າ ທາງເຮົາ ກໍບໍ່ໄດ້ຮັບບົດລາຍງານ ຈາກຄະນະຮັບຜິດຊອບເພິ່ນເທື່ອ ທີ່ເຂົາເຈົ້າຊອກຫານັ້ນ ແມ່ນ ເຂົາຊອກຢູ່ໃນມື້ນັ້ນແຫຼະ ມື້ທີ່ເຮືອຫຼົ້ມຫັ້ນນ່າ ຫຼັງຈາກນັ້ນ ເພິ່ນບໍ່ຊອກຫານເລີຍ ດຽວນີ້ ກູ້ໄພເຮົາກໍມີແຕ່ ຊ່ວຍຕາມທີ່ເຈົ້າໜ້າທີ່ ພະແນກສືບສວນ ສອບສວນ ເພິ່ນແຈ້ງມາ ຫຼັງຈາກທີ່ເພິ່ນ ໄປເກັບຫຼັກຖານ ມີຫຍັງໝົດແລ້ວ ທາງກູ້ໄພເຮົາ ກໍມີແຕ່ລົງໄປຊ່ວຍຫໍ່ສົບ ແລ້ວກໍນໍາສົ່ງໂຮງເຢັນ ຢູ່ເຂດເລີຍ.

ທ່ານ ກ່າວຕື່ມວ່າ ຜູ້ເສັຍຊີວິດ 3 ຄົນ ທີ່ເຈົ້າໜ້າທີ່ກູ້ໄພ ໄດ້ຫໍ່ ມ້ຽນສົບ ແມ່ນເປັນຄົນສັນຊາດມຽນມາ ທັງໝົດ ແບ່ງເປັນຜູ້ເສັຍຊີວິດຄົນທໍາອິດ ໄຫຼນໍ້າຂອງມາຄ້າງຢູ່ເຂດ ບ້ານຫ້ວຍທຸຍ ເມືອງຫ້ວຍຊາຍ ເປັນເພດຊາຍ ຊື່ື ທ້າວ ປຸຍຍານ ແທະ ອາຍຸ 30 ປີ, ຜູ້ເສັຍຊີວິດ ຄົນທີ 2 ໄຫຼນໍ້າຂອງມາຄ້າງຢູ່ເຂດບ້ານ ປາກງາວ ເມືອງຫ້ວຍຊາຍ ເປັນເພດຍິງ ຊື່ ນາງ ເຍຍ ອາຍຸ 17 ປີ. 

ສ່ວນວ່າ ຜູ້ເສັຍຊີວິດຄົນທີ 3 ຖືກພົບຢູ່ບ້ານສີເມືອງາມ ເມືອງຕົ້ນເຜິ້ງ ແຕ່ ບໍ່ມີການເປີດເຜີຍຂໍ້ມູນກ່ຽວຜູ້ເສັຍຊີວິດຄົນນີ້ ນອກຈາກເຈົ້າໜ້າທີ່ກູ້ໄພເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມາຮັບເອົາສົບໄປເທົ່ານັ້ນ.

ຊາວບ້ານສີເມືອງງາມ ທ່ານນຶ່ງ ໄດ້ກ່າວວ່າ:

ມີສົບຄ້າງຢູ່ ອັນແຖວບ້ານສີເມືອງງາມ ສົບມັນຄ້າງຢູ່ ຄົນອັນເຮືອຫຼົ້ມ ຢູ່ດ່ານມັງກອນ ເຂົາເຈົ້າບອກໃຫ້ໄປກວດສອບ ທາງບໍ່ແກ້ວ ບໍ່ເຫັນອອກຂ່າວ ທາງໂທລະໂຄ່ງ ແຂວງບໍ່ແກ້ວ ນ່າ ມີແຕ່ໂຊຊຽວອອກ ມັນດັງກວ່າໝູ່.

ຫຼັງຈາກທີ່ເຮືອຫຼົ້ມ ເຈົ້າໜ້າທີ່ລາວ ກໍຊອກຫາຜູ້ຈົມນໍ້າຈາກເຮືອຫຼົ້ມ ຫຼັງຈາກນັ້ນ ໃນວັນທີ 5 ກັນຍາ ຊາວບ້ານ ທີ່ໄປຫາປາ ກໍເຫັນສົບຄົນມຽນມາ ຟູຂຶ້ນມາ ຈຶ່ງແຈ້ງເຈົ້າໜ້າທີ່ ມາຮັບເອົາສົບ.

ເຈົ້າໜ້າທີ່ປະຈໍາແຄມຂອງ ເຂດເມືອງຫ້ວຍຊາຍ ໄດ້ກ່າວວ່າ:

ອັນເຈົ້າໜ້າທີ່ນີ້ ບໍ່ເຫັນລົງແລ້ວ ບໍ່ໄດ້ຊອກມິຫຍັງ ຢູ່ທາງນໍ້າ ບໍ່ມີໃຜ ກູ້ໄພ ແດ່ເນາະ ແລ້ວ ກໍແຈ້ງເຂົາເຈົ້າມາ ແລ້ວ ກໍເອົາເຮືອຊາວບ້ານ ນີ້ແຫຼະ ລົງໄປ ລະກະໄປມັດເອົາລ່ອງລົງໄປໃຕ້ ມອບໃຫ້ເຈົ້າໜ້າທີ່ມອບໃຫ້ເຈົ້າໜ້າທີ່ກູ້ໄພ ມື້ວານນີ້ເນາະ ອັນລອດຊີວິດ ອາດຈະບໍ່ລອດແລ້ວ ຕາມເບິ່ງ ນໍ້າມັນໄຫຼແຮງ.

ເຈົ້າໜ້າທີ່ໄດ້ແຈ້ງ ຊາວບ້ານ ຖ້າພົບເຫັນສົບຜູ້ເສັຍຊີວິດໄຫຼມາ ຕາມນໍ້າຂອງ ໃຫ້ແຈ້ງຫາເຈົ້າໜ້າທີ່ກູ້ໄພທັນທີ. ຊາວບ້ານປາກງາວ ເມືອງຫ້ວຍຊາຍ ໄດ້ກ່າວວ່າ:

ສ່ວນໃຫຍ່ ເຂົາກໍແຈ້ງກູ້ໄພຫັ້ນແຫຼະ ກູ້ໄພເຂົາປະສານງານ ນໍາພວກຕໍາຫຼວດ ນໍາພວກໂຮງໝໍ ເຂົາເອງ ວ່າ ຈະອົາໄປໄວ້ໃສ ຫັ້ນນ່າ ຄື ມື້ວານນີ້ ເຂົາມາເອົາຢູ່ ປາກງາວ ເຂົາກໍເອົາໄປປະໄວ້ໂຮງໝໍເຈົ້າ.

ນອກຈາກນີ້ ເຈົ້າໜ້າທາງການລາວ ກໍແຈ້ງໄປຫາເຈົ້າໜ້າທີ່ໄທ ຖ້າພົບເຫັນສົບຄົນງານມຽນມາ ໃຫ້ແຈ້ງມາຫາເຈົ້າໜ້າທີ່ຝັ່ງລາວ ຂະນະທີ່ ເຈົ້າໜ້າທີ່ຝັ່ງໄທ ຍັງບໍ່ທັນພົບສົບຜູ້ເສັຍຊີວິດ. ເຈົ້າໜ້າທີ່ແຂວງບໍ່ແກ້ວ ໄດ້ກ່າວວ່າ:

ແຕ່ເບື້ອງກູ້ໄພ ທາງໄທນີ້ ເຂົາເຈົ້າກໍຊ່ວຍຕິດຕາມ ທາງຝັ່ງນັ້ນໃຫ້ເນາະ ຄັນເຫັນເຂົາເຈົ້າແຈ້ງຫາເຮົາໄປ ທງໄທ ກະຍັງບໍ່ເຫັນເທື່ອ ສ່ວນຫຼາຍ ມັນຈະມາຂຶ້ນຢູ່ແຕ່ຝັ່ງເຮົາ ຄັນຫຼົ້ມມື້ 1 ເນາະ 3 ມື້ ຈະຂຶ້ນລະ ຈະມາເກາະ ຢູ່ຕາມກົກໄມ້ ກົກຫຍັງ ຕາມແຄມ ຕາມຫາດ ຕາມນັ້ນ.

ເຖິງຢ່າງໃດກໍຕາມ, ສື່ຂອງທາງການລາວ, ອໍານາດການປົກຄອງເມືອງ ແລະ ແຂວງບໍ່ແກ້ວ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ກໍຍັງບໍ່ໄດ້ເປີດເຜີຍ ຈໍານວນຜູ້ທີ່ລອດຊີວິດ ຜູ້ຈົມນໍ້າຫາຍໄປ ແລະ ຜູ້ເສັຍຊີວິດ ຈາກເຫດການເຮືອຫຼົ້ມ ຄັ້ງນີ້ເທື່ອ.

ເອເຊັຽເສຣີ ພະແນກພາສາລາວ ກໍຍັງບໍ່ສາມາດຕິດຕໍ່ຫາເຈົ້າໜ້າທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ເທື່ອ ຈຶ່ງບໍ່ຮູ້ວ່າ ຂໍ້ມູນຫຼ້າສຸດ ມີຈໍານວນເທົ່າໃດກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.