ພົບງົວຕາຍ 2 ໂຕ ຢູ່ຫ້ວຍຊາຍ ຄາດວ່າ ກິນຫຍ້າ ປົນເປື້ອນສານເຄມີ ໃນສວນກ້ວຍຈີນ

0:00 / 0:00

ງົວຊາວບ້ານຕາຍ 2 ໂຕ ໃນມື້ວັນທີ 29 ມິນານີ້ ພາຍຫລັງໄດ້ເຂົ້າໄປກິນຫຍ້າ ຢູ່ໃນເຂດສວນກ້ວຍຈີນ ທີ່ບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຊຶ່ງຊາວ ບ້ານຜູ້ທີ່ຮູ້ຂ່າວເຊື່ອວ່າ ອາດຕາຍຍ້ອນກິນຫຍ້າ ທີ່ມີສານເຄມີ ທີ່ໃຊ້ໃນສວນກ້ວຍ. ນອກຈາກຢູ່ໃນສວນກ້ວຍແລ້ວ ເມື່ອຝົນຕົກລົງມາ ນໍ້າເຊາະເອົາສານ ພິດເຄມີອອກມານອກສວນນັ້ນນໍາອີກ ອີງຕາມຂ່າວເຟສບຸກຄ໌ ຂອງທ່ານ ໂຈເຊຟ ອັກຄະຣະວົງ ແລະຊາວບ້ານໃນພື້ນທີ່ນັ້ນ.

ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ເຫັນເຫດການ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມີນານີ້ວ່າ ພາຍຫລັງທີ່ງົວຂອງຊາວບ້ານ 2 ໂຕ ຕາຍແລ້ວ ອໍານາດການປົກຄອງບ້ານ ໄດ້ພາເຈົ້າຂອງງົວ ໄປໄກ່ເກັ່ຍກັບເຈົ້າຂອງສວນກ້ວຍ ແລ້ວເຈົ້າຂອງສວນ ຍອມຈ່າຍຄ່າເສັຍຫາຍໃຫ້ໂຕລະ 5,000 ບາທ, ແລ້ວກັນໄປ.

“ມັນໄປກິນຫຍ້າເຂົາເຈົ້າ ພົ່ນຢານີ້ນະ ຕາຍຢູ່ໃນກາງສວນເລີຍ ຕອນ 6 ໂມງນໍ ພະນັກງານກະໄປໄກ່ເກັ່ຍຫັ້ນແຫລະ ມັນກະມີຫລາຍສາເຫດນໍ ຈັ່ງຊັ້ນນິໃຫ້ທາງບໍຣິສັດເຂົາເຈົ້າຫັ້ນນີ້ ທົດແທນຄືນເຂົາເຈົ້າ ໂຕນຶ່ງ 5,000 ບາທ, ຈ່າຍແລ້ວ.”

ທ່ານກ່າວຕື່ມວ່າ “ສໍາລັບບໍຣິສັດຈີນ ທີ່ລົງທຶນປູກກ້ວຍຢູ່ບ້ານປາກງາວ ນີ້ ທ່ານເອງກໍບໍ່ຮູ້ຊື່ບໍຣິສັດ ແລະຈໍານວນເນື້ອທີ່ປູກກ້ວຍ ຈັກເຮັກຕ້າຣ໌, ຮູ້ພຽງແຕ່ວ່າ ກ່ອນໜ້ານີ້ ເຂົາເຄີຍປູກໝາກຖົ່ວເຫລືອງ ກ່ອນທີ່ຈະຫັນມາປູກກ້ວຍ. ຂະນະນີ້ ພາກ ສ່ວນທີ່ກ່ຽວຂ້ອງ ທັງທາງບ້ານ ແລະທາງສວນກ້ວຍ ກໍາລັງຫາວິທີປ້ອງກັນ ເພື່ອບໍ່ໃຫ້ງົວຊາວບ້ານ ເຂົ້າໄປໃນເຂດສວນກ້ວຍນັ້ນໄດ້.”

ເຖິງຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງເມືອງຫ້ວຍຊາຍ ຍັງບໍ່ທັນໄດ້ແຕ່ງຕັ້ງຄະນະໄປຕິດຕາມ ກວດກາຫາສາເຫດຂອງງົວຕາຍ ຫລືຕິດຕາມການໃຊ້ສານເຄມີ ຢູ່ໃນສວນກ້ວຍຈີນນັ້ນເທື່ອ, ຂະນະນີ້ຍັງບໍ່ຮູ້ຂໍ້ມູນ.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ໂອ! ຍັງບໍ່ທັນຮູ້ເທື່ອວ່າ ຂໍ້ມູນເປັນແນວໃດນໍ ຍັງບໍ່ທັນຮູ້ຂ່າວເທື່ອເດີ້! ມີຄວາມຄືບໜ້າແນວໃດ ແລ້ວ ຄ່ອຍແຈ້ງໃຫ້ເດີ້.”

ຂ່າວງົວຕາຍທີ່ວ່ານີ້ ເຮັດໃຫ້ຊາວບ້ານຈໍານວນນຶ່ງ ທີ່ຢູ່ໃກ້ກັບສວນກ້ວຍຈີນ ຊຶ່ງໃຊ້ສານເຄມີນັ້ນກັງວົນ ຢ້ານວ່າ ເຫດການທໍານອງດຽວກັນນີ້ ອາດເກີດກັບສັດລ້ຽງ ຂອງພວກເຂົາເຈົ້າ ຖ້າທາງເຈົ້າຂອງສວນກ້ວຍບໍ່ມີຮົ້ວປ້ອງກັນ ບໍ່ໃຫ້ສັດລ້ຽງຂອງຊາວບ້ານ ເຂົ້າໄປກິນຫຍ້າໃນສວນ, ຢາກໃຫ້ມີການເລັ່ງແກ້ໄຂບັນຫາດັ່ງກ່າວ.

ດັ່ງຊາວບ້ານນາງນຶ່ງເວົ້າວ່າ:

“ເຮົາກະຢ້ານ ເຮົາກະບໍ່ຮູ້ຊິເວົ້ານະ ກະຄຶດຢ້ານຊື່ໆ ເພາະວ່າບາດນີ້ເຮົາກະມີງົວ, ມີງົວເປັນສ່ວນບຸກຄົນທີ່ວ່າຍາມປ່ອຍ ແລ້ວກະປ່ອຍຫັ້ນນະ ບາດນີ້ຄົນຈີນແຫລະ ລົງມາເຮັດສວນກ້ວຍ ຢູ່ໃກ້ກັບບ້ານນີ້ຫັ້ນນະ ກະຢ້ານແບບເປັນງົວ ເປັນຫຍັງໄປກິນສານເຄມີ, ໄປກິນຫຍ້າກິນຫຍັງໃກ້ໆ ແຖວເຂົາເຈົ້າເຮັດຫັ້ນນະ.”

ນັກວິຊາການ ດ້ານການລ້ຽງງົວ ແລະກົດໝາຍ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມິນານີ້ວ່າ ກໍຣະນີດັ່ງກ່າວ ຖືເປັນອຸທາຫອນ ຕໍ່ຜູ້ລ້ຽງງົວ ແລະສັດລ້ຽງ ອື່ນໆ ເພື່ອໃຫ້ລະວັງ ສັດລ້ຽງຂອງຕົນເອງ ບໍ່ໃຫ້ເຂົ້າໄປກິນຫຍ້າ ໃນເຂດສວນທີ່ມີການໃຊ້ສານພິດເຄມີ ຫລື ຢາຂ້າຫຍ້າ ແລະກໍເປັນເຣື່ອງຍາກທີ່ເຈົ້າຂອງສັດລ້ຽງ ຈະຮຽກຮ້ອງເອົາຄ່າຊົດເຊີຍ ຄວາມເສັຍຫາຍ, ສັດຕາຍຈາກເຈົ້າຂອງສວນກ້ວຍ ເພາະວ່າເປັນຄວາມປະໝາດ ຂອງເຈົ້າຂອງສັດເອງ.

ດັ່ງທີ່ທ່ານກ່າວວ່າ:

“ໂຕນີ້ມັນກະຍາກຢູ່ນໍ ຖ້າວ່າງົວເຮົາໄປກິນຢູ່ສວນເຂົາຫັ້ນນະ ທີ່ຈິງແລ້ວມັນເວົ້າເຣື່ອງເປັນການຫ້າມຢູ່ແລ້ວນໍ ບໍ່ໃຫ້ໃຊ້ຢາຫັ້ນ ຖ້າວ່າຢູ່ໃນສວນເຂົາ ລະງົວເຮົາໄປຢູ່ໃນພື້ນທີ່ ກະຍາກຢູ່ທີ່ວ່າຈະຮຽກຮ້ອງ ນໍາເຂົາຫັ້ນນະ ເພາະວ່າເຂົາເປັນເຈົ້ນຂອງຢູ່ແລ້ວ.”

ກ່ຽວກັບເຣື່ອງທີ່ຄ້າຍຄືກັນນີ້ ໄດ້ເກີດຂຶ້ນກັບສັດລ້ຽງ ຂອງຊາວບ້ານ ທີ່ຕາຍຢູ່ໃກ້ກັບສວນກ້ວຍ ຂອງຈີນ ຢູ່ບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເມື່ອເດືອນສິງຫາປີກາຍ ຄືຄວາຍຕາຍ 30 ໂຕ. ພວກຊາວບ້ານເຊື່ອວ່າ ຄວາຍນັ້ນຕາຍ ຍ້ອນໄປກິນຫຍ້າທີ່ມີສານພິດ ເຄມີຈາກສວນກ້ວຍຈີນ, ແຕ່ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ເມືອງບໍ່ໄດ້ຊີ້ແຈງເຖິງສາເຫດ ທີ່ແທ້ຈິງຂອງຄວາຍຕາຍນັ້ນ ໃຫ້ສັງຄົມຮູ້ແຕ່ຢ່າງໃດ.

ນອກຈາກສັດລ້ຽງ ຂອງຊາວບ້ານຕາຍ ຍ້ອນສານພິດເຄມີຈາກສວນກ້ວຍ ທີ່ວ່ານັ້ນແລ້ວ ເມື່ອກ່ອນໜ້ານັ້ນ ຄືໃນປີ 2021 ຄົນງານລາວ ທີ່ເຮັດວຽກໃນສວນກ້ວຍ ຂອງຈີນ ຢູ່ບ້ານມົກກະຈອກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍໄດ້ຮັບອັນຕະລາຍ ເປັນພະຍາດຫລາຍຢ່າງ ຈາກການໃຊ້ສານພິດເຄມີ ໃນສວນກ້ວຍໃນຂະນະທີ່ເຈົ້າຂອງສວນກ້ວຍ ໄດ້ໜີກັບຄືນປະເທດຈີນ ໃນໄລຍະທີ່ເຊື້ອໂຄວິດ-19 ຣະບາດ (ໂດຍບໍ່ຮັບຜິດຊອບຢ່າງໃດ).