ຊາວບ້ານພັງຊານ ເມືອງຍອດອູ ເຂົ້າເຖິງລະບົບນ້ຳສະອາດ

ພອນ ພູມມີທອນ
2023.02.06
ຊາວບ້ານພັງຊານ ເມືອງຍອດອູ ເຂົ້າເຖິງລະບົບນ້ຳສະອາດ ບ້ານພັງຊານ ເມືອງຍອດອູ ແຂວງຜົ້ງສາລີ ປະມານ 52 ຫລັງຄາເຮືອນ ເຂົ້າເຖິງນ້ຳສະອາດ.
ຮູບພາບ: UNICEF Laos/2022/BLeuanvilay

ອົງການຢູນິເຊຟ ປະຈໍາລາວ ທີ່ໄດ້ຮັບການສນັບສນຸນ ງົບປະມານຈາກ ຄອບຄົວ ຮາກິວາຣະ ຜ່ານ ອົງການຢູນິເຊຟ ປະຈໍາຍີ່ປຸ່ນ ໃຫ້ຈັດຕັ້ງໂຄງການນ້ໍາ, ສຸຂາພິບານ ແລະ ສຸຂະອະນາໄມ ໃຫ້ຊົນເຜົ່າຢ້າວ (Yao) ຢູ່ບ້ານພັງຊານ ເມືອງຍອດອູ ແຂວງຜົ້ງສາລີ ປະມານ 52 ຫລັງຄາເຮືອນ ພາຍຫລັງ ພວກເຂົາເຈົ້າ ມີນ້ໍາສະອາດຊົມໃຊ້ ບໍ່ພຽງພໍມາດົນຫລາຍປີ.

ເຈົ້າໜ້າທີ່ ປະສານງານລະຫວ່າງ ອົງການຍູນິເຊຟ ປະຈໍາລາວ ກັບ ແຂວງຜົ້ງສາລີ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 6 ກຸມພາ ນີ້ວ່າ:

ຊົນເຜົ່າຢ້າວ ມີ (ນ້ໍາສະອາດ) ແຕ່ບໍ່ພຽງພໍ ແລ້ວ ກໍຍາກປັບປຸງ ອັນໂຕກົງເຕີ (ນ້ໍາ) ເຂົ້າແຕ່ລະຄົວເຮືອນລະເນາະ ຖືວ່າ ເຮັດໃຫ້ລະບົບນ້ໍາປະປາຊຸມຊົນ ແບບນ້ໍາລິນນັ້ນແຫລະ ແຕ່ວ່າມີອ່າງຕົກຕະກອນແດ່ ແລ້ວກໍຕໍ່ເຂົ້າແຕ່ລະຄົວເຮືອນ ໝົດເລີຍ ແລ້ວກໍຕິດຕັ້ງກົງເຕີ ໝົດແລ້ວ.”

ປັດຈຸບັນ ບ້ານພັງຊານ ມີລະບົບນ້ໍາລິນທີ່ສະອາດ ທຸກຄົວເຮືອນແລ້ວ ອີກທັງ ແຕ່ລະຄົວເຮືອນ ໄດ້ຮັບການ ຝຶກອົບຮົມຈາກເມືອງ ກ່ຽວກັບການເບິ່ງແຍງລະບົບນ້ໍາລິນ ບໍ່ໃຫ້ເປ່ເພນໍາດ້ວຍ ແລະ ລະຫວ່າງການກໍ່ສ້າງ ກໍໄດ້ຮັບການສນັບສນຸນ ດ້ານທໍ່ນ້ໍາ ຊີມັງ ແລະກົງເຕີ ຈາກອົງການ ຍູນິເຊຟ ສ່ວນທີ່ເຫລືອ ເປັນວັດຖຸທ້ອງຖິ່ນ ເຊັ່ນ ຫິນແຮ່, ຊາຍ, ໄມ້ ແລະ ແຮງງານ ປະຊາຊົນພາຍໃນບ້ານ ເປັນເຈົ້າການ.

ດັ່ງ ເຈົ້າໜ້າທີ່ ປະສານງານ ລະຫວ່າງ ອົງການຍູນິເຊຟ ປະຈໍາລາວ ກັບ ແຂວງຜົ້ງສາລີ ຜູ້ດຽວກັນກັບຂ້າງເທິງ ກ່າວຕື່ມວ່າ:

ຂອງປະຊາຊົນ ລະແມ່ນ ມີວັດຖຸທ້ອງຖິ່ນເນາະ ແລ້ວກໍແຮງງານ ການກໍ່ສ້າງນັ້ນ ຈົນສໍາເຮັດພຸ້ນແຫລະ ແລ້ວກໍແຮ່ ຊາຍ ໄມ້ຕີແບບຕ່າງໆ ນອກນັ້ນ ມີການປະກອບສ່ວນເງິນສົດກັນ ເລັກໆນ້ອຍໆ ເພາະວ່າ ເພື່ອການຄິດໄລ່ ແລ້ວກໍມີການຕິດພັນ ແລ້ວກໍ ສະເພາະຂໍ້ຕໍ່ບໍ່ ຫລືວ່າ ປະຕູນ້ໍາບໍ່ ມີການຕິດພັນ ຊາວບ້ານ ເປັນຜູ້ປະກອບເອງນ່າ.”  

ເປັນເວລາຫລາຍປີ ທີ່ໂຮງຮຽນປະຖົມ ບ້ານພັງຊານ ບໍ່ມີຫ້ອງນ້ໍາ ແລະ ນ້ໍາສະອາດ ໃຫ້ເດັກນ້ອຍນັກຮຽນຊົນເຜົ່າຢ້າວ ຊົມໃຊ້ ພວກເຂົາເຈົ້າ ຕ້ອງໄດ້ພາກັນແລ່ນໄປຖ່າຍ ຊະຊາຍ ຢູ່ພູ, ຢູ່ປ່າແທນ. ຈາກນັ້ນ ແຕ່ປີ 2022 ທີ່ມີອົງການຍູນິເຊຟ ສ້າງລະບົບນ້ໍາລິນ ຫ້ອງນ້ໍາ ແລະ ອ່າງລ້າງມືໃຫ້ ກໍ່ເຮັດໃຫ້ມີສຸຂະພາບດີ ບໍ່ຖ່າຍຊະຊາຍ ບໍ່ເປັນຖອກທ້ອງ ຄືແຕ່ກ່ອນແລ້ວ ແລະພວກເຂົາເຈົ້າ ຍັງດຸໝັ່ນຖູແຂ້ວ ລ້າງມື ຍ້ອນມີນ້ໍາສະອາດໄວ້ຊົມໃຊ້ ຕາມຫຼັກວິຊາການ ສາທາຣະນະສຸຂ ນໍາດ້ວຍ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຍອດອູ ແຂວງຜົ້ງສາລີ ກ່າວ ໃນມື້ດຽວກັນນີ້ວ່າ:

ໄລຍະທີ່ຜ່ານມານີ້ ໂຮງຮຽນ ຍັງບໍ່ທັນມີຫ້ອງນ້ໍາໃຊ້ຫັ້ນແຫລະ ເຂົາເຈົ້າກໍຫຍຸ້ງຍາກ ໃນການບໍ່ຮູ້ຈັກນໍາໃຊ້ຫ້ອງນ້ໍາ ແລ້ວກໍການຢູ່ ການກິນນີ້ ກໍບໍ່ມີການຮັກສາຄວາມສະອາດ ບໍ່ມີການຮັກສາສ່ວນໂຕຫັ້ນນ່າ ແຕ່ນັບ ແຕ່ມີຫ້ອງນ້ໍາຂຶ້ນມາ ກໍນໍາໃຊ້ຫ້ອງນ້ໍາ ລ້າງມື ຖູແຂ້ວ ເປັນປົກກະຕິເນາະ.”

ໂຄງການນ້ໍາ, ສຸຂາພິບານ ແລະ ສຸຂະອະນາໄມນີ້ ຊ່ວຍໃຫ້ຊາວບ້ານບໍ່ຕ້ອງເດີນທາງ ໄປໂຮງໝໍເມືອງ ທີ່ຢູ່ຫ່າງຈາກບ້ານ ພັງຊານ ປະມານ 30 ກິໂລແມັດ ຍ້ອນພະຍາດຖອກທ້ອງອີກແລ້ວ, ເນື່ອງຈາກ ມີນ້ໍາສະອາດດີທີ່ກັ່ນກອງແລ້ວ ໄວ້ອຸປະໂພກ-ບໍຣິໂພກ ອີກທັງ ຊາວບ້ານທີ່ປູກຜັກ ສວນຄົວໄວ້ກິນ ກໍມີນ້ໍາໄວ້ຫົດຜັກ.

ດັ່ງຊາວບ້ານ ຢູ່ບ້ານພັງຊານ ເມືອງຍອດອູ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

ສຸຂະອະນາໄມນີ້ແຫລະ ຢູ່ກິນແບບອັນສະອາດ ບໍ່ມີພະຍາດຄືຜ່ານມາຫັ້ນ ມັນກໍຫຍຸ້ງຍາກຫລາຍອັນຫັ້ນນ່າ ບໍ່ມີນ້ໍາໃຊ້ນີ້ ຄື ກິນກໍເປື້ອນ ມັກເຈັບ ມັນເປັນຖອກທ້ອງບໍ່ ບໍ່ມີນ້ໍາໃຊ້ເດ້ ກໍກິນເປື້ອນ ອີ່ຫຍັງຫັ້ນນ່າ ຄັນບໍ່ມີນ້ໍາລິນ ນ້ໍາສະອາດນີ້ ເຂົ້າມານີ້ ໄປເອົາແຕ່ມົ່ງເປື້ອນຫັ້ນນ່າ ດຽວນີ້ ເຮົາມີນ້ໍາສະອາດ ເຮົາກໍໄດ້ມີກັ່ນກອງ.”

ນອກຈາກນີ້ ໂຄງການນ້ໍາ, ສຸຂາພິບານ ແລະ ສຸຂອນາມັຍ ຍັງຊ່ວຍຫລຸດຜ່ອນການໃຊ້ຄວາມຮຸນແຮງກັບແມ່ຍິງນໍາດ້ວຍ ຍ້ອນ ແມ່ຍິງແຕ່ລະຄອບຄົວ ບໍ່ຕ້ອງຍ່າງໄກ ເພື່ອຕັກນ້ໍາ ຫາບນ້ໍາ ມາຊົມໃຊ້ ພາຍໃນຄົວເຮືອນ.

ດັ່ງ ອໍານາດການປົກຄອງບ້ານ ຂັ້ນທ້ອງຖິ່ນ ຢູ່ບ້ານພັງຊານ ເມືອງຍອດອູ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

ແຕ່ລະຄອບຄົວ ມັນສະບາຍແລ້ວ ເພາະວ່າ ນ້ໍາ ມັນເຂົ້າແຕ່ລະຄົວເຮືອນໝົດແລ້ວ ແລ້ວກໍຖືວ່າ ເຣຶ່ອງນ້ໍາມີການຫລຸດຜ່ອນ ການໃຊ້ແຮງງານຜູ້ຍິງແດ່ ແລ້ວກໍ ກ່ອນຊິເຂົ້າໂຄງການນີ້ ເຮົາກໍເວົ້າເຖິງ ກ່ຽວກັບ ບົດບາດ ຍິງ-ຊາຍ ກ່ອນ.”

ບ້ານພັງຊານ ເປັນ 1 ໃນ 4 ບ້ານ ຂອງເມືອງຍອດອູ ທີ່ທາງຍູນິເຊຟ ປະຈໍາລາວ ເລືອກເປັນເປົ້າໝາຍ ສນັບສນຸນໂຄງການນ້ໍາ, ສຸຂາພິບານ ແລະ ສຸຂະອະນາໄມ ໂດຍໂຄງການນີ້ ຈະເຣີ່ມແຕ່ປີ 2022-2025, ໂດຍປີນີ້ ແລະຈະເພີ່ມ 12 ບ້ານແລ້ວ, ຫລັງຈາກປີ 2025 ຈະຂຍາຍໄປເມືອງບຸນເໜືອ ແລະ ເມືອງຂວາຕື່ມ.

ປັດຈຸບັນ ບ້ານພັງຊານ ໄດ້ປະກາດເປັນບ້ານຍຸຕິ ການຖ່າຍຊະຊາຍ ແລະໄດ້ຖືກຍົກເປັນບ້ານສາທາຣະນະສຸຂໂຕແບບ. ອີງຕາມຂໍ້ມູນ ຈາກຜແນກ ສາທາຣະນະສຸຂ ແຂວງ ຜົ້ງສາລີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.