ລ໊ອກດາວ ນະຄອນຫຼວງ ຕື່ມອີກ

ຈໍາປາທອງ
2021.09.20
ລ໊ອກດາວ ນະຄອນຫຼວງ ຕື່ມອີກ ບັນດາເຈົ້າໜ້າທີ່ ປະຕິບັດ ມາຕການ ປ້ອງກັນ ໂຄວິດ-19 ຂັ້ນສູງສຸດ ໂດຍຕັ້ງດ່ານກວດກາ ໃນທຸກເຂດບ້ານ ທີ່ຖືກກຳນົດ ໃຫ້ເປັນພື້ນທີ່ ສີແດງ ໃນນະຄອນຫຼວງ, ວັນທີ 20 ກັນຍາ 2021 (TS).
Photo: RFA

ທາງການນະຄອນຫຼວງວຽງຈັນ ສັ່ງໃຫ້ລ໊ອກດາວ ນະຄອນຫຼວງ ຍ້ອນການຣະບາດ ຂອງໂຄວິດ-19 ຍັງຫຼາຍ ຕັ້ງແຕ່ມື້ວັນທີ 19 ຫາວັນທີ 30 ກັນຍາ 2021.

ຈາກຜົລຂອງການກວດວິເຄາະຫາເຊື້ອໂຄວິດ-19 5,117 ຄົນ ໃນມື້ວັນທີ 19 ກັນຍາ 2021 ນີ້ ທາງການລາວກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ຕື່ມອີກ 214 ຄົນ. ໃນນັ້ນ ຕິດໃນຊຸມຊົນ 162 ຄົນ ແລະນໍາເຂົ້າ 52 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 19,399 ຄົນ. ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າຄະນະສະເພາະກິຈປ້ອງກັນ ໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 20 ກັນຍານີ້ວ່າ:

”ພວກເຮົາໄດ້ກວດທັງໝົດ 5,117 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 214 ຄົນ ຊຶ່ງເປັນກໍຣະນີນໍາເຂົ້າ ທັງໝົດ 52 ຄົນ ຈາກແຂວງສວັນນະເຂດ 32 ຄົນ,ແຂວງສາຣະວັນ 12 ຄົນ,ຈໍາປາສັກ 4 ຄົນ,ນະຄອນຫຼວງວຽງຈັນ 2 ຄົນ ແລະ ແຂວງຄໍາມ່ວນ 2 ຄົນ.”

ໃນຈໍານວນ 162 ຄົນ ທີ່ຕິດເຊື້ອໃນຊຸມຊົນນັ້ນ ຕິດຢູ່ນະຄອນຫຼວງວຽງຈັນ 77 ຄົນ, ແຂວງຈໍາປາສັກ 33 ຄົນ, ຄໍາມ່ວນ 28 ຄົນ, ບໍ່ແກ້ວ 12 ຄົນ, ສວັນນະເຂດ 9 ຄົນ, ຊຽງຂວາງ 2 ຄົນ ແລະແຂວງບໍລິຄໍາໄຊ 1 ຄົນ.

ໃນໄລຍະປິດບ້ານປິດເມືອງ ເພື່ອປ້ອງກັນໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ລາຄາເຂົ້າສານ, ອາຫານແຫ້ງ, ໄຂ່ໄກ່ ແລະຊີ້ນ ເຣີ່ມ ແພງຂຶ້ນ, ສົ່ງຜົລກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ທີ່ຕ້ອງໄດ້ກັກຕົວຢູ່ໃນບ້ານ ດັ່ງຊາວນະຄອນຫຼວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ກັນຍານີ້ວ່າ:

”ແຕ່ລະຄົນເອົາເຂົ້າໄວ້ເປັນອາຫານ ແລະເຂົາເຈົ້າມີຕູ້ເຢັນ ເຂົາກໍຊື້ຊີ້ນສະຕ໊ອກມ້ຽນໄວ້ ແພງໆແພງ ຊື້ເຂົ້າຈ້າວ 12 ກິໂລ ເຄີຍຊື້ ແສນຊາວ ເຄີຍຊື້ ມັນຂຶ້ນແສນສາມສິບ ເຂົ້າໜຽວຄືກັນ ເຂົ້ານຽວກໍຂຶ້ນແສນຫ້າສິບພັນກີບ ແຕ່ກີ້ສີ່ສິບຫ້າ ໄຂ່ແຕະ ແຜງນຶ່ງ 30 ໜ່ວຍ ພັນກໍຖືກຢູ່ສາມສິບແປດພັນ ຂຶ້ນອີກແປດພັນອີກ ອຸຍຫຼາຍຂນາດ ຄັນບໍ່ຊື້ກະບໍ່ມີເດແຕ່ລະຄົນນ່າ.”

ປັດຈຸບັນ ລາຄາຊີ້ນໝູ ກິໂລນຶ່ງ ຂຶ້ນຈາກ 45 ພັນກີບເປັນ 48 ພັນກີບ, ເຂົ້າສານກິໂລນຶ່ງປະມານ 10 ພັນກີບ, ໄຂ່ໄກ່ແຜງນຶ່ງ 30 ໜ່ວຍ ແຕ່ກ່ອນ 30 ພັນກີບຂຶ້ນເປັນ 30 ພັນປາຍກີບ.

ລາຄາສິນຄ້າ ແພງຂຶ້ນກວ່າແຕ່ກ່ອນ ແຕ່ລະຢ່າງປະມານ 1 ພັນຫາ 2 ພັນກີບ. ດັ່ງນັ້ນ ຊາວນະຄອນຫຼວງວຽງຈັນ ອີກຜູ້ນຶ່ງ ຈຶ່ງ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍແກ້ໄຂເຣື່ອງນີ້ນໍາດ້ວຍ, ບໍ່ແມ່ນແຕ່ຈະແກ້ໄຂສະເພາະເຣື່ອງໂຄວິດ-19 ເທົ່ານັ້ນ:

“ເວົ້າເຣື່ອງສິນຄ້າ ຊີ້ນນີ້ ມີຂຶ້ນ ຢູ່ເດ໋ນີ້ນ່າ ຂຶ້ນຈົນອູກໃຈນີ້ນ່າ ໝົດທຸກຢ່າງຂຶ້ນວັນລະພັນສອງພັນ ແພງຫຼາຍ ດຽວນີ້ແພງຫຼາຍ ຍອມ ແລ້ວ ກະບໍ່ໄຫວແລ້ວ ແຕ່ກໍບໍ່ທັນໄດ້ປານນີ້ເດນີ້ ດຽວນີ້ມັນໜັກຫຼາຍເດດຽວນີ້ນ່າ ບາດນີ້ທາງບາງຫ້ອງການກໍມີກຸ່ມສ່ຽງນໍ ເຂົາກໍຢ້ານ ມັນກໍປະກ້ວາງໄປ ບໍ່ແກ້ໄຂບໍ ຫຼືວ່າຊິປ່ອຍ.”

ໃນການຈັດຕັ້ງປະຕິບັດມາຕການໂຕຈິງ ທາງການລາວ ບໍ່ສມາດຄວບຄຸມລາຄາສິນຄ້າອຸປະໂພກ ບໍຣິໂພກໄດ້ ຍ້ອນສິນຄ້າສ່ວນໃຫຍ່ ຖືກນໍາເຂົ້າມາຈາກຕ່າງປະເທດ ເປັນຕົ້ນອາຫານສັດ, ເຄື່ອງໃຊ້ໃນຊີວິດປະຈໍາວັນ, ນໍ້າມັນເຊື້ອເພີງ ຮວມທັງອຸປະກອນການຜລິດ ຕ່າງໆ.

ການນໍາສິນຄ້າຈາກຕ່າງປະເທດເຂົ້າມາຫຼາຍ ສົ່ງຜົລກະທົບໃສ່ຄ່າເງິນກີບ ເຮັດໃຫ້ເງິນກີບອ່ອນຄ່າລົງ ທຽບໃສ່ເງິນຕຣາຕ່າງປະເທດ ທີ່ມີທ່າອ່ຽງສູງຂຶ້ນ ແລະກໍເປັນສາເຫດນຶ່ງ ທີ່ເຮັດໃຫ້ລາຄາສິນຄ້າຢູ່ລາວແພງຂຶ້ນ ດັ່ງເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

”ປັດໃຈຫຼັກໆ ກໍແມ່ນອັດຕຣາແລກປ່ຽນຕ່າງປະເທດນີ້ ມັນມີທ່າອ່ຽງເພິ່ມຂຶ້ນສູງ ສິນຄ້າຢູ່ບ້ານເຮົາສ່ວນໃຫຍ່ ນໍາເຂົ້າຈາກຕ່າງປະເທດ ສ່ວນຫຼາຍພວກເຮົາຈະຄຸ້ມຄອງ ບັນດາຫ້າງຮ້ານໃຫຍ່ໆຫັ້ນ ທີ່ວ່າເປັນຜູ້ຂາຍສົ່ງ ມະຍິບມະຍ່ອຍນີ້ ບາງເທື່ອພວກເຮົາ ກໍໄປບໍ່ຮອດ ບໍ່ເຖິງ ຂາຍຕໍ່ມັນກໍຕ້ອງເອົາກໍາລັຍເລັກໆໜ້ອຍໆຕື່ມ.”

ເພື່ອແກ້ໄບບັນຫາດັ່ງກ່າວ ທາງການລາວ ໄດ້ກໍານົດລາຄາສິນຄ້າອຸປະໂພກ ບໍຣິໂພກທີ່ຈໍາເປັນໄວ້ຫຼາຍລາຍການ ເປັນຕົ້ນ ເຂົ້າໜຽວ ທີນຶ່ງ ກິໂລລະ 9 ພັນກີບ ແລະທີສອງ 8 ພັນກີບ; ເຂົ້າຈ້າວຊນິດພິເສດ ກິໂລນຶ່ງ 10 ພັນກີບ ແລະຊນິດທັມມະດາ 8 ພັນກີບ; ຊີ້ນງົວ, ຊີ້ນຄວາຍປະເພດນຶ່ງ ກິໂລນຶ່ງ 70 ພັນກີບ, ປະເພດສອງ 65 ພັນກີບ; ຊິ້ນໝູປະເພດນຶ່ງ ກິໂລລະ 40 ພັນກີບ, ປະເພດ ສອງ 35 ພັນກີບ; ໄຂ່ໄກ່ເບີນຶ່ງ ແຕະລະ 35 ພັນກີບ, ເບີສອງ 30 ພັນກີບ, ເບີສາມ ເບີສີ່ ແລະ ເບີຫ້າ ບໍ່ໃຫ້ຂາຍເກີນ 28 ພັນ ກີບ; ຊີ້ນໄກ່ພັນກິໂລນຶ່ງ 25 ພັນກີບ, ໄກ່ລາດ 50 ພັນກີບ; ປານິນ, ປາດຸກ ກິໂລນຶ່ງ 25 ພັນກີບ; ໝີ່ໄວໄວ, ໝີ່ຢໍາຢໍາ ແກັດນຶ່ງ 45 ພັນກີບ. ແຕ່ສັງເກດເຫັນວ່າ ຕາມທ້ອງຕລາດ ລາຄາເຄື່ອງຂອງທີ່ວ່ານັ້ນ ແມ່ນແພງກວ່າທີ່ທາງການກໍານົດໄວ້.

ເພື່ອປ້ອງກັນການຣະບາດຂອງໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ທາງການສັ່ງໃຫ້ປິດສາຍການບິນທຸກສາຍ ແລະຄິວຣົດສາຍໃຕ້ ກໍໃຫ້ປິດແຕ່ເວລາ 21:00 ເປັນຕົ້ນໄປ ແລະຫ້າມບໍ່ໃຫ້ປະຊາຊົນ ທີ່ບໍ່ໄດ້ຮັບອະນຸຍາດຈາກທາງການ ເດີນທາງເຂົ້າ-ອອກນະຄອນ ຫຼວງວຽງຈັນເດັດຂາດ ຕັ້ງແຕ່ມື້ວັນທີ 19 ຫາວັນທີ 30 ກັນຍາ 2021 ພາຍຫຼັງທີ່ກວດພົບຄົນຕິດເຊື້ອໂຄວິດ-19 ໃນໂຮງງານ ຕັດຫຍິບ ອານພິລາວ ຫຼາຍ.

ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ໃນມື້ວັນທີ 20 ກັນຍາ 2021ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 518,674 ຄົນ, ມີຜູ້ຕິດເຊື້ຶອສະສົມ 19,399 ຄົນ, ປິ່ນປົວຫາຍແລ້ວ 15,128 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 4,255 ຄົນ, ເສັຽຊີວິດ 16 ຄົນ.

ມາເຖິງມື້ວັນທີ 19 ກັນຍາ 2021 ນີ້ ມີຜູ້ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ເຂັມທີນຶ່ງແລ້ວ 2,799,549 ຄົນ ແລະ ສັກເຂັມ ທີສອງແລ້ວ 1,909,360 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.