ຊາວຫວຽດນາມ 15 ຄົນ ຖືກຈັບຢູ່ຊຽງຂວາງ ໃນຂໍ້ຫາມົ້ວສຸມຢາເສບຕິດ

ຈຳປາທອງ
2024.09.09
ຊາວຫວຽດນາມ 15 ຄົນ ຖືກຈັບຢູ່ຊຽງຂວາງ ໃນຂໍ້ຫາມົ້ວສຸມຢາເສບຕິດ ເຈົ້າໜ້າ ປກສ ແຂວງຊຽງຂວາງ ມອບຜູ້ຕ້ອງຫາຊາວຫວຽດນາມ 15 ຄົນ ກັບຄືນປະເທດ.
ຂ່າວ ປກສ ແຂວງຊຽງຂວາງ

ເຈົ້າໜ້າທີ່ຕໍາຫຼວດ ແຂວງຊຽງຂວາງ ໄດ້ຈັບຊາວຫວຽດນາມ 15 ຄົນ ທີ່ເຂົ້າມາເຊົ່າເຮືອນພັກ ໃນເຂດເທດສະບສນເມືອງແປກ ແຂວງຊຽງຂວາງ ໄປເຮັດບົດບັນທຶກໃນຂໍ້ຫາ ມົ້ວສຸມເສບຢາເສບຕິດ ແລະໄດ້ພົບຂອງກາງເປັນຢາບ້າ ແລະເຮໂຣອິນ ຈໍານວນນຶ່ງຢູ່ໃນເຮືອນພັກນັ້ນ ໃນມື້ວັນທີ 8 ສິງຫາ 2024. ຊາວຫວຽດນາມທັງ 15 ຄົນທີ່ຖືກຈັບ ມີເອກະສານເດີນທາງເຂົ້າມາລາວ ຖືກ ຕ້ອງຕາມກົດໝາຍ ແລະໄດ້ຖືກສົ່ງກັບຄືນປະເທດ ໂດຍແຈ້ງໃຫ້ເຈົ້າໜ້າທີ່ຕໍາຫຼວດຫວຽດນາມ ມາຮັບເອົາໂຕໄປ ຢູ່ດ່ານສາກົນລາວ-ຫວຽດນາມ ນໍ້າກັ່ນ ເມືອງໜອງແຮດ ໃນມື້ວັນທີ 30 ສິງຫາ ທີ່ຜ່ານມາ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ກັນຍານີ້ວ່າ ທໍາມະດາ ຖ້າແມ່ນຄົນຕ່າງປະເທດ ຈະເປັນຄົນຫວຽດ ນາມ ຫຼືຄົນຈີນກໍຢ່າ ມາກະທໍາຄວາມຜິດ ໃນຄະດີຢາເສບຕິດຢູ່ປະເທດໃດ ກໍຄວນຈະຖືກດໍາເນີນຄະດີຢູ່ປະເທດນັ້ນ ເພາະພວກເຂົາເຈົ້າ ບໍ່ແມ່ນຖືກຈັບ ໃນຂໍ້ຫາລັກລອບເຂົ້າເມືອງ ແບບຜິດກົດໝາຍ ທີ່ຈະຖືກສົ່ງກັບຄືນປະເທດ ດັ່ງທີ່ທ່ານກ່າວວ່າ:

ທໍາມະດາແລ້ວ ຖ້າແມ່ນຄົນຕ່າງປະເທດ ຄົນຫວຽດນາມຄົນຈີນກະຢ່າ ຖ້າຜິດຢູ່ລາວຕ້ອງໄດ້ດໍາເນີນຄະດີຢູ່ລາວ ຄົນຕ່າງປະເທດເຂົ້າມາ ເວົ້າເລື້ອງມີຢາເສບຕິດ ຢູ່ປະເທດໃດລະແມ່ນຕ້ອງໄດ້ດໍາເນີນຄະດີຢູ່ປະເທດນັ້ນ ຖ້າຜິດເລື້ອງໜັງສືຜ່ານແດນເນາະ ບໍ່ມີເອກກະສານໜັງສືຜ່ານແດນເນາະບໍ່ມີເອກກະສານ ໜັງສືຜ່ານແດນຊີ້ນ່າ ພວກເຮົາຈຶ່ງສົ່ງກັບ.

ໃນຂະນະດຽວກັນ ປະຊາຊົນລາວຢູ່ແຂວງຊຽງຂວາງ ນາງນຶ່ງກໍເວົ້າວ່າ ຕາມຄວາມຄິດເຫັນຂອງຕົນ ຖ້າຄົນຕ່າງປະເທດ ເຂົ້າມາອາສັຍຢູ່ປະເທດລາວ ແບບຖືກຕ້ອງຕາມກົດໝາຍ ແຕ່ມາເຮັດສິ່ງທີ່ຜິດກົດໝາຍຢູ່ລາວ ຕາມຫຼັກການແລ້ວ ກໍຕ້ອງຖືກດໍາເນີນຄະດີຢູ່ລາວ. ແຕ່ຢູ່ປະເທດລາວ ຖືວ່າເປັນເລື່ອງຍາກຢູ່ ເພາະຄົນຫວຽດນາມ ເຂົາເຈົ້າມີອໍານາດບາດໃຫຍ່ອັນດັບນຶ່ງຢູ່ລາວ ຈະເຮັດຫຍັງໃຫ້ບໍ່ໄດ້ ແລະວ່າ ເມື່ອມີຄົນຫວຽດນາມເຮັດຜິດກົດໝາຍຢູ່ລາວ ແນ່ນອນ ວ່າ ເຈົ້າໜ້າທີ່ທັງສອງປະເທດ ເຂົາເຈົ້າຈະມີການຕິດຕໍ່ຫາກັນກ່ອນ ວ່າຈະແກ້ໄຂແນວໃດ ດັ່ງທີ່ນາງເວົ້າວ່າ:

ຄັນມາຢູ່ລາວເຮົາຄັນເຂົາເຈົ້າມາຖືກກົດໝາຍ ກໍໄດ້ໃຊ້ກົດໝາຍບາວເຮົາເຮັດໄດ໋ ມັນກໍຢາກຍາກປຫລະ ເຮົາຈະໄປດໍາເນີນເຂົາເຈົ້າ ຂ້ອຍວ່າມັນແບບເຂົາເຈົ້າໃຫຍ່ນ່າ ມັນແບບເຮົາເຮັດຫຍັງໃຫ້ເຂົາເຈົ້າບໍ່ໄດ້ ສ່ວນຫລາຍເຂົາເຈົ້າຈະຕິດຕໍ່ເຄີຍກັນວ່າ 2 ຝ່າຍຈະເຮັດຈັ່ງໃດ.

ພ້ອມດຽວກັນນັ້ນ ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ຖ້າຄົນຕ່າງປະເທດ ມາກະທໍາຄວາມຜິດຢູ່ລາວ ໂດຍສະເພາະເລື່ອງຢາເສບຕິດ ຊຶ່ງເປັນຄະດີໃຫຍ່ລະດັບຊາດນັ້ນ ທໍາມະດາ ເຈົ້າໜ້າທີ່ລາວ ກໍຕ້ອງດໍາເນີນຄະດີ ຕາມກົດໝາຍລາວ ແລະເມື່ອໄດ້ຮັບໂທດຕາມກໍານົດແລ້ວ ຈຶ່ງສົ່ງໂຕກັບຄືນປະເທດ, ແຕ່ກົດໝາຍລາວ ບໍ່ໄດ້ຮັບການຈັດຕັ້ງປະຕິບັດໃນພາກຕົວຈິງ, ຍັງເຫັນເຈົ້າໜ້າທີ່ ສົ່ງຄົນຕ່າງປະເທດ ທີ່ເຮັດຜິດໃນລາວ ກັບຄືນປະເທດພວກເຂົາຢູ່ ຍ້ອນວ່າ ຈະໄດ້ເງິນຈາກການປັບໃໝ.

ຢາເສບຕິດນີ້ມັນເປັນຈຸດໜັກ ຂອງລັດຂອງຫລວງຫັ້ນນ່າ ຄົນຕ່າງດ້າວມາມົ້ວກັບຢາເສບຕິດຕີ້ ຈັບໄດ້ຄາມືຫັ້ນ ຖືວ່າຈະໄດ້ດໍາເນີນຄະດີສິຍາວເຕີບຢູ່ ແຕ່ວ່າບໍ່ເອົາເພິ່ນກັກໂທດໄວ້ໃນລາວີ້ ກະຂຽນໃບນໍາສົ່ງ ເຈົ້າໜ້າທີ່ ປັບເອົາເງິນຕາມກົດໝາຍ.

ແຕ່ເຖິງຢ່າງໃດກໍຕາມ ກ່ຽວກັບກໍລະນີທີ່ວ່ານີ້ ເຈົ້າໜ້າທີ່ຕໍາຫຼວດແຂວງຊຽງຂວາງທ່ານນຶ່ງ ຜູ້ຂໍສະຫງວນຊື່ ແລະຕໍາແໜ່ງ ກໍເວົ້າວ່າ ສາເຫດ ຂອງການສົ່ງໂຕຊາວຫວຽດນາມ ທັງ 15 ຄົນ ກັບຄືນປະເທດນັ້ນ ກໍຍ້ອນວ່າ ຖ້າພວກເຂົາເຈົ້າຢູ່ລາວ ກໍຈະສ້າງຄວາມຫຍຸ້ງຍາກໃຫ້ສັງຄົມ ດັ່ງນັ້ນຈຶ່ງສົ່ງກັບຄືນປະ ເທດ ແລະວ່າ ຕາມກົດໝາຍລາວ ເຈົ້າໜ້າທີ່ຕໍາຫຼວດ ຈະດໍາເນີນຄະດີພວກເຂົາເຈົ້າກໍໄດ້ ຫຼືບໍ່ດໍາເນີນຄະດີກໍໄດ້. ແຕ່ຕໍາຫຼວດເລືອກເອົາວິທີສົ່ງໂຕກັບປະເທດ ຜ່ານທາງດ່ານສາກົນນໍ້າກັ່ນ ເມືອງໜອງແຮດ, ພວກເຂົາເສບຢາບ້າ ເສບເຮໂລອິນ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ກັນຍານີ້ວ່າ:

ເປັນຜູ້ເສບ ເສບຢາບ້າ ເຮໂຣອິນຕ່າງໆຫັ້ນລະ ເຂົ້າມາພັກເຊົາບ້ານພັກແຫ່ງນຶ່ງ ຢູ່ເທດສະບານນີ້ແຫລະ ມີພາສພັອດຖືກຕ້ອງ ກົດໝາຍລາວມັນວ່າຢູ່ມາດຕາ 320 ມັນເປັນຜູ້ຖືກເຄາະຮ້າຍ ຕໍາເນີນກໍໄດ້ບໍ່ດໍາເນີນກໍໄດ້ ມັນເປັນຜູ້ຖືກເຄາະຮ້າຍ ຕ້ອງໄປສຶກສາອົບຮົມບໍາບັດ ມັນສ້າງຄວາມຫຍູ້ງຍາກປັ່ນປ່ວນຢູ່ສັງຄົມ ຈັ່ງສົ່ງກັບຫວຽດນາມ.

ກ່ຽວກັບເລື່ອງຄະດີຢາເສບຕິດທີ່ວ່ານີ້ ນອກຈາກມີບັນຫາຢູ່ລາວແລ້ວ ຢູ່ຫວຽດນາມ ກໍມີບັນຫາ, ເຊັ່ນກໍລະນີ ເຈົ້າໜ້າທີ່ຕໍາຫຼວດຫວຽດນາມ ໄດ້ຈັບ ແລະກັກຄົນລາວ 5 ຄົນ ຢູ່ເມືອງ ດາກົງ ແຂວງ ກວາງຈິ ໃນມື້ວັນທີ 23 ພຶດສະພາ ທີ່ຜ່ານມາ ໃນຂໍ້ຫາຂົນສົ່ງຢາເສບຕິດ ປະເພດເຮໂລອິນ, ແຕ່ເຈົ້າໜ້າທີ່ຫວຽດ ນາມ ບໍ່ໄດ້ສົ່ງໂຕຄົນລາວ 5 ຄົນນັ້ນ ກັບຄືນປະເທດລາວທັນທີ, ຕ້ອງໄດ້ສືບສວນ ສອບສວນ ຕາມລະບຽບກົດໝາຍຂອງຫວຽດນາມກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.