ໂຮງານປຸງແຕ່ງໝາກເດືອຍ ຂອງນັກລົງທຶນຈີນ ຢູ່ໄຊຍະບູລີ ກະທົບຊາວບ້ານ

ສຸພັດຕາ
2024.11.20
ໂຮງານປຸງແຕ່ງໝາກເດືອຍ ຂອງນັກລົງທຶນຈີນ ຢູ່ໄຊຍະບູລີ ກະທົບຊາວບ້ານ ໂຮງງານໝາກເດືອຍ ຂອງນັກລົງທຶນຈີນ ຢູ່ເຂດບ້ານບີໝີ ເມືອງເງິນ ແຂວງໄຊຍະບູລີ.
ຮູບພາບຈາກພົນລະເມືອງ

ຊາວບ້ານ ຢູ່ບ້ານບີໝີ ແລະບ້ານກາງ ເມືອງເງິນ ແຂວງໄຊຍະບູລີ ໄດ້ຮັບຜົນກະທົບ ຈາກຄວັນໄຟ ແລະຝຸ່ນລະອອງ ຈາກໂຮງງານໝາກເດືອຍ ຂອງນັກລົງທຶນຈີນ ທີ່ຕັ້ງຢູ່ລະຫວ່່າງ ທັງ 2 ບ້ານ ເຮັດໃຫ້ການໃຊ້ຊີວິດປະຈໍາວັນ ຂອງປະຊາຊົນ ໃນທັງ 2 ບ້ານ ໂດຍສະເພາະ ບ້ານອ້ອມຂ້າງໂຮງງານ ລໍາບາກຫຼາຍ ຍ້ອນຂີ້ຝຸ່ນ ແລະສະເກັດໝາກເດືອຍ ຕົກລົງໃສ່ບ້ານເຮືອນ ແລະເຄື່ອງປູກຂອງປະຊາຊົນ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານບີໝີ ເມືອງເງິນ ແຂວງໄຊຍະບູລີ ນາງໜຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ພະຈິກ 2024 ນີ້ວ່າ:

ມັນເປັນໂຮງງານໝາກເດືອຍຂອງຈີນ ປະຊາຊົນເຮືອນໃກ້ໆຫັ້ນ ມັນຈະໄຂປະຕູບໍ່ໄດ້ເລີຍຫັ້ນນ່າ ເພາະວ່າ ມັນເປັນຝຸ່ນລະອອງ ສະເກັດຂອງໝາກເດືອຍຫັ້ນ ມັນຈະຟຸ້ງ ຖ້າວ່າຍາມໝາວເນາະ ປູກເຄື່ອງກິນ ມັນກໍ່ຈະບໍ່ໄດ້ກິນ ເພາະວ່າຂີ້ຝຸ່ນລະອອງໝາກເດືອຍ ມັນມາຕົກໃສ່ເບິດຫັ້ນນ່າ ເລື່ອງສຸຂະພາບ ມັນບໍ່ຄ່ອຍສະແດງອອກຊັດ ແຕ່ວ່າ ເລື່ອງໃຊ້ຊີວິດຢູ່ນີ້ ໂອ ມັນຍາກ.”

ຝຸ່ນລະອອງ ຈາກການໂມ້ໝາກເດືອຍ ແລະຄວັນໄຟ ທີ່ໂຮງງານຈູດ ເກີດຂຶ້ນມາໄດ້ປະມານ 2-3 ປີແລ້ວ ໂດຍຈະເກີດຂຶ້ນ ໃນຊ່ວງລະດູແລ້ງ ທີ່ເປັນໄລຍະເກັບກ່ຽວໝາກເດືອຍ ເຊິ່ງຢູ່ລະຫວ່າງເດືອນນີ້ ຈົນຮອດປະມານເດືອນ 4 ຫາ ເດືອນ 5 ຂອງປີໜ້າ ໂດຍໃນເຂດເມືອງເງິນນີ້ ຊາວບ້ານ ປູກໝາກເດືອຍຫຼາຍ ຍ້ອນມີນາຍທຶນຈີນຮັບຊື້ ເພື່ອປ້ອນເຂົ້າໂຮງງານແຫ່ງນີ້, ດັ່ງຊາວບ້ານ ຢູ່ບ້ານບີໝີ ອີກທ່ານໜຶ່ງ ກ່າວວ່າ:

ກໍ່ຫຼາຍປີຢູ່ຫວາ ມັນເປັນແນວນີ້ ປະມານ 2-3 ປີຫຼັງ ມັນມີເປັນຊ່ວງຊື່ໆ ຊ່ວງເຂົາເຮັດການຜະລິດນີ້ແຫຼະ ກໍ່ຊ່ວງເຮັດໝາກເດືອຍນີ້ແຫຼະ ຊ່ວງນີ້ແຫຼະ ເຂົາເຮັດຫຼາຍຫັ້ນນ່າ ກະມາເປັນຊ່ວງເນາະ ມັນແດດມັນລົມ ມັນກະມາ.”

ນອກຈາກ ຂີ້ຝຸ່ນຂອງໝາກເດືອຍ ຕົກລົງໃສ່ບ້ານເຮືອນ ຂອງປະຊາຊົນແລ້ວ ຍັງຕົກໃສ່ສາຍນໍ້າຍາງ ໃນເຂດບ້ານນໍາດ້ວຍ ເຮັດໃຫ້ສາຍນໍ້າດັ່ງກ່າວ ເຊິ່ງເປັນສາຍນໍ້າ ທີ່ຊາວບ້ານໃຫ້ອາບ ແລະໃຊ້ຫົດຜັກ ປົນເປື້ອນຝຸ່ນລະອອງ ນອກຈາກນີ້ ຝຸ່ນຈາກການໂມ້ໝາກເດືອຍ ກໍ່ຕົກຢູ່ຕາມແຄມທາງ ເຮັດໃຫ້ການສັນຈອນໄປ-ມາ ໃນເຂດບ້ານ ລໍາບາກ, ດັ່ງຊາວບ້ານ ຢູ່ບ້ານກາງ ເມືອງເງິນ ທ່ານໜຶ່ງ ກ່າວວ່າ:

ແຄມນໍ້າຈະມີຝຸ່ນລະອອງ ຈະມີຂີ້ເຫຍື້ອ ນໍ້າກໍ່ເປື້ອນລົງມາ ຕັ້ງແຕ່ໂຮງງານຫັ້ນລົງມາ ແຖວບ້ານເຮົານີ້ ເປື້ອນແຮງ ແມ່ນ ມັນກໍ່ເປື້ອນຢູ່ ແຕ່ກະພໍໃຊ້ໄດ້ຫັ້ນແຫຼະ ແຕ່ຊິເປື້ອນແຮງ ຈົນໄປຫົດຜັກຫຍັງບໍ່ໄດ້ ມັນກໍ່ບໍ່ແມ່ນ ມັນກໍ່ມີຜົນກະທົບຢູ່ ຂີ່ລົດຢູ່ແຄມທາງ ມັນກໍ່ຂີ້ຝຸ່ນ ມັນກໍ່ເຂົ້າຫູເຂົ້າຕາ ແບບນີ້ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ໃນໄລຍະກ່ອນໜ້ານີ້ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ເຄີຍເຂົ້າມາກວດຄຸນນະພາບ ຂອງສາຍນໍ້າດັ່ງກ່າວແລ້ວ ຍ້ອນສາຍນໍ້າ ປົນເປື້ອນຫຼາຍ ມີໄຄສີຂາວ ຈົນບໍ່ສາມາດນໍາໃຊ້ນໍ້າໄດ້ ຕອນນີ້ ຢູ່ໃນຊ່ວງໄລຍະທໍາອິດ ຂອງການເກັບກ່ຽວໝາກເດືອຍ ສາຍນໍ້າ ຈຶ່ງຍັງນໍາໃຊ້ໄດ້ປົກກະຕິ ແຕ່ກໍ່ມີຄວາມກັງວົນວ່າ ອາດເກີດເຫດຊໍ້າເກົ່າ ໃນຕໍ່ໜ້າ ຍ້ອນການຜະລິດຂອງໂຮງງານ ຈະເພີ່ມຂຶິ້ນເລື້ອຍໆ.

ດ້ານພະນັກງານລັດຖະກອນ ຜູ້ຂໍສະຫງວນຕໍາແໜ່ງ ຢູ່ເມືອງເງິນ ທ່ານໜຶ່ງ ທີ່ຮູ້ກ່ຽວກັບເລື່ອງດັ່ງກ່າວນີ້ ກ່າວວ່າ ທີ່ຜ່ານມາ ຊາວບ້ານ ບ້ານບີໝີ ໄດ້ສົ່ງເລື່ອງຮ້ອງຮຽນ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ແລະໄດ້ມີຄະນະຮັບຜິດຊອບ ຂັ້ນເມືອງ ລົງມາກວດກາແລ້ວ ແຕ່ມາຮອດປັດຈຸບັນ ກໍ່ຍັງບໍ່ສາມາດ ແກ້ໄຂບັນຫານີ້ໄດ້:

ປະຊາຊົນຂອງບ້ານໝີຫັ້ນນ່າ ເຂົາກໍ່ສະເໜີທາງໂຄງການຢູ່ ເຂົາກໍ່ເຄີຍມາກວດແລ້ວ ກໍ່ທີ່ຈິງ ມັນກໍ່ ແກ້ໄຂບໍ່ໄດ້ຫຍັງ ທີ່ຈິງ ກໍ່ແມ່ນຫ້ອງການ ຊັບພະຍາກອນສິ່ງແວດລ້ອມເນາະ ເຂົາເຈົ້າສົມທົບກັນກວດເນາະ ກັບຄະນະຮັບຜິດຊອບ ຂອງເມືອງເນາະ ແຕ່ວ່າ ໂຮງງານໂຕນີ້ ຍັງແກ້ໄຂ ຍັງບໍ່ທັນໄດ້ຫຍັງ ວ່າຊີ້ສະ ໂອ ທີ່ຈິງ ມັນກໍ່ໜ້າຈະແກ້ໄຂຢູ່ດອກ ຄັນວ່າ ເຮັດເດັດຂາດຫັ້ນນ່າ ເຂົາເຈົ້າບໍ່ເຮັດເດັດຂາດແດ່.”

ເຫດການລັກສະນະດຽວກັນນີ້ ເຄີຍເກີດຂຶ້ນ ຢູ່ບ້ານຫ້ວຍແຊງຄຳ ເມືອງປາກແບງ ແຂວງອຸດົມໄຊ ໃນປີ 2017 ທີ່ໂຮງງານໝາກເດືອຍ ຂອງນັກລົງທຶນລາວ-ຈີນ ໄດ້ປ່ອຍຝຸ່ນ ແລະ ຄວັນ ໃສ່ປະຊາຊົນ ແລະປ່ອຍກາບໝາກເດືອຍ ລົງໃສ່ຫ້ວຍຮ່ອງ ໃນເຂດບ້ານນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.