ຊາວບ້ານໄຂ້ອອກຕຸ່ມ ພາຍຫຼັງກິນຊີ້ນສັດຕາຍ ບໍ່ຮູ້ສາເຫດ

ອຸ່ນແກ້ວ
2024.03.11
ຊາວບ້ານໄຂ້ອອກຕຸ່ມ ພາຍຫຼັງກິນຊີ້ນສັດຕາຍ ບໍ່ຮູ້ສາເຫດ ອາການຂອງຜູ້ທີ່ກິນຊີ້ນງົວ ຕາຍໂດຍບໍ່ຮູ້ສາເຫດ ຢູ່ເມືອງສຸຂຸມາ ແຂວງຈຳປາສັກ. ເດືອນມີນາ ປີ 2024.
Courtesy Photo

ປະຊາຊົນບ້ານຈິກທາງໂງ ເມືອງຈໍາປາສັກ ແຂວງຈໍາປາສັກ ມີອາການ ໄຂ້ ແລະ ອອກຕຸ່ມຕາມຜິດໜັງ ຫຼັງຈາກກິນຊີ້ນສັດທີ່ຕາຍ.

ຫຼ້າສຸດ ຜແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ໄດ້ອອກແຈ້ງການ ຄວບຄຸມແລະສະກັດກັ້ນ ບໍ່ໃຫ້ເຊື້ອພະຍາດແຜ່ຣະບາດໄປເຂດອື່ນ ເພາະວ່າ ເຊື້ອດັ່ງກ່າວ ສາມາດຕິດຕໍ່ສູ່ຄົນໄດ້.

ແຈ້ງການຍັງລະບຸອີກວ່າ ຫ້າມຊື້-ຂາຍສັດ, ຫ້າມເຄື່ອນຍ້າຍສັດເຂົ້າ-ອອກ, ຫ້າມໂຮງຂ້າສັດນໍາງົວ,ຄວາຍ, ແກະ, ແບ້, ມາຂ້າ, ຫ້າມຄົວສັດທີ່ຕາຍໂດຍບໍ່ຮູ້ສາເຫດ ແລະ ໃຫ້ເຈົ້າໜ້າທີ່ຕິດຕາມອາການຂອງສັັດລ້ຽງ, ຖ້າຜິດປົກກະຕິ ໃຫ້ປິ່ນປົວ ແລະ ລາຍງານຂັ້ນບ້ານຮັບຊາບ ຢ່າງຮີບດ່ວນ.

ນອກຈາກນີ້ ໃນວັນທີ 2 ມີນາ ທີ່ຜ່ານມາ, ກໍເກີດມີກໍລະນີ ຊາວບ້ານ 3 ຄົນ ຢູບ້ານ ອຸທຸມພອນ ເມືອງສຸຂຸມາ ແຂວງຈໍາປາສັກ ກໍມີອາການເປັນຕຸ່ມຕາມຜິວໜັງ ຄ້າຍຄືກັບກໍລະນີຊາວບ້ານຈິກທາງໂງ ໂດຍ ແພດວິນິດໄສວ່າ ຕິດເຊື້ອພະຍາດໄຂ້ເລືອດດໍາ. 

ບ້ານຈິກທາງໂງ ເມືອງຈໍາປາສັກ ຕິດກັບເຂດເມືອງສຸຂຸມາ ເປັນເຂດທີ່ມີການຣະບາດ ຂອງພະຍາດສັດລ້ຽງ ແລ້ວ ປະຊາຊົນທົ່ວໄປມັກກິນຊີ້ນດິບ ໂດຍບໍ່ໄດ້ນໍາມາປຸງໃຫ້ສຸກ. ພໍ່ຄ້າຂາຍງົວ-ຄວາຍ ທ່ານ ໜຶ່ງ ໄດ້ກ່າວວ່າ:

ແມ່ນຈິກທາງໂງ ກໍຢູ່ໃກ້ກັບສຸຂຸມາ ຫັ້ນແຫຼະທີ່ວ່າ ມັນເປັນຄັນຊິເວົ້າ ມັນກໍເກີດຂຶ້ນທົ່ວໄປນີ້ແຫຼະ ຂຶ້ນກັບງົວຕາມທັມມະຊາຕ ແຕ່ລະປີ ແຕ່ຄົນເຮົາມາກິນດິບ ກິນບໍ່ຖືກສຸຂະອະນາໄມ ມັນກໍເປັນແນວອື່ນໄປເລີຍ ຈັ່ງຊີ້ນ່າ ມັນເປັນຕາຍ ແລ້ວ ເຂົາເອົາມາກິນ ມັນກໍຕິດຄົນ ໜ້າຈະເປັນກິນດິບ ໜ້າເປັນຊອຍຈຸຊອຍຫຍັງນີ້ແຫຼະ ແມ່ນໆ ເຂົາກໍຢ້ານ ເຂົາບໍ່ໃຫ້ຄ້າ ບໍ່ໃຫ້ຂາຍ ບໍ່ໃຫ້ເຄື່ອນຍ້າຍ.

ຖ້າພົບວ່າ ສັດລ້ຽງມີການຕິດເຊື້ອພະຍາດ, ເຈົ້າຂອງສັດລ້ຽງຕ້ອງແຈ້ງສັດຕະວະແພດ ມາສັກຢາປ້ອງກັນ. ຊາວບ້ານ ບ້ານຈິກທາງໂງ ໄດ້ກ່າວວ່າ:

ເຂົາກະມີເດືອນໜຶ່ງ ສອງເດືອນແລ້ວ ເດ້ ມີຂາຍວ່າ ເປັນພະຍາດຢູ່ນໍາສັດ ແມ່ນແລ້ວ ຄັນວ່າ ປະຊາຊົນມີເຫດການໃດກໍແຈ້ງ ໄປທາງບ້ານໄປສັກຢາ ແຈ້ງສັດຕະວະແພດບ້ານໃຫ້ມາເບິ່ງ.

ໃນຂະນະທີ່ ຢູ່ບ້ານຕອນຕລາດ ທີ່ຢູ່ຕິດກັບບ້ານຈິກທາງໂງ ປະຊາຊົນກໍບໍ່ມີໃຜກ້າກິນຊິ້ນງົວ, ຄວາຍ ແລ້ວ ຫຼັງຈາກມີເຫດການດັ່ງກ່າວເກີດຂຶ້ນ.

ຊາວບ້ານດອນຕລາດ ໄດ້ກ່າວວ່າ: 

ສິບກວ່າໂຕ 20 ໂຕ ປະມານນີ້ແຫຼະ ຈັ່ງວ່າ ກໍບໍ່ໄດ້ນັບ ແຕ່ວ່າ ຊ້ວງໜຶ່ງ ມັນກໍຫຼາຍ ບາງມື້ກໍສອງ ສາມໂຕ. ບາດນີ້ ມັນເຊົາແລ້ວ ບໍ່ໄດ້ຕາຍມາເປັນທິດ ສອງທິດແລ້ວ ສ່ວນຫຼາຍເຂົາຊື້ງົວຕາຍ. ຂະເຈົ້າກໍຄົວ ມາຢ້າງຕາກແດດກັນນີ້ແຫຼະ ແຕ່ວ່າດຽວນີ້ກໍໍບໍ່ມີໃຜກ້າແລ້ວເດ້.”

ພະຍາດໄຂ້ເລືອກດໍາ ເປັນເຊື້ອພະຍາດທີ່ເກີດຂຶ້ນ ໃນບໍລິເວນທີ່ເຄີຍເກີດຂຶ້ນມາແລ້ວ ບໍ່ແມ່ນເຊື້ອພະຍາດທີ່ມາຈາກບ່ອນອື່ນ ຊຶ່ງພະຍາດດັ່ງກ່າວສາມາດຕິດຕໍ່ໄດ້ ໂດຍການສໍາຜັດ ຈາກການທີ່ຜິວໜັງມີບາດແຜ ແລະ ການກິນ ໃນໄລຍະທີີ່ີການຣະບາດ.

ຊ່ຽວຊານດ້ານການລ້ຽງສັດ ທ່ານໜຶ່ງ ໄດ້ກ່າວວ່າ:

ມັນຕ້ອງແມ່ນເປັນເຊື້ອພະຍາດ ທີ່ມີທີ່ທີ່ມັນເຄີຍເກີດຢູ່ແຖວນັ້ນເນາະ ປະກົດວ່າ ມັນຫຼາຍແລ້ວເຄີຍເກີດຂຶ້ນຫັ້ນນ່າ ມັນບໍ່ແມ່ນພະຍາດທີ່ມາແຕ່ຝັ່ງອື່ນດອກ ສໍາຄັນທີ່ສຸດໃນໄລຍະນີ້ ແມ່ນໃຫ້ປະຕິບັດເຄັ່ງຄັດ ຫ້າມຄ້າຂາຍ, ຫ້າມເຄື່ອນຍ້າຍມ ຫ້າມບໍລິໂພກສັດເປັນ, ສັດຕາຍ ການແຜ່ກະຈາຍຫຼັກ ຂອງມັນກໍແມ່ນຄົນເຮົານີ້ແຫຼະ ເປັນຜູ້ເອົາໄປ ບາງເທື່ອໄປປາດ ໄປຄົວ ໄປຢ້າງໄປປີ້ງ. ເອົາໄປບ່ອນອື່ນ ໂຕນີ້ແຫຼະ ອາດເຮັດໃຫ້ເກີດການແຜ່ກະຈາຍ.

ອີງຕາມຂໍ້ມູນ ທາງການແພດ, ພະຍາດໄຂ້ດໍາ ຫຼື Anthrax ເປັນພະຍາດຕິດຕໍ່ ຮ້າຍແຮງທີ່ສຸດ ຂອງສັດລ້ຽງເຊັ່ນ ງົວ, ຄວາຍ, ແກະ, ແບ້, ມ້າ, ໝູ ແລະ ພະຍາດດັ່ງກ່າວ ສາມາດຕິດຕໍ່ໄປສູ່ຄົນໄດ້ ຖ້າຮຸນແຮງເຖິງຂັ້ນເສັຍຊີວິດ ເຊິ່ງເປັນເຊື້ອແບັກທີເລັຍ ທີ່ຊື່ວ່າ “Bacillus Anthracis” ເມື່ອຢູ່ນອກຮ່າງກາຍ ຈະສ້າງເປືອກປົກຫຸ້ມ ທີ່ມີຄວາມທົນທານທີ່ສຸດ ສາມາດມີຊີວິດ ຢູ່ໄດ້ດົນເຖິງ 10 ປີ.

ຂໍ້ມູນທາງການແພດ ຍັງລະບຸອີກວ່າ ເມື່ອສັດຕິດເຊື້ອແລ້ວ ຈະມີໄລຍະພັກເຊື້ອ 1-3 ວັນ ຫຼື ອາດຈະຮອດ 14 ວັນ ຖ້າຕິດເຊື້ອຮຸນແຮງຈະຕາຍ ກະທັນຫັນ ໂດຍບໍ່ສະແດງອາການອອກມາ ສັດຈະລົ້ມລົງຊັກ, ກ້າມຊີ້ນຈັງ ແລ້ວໃຈຂາດຕາຍພ້ອມກັບມີເລືອດໄຫຼ ອອກຈາກຮູທະວານ ທາງປາກ, ທາງດັງ ແລະ ຮູຂຸມຂົນ ຂອງຜີວໜັງ ຊຶ່ງອາການແບບຮ້າຍແຮງ ສັດຈະມີໄຂ້ສູງ 41-42 ອົງສາ. ກຳມະຈອນ ແລະ ການຫາຍໃຈໄວ ສັດບໍ່ກິນອາຫານ ອ່ອນເພັຍ. ງົວ-ຄວາຍ ຈະບໍ່ຄ້ຽວເອື້ອງ. ທ້ອງເບັງ ອາຈົມແຫຼວແກມເລືອດ ສັດຈະຕາຍພາຍໃນ 12-24 ຊົ່ວໂມງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.