ປາໃນໜອງ ທີ່ຊາວບ້ານລ້ຽງໄວ້ ໃກ້ສວນກ້ວຍຈີນ ຟູຕາຍຈຳນວນຫຼາຍ
2023.12.07
![ປາໃນໜອງ ທີ່ຊາວບ້ານລ້ຽງໄວ້ ໃກ້ສວນກ້ວຍຈີນ ຟູຕາຍຈຳນວນຫຼາຍ ປາໃນໜອງ ທີ່ຊາວບ້ານລ້ຽງໄວ້ ໃກ້ສວນກ້ວຍຈີນ ຟູຕາຍຈຳນວນຫຼາຍ](https://www.rfa.org/lao/daily/health/villagers-see-death-fishes-fish-ponds-chinese-banana-plants-12072023184825.html/@@images/5df8d33b-d3e8-4807-beed-40b40ec3623e.jpeg)
ປະມານວັນອາທິດ 3 ທັນວາ 2023 ທີ່ຜ່ານມາ ຢູ່ເຂດບ້ານນາຍາງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເກີດເຫດ ປາໃນໜອງຂອງຊາວບ້ານ ທີ່ລ້ຽງໄວ້ກິນ ແລະໄວ້ຂາຍ ທີ່ຢູ່ຫ່າງຈາກສວນກ້ວຍຈີນ ປະມານ 100-400 ແມັດ ຟູຕາຍຈໍານວນຫຼາຍ ເຈົ້າຂອງໜອງປາ ແລະຊາວບ້ານ ສັນນິຖານ ວ່າ ປາຂອງພວກເຂົາເຈົ້າ ຕາຍຍ້ອນສານເຄມີ ຈາກສວນກ້ວຍຈີນ, ຊາວບ້ານ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງມາເກັບໂຕຢ່າງ ເພື່ອກວດນໍ້າ ໃນເຂດທີ່ປາຟູນໍ້າຕາຍ, ຕາມຄວາມເວົ້າ ຂອງຊາວບ້ານ ຜູ້ເຈົ້າຂອງໜອງປາ ຜູ້ທີ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ທັນວາ ນີ້ວ່າ:
“ຢູ່ໃກ້ສວນກ້ວຍ ແລ້ວມັນມີຮ່ອມຫ້ວຍເນາະ ປະມານ ໝ້ອງ ໄດ້ 100 ປາຍແມັດນີ້ແຫຼະ ຫ່າງຈາກສວນກ້ວຍຫັ້ນນ່າ ແລ້ວບາດທນີ້ ມື້ວັນອາທິດເນາະ ມັນຈະມີນໍ້າໄຫຼລົງມາ ເປັນນໍ້າຂຸ່ນໆ ເປັນຝອດເນາະ ປະມານໝ້ອງ 3 ໂມງ ຫາ 4 ໂມງແລງເນາະ ທີ່ວ່າ ປາມັນເຣີ່ມ ນ໊ອກນໍ້າຕາຍຫັ້ນນ່າ ໜ້າຈະຂະເຈົ້າໃສ່ປຸ໋ຍຫຼາຍເບາະ ຫຼືວ່າ ມີສານເຄມີອື່ນໆມາໃສ່ ເພາະເລັ່ງໃຫ້ມັນຂຶ້ນໄວ ຫັ້ນເນາະ 2-3 ເດືອນຫຼັງຫັ້ນ ຕົ້ນຫ້ວຍສໍ່າແຂນເດັກນ້ອຍນີ້ແຫຼະ ບາດມາດຽວນີ້ ມັນແບບສໍ່າຂາອ້າຍເລີຍ ກໍບໍ່ແມ່ນແຕ່ເຮົາເດ້ ທີ່ມີຜົລກະທົບຫັ້ນນ່າ ເຮົາຢາກໃຫ້ເຂົາເຈົ້າມາກວດສອບນໍ້າເບິ່ງເນາະ ວ່າມັນມີສານເຄມີແທ້ບໍ່ ຫຼືວ່າ ມັນເປັນນໍາ ມັນຕາຍທັມມະຊາຕບໍ ຈັ່ງຊີ້ນ່າ.”
ທ່ານກ່າວຕື່ມວ່າ ບໍ່ພຽງແຕ່ ໜອງປາຂອງໂຕເອງ ທີ່ໄດ້ຮັບຜົລກະທົບ ຈາກສວນກ້ວຍຈີນ ຍັງມີໜອງປາຂອງຜູ້ອື່ນ ທີ່ເຄີຍລ້ຽງປາໃນເຂດໃກ້ໆ ກັບໜອງປາຂອງໂຕເອງ ເມື່ອປີທີ່ແລ້ວ ປາບໍ່ຕາຍ ແຕ່ມາປີນີ້ ປາຂອງເຂົາເຈົ້າພັດຕາຍ ໃນໄລຍະເວລາໃກ້ຄຽງກັນ.
ດັ່ງຊາວບ້ານ ຜູ້ເປັນເຈົ້າຂອງໜອງປາ ຜູ້ທີ 1 ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ມັນມີໜອງເຈົ້ານຶ່ງເນາະ ທີ່ເຂົາເຈົ້າຢູ່ແຕ່ເດິກດໍາບັນພຸ້ນແຫຼະ ແຕ່ກີ້ ເຂົາເຈົ້າກໍມີໜອງ ແລ້ວປາກໍບໍ່ເຄີຍຕາຍ ບາດນີ້ ປາ ເຂົາເຈົ້າກໍມາຕາຍຫັ້ນນ່າ ຕາມອ້າຍເບິ່ງນີ້ ປາຫັ້ນ ມັນໜ້າຈະຕາຍທັມມະຊາຕ ເພາະວ່າ ມັນຕາຍຖືກມີສານອັນໃດ ອັນນຶ່ງ ລົງມາຫານໍ້າຫັ້ນ ອັນນີ້ມັນນ໊ອກຂຶ້ນມາຕາຍ ເປັນ 4 ເປັນ 5 ປາຊິວນີ້ ມັນຟູອ່າມເລີຍເດ້ ເບື້ອງຕົ້ນ ທໍາອິດຫັ້ນ.”
ຂະນະທີ່ ຊາວບ້ານ ຜູ້ເປັນເຈົ້າຂອງໜອງປາ ຜູ້ທີ 2 ກໍຄາດວ່າ ໜອງປາຂອງໂຕເອງ ທີ່ລ້ຽງປາໄວ້ເພື່ອຂາຍ ສ້າງຣາຍຮັບໃຫ້ຄອບຄົວ ກໍຟູຕາຍ ຍ້ອນສານເຄມີຈາກສວນກ້ວຍຈີນຄືກັນ ຈົນເຮັດໃຫ້ໂຕເອງ ບໍ່ໄດ້ເອົາປາຊນິດອື່ນມາລ້ຽງຕື່ມ ຍ້ອນປາຄໍ່, ປາກົດ ທີ່ລ້ຽງຢູ່ ມັນຟູຕາຍແລ້ວ ອີກທັງ ບໍ່ກ້າດູດນໍ້າຈາກໜອງໄປຫົດຕົ້ນໄມ້ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາບັນຫາປາໃນໜອງ ຂອງຊາວບ້ານ ທີ່ຢູ່ໃກ້ສວນກ້ວຍຈີນ ຟູນໍ້າຕາຍຄືກັນd
ດັ່ງຊາວບ້ານ ຜູ້ເປັນເຈົ້າຂອງໜອງປາ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:
“ຈີນ ມັນກໍຫາໄປປູກກ້ວຍປີນີ້ ມັນກໍບໍ່ໄກຫຼາຍນ່າ 300-400 ແມັດ ຫຼື 400-500 ແມັດ ບໍ່ເກີນນີ້ ຕາຍຫຼາຍຢູ່ໃດ໋ຫຼ່ະ ມັນເປັນປາຄໍ່ ເອີ່ ປາຄໍ່, ປາກົດ ຫຍັງທີ່ເຮົາໄປປ່ອຍ ປາຄໍ່ຂ້ອຍຊື້ໄປປ່ອຍເດ້. ເອີ່ ກະບໍ່ແມ່ນເຮົາ ຢາກໂຈມຕີເພິ່ນດອກ. ອັນນີ້ເນາະ ເຮົາວ່າ ມັນຮ້າຍແຮງ ບໍ່ກ້າໃຊ້ນໍ້າຢູ່ໜອງເນາະ. ເຮົາກໍຢ້ານຄືກັນເນາະ ຂ້ອຍກໍອາສັຍຕັກນໍ້າຢູ່ໜອງ ໄປຫົດຕົ້ນໄມ້ເດ້ ດູດໄປຫົດຕົ້ນໄມ້ ຕົ້ນຫຍັງຈັ່ງຊີ້ເນາະ ກໍເລີຍຢາກຮູ້ວ່າ ມັນຕາຍຍ້ອນຫຍັງຫັ້ນນ່າ.”
ດ້ານຊາວບ້ານ ຢູ່ບ້ານນາຍາງ ກໍຮັບຮູ້ເຣື່ອງທີ່ປາໃນໜອງ ຂອງຊາວບ້ານ ຟູຕາຍ ໃກ້ສວນກ້ວຍຈີນ ພ້ອມຢັ້ງຢືນວ່າ ສວນກ້ວຍຈີນນີ້ ຫາກໍເຣີ່ມປູກປີນີ້ ໂດຍນັກລົງທຶນຈີນ ປູກກ້ວຍອ້ອມຮອບດິນຂອງຊາວບ້ານ.
ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ຕາຍ ແຕ່ ອັນທາງສາວນຈີນ ປູກຕົ້ນກ້ວຍລົງມາ ມັນຂຶ້ນກັບບ້ານນາຍາງ ຫັ້ນນ່າ ຕາຍແທ້ ແຕ່ວ່າມັນຊິຕາຍ ຍ້ອນເຫດຜົລໃດ ບໍ່ຮູ້. ຢູ່ຕີນສວນກ້ວຍຈີນ ຫ້ວຍຫັ້ນແຫຼະ ບໍ່ກ້າກິນແຫຼະ. ປາກໍໂຕບັກໃຫຍ່ ອິຫຍັງກໍຕາຍເດ້ໃ ເປັນຫ້ວຍລົງມາ ແລ້ວກັກນໍ້າໄວ້ ແລ້ວລ້ຽງປາທັມມະຊາຕ ຫັ້ນແຫຼະໃ ຈີນມັນໄປອ້ອມດິນ ປູກຕົ້ນກ້ວຍ ມັນກໍຫາປູກປີນີ້.”
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ເມືອງນາຊາຍທອງ ກ່າວພຽງສັ້ນໆ ວ່າ ຍັງບໍ່ຮູ້ກ່ຽວກັບເຣື່ອງນີ້ເທື່ອ ແລະຍັງບໍ່ທັນມີປາຕາຍ ຍ້ອນສານເຄມີ ຈາກສວນກ້ວຍຈີນ ຢູ່ເຂດບ້ານນາຍາງເທື່ອ ຫາກມີປາຕາຍແທ້ ກໍຈະເປັນການຕາຍ ແບບທັມມະຊາຕ ແລະບໍ່ໄດ້ມີຈໍານວນຫຼວງຫຼາຍ.
ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ບໍ່ມີ. ບໍ່ມີ. ບໍ່ມີເດີ້. ເອີ່ ບໍ່ໆ ໂຕນີ້ ຍັງບໍ່ຮູ້ເດີ້. ຍັງບໍ່ທັນມີ. ປາຕາຍທັມມະຊາຕ ໜ້ອຍດຽວ. ມັນບໍ່ໄດ້ຕາຍຫຼາຍ.”
ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນເມືອງ ແຕ່ກໍບໍ່ສາມາດ ໄດ້ຮັບການຕິດຕໍ່ກັບ ແຕ່ຢ່າງໃດ.
ນອກນັ້ນ ອີງຕາມຂໍ້ມູນ ຈາກກະຊວງກະສິກັມ ແລະປ່າໄມ້ ຣາຍງານ ວ່າ ໃນປີ 2019 ໃນທົ່ວປະເທດລາວ ມີເນື້ອທີ່ປູກກ້ວຍ ປະມານ 15 ພັນເຮັກຕ້າຣ໌ ເຊິ່ງມີ 90 ກວ່າບໍຣິສັດ ທີ່ເປັນເຈົ້າຂອງສວນກ້ວຍ ໃນເນື້ອທີ່ດັ່ງກ່າວ, ຂະນະທີ່ ມາປີ 2022 ມີຂໍ້ມູນຫຼ້າສຸດ ວ່າ ຣັຖບານລາວ ອະນຸຍາດໃຫ້ບໍຣິສັດຈີນ ເຂົ້າມາລົງທຶນປູກກ້ວຍ ຮວມເນື້ອທີ່ປະມານ 26,190 ເຮັກຕ້າຣ໌ ທົ່ວປະເທດ ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ສ່ວນປີ 2023 ຍັງບໍ່ມີຂໍ້ມູນ ກ່ຽວກັບເນື້ອທີ່ປູກກ້ວຍ ທົ່ວປະເທດລາວ.
ໃນປີ 2016 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ອະດີດນາຍົກ ຣັຖມົນຕຣີໃນຕອນນັ້ນ ເຄີຍກ່າວຕໍ່ສະພາແຫ່ງຊາຕ ວ່າ ຣັຖບານລາວ ຈະບໍ່ອະນຸຍາດ ໃຫ້ມີການດໍາເນີນສວນກ້ວຍຂນາດໃຫຍ່ ພາຍໃນປະເທດອີກ ເນື່ອງຈາກ ຄວາມກັງວົນເຣື່ອງສານເຄມີ ແລະຜົລກະທົບທາງດ້ານສິ່ງແວດລ້ອມ ທີ່ເກີດຂຶ້ນ ແລະສ້າງຜົລກະທົບ ຕໍ່ປະຊາຊົນໃນທ້ອງຖິ່ນ.