ຊ້າງປ່າ ຢຽບຊາວບ້ານເສຍຊີວິດ ຢູ່ເມືອງປາກລາຍ
2024.04.10

ໃນວັນທີ 7 ເມສາ 2024 ເກີດເຫດ ຊ້າງປ່າຢຽບຊາວບ້ານຈົນເສຍຊີວິດ ຢູ່ບ້ານນາໂພ ເມືອງປາກລາຍ ແຂວງໄຊຍະບູລີ ຊຶ່ງຜູ້ເສຍຊີວິດເປັນຜູ້ຊາຍອາຍຸ 49 ປີ ໃນຂະນະທີ່ຜູ້ກ່ຽວອອກຈາກເຮືອນ ໄປເກືອໝູ ຢູ່ ເຂດຫ້ວຍກົກຜາງ ຢູ່ພາຍໃນບ້ານດັ່ງກ່າວ.
ປັດຈຸບັນ ເຂດບ້ານນາໂພ ມີຊ້າງປ່າອາໄສຢູ່ 6-7 ໂຕ ແລະ ໄດ້ເຂົ້າມາທໍາລາຍເຄື່ອງປູກຂອງຝັງ ຂອງປະຊາຊົນ ຢ່າງຕໍ່ເນື່ອງ ແຕ່ເປັນຄັ້ງທໍາອິດ ທີ່ຊ້າງຢຽບຊາວບ້ານເສຍຊີວິດ.
ຊາວບ້ານນາໂພ ໄດ້ກ່າວຕໍ່ວິທຍຸເອເອເຊັຽເສຣີ ໃນວັນທີ 10 ເມສາ 2024 ວ່າ:
“ແມ່ນ ມີຊ້າງປ່າ ປະມານ 6 -7 ໂຕ ນີ້ແຫຼະ ທໍາລາຍຜົນລະປູກຂອງປະຊາຊົນ ຂະໜາດເລີຍ. ຂະເຈົ້າເຮັດນາ ມັນກະໄປທໍາລາຍເຂົ້າຂະເຈົ້າໜົດ ບໍ່ໄດ້ເຂົ້າມາກິນຊິນ່າເນາະ. ປູກເຂົ້າມັນກໍທໍາລາຍ ແລ້ວ ກໍບໍ່ໄດ້ກ່ຽວເຂົ້າເລີຍ. ຜົນລະປູກບໍ່ໄດ້ເລີຍນ່າ ເປັນຕົ້ນໄມ້ ເປັນຖຽງໄຮ່-ຖຽງນາ. ມັນກໍໄປມ້າງ ໄປທໍາລາຍຊິເນາະ. ເຄື່ອງຂອງໝໍ້ແຫກແຕກກະໂປະ ອິຫຍັງ ທໍາລາຍໝົດຫັ້ນນ່າ. ເຂດນີ້ປູກມັນຫຼາຍເນາະ. ມັນກໍໄປທໍາລາຍ. ມັນກໍເປັນນອນຢູ່ສວນມັນຕົ້ນເລີຍ ແລ້ວກໍຖອນກິນ. ຫຼິ້ນຫັກ ຫຼິ້ນໄປຊິນ່າ.”
ຫຼັງຈາກເກີດເຫດການ ຊ້າງຢຽບຄົນເສຍຊີວິດແລ້ວ ຊາວບ້ານກໍຢ້ານທີ່ຈະໄປເຮັດວຽກຢູ່ໄຮ່ ຢູ່ສວນ ແລະ ບໍ່ມີພາກສ່ວນໃດເຂົ້າມາຊ່ວຍຊາວບ້ານແກ້ໄຂ.
ຊາວບ້ານນາໂພ ອີກທ່ານໜຶ່ງ ໄດ້ກ່າວ ໃນມື້ດຽວກັນວ່າ:
“ບໍ່ແຫຼະ ເຂົາບໍ່ມາຊ່ວຍເຫຼືອຫຍັງຈັກຢ່າງເລີຍນ່າ ກໍຢາກໃຫ້ມາຫາວິທີແກ້ໄຂໃຫ້ແດ່ ດຽວນີ້ປະຊາຊົນ ຢູ່ຍາກ ກິນຍາກຫຼາຍ ແລ້ວກໍມີຄວາມຫວາດລະແວງຫຼາຍຢູ່ໄຮ່ຢູ່ນາ ກໍຢູ່ບໍ່ໄດ້ດຽວນີ້ ບາງຄົນ ກໍໝູໝາເປັດໄກ່ ກໍບໍ່ໄດ້ໄປເກືອ ເປັນອາທິດ ເຂົ້າຢ້ານນີ້ນ່າ ຜູ້ໃດກໍຢ້ານຫັ້ນນ່າ ພວກນີ້ເຂົາໄປນໍາກັນມື້ເຊົ້າ ເຫັນມັນຂ້າຄົນ ໄປຍາມລົກມັນເນາະ ໄປແລ້ວເຫັນເຫດການແບບນັ້ນ ກໍມີຄວາມຫວາດລະແວງແຮງ.”
ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ມີການລົງພື້ນທີ່ແລ້ວ ເພື່ອໃຫ້ຄວາມຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດ ແຕ່ ຍັງບໍ່ທັນໄດ້ເວົ້າເຖິງລາຍລະອຽດ. ເຈົ້າໜ້າທີ່ກ່ຽວຂ້ອງຜູ້ທີ່ຂໍສະຫງວນຊື່ ແລະ ຕໍາແໜ່ງ ໄດ້ກ່າວວ່າ:
“ກໍຄົ້ນຄວ້າກັນແລ້ວ ແຕ່ວ່າ ຍັງບໍ່ທັນໄດ້ເຂົ້າໄປຊ່ວຍ ມີແຕ່ວ່າ ໄດ້ໄປເບິ່ງໄປຫຍັງນໍາແລ້ວ ກໍໄດ້ໄປຊ່ວຍຊົດເຊີຍ ຄົນທີ່ເສຍຊີວິດກໍໄດ້ໄປຊ່ວຍຫັ້ນແຫຼະ ເປັນເງິນແດ່ ເປັນເຄື່ອງ ກໍທາງເມືອງເຮົາບໍ່ໄດ້ຕົກລົງລາຍລະອຽດເທື່ອດອກວ່າແນວນັ້ນ ຈໍານວນເທົ່າໃດອີ່ຫຍັງຕ່າງໆ.”
ບໍລິເວນບ້ານນາໂພ ແລະ ບ້ານອື່ນໆ ທີ່ຊ້າງປ່າອອກມາຫາກິນນັ້ນ ເປັນພື້ນທີ່ສ່ວນໜຶ່ງ ຂອງປ່າສະຫງວນແຫ່ງຊາດ ນໍ້າປຸຍ ຊຶ່ງເປັນທີ່ຢູ່ອາໄສຂອງຊ້າງປ່າ ແລະ ຊ້າງປ່າຂ້າມໄປຂ້າມມາລະຫວ່າງ ປະເທດລາວ ແລະ ໄທ ເພື່ອຫາອາຫານ.
ຊ້າງປ່າອອກມາຫາກິນ ໃນເຂດຂອງປະຊາຊົນ ຍ້ອນວ່າ ມັນບໍ່ມີອາຫານ ຢູ່ໃນເຂດຂອງມັນ. ເຈົ້າໜ້າທີ່ປ່າສະຫງວນແຫ່ງຊາດ ນໍ້າປຸຍ ໄດ້ກ່າວວ່າ:
“ດຽວນີ້ກໍກໍາລັງມີແຜນຢູ່ເນາະ ຜ່ານມາ ທີ່ວ່າ ມັນອອກມາ ເນາະ ນອກຈາກວ່າ ມັນບໍ່ມີອາຫານກິນຢູ່ໃນຫັ້ນແລ້ວ ມັນຈຶ່ງອອກມາກິນຢູ່ນອກວ່າສິເດ້. ຕໍ່ໄປເຮົາກໍຕ້ອງມີການຈັດການແບບວ່າ ເອົາບົດຮຽນນີ້ມາໃຊ້ ຜ່ານມາ ມັນກໍບໍ່ເຄີຍອອກໄກແບບນີ້. ຈັກເທື່ອ ຊ້ວງນີ້ ກໍມີແຕ່ພະຍາຍາມໄລ່ມັນໃຫ້ກັບໄປຂອບເຂດຂອງມັນຫັ້ນແຫຼະ ປັດຈຸບັນກໍເຮັດແນວນັ້ນ.”
ໃນເດືອນກຸມພາ ທີ່ຜ່ານມາ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ ແຂວງ ບໍລິຄຳໄຊ ໄດ້ອອກແຈ້ງການເຕືອນ ໄປຍັງນາຍບ້ານຕະຫຼອດຮອດຊາວບ້ານ ທີ່ຢູ່ໃນເຂດ 1 ຫາ ເຂດ 4 ໃຫ້ລະວັງອັນຕະລາຍພາຍຫຼັງມີການພົບຊ້າງປ່າ ປະມານ 2 ໂຕ ຈາກປະເທດໄທ ໄດ້ລອຍນໍ້າຂ້າມແມ່ນໍ້າຂອງຂຶ້ນມາຍັງຝັ່ງ ທີ່ບ້ານຂ້ອນຂ້ວາງ ເມືອງປາກກະດິງ ເພື່ອມຸ້ງໜ້າໄປປ່າສະຫງວນພູງູ ເຊິ່ງຊ້າງປ່າດັ່ງກ່າວມີໂອກາດທຳຮ້າຍຊາວບ້ານ ທີ່ພົບເຫັນໄດ້ຫາກເຂົ້າໄປໃກ້ມັນ
ໃນປີ 2023 ກໍເກີດເຫດການ ຊ້າງປ່າ 10 ໂຕ ເຂົ້າມາບຸກລຸກພື້ນທີ່ຊາວບ້ານ ແລະ ທຳລາຍຖຽງນາ ແລະ ເຄື່ອງຂອງຕ່າງໆ ຂອງຊາວບ້ານ ຢູ່ບ້ານພູແທ່ນ ເມືອງຫລາ ແຂວງອຸດົມໄຊ ຈົນສ້າງຄວາມເສຍຫາຍຫຼາຍກ່ວາ 40 ລ້ານກີບ ແລະ ກ່ອນໜ້ານັ້ນເມື່ອວັນທີ 20 ສິງຫາ 2020 ຊາວບ້ານ 2 ຄົນຢູ່ເມືອງນາກາຍ ແຂວງຄຳມ່ວນ ທີ່ເຂົ້າໄປຫາເຫັດໃນປ່າ ໄດ້ຖືກຊ້າງປ່າຢຽບຈົນເສຍຊີວິດ.
ປັດຈຸບັນຈຳນວນ ຊ້າງປ່າໃນລາວເຫຼືອຢູ່ ປະມານ 300 ໂຕ, ອີງຕາມຂໍ້ມູນ ຂອງອົງການອະນຸຮັກຊ້າງ ສາກົນ ເມື່ອປີ 2023.