ທະນາຄານໂລກ ສົ່ງເສີມໃຫ້ປະຊາຊົນ ເຂົ້າເຖິງບໍລິການສຸຂະພາບ

ອາວະຣີ
2024.04.10
ທະນາຄານໂລກ ສົ່ງເສີມໃຫ້ປະຊາຊົນ ເຂົ້າເຖິງບໍລິການສຸຂະພາບ ປະຊາຊົນໃຊ້ບໍລິການທີ່ໂຮງໝໍແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2023.
ນັກຂ່າວ ພົລເມືອງ

ທະນາຄານໂລກ ຕົກລົງໃຫ້ການຊ່ວຍເຫຼືອ ໂຄງການໃຫ້ປະຊາຊົນລາວ ເຂົ້າເຖິງການບໍລິ ການດ້ານການຮັກສາສຸຂະພາບ ແລະໂພຊະນາການ ຫຼື HANSA ໄລຍະສອງ ຕໍ່ຈາກໄລຍະນຶ່ງ ຊຶ່ງຈະໝົດກຳນົດໃນທ້າຍເດືອນມິຖຸນາ ຫຼືເດືອນຫົກປີ 2024 ນີ້.

ທະນາຄານໂລກ ສະໜັບສະໜູນໂຄງການນີ້ຕໍ່ ກໍເພາະວ່າ ປະຊາຊົນລາວສ່ວນຫຼາຍ ຍັງບໍ່ສາມາດເຂົ້າເຖິງການຮັກສາສຸຂະພາບ ຢ່າງທົ່ວເຖິງ ຍັງມີຄວາມແຕກຕ່າງກັນຫຼາຍລະ ຫວ່າງຄົນໃນເມືອງແລະຊົນນະບົດໃນການເຂົ້າເຖິງ ການບໍລິການສຸຂະພາບ ແລະໂພຊະນາການ.

ນອກຈາກນັ້ນ ສປປ ລາວ ຍັງເປັນປະເທດທີ່ມີອັດຕາການເສຍຊີວິດ ຂອງເດັກນ້ອຍສູງທີ່ສຸດ ໃນເອເຊຍຕາວັນອອກສ່ຽງໃຕ້; ໃນປີ 2021 ເດັກນ້ອຍລາວກວ່າ 7,000 ຄົນ ເສຍຊີວິດກ່ອນອາຍຸເຖິງ 5 ປີ ແລະນຶ່ງໃນສາມຫຼື 33 ສ່ວນຮ້ອຍຂອງເດັກນ້ອຍລາວທັງໝົດ ຍັງຂາດສານອາຫານ.

ສະນັ້ນ ທະນາຄານໂລກ ຈຶ່ງສືບຕໍ່ໂຄງການໃຫ້ປະຊາຊົນລາວ ເຂົ້າເຖິງການຮັກສາສຸຂະພາບ ແລະໃຫ້ຮູ້ວິທີກິນອາຫານ ທີ່ມີຄຸນນະພາບຫຼາຍຂຶ້ນ ແລະໂຄງການດັ່ງກ່າວ ຈະແນ່ໃສ່ຊ່ວຍຊາວລາວ ທີ່ອາໃສຢູ່ເຂດຊົນນະບົດ ແລະຈະຊ່ວຍແມ່ຍິງແລະເດັກນ້ອຍຫຼາຍເປັນພິເສດ.

ໃນໂຄງການນີ້ ນັກວິຊາການ ຈະຊ່ວຍຝຶກອົບຮົມປະຊາຊົນລາວ ໂດຍສະເພາະແມ່ຍິງ ແລະເດັກນ້ອຍ ກ່ຽວກັບວິທີກິນອາຫານທີ່ດີ ມີຄຸນນະພາບ; ຕໍ່ແມ່ຍິງຖືພາ ກໍຈະແນະນຳໃຫ້ພວກເຂົາເຈົ້າໃຫ້ລູກນ້ອຍກິນນົມແມ່ ແລະຈະແນະນຳ ວິທີການອອກລູກທີ່ປອດໄພ. ນອກຈາກນັ້ນ ທາງໂຄງການ ຈະຂະຫຍາຍວຽກງານວາງແຜນຄອບຄົວ ສຸຂະອະນາໄມ ແລະລະບົບນ້ຳລິນໃຫ້ປະຊາຊົນລາວນຳອີກ.

ກ່ຽວກັບໂຄງການດັ່ງກ່າວ ເຈົ້າໜ້າທີ່ພະແນກສາທາລະນະສຸກ ເມືອງບຸນໃຕ້ ແຂວງຜົ້ງສາລີທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແນ່ງ ໄດ້ກ່າວກັບວິທະຍຸເອເຊັຽເສຣີ ໃນວັນທີ່ 26 ມິນາ 2024 ນີ້ວ່າ:

ໂຄງການ HANSA ມັນສົ່ງເສີມແມ່ແລະເດັກນັ້ນແຫລະ ກັບບ້ານສາທາລະນະສຸກແບບຢ່າງ ເພິ່ນກໍສົ່ງເສີມຢູ່ ສາທາບໍ່ ບ້ານວິດຖ່າຍສິນ່າ ໂຄງການຈະເຂົ້າຢູ່ທົ່ວເມືອງເລີຍຫັ້ນໜາ ເພາະວ່າມັນກ່ຽວກັບເດັກນ້ອຍແດ່ ສົ່ງເສີມໂພຊະນາການ ມັນກວມຮວມເບິດ. ບໍ່ໆ ບໍ່ໄດ້ເອົາເຂົ້າຂອງມາໃຫ້ ອົບຮົມໃຫ້ແກ່ແລະເດັກ ແມ່ບໍ່ ເດັກນ້ອຍບໍ່ ລົງສັກຢາບໍ່ ໂພຊະນາການຊື່ໆສິນ່າ.”

ວຽກງານໃຫ້ການບໍລິການ ດ້ານສຸຂະພາບແກ່ແມ່ຍິງ ແລະເດັກນ້ອຍນີ້ ຍັງມີຂໍ້ທ້າທາຍຫຼາຍຢ່າງ; ຢ່າງນຶ່ງ ປະຊາຊົນສ່ວນນຶ່ງ ຍັງບໍ່ຕື່ນໂຕໄປໃຊ້ບໍລິການດ້ານການແພດ, ແມ່ຍິງຖືກພາຫລາຍຄົນ ຍັງບໍ່ໄປຝາກທ້ອງແລະຝາກລູກກັບໂຮງໝໍ ຫຼືສຸກສາລາ ເຖິງວ່າ ເຈົ້າໜ້າທີ່ ໄດ້ລົງໄປໂຄສະນາແນະນຳແລ້ວກໍຕາມ ແລະແມ່ຍິງຫຼາຍຄົນ ກໍຍັງບໍ່ຄຸ້ນເຄີຍ ແລະຍັງອາຍທີ່ຈະໄປຫາໝໍ ກ່ຽວກັບເຣື່ອງດັ່ງກ່າວ; ອີກບັນຫານຶ່ງ ເຈົ້າໜ້າທີ່ ກໍເດີນໄປຫາແມ່ຍິງ ແລະເດັກນ້ອຍ ທີ່ອາໃສຢູ່ໃນເຂດສອກຫຼີກຫ່າງໄກຍາກຫຼາຍ ໂດຍສະເພາະໃນຍາມຝົນ ການເດີນທາງລຳບາກ ເຮັດໃຫ້ແມ່ຍິງຕ້ອງອອກລູກຢູ່ເຮືອນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງນາໝໍ້ ແຂວງອຸດົມໄຊທ່ານນຶ່ງ ໄດ້ກ່າວກຽວກັບເລື້ອງນີ້ວ່າ:

ຂອງວຽກງານ ກໍຖືວ່າ ພວກເຮົາຍັງມີຂໍ້ທ້າທາຍຫລາຍອັນຢູ່ ໂດຍສະເພາະວຽກງານແມ່ແລະເດັກນີ່ແຫລະ ແມ່ຍິງຖືພາ ມາຝາກທ້ອງຢູ່ໂຮງໝໍສຸກສາລາຫຼືວ່າໂຮງໝໍເມືອງ ແລ້ວມາເກີດລູກຢູ່ໂຮງໝໍເມືອງຫຼືໂຮງໝໍນ້ອຍຫັ້ນ. ອັນນີ້ຖືວ່າຕົວເລກຕ່ຳ ແລ້ວວຽກນຳພາເດັກນ້ອຍມາສັກຢາກັນພະຍາດມາສັກຍາກໍຍຸ້ງຍາກຢູ່ ແຕ່ວ່າຕົວເລກສັກຢາຢູ່ເມືອງເຮົາກໍຖືວ່າສູງລະ ກໍສືບຕໍ່ໃນການເຮັດວຽກວິຊາການແລະປຸກລະດົມໄປພ້ອມກັນຫັ້ນແຫລະ.”

ທາງດ້ານເຈົ້າໜ້າທີ່ ປະຈຳໂຮງໝໍເມືອງໜອງແຮດ ແຂວງຊຽງຂວາງນາງນຶ່ງ ກ່າວວ່າ ເຖິງແມ່ນວ່າ ແມ່ຍິງໃນເມືອງຈະມາຝາກທ້ອງ ແລະອອກລູກຢູ່ໂຮງໝໍ ຫຼືສຸກສາລາຫຼາຍຂຶ້ນ ແຕ່ແມ່ຍິງອີກນຳນວນນຶ່ງ ຍັງອອກລູກຢູ່ບ້ານຢູ່ເຮືອນ ເພາະວ່າ ບ້ານຢູ່ໄກໂຮງໝໍ; ສ່ວນວຽກງານສັກຢານັ້ນ ສ່ວນຫລາຍໂຮງໝໍນ້ອຍ ຈະເປັນຜູ້ຮັບຜິດຊອບລົງສັກຢາໃຫ້ປະຊາຊົນ ທຸກເດືອນ ແຕ່ປະຊາຊົນຫຼາຍຄົນ ກໍບໍ່ມາຕາມນັດ ຍ້ອນເດັກນ້ອຍຕ້ອງຕິດຕາມພໍ່ແມ່ໄປເຮັດໄຮ່ເຮັດສ່ວນ.

ດັ່ງນາງກ່າວໃນມື້ດຽວກັນນີ້ວ່າ:

ສ່ວນຫຼາຍຈະແມ່ນໂຮງໝໍ ຂ້າເຈົ້າກໍມາຝາກທ້ອງ ຄັນບໍ່ແມ່ນໂຮງໝໍກໍສຸກສາລາ ໜ້ອຍຄົນຢູ່ ກໍເກີດຢູ່ບ້ານ ກໍມີ ແຕ່ນ່າຈະໜ້ອຍຄົນແລ້ວ ແມ່ນໄກ ໜອງແຮດນີ້ສ່ວນຫລາຍແມ່ນໄກ ແລ້ວກໍທາງຍາກອີກ ມີໆ ເພາະວ່າຄືວ່າບາງເທື່ອກໍບໍ່ຢູ່ ຂ້າເຈົ້າກໍໄປໄຮ່ໄປນາ ສ່ວນຫລາຍກໍບໍ່ມາຕາມນັດຫັ້ນນ່າ ບາງເທື່ອກໍກາຍ ບາງເທື່ອກໍບໍ່ໄດ້ສັກກໍມີ ອັນນີ້ກໍຍັງມີຢູ່.”

ຢູ່ເມືອງຊ່ອນ ແຂວງຫົວພັນ ແມ່ຍິງຫລາຍຄົນ ກໍບໍ່ໄດ້້ຮັບການບໍລິການດ້ານຮັກສາສຸຂະພາບ ແລະບໍ່ໄດ້ຝາກທ້ອງຢູ່ໂຮງໝໍເຊັ່ນກັນ ຍ້ອນສ່ວນຫລາຍ ຕ້ອງໄປນອນຢູ່ໄຮ່ຢູ່ນາ; ອີກບັນຫານຶ່ງ ພໍ່ແມ່ຫຼາຍຄົນ ຍັງມີຄວາມເຂົ້າໃຈຜິດກ່ຽວກັບການສັກຢາປ້ອງກັນພະຍາດ ໃຫ້ແກ່ເດັກນ້ອຍ ຄືບໍ່ພາເດັກນ້ອຍໄປສັກຢາຕາມນັດ.

ດັ່ງເຈົ້າໜ້າທີ່ໂຮງໝໍເມືອງຊ່ອນ ແຂວງຫົວພັນນາງນຶ່ງ ໄດ້ກ່າວວ່າ:

ບາງທີແບບວ່າ ບາງຄົນເຂົາຢູ່ສະໝາກ ເຂົາກໍບໍ່ມາຝາກທ້ອງ ສ່ວນຫລາຍຈະເປັນອ້າຍນ້ອງເຜົ່າມົ້ງຫລາຍກວ່າ ທີ່ວ່າເຂົາບໍ່ມາຝາກທ້ອງ ເຂົາບໍ່ມາເກີດລູກ ບາງຄົນກໍມາຝາກຢູ່ ແຕ່ວ່າບໍ່ເກີດນຳເຮົາ ບາງຄົນກໍວ່າເກີດໄວສິນ່າ ບໍ່ທັນມາ ບາງຄົນກໍຝາກໄວ້ເທື່ອນຶ່ງ ແລ້ວໄປຢູ່ສະໜາມ ຮອດມື້ນັດ ກໍບໍ່ມາສິນ່າ ເລື່ອງສັກຢາຫັ້ນກໍຄືກັນ ບາງທີ່ເຮົາກໍລົງບ້ານ ແລ້ວໄປແລ້ວບໍ່ຈວບເຂົາ ພໍ່ແມ່ເຂົາໄປນອນສະໜາມ ແຕ່ວ່າເວລາໄປສັກຢານີ້ ໂຄດຍາກເລີຍກໍ ຍ້ອນວ່າບາງທີມີຄົນກໍວ່າ ສັກຢາແລ້ວ ລູກເຂົາເປັນນັ້ນເປັນນີ້ສິນ່າ ແລ້ວບໍ່ຢາກສັກຢານຳເຮົາ.

ເຈົ້າໜ້າທີ່ໂຮງໝໍ ເມືອງຊ່ອນນາງນີ້ກ່າວຕື່ມວ່າ ອຸບປະກອນດ້ານການແພດຢູ່ໂຮງໝໍ ກໍບໍ່ພຽງພໍ ໂດຍສະເພາະອຸປະກອນ ໃນການກວດສຸຂະພາບແມ່ຍິງ ເປັນຕົ້ນເຄື່ອງຊ່ວຍການເກີດຊຸດປະສູດ ແລະຊຸດກວດມະເລງປາກມົດລູກດັ່ງນີ້ເປັນຕົ້ນ.

ໂຄງການໃຫ້ການບໍລິການ ສຸຂະພາບ ແລະໂພຊະນາການ ຫຼື HANSA ນີ້ ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ອອດສະຕາລີ ອົງການ Gavi ແລະອົງການ Global Fund ຊຶ່ງໄລຍະທຳອິດ ໄດ້ຮັບເງິນຊ່ວຍເຫຼືອ 36 ລ້ານໂດລ້າຣ໌ ສະຫະລັດ ສ່ວນໄລຍະທີ່ສອງ ໄດ້ເພິ້ມຂຶ້ນເປັນ 44.5 ລ້ານໂດລ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.