ນະຄອນຫຼວງ ໄຊຍະບູຣີ ບໍ່ແກ້ວ ລ໊ອກດາວ

ສຸພັດຕາ
2021.04.22
ນະຄອນຫຼວງ ໄຊຍະບູຣີ ບໍ່ແກ້ວ ລ໊ອກດາວ ເມືອງແກ່ນທ້າວ ແຂວງບໍ່ແກ້ວ ປິດດ່ານ ເຂົ້າ-ອອກ ຕາມມາຕການ ປ້ອງກັນໂຄວິດ-19
ນັກຂ່າວພົລເມືອງ

ພາຍຫຼັງທີ່ທາງການລາວ ກວດພົບຜູ້ຕິດໂຄວິດ-19 ເພີ່ມຂຶ້ນຢ່າງຕໍ່ເນື່ອງ ທາງການແຂວງໄຊຍະບູຣີ ແລະແຂວງບໍ່ແກ້ວກໍແຈ້ງການ ສັ່ງປິດການເຂົ້າ-ອອກ ຣະຫວ່າງແຂວງ ຫາ ແຂວງ ຄືກັບ ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 22 ເມສາ ຫາວັນທີ 5 ພຶສພາ 2021 ເພື່ອປ້ອງກັນ ການແຜ່ຣະບາດ ຂອງໄວຣັສໂຄວິິດ-19.

ຢູ່ແຂວງໄຊຍະບູຣີ ຕາມຖນົນຫົນທາງ ຈຸດເຂົ້າອອກຕ່າງໆ ເຈົ້າໜ້າທີ່ໄດ້ເລີ່ມຕັ້ງດ່ານ ເພື່ອເປັນຈຸດກວດກາ ຄົນທີ່ຈະເຂົ້າມາໃນ ແຂວງ, ດັ່ງເຈົ້າໜ້າທີ່ ສະເພາະກິຈແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ເມສາ:

“ປັດຈຸບັນນີ້ ໄທເຮົາມີດ່່ານ ຕັ້ງເປັນຈຸດຄັດກອງ ຈະມີເຈົ້າໜ້າທີ່ພາກສ່ວນ ຄະນະສະເພາະກິຈ ມາປະຈໍາຄັດກອງ ສົມມຸດວ່າມາ ແຕ່ນະຄອນຫຼວງ, ມາແຕ່ເຂດທີ່ມີຄວາມສ່ຽງ ມາຈາກມະຫາວິທຍາລັຍ ບ່ອນທີ່ວ່າ ນໍ້າເບີທີ 59 ຫັ້ນ ໄທເຮົາໄດ້ເອົາເຂົ້າສູນກັກ ກັນໝົດ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ອະນຸຍາດໃຫ້ພຽງແຕ່ ຣົດຂົນສົ່ງສິນຄ້າ ສາມາດເຂົ້າອອກໄດ້ ໂດຍຜ່ານດ່ານພູດູ່ເທົ່ານັ້ນ, ແຕ່ວ່າຈະ ມີການປ່ຽນຄົນຂັບຣົດ ໂດຍໃຫ້ຄົນລາວ ເປັນຜູ້ຂັບຣົດ ຂົນສົ່ງນັ້ນ ເຂົ້າມາລາວແທນ. ສໍາລັບບັນດາໂຮງຮຽນ ຢູ່ພາຍໃນແຂວງ ໄຊຍະບູຣີ ທາງການ ຍັງໃຫ້ເປີດຮຽນ ຕາມປົກກະຕິ, ດັ່ງທ່ານກ່າວວ່າ:

“ກໍຣະນີ ໂຮງຮຽນຢູ່ກັບບ້ານ ບໍ່ໄດ້ຜ່ານຂ້າມເມືອງ ຂ້າມບ້ານຫັ້ນນ່າ ຕອນນີ້ແມ່ນໃຫ້ເຂົາເຈົ້າເປີດຢູ່ ຍັງເປີດຢູ່.”

ສ່ວນຢູ່ແຂວງບໍ່ແກ້ວ ເຈົ້າໜ້າທີ່ສະເພາະກິຈ ແຂວງນີ້ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄດ້ເຫັນແຈ້ງການ ຂອງທາງການແລ້ວ ເຊິ່ງຕົນກໍຮູ້ສຶກວ່າ ເປັນການດີ ທີ່ມີການ ສັ່ງປິດການເຂົ້າອອກ ຣະຫວ່າງແຂວງ ຫາ ແຂວງ ເພື່ອປ້ອງກັນ ບໍ່ໃຫ້ມີ ການຣະບາດ ຂອງເຊື້ອໄວຣັສໂຄວິດ-19, ດັ່ງທ່ານກ່າວວ່າ:

“ເຮົາກໍມີເຈົ້າໜ້າທີ່ ປົກກະຕິ ຢູ່ດ່ານພວກເຮົາຢູ່ແລ້ວ ມີແຕ່ພວກເຮົາກໍຍົກຣະດັບມັນຂຶ້ນ, ເພາວ່າ ສະພາບມັນເຄັ່ງຮ້ອນ, ເພາະວ່າ ບໍ່ແກ້ວ ມັນເປັນປາຍທາງ ທີ່ສາວບໍຣິການມາຈາກ ແຂວງພາກກາງ, ພາກໃຕ້ ເຂົ້າມາແຂວງບໍ່ແກ້ວ ແລ້ວຈະເຂົ້າໄປກາຊິໂນ ກໍຄືພວກເຮົາ ກໍຈະບໍ່ໃຫ້ສາວພວກນີ້ເຂົ້າມາ ພໍເຂົ້າມມາ ມັນກໍຈະມາເປັນພາຣະ ໃຫ້ແຂວງພວກເຮົານີ້ນ່າ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສໍາລັບໂຮງຮຽນພາຍໃນ ແຂວງບໍ່ແກ້ວ ບໍ່ໄດ້ມີການສັ່ງປິດ ຍັງໃຫ້ເປີດຮຽນຕາມປົກກະຕິ ສ່ວນຕາມ ຊາຍແດນ ກໍມີເຈົ້າໜ້າທີ່ລາດຕະເວນຢ່າງ ເຂັ້ມງວດ ແລະທາງການ ກໍໃຫ້ຊາວບ້ານ ເອົາເຮືອຂຶ້ນຝັ່ງໃຫ້ໝົດ ເພື່ອປ້ອງກັນຄົນ ລັກລອບເຂົ້າເມືອງ.

ໃນຂນະທີ່ ຊາວບ້ານ ໃນແຂວງໄຊຍະບູຣີ ທ່ານນຶ່ງ ກ່າວວ່າ ໄດ້ເຫັນແຈ້ງການຂອງທາງການແລ້ວ ແລະຕົນເອງກໍຄິດວ່າດີ ທີ່ ທາງການສັ່ງປິດການເຂົ້າອອກ ເພື່ອປ້ອງກັນບໍ່ໃຫ້ ເຊື້ອໂຄວິດ-19 ມາແຜ່ຣະບາດພາຍໃນແຂວງ:

“ແຈ້ງປິດບ້ານ ປິດເມືອງແຕ່ມື້ວານແລ້ວ ຕາມຖນົນຫົນທາງ ຍັງບໍ່ໄດ້ເອົາຮົ້ວ ເອົາເຫຼັກມາກັ້ນ, ແຕ່ວ່າ ຄົນບ້ານເຮົາກະບໍ່ໃຫ້ອອກ ໄປບ່ອນໃດ, ຄົນເຂດອື່ນໆ ກໍບໍ່ໃຫ້ເຂົ້າມາ ມັນກໍດີ ໄປຢ່າງນຶ່ງເນາະ ການລ໊ອກດາວຫັ້ນ ຖືວ່າ ເປັນການປ້ອງກັນ ໂຣຄໂຄວິດຫັ້ນ ອັນເຣື່ອງທຸຣະກິຈຄ້າຂາຍ ຄັນອອກຈາກບ້ານໄປ ກໍຈະຫຍຸ້ງຍາກຢູ່ເນາະ.”

ຊາວບ້ານ ໃນແຂວງບໍ່ແກ້ວທ່ານນຶ່ງ ເວົ້າວ່າການປິດການເຂົ້າອອກ ຣະຫວ່າງ ແຂວງ ຫາ ແຂວງ ກໍດີ ເພາະເປັນການປ້ອງກັນເຊື້ອ ໂຄວິດ-19 ບໍ່ໃຫ້ຣະບາດໜັກ, ແຕ່ມັນກໍມີຄວາມຫຍຸ້ງຍາກ ໃນການທໍາມາຫາກິນ:

“ເຫັນລ໊ອກຈັ່ງຊີ້ ຈະອອກໄປໃສມາໃສເນາະ ກໍມີຄວາມຫຍຸ້ງຍາກ ຕໍ່ເສຖກິຈແລ້ວເນາະ ຊອກຫາຣາຍຮັບ ຣາຍໄດ້ກໍຫຍຸ້ງຍາກແລ້ວ ເນາະ ປະຊາຊົນ ຈໍານວນນຶ່ງກໍຖືວ່າ ຂາດເຂີນ ແລ້ວເນາະ.”

ກ່ຽວກັບເຣື້ອງດັ່ງກ່າວນີ້ ເຮັດໃຫ້ການຄ້າຂາຍຕາມຕລາດງຽບເຫງົາ ພໍ່ຄ້າແມ່ຄ້າຫຼາຍຄົນ ກໍຂາຍເຄື່ອງຂອງບໍ່ໄດ້ ແລະບັນດາ ຮ້ານອາຫານກໍຄືກັນ ເພາະບໍ່ມີລູກຄ້າ, ດັ່ງແມ່ຄ້າ ໃນແຂວງໄຊຍະບູຣີ ຄົນນຶ່ງ ເວົ້າວ່າ:

“ກະປົກກະຕິແຫຼະເນາະ ເຂົາບໍ່ແຈ້ງລ່ວງໜ້າ, ເຄື່ອງອັກເຕັມບໍ່ໄດ້ຂາຍຫຍັງເລີຍ ແບບວ່າ ຂາຍບໍ່ໄດ້ ໂອ້ໂຕນີ້ ຂາຍແຕ່ອາຫານ ຂອງກິນ ແມ່ນຫຍັງຕາມບ້ານຊື່ໆ, ໄປຕລາດຕອນເຊົ້ານີ້ ກໍງຽບແຫຼະເນາະ, ໄດ້ຣະວັງແບບວ່າ ເພິ່ນກໍເຜີຍແຜ່ ໃຫ້ໃສ່ແມັສ, ລ້າງເຈວຫັ້ນແຫຼະ ເຂົາເຈົ້າກະຕັ້ງດ່ານກວດ ເປັນໄລຍະເນາະ.”

ເຈົ້າຂອງຮ້ານອາຫານ ຢູ່ແຂວງບໍ່ແກ້ວ ຄົນນຶ່ງເວົ້າວ່າ ຕົນເອງເປີດຮ້ານອາຫານ ກໍຂາຍບໍ່ຄ່ອຍດີ ຄືແຕ່ກ່ອນ ເຖິງແມ່ນວ່າຈະມີ ລູກຄ້າ ຂາປະຈໍາກໍຕາມ:

“ຄັນສໍາລັບ ການຄ້າຂາຍນິ່ ກໍເຮັດປົກກະຕິຢູ່, ແຕ່ວ່າ ມັນຈະມີຂາປະຈໍາ ຂອງໃຜຂອງລາວ ຜູ້ສຸດຍອດ ກະໝອງໝົດເລີຍ ໃຜກໍຢູ່ ເຮືອນໝົດ.”

ນອກຈາກ ແຂວງໄຊຍະບູຣີ, ແຂວງບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ ມີຄໍາສັ່ງປິດການເຂົ້າອອກ ຣະຫວ່າງ ແຂວງ ຫາ ແຂວງ ແລ້ວນັ້ນ ໃນມື້ວັນທີ 22 ເມສາ 2021 ນີ້ ທາງການ ແຂວງຊຽງຂວາງ ກໍໄດ້ອອກຄໍາສັ່ງໂຈະ ການເຂົ້າ-ອອກ ຣະຫວ່າງ ແຂວງ ຫາ ແຂວງ ຊົ່ວຄາວ ພ້ອມດຽວກັນນີ້ ທາງການແຂວງອັດຕະປື ກໍອອກຄໍາສັ່ງ ໂຈະການຮຽນ-ການສອນ ຊົ່ວຄາວ ທັງພາກຣັຖ ແລະເອກກະຊົນ ເພື່ອປ້ອງກັນການແຜ່ ຣະບາດຂອງເຊື້ອ ໂຄວິດ-19 ນັບແຕ່ວັນທີ 22 ເມສາ ຫາ ວັນທີ 5 ພຶສພາ 2021.

ນອກຈາກນີ້ ຫຼາຍແຂວງ ທີ່ມີຊາຍແດນຕິດກັບ ປະເທດໄທຍ ຕາມລໍາແມ່ນໍ້າ ເຈົ້າໜ້າທີ່ກໍມີມາຕການປ້ອງກັນ ໂຄວິດ-19 ຢ່າງ ເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ ຄົນລັກລອບເຂົ້າເມືອງ ຜິດກົດໝາຍ ທັງຄົນລາວ ແລະ ຄົນຊາດອື່ນ ທີ່ຈະນໍາເອົາເຊື້ອ ໂຄວິດ-19 ມາແຜ່ຣະບາດ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.