ເດັກນ້ອຍຕ້ອງສັກວັກຊິນໃຫ້ ຄົບຖ້ວນ

0:00 / 0:00

ເຈົ້າໜ້າທີ່ ຜແນກ ແມ່ແລະເດັກ ປະຈໍາ ແຂວງຊຽງຂວາງ ກັງວົນວ່າ ເຊື້ອໂຣຄ ຕ່າງໆ ທີ່ ປ້ອງກັນໄດ້ ໂດຍສະເພາະ ເຊື້ອໂຣຄ ເປັ້ຽລ່ອຍ ຫຼື Polio ຈະກາຍພັນ ແລະ ຮຸນແຮງຂຶ້ນ ຖ້າຫາກ ເດັກນ້ອຍ ບໍ່ໄດ້ຮັບ ການສີດ ວັກຊິນ ຢ່າງຄົບຖ້ວນ ທຸກຄົນ ຕາມກໍານົດ ເວລາ.

ເຈົ້າໜ້າທີ່ ເວົ້າວ່າ ປັຈຈຸບັນ ຢູ່ ແຂວງ ຊຽງຂວາງ ສະເລັ່ຽແລ້ວ ເດັກນ້ອຍ ທີ່ໄດ້ຮັບ ການສັກຢາ ວັກຊິນ ຫຼື ຢອດຢາ ກັນ ພຍາດ ມີພຽງ 60 ຫາ 70 ສ່ວນຮ້ອຍ ເທົ່ານັ້ນ ສາເຫດນຶ່ງ ກໍຍ້ອນ ຜູ້ເປັນພໍ່ແມ່ ຍັງບໍ່ເຂົ້າໃຈ ເຖິງ ຄວາມສໍາຄັນ ຂອງ ການສັກຢາ ຫຼື ຢອດຕາ ປ້ອງກັນ ພຍາດ:

“ພຍາດ ທີ່ ປ້ອງກັນໄດ້ ດ້ວຍວັກຊິນ ນະ ພວກເຮົາ ກໍຍັງມີ ປະກົດການ ທີ່ວ່າ ມັນບໍ່ໄດ້ ສັກຢາ ຢອດຢາ ຄົບ ມັນບໍ່ໝົດ ທຸກຄົນ ນະ ຖືວ່າເປັນ ຄວາມສ່ຽງ ສົມມຸດວ່າ ເຮົາມີ 100 ຄົນ ມັນກໍໄດ້ ຢອດແຕ່ 60-70 ຄົນ ແລ້ວມັນ ຈະມີພວກນຶ່ງ ໜີ ໄປບ່ອນອື່ນ ຫັ້ນ ນະ ບໍ່ມາຕາມນັດ ບາງຄົນ ກໍຢອດບໍ່ຄົບ ຄືວ່າພວກ ເຮົາຢອດ ຫຼາຍເທື່ອ ເພິ່ນກໍຢອດ ເທື່ອດຽວ ຄືວ່າ ຄວາມ ບໍ່ເຂົ້າໃຈ ຂອງ ປະຊາຊົນ ຫັ້ນແຫຼະ ຍັງບໍ່ທັນ ເລິກຊື້ງ ນະ”.

ເຈົ້າໜ້າທີ່ ເວົ້າວ່າ ພໍ່ແມ່ສ່ວນນຶ່ງ ກໍຢ້ານວ່າ ການຢອດຕາ ການສັກຢາ ຈະເຮັດໃຫ້ ລູກ ເຈັບປ່ວຍ ຖືຄິງໄຂ້, ເມື່ອມີ ນັດໝາຍ ວ່າຈະມີ ເຈົ້າໜ້າທີ່ ສາທາຣະນະສຸຂ ໄປສັກຢາ ພໍ່ແມ່ ກໍພາລູກ ອອກໄປໄຮ່ ໄປນາ ຕາມພາສາ ຂອງເຂົາເຈົ້າ ເພື່ອຫລິກໜີ ການສັກຢາ.