ການຄ້າມະນຸສ ຢູ່ເຂດພິເສດ ສາມຫຼ່ຽມຄຳ ເປັນບັນຫາຂ້າມຊາຕ

ພອນ ພູມມີທອນ
2022.11.14
ການຄ້າມະນຸສ ຢູ່ເຂດພິເສດ ສາມຫຼ່ຽມຄຳ ເປັນບັນຫາຂ້າມຊາຕ ຮູບໂຕຢ່າງ: ສະຖານບັນເທີງ ທີ່ມີການຂາຍບໍຣິການທາງເພດແຝງຢູ່ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ເດືອນກຸມພາ ປີ 2022.
ຮູບພາບ: Courtesy Photo

ວັນທີ່ 7 ພຶສຈິກາ ທີ່ຜ່ານມາ ທ່ານພົນຈັຕວາ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຣວດ ແລະ ຫົວໜ້າກົມຕຳຣວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສງົບ ເປີດເຜີຍວ່າ ເຈົ້າໜ້າທີ່ຕໍາຣວດ

ແຂວງບໍ່ແກ້ວ ໄດ້ຊ່ອຍເຫລືອ ຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸສ ໄດ້ 1,225 ຄົນ, ເປັນເພດຍິງ 493 ຄົນ, ໃນນີ້ເປັນຄົນລາວ ຈາກເມືອງ ແລະແຂວງຕ່າງໆ ພາຍໃນປະເທດລາວ ແລະຄົນຕ່າງປະເທດ ກວມເອົາຢ່າງຫນ້ອຍ 13 ສັນຊາຕ ຂະນະທີ່ ຊາວລາວຈໍານວນຫລາຍ ກໍ່ຢາກໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງດໍາເນີນການປາບປາມ ບັນຫາການຄ້າມະນຸສ ພາຍໃນແຂວງບໍ່ແກ້ວ ໂດຍສະເພາະ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຕື່ມ, ຍ້ອນພວກເຂົາເຈົ້າເຊື່ອວ່າ ບັນຫາການຄ້າມະນຸສຍັງບໍ່ທັນໜົດໄປ ເນື່ອງຈາກຍັງເຫັນກຸ່ມຄົນ ທີ່ເຂົ້າມາເຄື່ອນໄຫວ ແບບບໍ່ຖືກກົດໜາຍ ພາຍໃນພື້ນທີ່ດັ່ງກ່າວນີ້ ອີກຈໍານວນນຶ່ງ.

ດັ່ງ ພໍ່ຄ້າຂາຍເຄື່ອງ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫ່ລຽມຄໍາ ທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽ ເສຣີໃນມື້ວັນທີ 11 ພືສຈິກາ 2022 ນີ້ວ່າ:

ບັນຫາການຄ້າມະນຸສນີ້ ມັນເປັນເຂດອິດທິພົລ ມັນກໍ່ຕ້ອງມີແຫລະການຄ້າມະນຸສຫັ້ນນ່າ ມັນກໍ່ມີມັນກໍ່ຜ່ານທຸກວັນ ມີທຸກມື້ຫັ້ນແຫລະ ແຕ່ມີໜ່ອຍມີຫລາຍກໍ່ບໍ່ຮູ້ເນາະ ອັນນີ້ມັນຕ້ອງຖາມຈາກເຈົ້າໜ້າທີ່ ຄັນຢາກຊິຮູ້ຫັ້ນນ່າ.”

ມາຮອດປັຈຸບັນ ເຖິງແມ່ນວ່າ ການເດີນທາງເຂົ້າ-ອອກ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຈະສາມາດດໍາເນີນການ ໄດ້ຕາມປົກກະຕິແລ້ວ ແຕ່ຢ່າງໃດກະຕາມ ຄົນລາວອີກຫລາຍຄົນ ກໍ່ຍັງເຊື່ອວ່າ ສະຖານທີ່ ດັ່ງກ່າວນີ້ ຍັງມີບັນຫາກ່ຽວກັບການຂູດຮີດ ແຮງງານ, ການຄ້າມະນຸສ ແລະ ການກະທໍາອື່ນໆ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໜາຍ ຫລົງເຫລືອຢູ່.

ດັ່ງພະນັກງານ ບໍຣິການລູກຄ້າ ຂອງ ບໍຣິສັດຈີນ ຢູ່ພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ມາກໍ່ເຂົາກໍ່ເປັນພະນັກງານທົ່ວໄປ ຄືໂຕຂ້ອຍນີ້ນ່າ ເຂົາກໍ່ໄດ້ເງິນເດືອນປົກກະຕິຊີ້ນ່າ ໂດນໄຟຟ້າຊອດ ໂດນຂະເຈົ້າຕີ້ ແລ້ວກະໂດນໄຟຟ້າຊອດ ໂດນໄຟຟ້າຊອດເປີດລູກຄ້າ ບໍ່ໄດ້ ບໍ່ດົນນ່າ ມື້ວານເຂົາຍັງແຊດຫາກັນຢູ່.”

ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ທາງພາຍໃນ ແລະຕ່າງປະເທດ ຈະໃຫ້ການຊ່ອຍເຫລືອ ບຸກຄົນທີ່ຖືກບັງຄັບໃຊ້ແຮງງານ ແລະຕົກເປັນເຫຍື່ອການຄ້າມະນຸສ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາແລ້ວ ຈໍານວນນຶ່ງ ແຕ່ຢ່າງໃດກໍ່ຕາມ ພັດຍັງມີຄົນລາວ ແລະຄົນຕ່າງປະເທດ ອີກຈໍານວນຫລາຍ ຍັງລໍຖ້າການຊ່ອຍເຫລືອ ຂະນະທີ່ ພາກສ່ວນອື່ນໆ ທີ່ຢູ່ພາຍນອກເຂດດັ່ງກ່າວນີ້ ຍັງບໍ່ທັນມີອໍານາດ ໃນການແກ້ໄຂບັນຫາດັ່ງກ່າວນີ້ພໍເທົ່າໃດ.

ດັ່ງເຈົ້າໜ້າທີ່ ຕໍາຣວດ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ແລະຕໍາແຫນ່ງ ນາງນຶ່ງກ່າວວ່າ:

ເພາະວ່າມັນມີໜ່ວຍສະເພາະກິຈ ຂອງຂະເຈົ້າເນາະ ສະເພາະໜ່ວຍສະເພາະກິຈຂອງຂະເຈົ້າຢູ່ໃນຫັ້ນເນາະ ຄັນຖ້າວ່ານ້ອງຢາກຮູ້ ກໍ່ຕາມໂຕທີ່ວ່າ ຂອງໜ່ວຍສະເພາະກິຈເລີຍ ເອື້ອຍກໍ່ເກັບກໍາໂຕເລກ ໂຕນີ້ບໍ່ໄດ້ເນາະ.”

ເນື່ອງຈາກເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ຂອງນັກລົງທຶນນຊາວຈີນ ໄດ້ຮັບສັມປະທານຈາກທາງການລາວ ແລະມີທີ່ຕັ້ງຢູ່ບໍຣິເວນຊາຍແດນລາວ ທີ່ຕິດກັບປະເທດໄທຍ ແລະ ພະມ້າ ຊຶ່ງມີຜູ້ຄົນຫລາກຫລາຍກຸ່ມ ເດີນທາງເຂົ້າ-ອອກ ຢູ່ຕະລອດເວລານັ້ນ ຈຶ່ງເຮັດໃຫ້ພື້ນທີ່ ດັ່ງກ່າວນີ້ ຄວມຄຸມໄດ້ຂ້ອນຂ້າງຍາກ ຈົນນໍາໄປສູ່ບັນຫາ ການຄ້າມະນຸສ ແລະອາສຍາກັມຂ້າມຊາຕ ໃນດ້ານຕ່າງໆ ຢ່າງຕໍ່ເນື່ອງ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການສະກັດກັ້ນ ການຄ້າມະນຸສ ຢູ່ແຂວງທາງພາກເໜືອ ຂອງລາວ ນາງນຶ່ງກ່າວວ່າ:

ມັນມີຫລາຍປະເທດຫັ້ນນ່າ ແລ້ວກໍ່ຖືກຕົວະຍົ່ວະໄປ ໃຫ້ໄປເຮັດວຽກ ມັນມີຈີນ ມີໄທຍແມ່ນບໍ່ ພະມ້າເນາະ ແຕ່ວ່າມັນບໍ່ສາມາດຄວມຄຸມໄດ້ ເພາະວ່າຄົນເຂົ້າໄປແລ້ວ ມັນອອກບໍ່ໄດ້ຫັ້ນນ່າ ຕ້ອງມີໜັງສືຈາກທາງການ ທາງການກໍ່ຍັງບໍ່ທັນເຂົ້າໄປໄດ້ ໃນຂົງເຂດນັ້ນຫັ້ນນ່າ ເພາະວ່າເຂົາບໍ່ໃຫ້ເຂົ້າ ໂດຍມັນເປັນບາງຈໍານວນ ສ່ວນຫລາຍມັນຢູ່ສາມຫລ່ຽມຄໍາຫັ້ນແຫລະ.”

ສໍາລັບວິທີການ ໃນການຕົວະຄົນງານລາວ ແລະ ຄົນຕ່າງປະເທດ ເພື່ອເຂົ້າມາສູ່ຂະບວນການຄ້າມະນຸສດັ່ງກ່າວນີ້ ພັດຍັງເປັນການຊັກຊວນ ຄົນງານໃຫ້ມາເຮັດວຽກ ທີ່ມີຄ່າຕອບແທນສູງ ແຕ່ໃນສະພາບໂຕຈິງແລ້ວ ແມ່ນເປັນວຽກ ສແກມເມິ້ ມີການບັງຄັບ ໃຊ້ແຮງງານ ແລະຂາຍຕໍ່ໃຫ້ແກ່ບໍຣິສັດອື່ນ ຖ້າຫາກຄົນງານ ບໍ່ເຮັດຕາມຄໍາສັ່ງ ກໍ່ອາດຖືກທໍາຮ້າຍຮ່າງກາຍ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ທີ່ບໍ່ປະສົງອອກຊື່ ແລະຕໍາແຫນ່ງ ທ່ານນຶ່ງ ກ່າວວ່າ:

ຜູ້ຖືກຕົວະເຂົາເອົາມາຂາຍ ເອົາມາຂາຍຢູ່ຫັ້ນ ຜູ້ຖືກຕົວະເພິ່ນອອກມາບໍ່ ໄດ້ເພິ່ນຊິໄປຟ້ອງແນວໃດເຂົາມີຫ້ອງໃຫ້ຢູ່ສະເພາະເນາະ ມີກິນຕ່າງຫາກ ເວລານອນຕ່າງຫາກເຈົ້າຊິໄປແບບເສຣີຫັ້ນບໍ່ໄດ້ ເຈົ້າຕ້ອງຢູ່ໃນຫ້ອງຢ່າງດຽວ ຕາມທີ່ຮູ້ມານີ້ໄດ່ ຍົກຕົວຢ່າງວ່າຊົ່ວໂມງເຮັດວຽກ ເຈົ້າບໍ່ໄປເຮັດວຽກເຂົາກໍ່ຊິມາທໍາຮ້າຍເຈົ້າ ລັກຊະນະວ່າຂາຍເປັນທອດໆ ມາໄດ້ ບໍ່ແມ່ນວ່າມາຂາຍຢູ່ຫັ້ນໂດຍຕົງ ລັກຊະນະແບບວ່າໄປໃຊ້ແຮງງານ ຈັ່ງຊັ້ນຈັງຊີ້ແລ້ວກໍ່ໄປໆ ແລ້ວເຂົາເອົາມາຂາຍຕໍ່ຫັ້ນນ່າ.”

ກ່ຽວກັບເຣຶ່ອງນີ້, ວິທຍຸ ເອເຊັຽ ເສຣີ ກໍ່ໄດ້ຕິດຕໍ່ ໄປຫາເຈົ້າໜ້າທີ່ ທີ່ເຮັດວຽກດ້ານແຮງງານ ຂອງຄະນະຄຸ້ມຄອງເຂດເສຖກິຈ ແຂວງບໍ່ແກ້ວເພື່ອສອບຖາມວ່າ ພາຍໃນເຂດດັ່ງກ່າວນີ້ ຍັງມີຜູ້ຕົກເປັນເຫຍື່ອການຄ້າມະນຸສ ທີ່ຍັງລໍຖ້າການຊ່ອຍເຫລືອ ອີກຫລາຍປານໃດ? ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສາມາດໃຫ້ຄໍາຕອບໄດ້ໃນເວລານີ້.

ອີງຕາມຣາຍງານ ຂອງທ່ານ ພົນຈັຕວາ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມຕໍາຣວດ ແລະຫົວໜ້າກົມຕໍາຣວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະງົບ ລະບຸວ່າ ທີ່ຜ່ານມາປະເທດລາວ ເປັນຕົ້ນທາງ ແລະປາຍທາງ ຂອງບັນຫາການຄ້າມະນຸສ ເປັນຕົ້ນທາງຂູດຮີດແຮງງານ ບັງຄັບໃຫ້ຂາຍບໍຣິການທາງເພດ, ການອຸ້ມບຸນ ແລະ ການຖ່າຍທອດສົດ ພາບເປື່ອຍຂອງຊາຍ ແລະ ຍິງ ຜ່ານສື່ສັງຄົມອອນລ່າຍນ໌ ໂດຍໃນໄລຍະບໍ່ດົນມານີ້ ພາກສ່ວນທີ່ກ່ຽວຂ້ອງ ກໍ່ສາມາດຊ່ອຍເຫລືອ ຜູ້ຕົກເປັນເຫຍື່ອ ການຄ້າມະນຸສໄດ້ 1,225 ຄົນ ໃນນີ້ມີ 869 ຄົນຈາກ 13 ສັນຊາຕ ໄດ້ຮັບການຊ່ອຍເຫລືອ ຈາກຄະນະຄຸ້ມຄອງເຂດເສຖກິຈ ພິເສດ ແຂວງບໍ່ແກ້ວ, ມີ 138 ຄົນ ຈາກ 8 ສັນຊາຕ ໄດ້ຮັບການຊ່ອຍເຫລືອ ຈາກຜແນກການຕ່າງປະເທດ ແຂວງບໍ່ແກ້ວ, ສ່ວນອີກ 248 ຄົນ ຈາກ 8 ສັນຊາຕ ໄດ້ຮັບການຊ່ອຍເຫລືອ ຈາກເຈົ້າໜ້າທີ່ຕໍາຣວດທ້ອງຖິ່ນ.

ໃນໄລຍະ 2-3 ເດືອນທີ່ຜ່ານມາ, ທາງການຂອງປະເທດ ເພື່ອນບ້ານ ສາມາດຊ່ອຍເຫລືອ ພົລເມືອງມາເລເຊັຍມາໄດ້ 7 ຄົນ, ອິນເດັຽ 11 ຄົນ, ປາກິສຖານ 44 ຄົນ ແລະອີກຫລາຍປະເທດ ໄດ້ດໍາເນີນການຊ່ອຍເຫລືອ ພົລເມືອງ ຂອງພວກເຂົາເຈົ້າ ອອກຈາກການຕົກເປັນເຫຍື່ອ ການຄ້າມະນຸສ ພາຍໃນປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.