ປີ 2020 ຍຶດສານຜລິດ ຢາເສບຕິດ ໄດ້ຫຼາຍຂຶ້ນ

ຈໍາປາທອງ
2021.02.04
ປີ 2020 ຍຶດສານຜລິດ ຢາເສບຕິດ ໄດ້ຫຼາຍຂຶ້ນ ເຈົ້າໜ້າທີ່ຕໍາຣວດ ປກສ ແຂວງບໍ່ແກ້ວ ຈັບ-ຢຶດ ສານຕັ້ງຕົ້ນຜລິດຢາເສພຕິດ ໄດ້ເມື່ອເດືອນ ທັນວາ 2020.
ພາບປະກອບ: ນັກຂ່າວພົລເມືອງ

ປີ 2020, ຫົກປະເທດ ແມ່ນໍ້າຂອງຄື ຈີນ, ລາວ, ພະມ້າ, ໄທ, ກໍາພູຊາ ແລະວຽດນາມ ທີ່ຮ່ວມມືກັນປາບປາມຢາເສບຕິດ ພາຍໃຕ້ ລະຫັດ ປະຕິບັດການຮ່ວມສາມຫຫຼ່ຽມຄໍາ 1511 ນັ້ນ ກວດຍຶດສານຕັ້ງຕົ້ນ ຜລິດຢາເສບຕິດໄດ້ຫຼາຍກວ່າປີ 2019 ເຖີງ 67% ແລະ ທໍາລາຍແຫລ່ງຜລິດຢາເສບຕິດໄດ້ເລື້ອຍໆມາ, ດັ່ງທີ່ ທ່ານ ສົມສັກ ເທບສຸທິນ ຣັຖມົນຕຣີກະຊວງຍຸຕິທັມ ຂອງ ປະເທດໄທຍ ກ່າວຕໍ່ສື່ມວນຊົນ ໃນການຖແລງຂ່າວ ກ່ຽວກັບຣາຍງານເຣື່ອງການລັກລອບຄ້າ ສານຕັ້ງຕົ້ນຜລິດຢາເສບຕິດ ແລະ ເຄມີພັນ ຢູ່ໃນ ອະນຸພາກພື້ນ ລຸ່ມແມ່ນໍ້າຂອງໃນມື້ວັນທີ 4 ກຸມພາ ນີ້ວ່າ:

“ພາຍໃຕ້ແຜນ ປະຕິບັດການຮ່ວມແມ່ນໍ້າຂອງ ປອດພັຍ ເພື່ອຄວບຄຸມຢາເສບຕິດ ໂດຍມຸ້ງເນັ້ນໃສ່ການຍົກຣະດັບການປ້ອງກັນ ແລະ ການຈັບສານຕັ້ງຕົ້ນ ແລະ ເຄມີພັນ. ແລະວ່າ ຜົລການເຮັດວຽກຂອງທຸກປະເທດ ສາມາດຍຶດສານຕັ້ງຕົ້ນ ແລະເຄມີພັນໄດ້ເພິ່ມຂຶ້ນ 67% ຈາກສົກປີ 2019 ແລະສາມາດທໍາຣາຍ ແຫລ່ງຜລິດຢາເສບຕິດ ໄດ້ຢ່າງຕໍ່ເນື່ອງ.”

ທ່ານກ່າວຕື່ມວ່າ ແນວໂນ້ມຂອງການຈັບ ແລະ ຍຶດສານຕັ້ງຕົ້ນ ທີ່ເພິ່ມຂຶ້ນນັ້ນ ສະແດງໃຫ້ເຫັນຢ່າງຄັກແນ່ວ່າ ຂະບວນການຜລິດ ຢາເສບຕິດ ໄດ້ພັທນາການຜລິດຢາເສບຕິດ ທີ່ແຕກຕ່າງໄປຈາກ ແຕ່ກ່ອນ ຄືໄດ້ປ່ຽນຈາກການຜລິດ ຢາເສບຕິດ ຈາກພືດມາເປັນ ການຜລິດຢາເສບຕິດ ໂດຍໃຊ້ວັດຖຸສັງເຄາະ ຫລື ໃຊ້ສານເຄມີ ທີ່ບໍ່ໄດ້ຢູ່ພາຍໃຕ້ ການຄວບຄຸມ ໃນຣະບົບຣະຫວ່າງປະເທດ.

ໃນໂອກາດດຽວກັນນີ້ ທ່ານ ສົມສັກ ເທບສຸທິນ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ສໍານັກງານຕ້ານ ຢາເສບຕິດ ແລະ ອາຊຍາກັມ ຂອງ ສະຫະປະຊາຊາດ ຫຼື UNODC ທີ່ມີສ່ວນສໍາຄັນ ໃນການຊ່ອຍເຫລືອເຈົ້າໜ້າທີ່ ຢູ່ອະນຸພາກ ພື້ນລຸ່ມແມ່ນໍ້າຂອງ ໃນການ ກວດກາ ແລະຄວບຄຸມ ຢາເສບຕິດ ດັ່ງທີ່ທ່ານກ່າວວ່າ:

“ຂ້າພະເຈົ້າຂໍຖືໂອກາດນີ້ ຂອບໃຈ ສໍານັກງານຢາເສບຕິດ ແລະ ອາຊຍາກັມ ແຫ່ງ ສະຫະປະຊາຊາດ ທີ່ໄດ້ວິເຄາະຫາແນວໂນ້ມ ການຄວບຄຸມສານຕັ້ງຕົ້ນ ແລະ ເຄມີພັນ ໃນອະນຸພາກ ລຸ່ມນໍ້າຂອງ ຊຶ່ງເປັນອັນກອບທີ່ຊ່ວຍວາງແນວທາງ ປະຕິບັດວຽກງານ ການສືບຫາຢາເສບຕິດ ແລະ ຄວບຄຸມສານຕັ້ງຕົ້ນ ຂອງ ເຈົ້າໜ້າທີ່ ທີ່ບັງຄັບໃຊ້ກົດໝາຍ.”

ໃນຕອນທ້າຍຂອງກອງປະຊຸມ 6 ປະທດຮ່ວມກັບ UNODC ນີ້ ທ່ານ Jeremy Douglas ຜູ້ຕາງໜ້າສໍານັກງານຕ້ານຢາເສບຕິດ ແລະອາຊຍາກັມ ຂອງ ສະຫະປະຊາຊາດ ປະຈໍາຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ກ່າວວ່າ ສໍານັກງານ ຕ້ານ ຢາເສບຕິດ ແລະ ອາຊຍາກັມ ຂອງ ສະຫະປະຊາຊາດ ຍັງຈະໃຫ້ການສນັບສນູນ ອຸປກອນ ສໍາລັບ ກວດວິເຄາະສານຕັ້ງຕົ້ນຜລິດ ຢາເສບຕິດ ແລະ ເຄມີພັນ ໂດຍໃຊ້ເຕັກນິກ ທີ່ ທັນສມັຍ raman Spectroscopy ເພື່ອໃຫ້ເຈົ້າໜ້າທີ່ ສາມາດພົກພາໄປມາໄດ້ ສະດວກ ແລະ ປອດພັຍ, ເປັນອຸປກອນທີ່ໃຊ້ໄດ້ດີຫລາຍ ຢູ່ ສະຫະຣັຖ ອາເມຣິກາ ແລະ ສາມາດນໍາເອົາຜົນວິເຄາະນັ້ນໄປເປັນ ຫລັກຖານ ປະກອບໃນການພິຈາຣະນາຄະດີ ຢູ່ສານອີກດ້ວຍ.

ກອງປະຊຸມເທື່ອນີ້ ໄດ້ກໍານົດແນວທາງຄັກແນ່ວ່າ 6 ປະເທດແມ່ນໍ້າຂອງຈະພຍາຍາມສືບຕໍ່ແກ້ໄຂ ແລະລົບລ້າງບັນຫາຢາເສບຕິດ ໃນອະນຸພູມີພາກ ລຸ່ມແມ່ນໍ້າຂອງຕໍ່ໄປເປັນຕົ້ນ ໃນເຂດສາມຫລ່ຽມຄໍາ ທີ່ເປັນແຫລ່ງຜລິດຢາເສບຕິດ ຣາຍໃຫຍ່ຣະດັບໂລກ.

ເມື່ອປີ 2019 ກໍມີກອງປະຊຸມເຈົ້າໜ້າທີ່ ຣະດັບສູງຈາກ 6 ປະເທດ ດັ່ງກ່າວ ຮ່ວມກັບ ສຳນັກງານ UNODC ຢູ່ບາງກອກ ປະເທດໄທ ໃນມື້ ວັນທີ 13 ພຶສຈິກາ ເພື່ອປຶກສາຫາລື ຊອກຫາແນວທາງ ສະກັດກັ້ນ ແລະ ປາບປາມສານ ຕັ້ງຕົ້ນຜລິດ ຢາເສບຕິດ ແລະ ຂະບວນການຄ້າຢາເສບຕິດ ໃນຂົງເຂດນີ້ ທີ່ນັບມື້ນັບເພີ້ມຂຶ້ນ.

ຕໍ່ກອງປະຊຸມ ທ່ານ ພຸດສະຫວາດ ສູນທະລາ, ຮອງເລຂາທິການສຳນັກງານ ຄະນະກັມມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສງົບ ຂອງລາວໄດ້ຣາຍງານວ່າ ການຄວບຄຸມຢາເສບຕິດໃນລາວ ຍັງໜ້າເປັນຫ່ວງ.

ປີນີ້ ແລະໄລຍະຜ່ານມາ ລາວ ສາມາດຈັບຜູ້ຄ້າຢາບ້າ, ຢາໄອສໄດ້ເປັນຈຳນວນຫຼາຍ ແລະວ່າ ລາວ ສາມາດຍຶດສານເຄມີຕັ້ງຕົ້ນ ທີ່ໃຊ້ໃນການຜລິຕຢາເສບຕິດໄດ້ 60 ກິໂລກຣາມ ເມື່ອເດືອນ ກໍຣະກະດາ 2018 ແຕ່ທາງການຍັງບໍ່ຮູ້ວ່າ ສານເຄມີຕັ້ງຕົ້ນ ນັ້ນມາຈາກປະເທດໃດກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.