ຄະດີຄ້າຢາຣາຍໃຫຍ່ ຄືບຄານ ຄ້າງຄາ
2020.06.30
ປະຊາຊົນຍັງເຫັນວ່າ ເຈົ້າໜ້າທີ່ທາງການລາວ ຍັງບໍ່ມີການແຈ້ງຊັບສິນ ຂອງຜູ້ທີ່ຖືກສານຕັດສິນ ໃນຄະດີຄ້າຢາເສບຕິດ. ໃຫ້ທ່ານໄປຟັງ ຣາຍລະອຽດ ການສຳພາດ.
ນັກຂ່າວ: ບັນຫາຢາເສບຕິດ ຢູ່ບ້ານເຮົາມີການປາບປາມກັນຫລາຍໜ້ອຍຂະໜາດໃດ?
ປະປະຊາຊົນ: ກະຄືທີ່ຮູ້ນີ້ ຄືບໍ່ໄດ້ໜັກໜາໃດ໋ ກະຄືວ່າງຽບຢູ່ ຜູ້ທີ່ຈັບໄປແລ້ວ ກະບໍ່ໄດ້ຍິນຕັດສິນອີ່ຫຍັງໃດ໋ລະ.
ນັກຂ່າວ: ຄືວ່າ ຊຽງເທີ [ຄອນປະສົງ] ຖືກປະທານຊີວິດລະ?
ປະຊາຊົນ: ກະຕັດສິນປະຫານຢູ່ ຈັກຊິປະຫານຮອດໃສເນາະ. ເຮົາກະບໍ່ຮູ້ແຫລະ ເພາະວ່າ ກົດໝາຍມັນກະມີອຸຖອກ ອຸທອນ. ຈັບກະມີແຕ່ ຈັບພວກຣາຍຍ່ອຍ ດ້າມ 5 ເມັດ 10 ເມັດ ຫຍັງຈຳນວນນີ້ເນາະ ກະຕັ້ງແຕ່ໂຄວິດ ມາກະບໍ່ໄດ້ຍິນເວົ້າເລື່ອງນີ້ຊັ້ນດອກ. ໄດ້ຍິນ ທ່ານ ທອງລຸນ ເວົ້າຕໍ່ສະພາມື້ນັ້ນອີກບໍ້. ກະຈັ່ງວ່າ ຫັ້ນແຫລະ ເພິ່ນກະວ່າ ຢາກໃຫ້ປາບປາມ ຫັ້ນແຫລະ. ເພິ່ນກະວ່າ ເປັນແຕ່ທາງຜ່ານ.
ບາງເທື່ອກະແມ່ນລູກຫລາຍຄົນກະຊິເປັນຄົນໂງ່ ອັນນີ້ ມັນກະແມ່ນຄວາມຈີງຫັ້ນແຫລວເນາະ ຄັນວ່າ ເພິ່ນປະຕິບັດໄດ້ ກະຊົມເຊີຍ ແຕ່ ປະຕິບັດ ຈັບແຕ່ຣາຍໃຫຍ່ ແລະ ຣາຍນ້ອຍ ກະຄືວ່າ ບໍ່ມີຫຍັງເດັດຂາດ. ບໍ່ເຫັນວ່າ ສອບສວນກຸ່ມໃດສະຫາບໃດ ພົວພັນນຳຫັ້ນນ່າ ກະຍ້ອນຄວາມຢາກຮູ້ ຈາກປະຊາຊົນຊັ້ນດອກເນາະ. ບໍ່ວ່າຢູ່ໆ ເຂົາຊິເຮັດດ້ວຍຕົວເຂົາເອງ ເບາະແມ່ນເບາະລະ.
ນັກຂ່າວ: ອັນນີ້ ປະຊາຊົນຢາກຮູ້ເນາະ?
ປະຊາຊົນ: ແມ່ນປະຊາຊົນຢາກຮູ້ ແມ່ນກຸ່ມໃດທີ່ພົວພັນຫັ້ນນ່າ ສົມມຸດຄືຊຽງເທີ ຈັ່ງຊີ້; ບໍ່ວ່າ ຊິຊຽງເທີຜູ້ດຽວ ຊຽງອື່ນໆ ກະຊິບໍ່ມີສ່ວນກ່ຽວ ຂ້ອງຫຍັງເບາະ ຂັ້ນວ່າຣາຍໃຫຍ່ທີ່ 2016 ມາກະຫຼາຍ. ກະຫລາຍທ່ານ ຫຼາຍທ້າວເດ້ ທີ່ວ່າເປັນຣາຍໃຫຍ່ ຊິເປັນຊຽງເທີ ຫລື ຊຽງອີ່ຫຍັງ ຫັ້ນນະ ກະບໍ່ເຫັນວ່າ ມີສ່ວນກ່ຽວຂ້ອງໃຜແດ່ ແລະ ຊັບສິນທີ່ໄດ້ມາຫັ້ນ ເປັນຈັ່ງໃດ ສົມມຸດຄືໂຮງແຮມ ຄອນປະສົງ ຈັ່ງຊີ້ ຕົກເປັນຂອງ ໃຜລະ ເປັນຣົດ ເປັນຍົນ ແມ່ນຫຍັງຂອງເຂົາ ບັນຊີຢູ່ໃນທະນາຄານ ເປັນທໍ່ໃດລະ.
ຣັຖຄືບໍ່ເຫັນອອກມາເວົ້າ ຊິເປັນຂອງປະຊາຊົນເບາະ ຫລື ຊິເປັນຂອງຜູ້ທີ່ຈັບໄດ້ເບາະ ກະເວົ້າອອກມາ ຫວ່າງຫັ້ນ ຕອນໃໝ່ໆ ຄືເອົາ ທະຫານນອກເຄື່ອງແບບມາຢູ່ ບາດດຽວນີ້ ຄືວ່າເປີດປົກກະຕິລະ ຜັດວ່າ ບໍ່ວ່າ? ມີແຕ່ຊຽງເທີ ເປັນເຈົ້າຂອງ ອັນນີ້ ກະຄືປະຊາຊົນ ຢາກຮູ້ເນາະ ຖານະພວກເຮົາເປັນປະຊາຊົນເດ້ຊັ້ນ.
ນອກຈາກນີ້ ເຈົ້າໜ້າທີ່ອົງການຈັດຕັ້ງທາງສັງຄົມ ຜູ້ທີ່ເຄີຍເຮັດວຽກເລື່ອງວັຍໜຸ່ມກັບຢາເສບຕິດ ກໍຍັງໃຫ້ສຳພາດວ່າ:
ນັກຂ່າວ: ຕາມທີ່ເຮົາສັງເກດເຫັນສະພາບຢາເສບຕິດ ຢູ່ບ້ານເຮົາເປັນແນວໃດ?
ເຈົ້າໜ້າທີ່: ການຕ້ານຢາເສບຕິດການບຳບັດຊຸມຊົນນີ້ນະ ມັນເຂດໃນເມືອງມັນກະຫັນປ່ຽນໄປແລ້ວ. ຫັນປ່ຽນເຫັນແນວໃດ ຄືມະໄໝແຕ່ກີ້ ເຂົາໃຊ້ຢາບ້ານເນາະ. ດຽວນີ້ ຢາບ້ານ ມັນຖືກຫລາຍໃຜ ກະເສບໄດ້ ເຂົາຫັນໄປຊົນນະບົດ ອັນນີ້ນະ ແຕ່ຢູ່ໃນເມືອງນີ້ ມັນຫັນໄປແນວອື່ນ ເດ້ ເຂົາວ່າ. ມັນຈຶ່ງຄ່ານິຍົມ ມັນປ່ຽນໄປ ຢາອີ, ຢາໄອສ ພວກນີ້ເນາະ ຫລື ວ່າມັນ ເຂົ້າມາໃໝ່ນີ້ນ່າ. ລະບ້ານເຮົາເພິ່ນກະປາບປາມເດ້ ສອງສາມປີ ຫລັງ.
ປາບປາມຣາຍໃຫຍ່ ແຕ່ວ່າ ເຮົາກະບໍ່ຮູ້ວ່າ ມັນສາວໄປເຖີງຜູ້ບົງການໂຕຈິງບໍ່ໂຕນີ້. ຜູ້ຜລິດມັນເດ້ ຜູ້ຈຳໜ່າຍຣາຍໃຫຍ່. ເພິ່ນກະເຮັດວຽກ ກະດີຂຶ້ນ ຖືວ່າ ທີ່ຜ່ານມາເນາະ, ແຕ່ວ່າ ທັງນີ້ ທັງນັ້ນ ເຮົາກະບໍ່ໄດ້ເບິ່ງແຕ່ປັດໃຈພາຍໃນເຮົາໃດ໋ ພູມສັນຖານທີ່ຕັ້ງປະເທດລາວເຮົາຢູ່ໃສ.
ນັກຂ່າວ: ໃນດ້ານການລົງໂທດ ຜູ້ທີ່ເປັນຜູ້ຄ້າຣາຍໃຫຍ່ ຢູ່ບ້ານເຮົານີ້ ເຮົາເຫັນວ່າ ຈັ່ງໃດນີ້?
ເຈົ້າໜ້າທີ່: ຣາຍໃຫຍ່ໆ ເຮົາກະມີແຕ່ ຜູ້ມີສ່ວນພົວພັນບໍ່ ເຮົາເຫັນຢູ່ວ່າ ອັນໜ້າເບື້ອງປະຊາຊົນນີ້ນະ, ຄັນບໍ່ມີຜູ້ໜູນຫລັງ ມັນກະເຮັດໄດ້ ຍາກເນາະ ເລື້ອງແບບນີ້ເນາະ ມັນບໍ່ມີ ບ່ອນປົກປ້ອງເຂົາເຈົ້າຫັ້ນນ່າ, ແຕ່ວ່າ ເຮົາກະຍັງບໍ່ເຫັນ ຜູ້ທີ່ມີສ່ວນພົວພັນ ຄືປະເທດເພື່ອນບ້ານ.
ນັກຂ່າວ: ໃນການໃຊ້ມາຕການກົດມາຍ ຕໍ່ຜູ້ລະເມີດ ແລະ ຜູ້ຄ້ານີ້ ມັນກະເຄັ່ງຄັດຢູ່ເບາະ?
ເຈົ້າໜ້າທີ່: ກົດໝາຍທີ່ຜ່ານມາກະເຫັນເພິ່ນປັບປຸງເນາະ, ແຕ່ວ່າ ເຮົາທຽບໃສ່ປະເທດເພື່ອນບ້ານ ບໍ່ແມ່ນຫຍັງ ກະຖືວ່າ ຍັງບໍ່ທັນໄດ້ເຂັ້ມ ງວດທໍ່ໃດເນາະ ຂັ້ນທຽບໃສ່ຜົນຮ້າຍ ຜົນກະທົບມັນຫັ້ນນ່າ. ມາຕການລົງໂທດເບາະ ຕັດອິສຣະພາບ ເບາະ ຖ້າວ່າ ເຮົາທຽບໃສ່ປະເທດເພື່ອນບ້ານ.
ອາດຈະປຽບທຽບທາງດ້ານກົດໝາຍ ແບບນີ້ເນາະ ໃນອາຊຽນມັນກະມີການແລກປ່ຽນກັນ ຢູ່ແລ້ວ ສົມມຸດວ່າ ໃນອາຊຽນ ຂັ້ນຖ້າວ່າ ເຮົາມີກອບ ອັນດຽວກັນ ມັນໜ້າຈະດີ ອັນໜ້າໂອ້ ຮູບຄະດີແນວນີ້ ອາດຈະຕັດສິນ ໃຫ້ມັນເປັນລວງດຽວກັນໄປ ມັນກະດີເນາະ ໃນການຈັດຕັ້ງປະຕິບັດຫັ້ນນ່າ ແຕ່ວ່າ ໃນປະເທດນຶ່ງກົດໝາຍເຂັ້ມງວດ ແຕ່ວ່າ ໃນປະເທດນຶ່ງ ໂຍະຍານ ມັນກະມີຊ່ອງວ່າຄືວ່າ ຫັ້ນແຫລະເນາະ.
ມັນກະຂຶ້ນກັບການຮ່ວມມືລະຫວ່າງປະເທດນຳໃດ໋ອັນນີ້ເນາະ ແລກປ່ຽນຂໍ້ມູນ ການຮ່ວມມື ມັນກະເຮັດຢູ່ແລ້ວ, ແຕ່ວ່າ ຊິເຮັດແນວໃດ ໃຫ້ມັນຮັດກຸມໃຫ້ມັນດີກ່ອນເກົ່າ. ເມື່ອກ່ອນນີ້ ບ້ານເຮົາເປັນບ່ອນຮັບ ເມື່ອທຽບໃສ່ 20,30 ປີ ຫລັງ. ບ່ອນຮັບ ບ່ອນກະຈ່າຍມາຈາກ ປະເທດເພື່ອນບ້ານ, ແຕ່ວ່າ ແນວໂນ້ມກະປ່ຽນໄປ ປ່ຽນໄປຕລອດ ທາງຜລິຕພັນເອງ ກະປ່ຽນ ຕລອດ ເສັ້ນທາງການຄ້າຂາຍ ຮູບແບບ ມັນກະປ່ຽນໄປຕລອດ ພວກນີ້ ມັນເຮັດແນວໃດ ເພື່ອໃຫ້ມັນຫລີກລ້ຽງ ຈາກກົດໝາຍ ເຮັດແນວໃດ ນຳໃຊ້ຊ່ອງວ່າງຂອງ ກົດໝາຍຫັ້ນນະ.
ນາຍົກຣັຖມົນຕຼີ ສປປລາວ ທ່ານ ທອງລຸນ ສີສຸລິດ ປະກາດດໍາເນີນຄະດີ ຫົວໂປ່ເຄືອຂ່າຍຢາເສບຕິດ ຢູ່ລາວ ທີ່ຈັບໄດ້ແລ້ວຈໍານວນນຶ່ງ ໃຫ້ປະຕິບັດຕາມ ຂະບວນການ ຍຸຕິທັມ ພ້ອມທັງຕິດຕາມ ກວາດລ້າງ ເຄືອຂ່າຍ ຢາເສບຕິດ ທີ່ຍັງລັກເຄື່ອນໄຫວ ຢູ່ໃນປັດຈຸບັນ. ດັ່ງທີ່ ທ່ານໄດ້ກ່າວ ຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 8 ມີຖຸນາ 2018:
"ຣັຖບານຈະສືບຕໍ່ ແກ້ໄຂຢ່າງເອົາໃຈໃສ່ ເປັນພິເສດ ຜູ້ທີ່ຈັບມາແລ້ວ ຕ້ອງເອົາຂຶ້ນສານ ຕ້ອງເອົາໄປສືບສວນ ສອບສວນ. ຂ້າພະເຈົ້າ ຈະຖາມເລື້ອຍໆ ວ່າເອົາຂຶ້ນສານແລ້ວບໍ່ ເອົາໄປສືບສວນ ແລ້ວບໍ່ ເອົາໄປຕັດສິນແລ້ວບໍ່ ຣາຍໃຫຍ່ໆ ຍັງບໍ່ທັນເຫັນ ແຕ່ວ່າຄິດວ່າຈະເຫັນ ໃນມື້ນຶ່ງ ເອົາບັນດາຫົວໂປ່່ໂຕການ ອັນນີ້ຂຶ້ນຕັດສິນ."
ແລະ ຕໍ່ມາໃນອາທິດທີ່ຜ່ານມາ ຢູ່ໃນກອງປະຊຸມສະພາ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ກໍເວົ້າວ່າ:
"ອັນນີ້ກະຣັຖບານກໍໄດ້ເອົາໃຈໃສ່ ພາກສ່ວນກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ ຂໍໃຫ້ສະມາຊິກສະພາ ເປັນຫູເປັນຕາກັນ ລະກະຊ່ວຍ ຊ່ວຍປາບປາມ ອັນນີ້ໃຫ້ໄດ້ ຖ້າວ່າ ພວກເຮົາໄດ້ປ່ອຍ ອັນນີ້ ຄົນເຮົາ ຂ້າພະເຈົ້າ ໄດ້ເວົ້າຫຼາຍເທື່ອແລ້ວ ເດັກນ້ອຍເຮົາ ລູກຫລາຍເຮົາມີແຕ່ຮ່າງ ເທົ່ານັ້ນໃດ໋ ບໍ່ມີມັນສມອງ ບໍ່ມີສະຕິປັນຍາ ເພື່ອສ້າງສາປະເທດຊາດບ້ານເມືອງໃດ. ອັນນີ້ ເວລານີ້ ບ້ານເມືອງເຮົາຊິເປັນແນວໃດ ລະຫ່ວາງປະເທດ ເພິ່ນກະລົມກັນມາຫລາຍແລ້ວ."
ທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດ ຊາວລາວ ທີ່ຖືກເຈົ້າໜ້າທີ່ ຕຳຣວດໄທຍ ຈັບໃນວັນທີ 19 ມົກກະຣາ 2017 ຢູ່ສນາມບິນ ສຸວັນນະພູມ ຂອງໄທຍ ໃນຂໍ້ຫາ ຄ້າຢາເສບຕິດ.
ນັບແຕ່ນັ້ນ ເປັນຕົ້ນມາ, ທ້າວ ໄຊຊະນະ ຖືກນໍາມາຂຶ້ນສານແລ້ວ 2 ຄັ້ງ: ຄັ້ງທີ 1 ໃນວັນທີ 20 ມີນາ 2018, ສານອາຍາຂອງໄທຍ ໄດ້ຕັດສິນຈຳຄຸກ ຕລອດຊີວິຕ ທ້າວໄຊຊະນະ, ແຕ່ຜູ້ກ່ຽວຂໍຍື່ນອຸທອນ.
ຫຼ້າສຸດ, ໃນວັນທີ 19 ທັນວາ 2019, ສານອຸທອນຂອງໄທຍ ໄດ້ຕັດສິນ ທ້າວໄຊຊະນະ ຈຳຄຸກຕລອດຊີວິຕ, ໂດຍອີງຕາມ ຄຳຕັດສິນຂອງສານຊັ້ນຕົ້ນ.
ໃນເດືອນມົກກະຣາ 2020, ມີນັກຄ້າຢາເສບຕິດຖືກປະຫານຊີວິດ 8 ຄົນ ຊຶ່ງມີຣາຍຊື່ດັ່ງຕໍ່ໄປນີ້:
1. ທ້າວກິນ້ອຍ ຜາໄຊ ອາຍຸ 26 ຢູ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
2. ນາງ ປາວີນາ ອາຍຸ 19 ປີ ຢູ່ບ້ານວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
3. ທ້າວ ຫວາດ ພິລາວັນ ອາຍຸ 41 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
4. ນາງ ແກ້ວ ພິລາວັນ ເມັຽຂອງທ້າວຫວາດ ອາຍຸ 39ປີ ບ້ານສີບຸນເຮືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
5. ທ້າວ ຄອນປະສົງ ສຸກກະເສີມ ອາຍຸ 43 ປີ ຢູ່ບ້ານ ສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
6. ນາງ ມະນີຈັນ ສຸກກະເສີມ ເມັຍຂອງທ້າວ ຄອນປະສົງ.
7. ທ້າວ ໄມແສງຊອນ ອາຍຸ 42 ປີ ຢູ່ ບ້ານປາຮາວເໜືອ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
8. ທ້າວ ເພັດ ສາຄອນອາຍຸ 24 ປີ ຢູ່ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ແຕ່ ເຈົ້າໜ້າທີ່ຍັງບໍ່ມີການແຈ້ງການຊັບສິນທີ່ຍຶດມາໄດ້ຈາກ ພວກຄ້າຢາເສບຕິດເຫລົ່ານັ້ນ ແລະ ຍັງບໍ່ມີການຣາຍງານ ຄວາມຄືບໜ້າວ່າ ທັງໝົດທີ່ຖືກສານຕັດສິນ ປະຫານຊີວິດ ນັ້ນ ມີການຢືນອຸທອນ ຫລື ບໍ່ ແລະ ມີການປະຫານຊີວິດ ແທ້ຈິງຫລືບໍ່.
ສ່ວນ ທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງຫາຄ້າຢາເສບຕິດ ຣາຍໃຫຍ່ຂອງລາວ ທີ່ຖືກຈັບໃນໄລຍະໃກ້ຄຽງ ກັບກຸ່ມຂອງ ທ້າວ ຄອນປະສົງ ສຸກກະເສີມ ໃນຄະດີ ຢາເສບຕິດ ມາເຖິງ ປັດຈຸບັນ ຍັງບໍ່ທັນມີການຕັດສິນຄະດີເທື່ອ.
ອີງຕາມການຣາຍງານ ຂອງກະຊວງປ້ອງກັນຄວາມສງົບ, ຄະດີຢາເສບຕິດໃນລາວ ເມື່ອປີ 2017-2018 ມີເກືອບ 3,000 ຄະດີເພີ້ມຂຶ້ນ ຈາກປີ 2016 ເຖິງ 5 ຮ້ອຍຄະດີ.