ມີຜູ້ໜູນຫຼັງກຸ່ມຄ້າຢາເສພຕິດ

ຈໍາປາທອງ
2015.08.19
F-drug ກຸ່ມຄ້າຢາເສພຕິດ ທີ່ ເຈົ້າໜ້າທີ່ ບໍຣິຄຳໄຊ ເຂົ້າຈັບຍົກແກ໊ງ 11 ຄົນ ທີ່ຮ່ວມ ຂະບວນການ ຄ້າ ສານເຄມີ ຜລິດຢາບ້າ
Screen captured from Tholakhong/LAO PSTV video

ການປາບປາມ ແກັງ ຄ້າ ຢາເສພຕິດ ຂ້າມຊາດ ໃນລາວ, ຍັງບໍ່ມີ ປະສິດທິພາບ ເນື່ອງຈາກ ວ່າ ຜູ້ຕ້ອງຫາ ທີ່ ຖືກຈັບໄດ້ ບໍ່ຍອມ ໃຫ້ ຂໍ້ມູນ ທີ່ ຈະ ເຊື່ອມໂຍງ ເຖິງ ຫົວໜ້າ ຫຼື ເຈົ້າໜ້າທີ່ ທາງການ ຮ່ວມຢູ່ນຳ ນັ້ນ. ດັ່ງ ເຈົ້າໜ້າທີ່ ຕໍາຣວດ ປາບປາມ ຢາເສບຕິດ ໃນລາວ ເວົ້າວ່າ:

"ລັກສນະ ຂອງ ຢາບ້າ ນີ້ ມີ ລັກສນະ ຂ້າມຊາດ ມີຄົນ ພາຍໃນ ແລະ ຕ່າງປະເທດ ສົມຮູ້ ຮ່ວມຄິດ ກັນ, ເຮັດລັກສນະ ຊອກຫາ ບ່ອນອີງ ທີ່ ໜາແໜ້ນ ເປັນຕົ້ນກໍ ແມ່ນ ຊອກ ແມ່ນ ແຊກຊືມ ເຂົ້າ ພະນັກງານ ຜູ້ມີສິດ ມີອໍານາດ ມີບົດບາດ, ໃນເມື່ອ ຖືກ ເຈົ້າໜ້າທີ່ ດໍາເນີນ ຄະດີ ຈະໄດ້ ແອບແຝງ ເພື່ອຂົ່ມຂູ່ ແລະ ອື່ນໆ, ອັນນີ້ ກໍຄື ແນວນັ້ນ ຫັ້ນແຫລະ ຈະແຈ້ງ".

ຂະບວນການ ຄ້າ ຢາເສພຕິດ ຂ້າມຊາດ ໃຊ້ ແຂວງ ພາກເໜືອ ຂອງລາວ, ເປັນ ເສັ້ນທາງ ໃນການ ລັກລອບ ຂົນ ຢາເສບຕິດ ຈາກລາວ ໄປ ວຽດນາມ ແລະ ໄປ ປະເທສ ອື່ນໆ ຫຼາຍຂຶ້ນ ນັບມື້. ເສັ້ນທາງ ທີ່ ຖືກ ເຈົ້າໜ້າທີ່ ຕຳຣວດ ຄົ້ນພົບ ຫລ້າສຸດ ນີ້ຄື, ເສັ້ນທາງ ຈາກ ແຂວງ ບໍ່ແກ້ວ ໄປ ຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ, ຫົວພັນ ແລະ ແຂວງ ແທງຮ່ວງ, ຕໍ່ໄປ ທ່າເຮືອ ໄຮຟອງ ຂອງ ວຽດນາມ, ເພື່ອຂົນ ຕໍ່ໄປ ປະເທດ ທີ 3.

ການຄົ້ນພົບ ເສັ້ນທາງ ໃໝ່ ສາຍນີ້ ມີຂຶ້ນ ເມື່ອໜ່ວຍ ປາບປາມ ຢາເສບຕິດ ໃນລາວ, ສາມາດ ຈັບ ສະມາຊິກ ແກັງ ຄ້າ ຢາເສພຕິດ ຂ້າມຊາດ ໄດ້ 15 ຄົນ, ໃນຂນະ ທີ່ ພວກເຂົາ ພາກັນ ຂົນ ເຮໂຣອີນ ນໍ້າໜັກ 77 ກິໂລ, ຈາກ ແຂວງ ບໍ່ແກ້ວ ເພື່ອສົ່ງໄປ ວຽດນາມ ແລ້ວ ສົ່ງຕໍ່ໄປ ສະຫະຣັຖ ອະເມຣິກາ, ສະຫະພາບ ຢູໂຣບ, ອອສເຕຣເລັຽ ນິວຊິແລັນ ແລະ ຈີນ.

ແຕ່ກ່ອນ ຂະບວນການ ຄ້າ ຢາເສພຕິດ ຂ້າມຊາດ ໄດ້ໃຊ້ ເສັ້ນທາງ ເລກ 13 ເໜືອ, ແລະ ເລກ 9 ໃນ ແຂວງ ສະຫວັນນະເຂດ ເປັນ ເສັ້ນທາງ ສາຍຫຼັກ ໃນການ ຂົນສົ່ງ ຈາກ ລາວ ໄປ ວຽດນາມ. ແຕ່ ຖືກປາບປາມ ເຂັ້ມງວດ ຂຶ້ນ ພວກເຂົາ ຈຶ່ງຫັນໄປ ໃຊ້ ເສັ້ນທາງ ສາຍ ໃໝ່ ນີ້ ຫຼາຍຂຶ້ນ.

ການທີ່ ປະເທດ ລາວ ຖືກ ໃຊ້ເປັນ ເສັ້ນທາງ ລັກລອບ ຂົນສົ່ງ ຢາເສພຕິດ ແລະ ເປັນທັງ ບ່ອນ ຈໍາໜ່າຍ ຫຼາຍຂຶ້ນ ນັ້ນ, ກໍເປັນເຫດ ເຮັດໃຫ້ ຊາວໜຸ່ມ ເຍົາວະຊົນ ລາວ ພາກັນ ເສບ ຢາເສບຕິດ ແລະ ຄ້າ ຢາເສພຕິດ ເພີ່ມຂຶ້ນ ພ້ອມໆກັນ.

ຈາກການ ສໍາຣວດ ຫລ້າສຸດ ພົບວ່າ ມີ ຊາວໜຸ່ມ ແລະ ເຍົາວະຊົນ ລາວ ກວ່າ 3 ແສນ ຄົນ, ພົວພັນ ກັບການ ເສພຢາ ແລະ ຄ້າ ຢາເສບຕິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.