ເຈົ້າໜ້າທີ່ນໍາຫານັກຄ້າ ຢາເສພຕິດ

ໄຊຍາ
2018.07.19
f-drug ເຈົ້າໜ້າທີ່ສະເພາະກິຈ ແຂວງບໍ່ແກ້ວ ເຂົ້າກວດຄົ້ນ ຢາເສພຕິດ ໃນສວນຢາງພາຣາ ທີ່ຊຸກເຊືອງຝັງໄວ້ ຊຶ່ງເຊຶ່ອວ່າຄົນຈີນເປັນເຈົ້າຂອງ
Screen captured : https://www.facebook.com/bokeonews/videos/2047440608906451/

ປັດຈຸບັນກອງບັນຊາການ ປກສ ແຂວງບໍ່ແກ້ວ ກຳລັງສືບສວນ-ສອບສວນ ຂຍາຍຜົນຈັບຫົວໂປ່ ຢາເສພຕິດ ຊຶ່ງເປັນເຈົ້າຂອງຢາບ້າ ເກືອບ 5 ລ້ານເມັດ ແລະ ເຮໂຣອິນ ອີກ 180 ແທ່ງ ທີ່ກວດຍຶດໄດ້ ພາຍໃນສວນຢາງພາຣາແຫ່ງນຶ່ງ ໃນເມືອງຫ້ວຍຊາຍ ພ້ອມກັບຈັບຄົນເຝົ້າ ຢາເສພຕິດໄດ້ 1 ຄົນ.

ຂໍ້ມູນເບື້ອງຕົ້ນໄດ້ຮູ້ວ່າ ຫົວໂປ່ໂຕການໃຫຍ່ແມ່ນຄົນຈີນ, ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 19 ກໍຣະກະດາ ນີ້ວ່າ:

“ຄືບໜ້າແລ້ວແຕ່ວ່າກຸ່ມແກ໊ງມັນນິ່ບໍ່ທັນໄດ້ບອກເທື່ອ ເພາະວ່າຫົວໂປ່ໂຕການ ເຮົາຈັບບໍ່ທັນໄດ້ ເປັນຜູ້ຮັກສາຊື່ໆ ເຈົ້າຂອງແທ້ມັນຍັງບໍ່ທັນ ໄດ້ເທື່ອ ບໍ່ຢູ່ພື້ນທີ່ນີ້ແລ້ວ ມັນເປັນຄົນຕ່າງປະເທດເດ່ ເປັນຄົນຈີນ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຢາເສພຕິດຈຳນວນດັ່ງກ່າວ ໄດ້ເກັບມ້ຽນໄວ້ ຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອເປັນຫຼັກຖານໃນການ ດຳເນີນຄະດີ ໃນຂັ້ນຕໍ່ໄປ ສ່ວນຄົນເຝົ້າຢາເສພຕິດ ທີ່ຖືກຈັບນັ້ນ ໄດ້ຖືກຝາກຂັງຊົ່ວຄາວ ແລະຈະນຳໂຕຂຶ້ນສານໃນໄວໆນີ້. ພ້ອມກັນນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ຈະກວດກາແລະສະກັດກັ້ນ ບັນຫາຢາເສພຕິດ ໃນທົ່ວແຂວງຢ່າງເຂັ້ມງວດຂຶ້ນ.

ການຈັບຢາເສບຕິດຈຳນວນຫຼາຍດັ່ງກ່າວ ເກີດຂຶ້ນເມື່ອວັນທີ 10 ກໍຣະກະດາ ທີ່ຜ່ານມາ ໂດຍເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວ ໄດ້ຂໍ້ມູນວ່າ ມີການຄ້າຂາຍຢາເສພຕິດ ຢູ່ສວນຢາງພາຣາແຫ່ງນຶ່ງ ຢູ່ບ້ານຫ້ວຍດິນຈີ່ ເມືອງຫ້ວຍຊາຍ. ເມື່ອເຈົ້າໜ້າທີ່ ໄປກວດພົບວ່າມີ ຢາເສພຕິດ ປະເພດຢາບ້າ ແລະເຮໂຣອິນ ຖືກຝັງໄວ້ໃນສະຖານທີ່ ພາຍໃນສວນພ້ອມກັບຈັບ ທ້າວ ເນັ່ງຍົງທໍ່ ອາຍຸ 36 ປີ ຈາກ ແຂວງອຸດົມໄຊ ຊຶ່ງ ເປັນຜູ້ເຝົ້າຢາເສພຕິດນັ້ນ.

ໃນວັນທີ 17 ກໍຣະກະດາ ຜ່ານມານີ້ ມີຣາຍງານວ່າ ເຈົ້າໜ້າທີ່ຕຳຣວດວຽດນາມ ສາມາດຈັບຜູ້ລັກລອບຂົນ ເຮໂຣອິນ 52 ຖົງ ແລະຢາບ້າ ຮວມນໍ້າໜັກ 25 ກິໂລ ຈັບຜູ້ຕ້ອງສົງສັຍໄດ້ 3 ຄົນ ຢູ່ດ່ານຊາຍແດນລາວ-ວຽດນາມ ນໍ້າພາວ ແຂວງຄຳມ່ວນ ຊຶ່ງຈະຂົນ ຢາເສພຕິດ ດັ່ງກ່າວອອກໄປ ແຂວງຮາຕິງ ປະເທດວຽດນາມ.

ໃນຣະຍະກອງປະຊຸມສມັຍສາມັນ ທີ່ຜ່ານມາ ທ່ານ ພົນຕີ ສົມແກ້ວ ສີລາວົງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບກ່າວວ່າ ປັດຈຸບັນ ສະພາບຢາເສພຕິດໃນລາວ ຍັງມີເພີ້ມຂຶ້ນ ແລະຍັງບໍ່ສາມາດ ຈັບຫົວໂປ່ໂຕການຣາຍໃຫຍ່ໄດ້ຢ່າງຂາດຕົວ ໃນຂນະດຽວກັນ ການພົວພັນ ຄ້າຂາຍ ຢາເສບຕິດ ມີທັງຄົນລາວ ແລະຕ່າງປະເທດ ທີ່ໃຊ້ຍານພະຫະນະ ທີ່ທັນສມັຍ ໃນການຂົນສົ່ງຢາເສພຕິດ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.