ເມືອງຕົ້ນເຜິ້ງເປັນເສັ້ນທາງ ຢາເສບຕິດ

ໄມຊູລີ
2019.01.15
ທ່າເຮືອເມືອງຕົ້ນ ແຂວງບໍ່ແກ້ວ ທີ່ຮັບສົ່ງນັກທ່ອງທ່ຽວ ນັກຫຼິ້ນການພະນັນ ທີ່ໄປຈາກໄທ ຈາກຈີນ
RFA/AS

ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ເປັນເມືອງທີ່ເປັນທາງຜ່ານ ຂອງການລັກລອບຂົນຢາເສບຕິດ ເພື່ອລຳລຽງໄປຍັງເຂດອື່ນໃນລາວ ແລະປະເທດ ເພື່ອນບ້ານ, ເຈົ້າໜ້າທີ່ ຍຶດຢາເສບຕິດໄດ້ຢູ່ເລື້ອຍໆ ເພາະເມືອງຕົ້ນເຜີ້ງ ຕັ້ງຢູ່ເຂດ ສາມຫລ່ຽມຄຳ ມີຊາຍແດນ ຕິດກັບ ປະເທດພະມ້າ ແລະ ປະເທດໄທ ອີກທັງເປັນເຂດເສຖກິດພິເສດ ທີ່ຈີນ ເປັນເຈົ້າຂອງ ຈຶ່ງເຮັດໃຫ້ເຂດດັ່ງກ່າວ ມີການຂົນສົ່ງ ຢາເສບຕິດຢູ່ຕລອດ. ດັ່ງ ເຈົ້າໜ້າທີ່ທ່ານນຶ່ງ ກ່າວຕໍ່ RFA ໃນວັນທີ 14 ມົກກະຣາ ນີ້ວ່າ:

"ຢາບ້າສ່ວນຫລາຍແມ່ນເຂົາລຳລຽງຜ່ານເຂດນີ້ ແລະບາງເທື່ອກະເອົາມາແຕ່ພະມ້າ ມັນໄປໆມາໆ ງ່າຍແດ່ຂີ່ເຮືອຂ້າມແບບບໍ່ຜ່ານດ່ານນີ້ ກະໄດ້, ເຈົ້າໜ້າທີ່ສ່ວນຫລາຍກະກວດກາບໍ່ທົ່ວບໍ່ເຖິງ ສ່ວນຫລາຍ ກະແມ່ນເຂດສາມຫລ່ຽມນີ້ແຫຼະ ອັນຕະລາຍ ເວົ້າເລື້ອງຢາເສບຕິດ ມັນມີພວກ ທີ່ມີອິດທິພົນແດ່.”

ແລະ ໃນມື້ວັນທີ 13 ມົກກະຣານີ້ ເຈົ້າໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ກໍ່ຢຶດຢາບ້າໄດ້ຈໍານວນ 5.7 ລ້ານເມັດ, ເຮໂລອີນ 72 ກິໂລ ຢູ່ເຂດບ້ານ ສີດອນມີ ຫາ ບ້ານຫ້ວຍໄຂ້ ເມືອງຕົ້ນເຜິ້ງ ຍ້ອນໄດ້ຮັບຣາຍງານ ຈາກພົລເມືອງດີ ດັ່ງທ່ານກ່າວວ່າ:

"ຫລັກໆກະມີສາຍຣາຍງານ ຈຶ່ງຈັບກຸມໄດ້ ຖ້າບໍ່ມີສາຍຣາຍງານນີ້ກະຍາກຢູ່ ເພາະວ່າເຂົາເຮັດເປັນຂະບວນການ.”

ໃນປີ 2018 ທີ່ຜ່ານມາເຈົ້າໜ້າທີ່ປ້ອງກັນຊາດປ້ອງກັນຄວາມສງົບ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ສາມາດຈັບກຸມຜູ້ຄ້າຢາເສບຕິດ ຣາຍໃຫຍ່ 2 ຄັ້ງ ຊຶ່ງໄດ້ຢືດຢາບ້າ ທັງໝົດ 8 ລ້ານປາຍເມັດ ແລະຢາໄອສ ອີກ 100 ກິໂລປາຍ ທີ່ກຽມລຳລຽງໄປຍັງ ປະເທດເພື່ອນບ້ານ ແລະ ໄປພາກອື່ນໆຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.