ແກັງຄ້າຢາເສບຕິດຣາຍໃຫຽ່ ຖືກຈັບ

ສົມເນ
2015.08.17
F-Yaba ຢາບ້າ ທີ່ ທາງການ ຂອງ ທຸກປະເທດໃນໂລກ ຕິດຕາມ ຍຶດ ປາບປາມ ທໍາລາຍ
Courtesy of daily.sun

ກໍຣະນີ ການຈັບ ແກັງ ຄ້າ ຢາເສບຕິດ 11 ຄົນ ທີ່ ມີ ສານເຄມີ ໃຊ້ ສໍາລັບ ຜລິດ ຢາເສບຕິດ ຊນິດ ຕ່າງໆ, ຊຸກເຊື່ອງ ໄວ້ ໃນສາງ ເກັບເຄື່ອງ ຢູ່ ບ້ານ ໜອງບົວ ໜອງແວງ ເຂດ ເມືອງ ປາກຊັນ, ເມື່ອ ວັນທີ 23 ກໍຣະກະດາ ຜ່ານມາ, ແລະ ເປັນ ເທື່ອທໍາອິດ ຢູ່ ແຂວງນີ້ ໄດ້ກາຍເປັນ ຂ່າວ ໂດ່ງດັງ ໄປທົ່ວ ພູມີພາກ ເອເຊັຽ, ແຕ່ ເຈົ້າໜ້າທີ່ ລາວ ເວົ້າວ່າ, ບັນຫາ ຢາເສບຕິດ ຣາຍໃຫຽ່ ແບບນີ້ ບໍຄ່ອຍມີ ຢູ່ ແຂວງ ນີ້.

ຂ່າວ ດັ່ງກ່າວ ຖືກ ເປີດເຜີຍ ຫລັງຈາກ ກອງປະຊຸມ ປະຈໍາປີ ວ່າດ້ວຍ ການຮ່ວມມື ດ້ານ ປ້ອງກັນ ແລະ ປາບປາມ ຢາເສບຕິດ ຄັ້ງທີ່ 15, ຣະຫ່ວາງ ທາງການ ລາວ ແລະ ໄທ, ທີ່ ນະຄອນ ຣາຊສີມາ ແຕ່ ວັນທີ 5 ຫາ ວັນທີ 9 ສິງຫາ ນີ້.

ເພື່ອ ຄວາມ ກະຈ່າງແຈ້ງ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ເຈົ້າໜ້າທີ່ ຕໍາຣວດ ທີ່ ແຂວງ ບໍຣິຄໍາໄຊ, ແຕ່ ບໍ່ມີ ຜູ້ຕອບສາຍ, ເຈົ້າໜ້າທີ່ ຕໍາຣວດ ປາບປາມ ຢາເສບຕິດ ທີ່ ນະຄອນ ຫຼວງວຽງຈັນ, ຕິດຕໍ່ ໄປຍັງ ກັມມາທິການ ກວດກາ ແລະ ຄວບຄຸມ ຢາເສບຕິດ ແຫ່ງຊາຕ, ແຕ່ບໍ່ມີ ຜູ້ຮັບ ໂທຣະສັບ, ແລະ ໃນທີສຸດ ໄດ້ ໂອ້ລົມ ກັບ ເຈົ້າໜ້າທີ່ ຮັບຜິດຊອບ ວຽກງານ ກວດກາ ແລະ ຄວບຄຸມ ຢາເສບຕິດ ແຂວງ ບໍຣິຄໍາໄຊ, ຊຶ່ງ ທ່ານໄດ້ ໃຫ້ ຄວາມ ກະຈ່າງແຈ້ງ ຕື່ມ ພໍສັງເຂບ ດັ່ງນີ້: ຟັງສຽງ...

ໃນ ເຣື້ອງ ດຽວກັນນີ້ ໜັງສືພິມ Tuoi Tre ຂອງ ວຽດນາມ ລົງ ວັນທີ 10 ສິງຫາ ວ່າ: ເຈົ້າໜ້າທີ່ ຕໍາຣວດ ລາວ ກັບ ວຽດນາມ ໄດ້ ແລກປ່ຽນ ຂໍ້ມູນ ລັບ, ແລະ ຕິດຕາມ ການເຄື່ອນໄຫວ ຂອງ ຜູ້ ຕ້ອງສົງໄສ ອັນມີ ທ້າວ ລໍາພູນ ຊາວໄທ ເປັນ ຫົວໜ້າ ຕັ້ງແຕ່ ຕົ້ນປີ ພຸ້ນ.

ທ້າວ ລໍາພູນ ເປັນຄົນ ຈາກ ໜອງຄາຍ ແຕ່ມາ ທໍາມາ ຫາກິນ ແລະ ມີແຟນ ເປັນ ຄົນລາວ ຢູ່ ເມືອງ ປາກຊັນ, ໂດຍ ດໍາເນີນ ທຸຣະກິດ ນ້ອຍ ສົ່ງ ຖ່ານ ຂາຍ. ທຸຣະກິດ ຂອງລາວ ຕອນທໍາອິດ ແມ່ນຢູ່ ໃນ ເມືອງ ແຕ່ ຕໍ່ໆມາ ຍ້າຍເຂົ້າ ໄປເລິກ ໃນ ກາງປ່າ, ບາງຄັ້ງ ລາວ ກໍ່ ຂົນ ຖ່ານ ໃສ່ ຣົດ ໄປຂາຍ ຢູ່ ດ່ານ ເກົາແຈວ ຊາຍແດນ ວຽດນາມ. ໃນ ພາຣະກິດ ສືບຮູ້ ນັ້ນ ເຈົ້າໜ້າທີ່ ທະຫານ ວຽດນາມ ໄດ້ປອມໂຕ ເປັນຄົນ ເລາະ ຊື້ ເສດເຫຼັກ ແລະ ເຈົ້າໜ້າທີ່ ລາວ ໄດ້ ປອມໂຕ ເປັນຄົນ ຮັບຈ້າງ ເອົາຖ່ານ ໃສ່ ກະສອບ ໄປຂາຍ.

ຕົກມາຮອດ ເດືອນ ເມສາ ເຈົ້າໜ້າທີ່ ທະຫານ ປ້ອງກັນ ຊາຍແດນ ຂອງ ວຽດນາມ, ຮ່ວມກັບ ເຈົ້າໜ້າທີ່ ລາວ ສາມາດ ສຶບຮູ້ ຣາຍລະອຽດ ທຸກຢ່າງ ນັບແຕ່ ທີ່ຢູ່ ໄປສະນີ ຜູ້ ຮ່ວມງານ ຂອງລາວ ທຸກໆຄົນ ແລະ ຄົນ ຮັກແພງ ຂອງລາວ.

ເຈົ້າໜ້າທີ່ ສືບຮູ້ ວ່າ ທ້າວ ລໍາພູນ ໄດ້ຮັບທຶນ ຈາກ ຕ່າງ ປະເທດ ເພື່ອ ປູກ ກັນຊາ. ລາວ ໄດ້ເຊົ່າ ສາງມ້ຽນ ເຄື່ອງ ຫລັງນຶ່ງ ຢູ່ ບ້ານ ໜອງບົວ ໜອງແວງ. ສືບຮູ້ ເວລາ ເຂົ້າ ແລະ ເວລາ ອອກ ຂອງ ທ້າວ ລໍາພູນ ແລະ ຜູ້ ຮ່ວມງານ.

ຣາຍງານ ກ່າວ ຕໍ່ໄປວ່າ ກ່ອນຈະສົ່ງ ກໍາລັງ ເຈົ້າໜ້າທີ່ ລາວ ແລະ ວຽດນາມ ເຂົ້າບຸກ ສາງ ນັ້ນ ເຈົ້າໜ້າທີ່ ໄດ້ສົ່ງ ຄົນ ລັກລອບ ເຂົ້າໄປ ກວດສາງ ແລະ ໄດ້ພົບເຫັນ ກະຕຸກ ພລັສຕິກ ບັນຈຸ ສານເຄມີ ຊາໂຟຣນ  Safrole  ທີ່ ໃຊ້ສໍາລັບ ຜລິດ ຢາເສບຕິດ ປະເພດ ຕ່າງໆ ຫຼາຍ ກະຕຸກ, ແລະ ໄດ້ຈັດ ກອງ ທະຫານ ຈໍານວນ ນຶ່ງ ໄປ ດັກສະກັດ ເບິ່ງ ການເຄື່ອນໄຫວ ເປັນ ເວລາ ຫຼາຍມື້. ໃນ ຕອນບ່າຍ ຂອງ ວັນທີ 23 ເວລາ 2 ໂມງ, ເຈົ້າໜ້າທີ່ ລາວ ແລະ ວຽດນາມ ຫຼາຍຮ້ອຍ ຄົນ ໄດ້ເຂົ້າ ຍຶດສາງ ໃນ ທັນທີ ທັນໃດ ໂລດ ໂດຍທີ່ ຜູ້ຕ້ອງຫາ ບໍຮູ້ຕົວ ເລີຍ. ຫລັງຈາກ ຈັບ ແລະ ຍຶດ ຂອງກາງ ໄດ້ແລ້ວ ຜູ້ຕ້ອງຫາ ໄດ້ ສາຣະພາບ ຕໍ່ ເຈົ້າໜ້າທີ່ ວ່າ, ສານເຄມີ ຜລິດ ຢາເສບຕິດ ຈໍານວນ ນີ້ ແລະ ກັນຊາ ແຫ້ງ ກວ່າ 1 ໂຕນ ຈະ ສົ່ງໄປ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.