ທ.ທອງລຸນວ່າໃຫ້ຕັດສິນ ຄະດີ ກຸ່ມຄ້າຢາເສພຕິດ

ມະນີຈັນ
2018.06.15
f-khonpasong ເຈົ້າຂອງໂຮງແຮມຄອນປະສົງ ທ້າວ ຄອນປະສົງ ຜູ້ຕ້ອງຫາ ຄ້າຢາເສບຕິດໃນລາວ
Citizen Journalist

ນາຍົກຣັຖມົນຕຣີ ສປປລາວ ທ່ານ ທອງລຸນ ສີສຸລິດ ປະກາດດໍາເນີນຄະດີ ຫົວໂປ່ເຄືອຂ່າຍຢາເສບຕິດ ຢູ່ລາວທີ່ຈັບໄດ້ແລ້ວຈໍານວນນຶ່ງ ໃຫ້ປະຕິບັດຕາມຂະບວນການ ຍຸຕິທັມ ພ້ອມທັງຕິດຕາມ ກວາດລ້າງ ເຄືອຂ່າຍ ຢາເສບຕິດ ທີ່ຍັງລັກເຄື່ອນໄຫວຢູ່ ໃນປັດຈຸບັນ. ດັ່ງທີ່ ທ່ານໄດ້ກ່າວ ຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 8 ມີຖຸນານີ້:

"ຣັຖບານຈະສືບຕໍ່ ແກ້ໄຂຢ່າງເອົາໃຈໃສ່ ເປັນພິເສດ ຜູ້ທີ່ຈັບມາແລ້ວ ຕ້ອງເອົາຂຶ້ນສານ ຕ້ອງເອົາໄປສືບສວນ ສອບສວນ. ຂ້າພະເຈົ້າ ຈະຖາມເລື້ອຍໆ ວ່າເອົາຂຶ້ນສານແລ້ວບໍ່ ເອົາໄປສືບສວນ ແລ້ວບໍ່ ເອົາໄປຕັດສິນແລ້ວບໍ່ ຣາຍໃຫຍ່ໆຍັງບໍ່ທັນເຫັນ ແຕ່ວ່າຄິດວ່າຈະເຫັນ ໃນມື້ນຶ່ງ ເອົາບັນດາຫົວໂປ່ໂຕການ ອັນນີ້ຂຶ້ນຕັດສິນ."

ທ່ານ ທອງລຸນ ກ່າວອີກວ່າຣັຖບານ ຈະກວາດລ້າງບັນຫາ ຢາເສບຕິດຢູ່ຕໍ່ໄປ ແບບບໍ່ປະເອົາໄວ້ ຍ້ອນຢາເສບຕິດ ໃນຄູ່ມື້ນີ້ ໄດ້ລົງສູ່ ຮາກຖານປະຊາຊົນ ໂດຍທີ່ຍັງບໍ່ສາມາດປາບ ພວກຄ້າຢາເສບຕິດ ແລະຜູ້ເສບໄດ້ໝົດເທື່ອ ແລະຍັງພົບວ່າບາງພື້ນທີ່ ໃນລາວເປັນທັງ ບ່ອນຜລິດ ແລະເປັນທັງທາງຜ່ານ ຂອງຢາເສບຕິດ ໄປປະເທດອື່ນ

ຫາກປະປ່ອຍໃຫ້ເປັນຄືແນວນີ້ ຕໍ່ໄປປະຊາຊົນ ຈະເປັນແຕ່ຮ່າງກາຍ ບໍ່ມີມັນສມອງ. ໃນມື້ດຽວກັນນັ້ນ ພົລຕຣີ ສົມແກ້ວ ສີລາວົງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ກ່າວວ່າ ປັດຈຸບັນ ຢາເສບຕິດໃນລາວ ເພີ່ມຂຶ້ນແລະຍັງບໍ່ສາມາດ ຈັບຫົວໂປ່ໂຕການ ຣາຍໃຫຍ່ໄດ້.

ໃນຂນະດຽວກັນ ການຄ້າຢາເສບຕິດ ມີທັງຄົນລາວ ແລະ ຄົນຕ່າງປະເທດ ຮ່ວມກັນໃຊ້ພາຫານະ ທີ່ທັນສມັຍ ໃນການ ຂົນສົ່ງຢາເສບຕິດ.

ປະຊາຊົນລາວ ທ່ານນຶ່ງ ເຊື່ອວ່າຣັຖບານຈະສາມາດ ປາບປາມ ແລະແກ້ໄຂບັນຫາ ຢາເສບຕິດ ໃຫ້ໝົດໄປໄດ້ ຖ້າຫາກວ່າ ຣັຖບານ ແລະ ແຕ່ລະພາກສ່ວນ ທີ່ກ່ຽວຂ້ອງ ຮ່ວມກັນເຮັດວຽກ ຢ່າງຈິງຈັງ:

"ຖ້າຣັຖບານເຮັດ ມັນກະບໍ່ຍາກ ເພາະວ່າຜ່ານມາຫັ້ນ ເພິ່ນກະເຮັດໄດ້ຫລາຍພໍສົມຄວນຢູ່ ແຕ່ໄຊຊະນະມານີ້ນະ ແຕ່ວ່າຊ່ວງນີ້ ເພິ່ນກະມີ ນະໂຍບາຍ ກະດີໃຈຫັ້ນແຫລະ ຄັນຖ້າ ຣັຖບານ ເອົາຈິງມັນກະສິໝົດໄປຫັ້ນແຫລະ."

ຜ່ານມາ ຫົວໂປ່ເຄືອຂ່າຍຢາເສບຕິດ ໃນລາວໄດ້ຖືກຈັບແລ້ວ ຈໍານວນນຶ່ງໃນເວລາ ໄລ່ເລັ່ຽກັນ ເປັນຕົ້ນ ທ້າວ ໄຊຊະນະ ແກ້ວພິມພາ ຖືກຈັບຢູ່ສນາມບິນ ສຸວັນນະພູມ ປະເທດໄທ, ທ້າວ ສີສຸກ ດາວເຮືອງ ຖືກຈັບຢູ່ ແຂວງຫລວງພຣະບາງ ແລະ ທ້າວຄອນປະສົງ ສຸກກະເສີມ ຖືກຈັບຢູ່ແຂວງ ຄໍາມ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.