ທ.ໄຊຊະນະ ຖືກລົງອາຍາ ຈໍາຄຸກ ຕລອດຊີວິດ

ໄຊຍາ
2018.09.26
f-xaysana ສານອາຍາ ຂອງໄທ ຕັດສິນລົງໂທດ ທ້າວໄຊຊະນະ ແກ້ວພີມພາ ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ຂອງລາວ ໃນຂໍ້ຫາ ທີ 2 ຂອງຄະດີ ຄ້າຢາເສພຕິດ ໃຫ້ຈໍາຄຸກ ຕລອດຊີວິດ
AFP

ວັນທີ 26 ເດືອນກັນຍາ 2018 ສານອາຍາ ໃນປະເທດໄທ ຕັດສິນ ທ້າວ ໄຊຊະນະ ແກ້ວພີມພາ, ທ້າວ ຊຸມພອນ ພະນົມໄພ ແລະ ທ້າວ ລັດສະພົນ ລັດສະພົນພະກອນ ໃນຂໍ້ຫາສົມຄົບກັນ ມີຢາບ້າໄວ້ໃນຄອບຄອງ ແບບຜິດກົດໝາຍ ແລະໃນຂໍ້ຫາ ທີ 2 ຄື ຈຳເລີຍທັງ 3 ຄົນ ສົມຄົບກັນວາງແຜນ ເປັນຂະບວນການລັກລອບ ນຳຢາບ້າຈຳນວນ 3,3 ລ້ານເມັດ ເຂົ້າປະເທດໄທ ແລະ ສົ່ງໄປຫາເຄືອຂ່າຍຢາເສບຕິດ ທາງພາກໃຕ້ຂອງໄທ ແລະ ປະເທດມາເລເຊັຍ ຕົກເປັນມູນຄ່າ 144 ລ້ານບາດ.

ສານອາຍາຂອງໄທຕັດສິນລົງໂທດ ປະຫານຊີວິດ ທ້າວ ໄຊຊະນະ ແກ້ວພີມພາ ແລະ ທ້າວ ຊຸມພົນ ພະນົມໄພ ຫຼັງຈາກມີພິຍານຫຼັກຖານ ຂໍ້ມູນ ຈາກການໃຊ້ໂທຣະສັບ ຕິດຕໍ່ກັນໃຫ້ຈັດຣົດກະບະ ມືສອງຊຸກເຊື່ອງຢາບ້າ ຈາກລາວສົ່ງໄປຍັງພາກໃຕ້ ຂອງໄທ.

ຕາມກົດໝາຍຂອງໄທ ທ້າວ ໄຊຊະນະ ແກ້ວພີມພາ ແລະ ທ້າວ ຊຸມພົນ ພະນົມໄພ ທີ່ນຳຢາເສພຕິດ ຈຳນວນຫຼວງຫຼາຍເຂົ້າໄປໄທ ແມ່ນ ຕ້ອງຖືກລົງໂທດ ປະຫານຊີວິດ ແຕ່ພວກກ່ຽວ ໃຫ້ການຍອມຮັບສາຣະພາບ ໃນເບື້ອງຕົ້ນ ເຊີ່ງເປັນປະໂຫຍດ ແກ່ການພິຈາຣະນາ ຄະດີ. ດັ່ງນັ້ນສານຈຶ່ງຫລຸດໂທດ 1 ໃນ 3 ໃຫ້ເຫລືອແຕ່ ຈຳຄຸກຕລອດຊີວິດ.

ໃນຂນະດຽວກັນ ຈຳເລີຍກໍ່ໄດ້ປະຕິເສດ ທຸກກ່າວຫາໃນຊັ້ນສານ. ທ່ານ ວໍລະກັນ ພົງທະນາກຸນ ທະນາຍຄວາມຂອງ ທ້າວ ໄຊຊະນະ ແກ້ວພີມພາ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນວັນທີ 26 ກັນຍາ 2018 ນີ້ວ່າ ທ້າວ ໄຊຊະນະ ແກ້ວພີມພາ ໄດ້ປ່ຽນ ທະນາຍຄວາມຜູ້ໃໝ່ ໃນຂໍ້ຫາ ທີ 2, ສໍາລັບທ່ານເອງ ເບີ່ງສະເພາະຄະດີ ທີ 1 ເຊີ່ງຕັດສິນໄປແລ້ວ ຄາດວ່າ ທ້າວ ໄຊຊະນະ ແລະ ທະນາຍຄວາມຄົນໃໝ່ ຈະຍື່ນຂໍອຸທອນ ສູ້ຄະດີຕໍ່ໄປ ເພາະເຫັນວ່າ ຈຳເລີຍຍັງໃຫ້ການປະຕິເສດ ຕໍ່ສານທຸກຂໍ້ກ່າວຫາຢູ່. ດັ່ງທ່ານເວົ້າວ່າ:

"ເຂົາຕ້ອງອຸທອນ ແມ່ນຕ້ອງອຸທອນ ຄະດີນີ້ຂ້ອຍບໍ່ໄດ້ໄປຫຍຸ້ງກ່ຽວເລີຍ ຂ້ອຍບໍ່ໄດ້ເຂົ້າໄປເລີຍຄະດີ ທີ 2 ຂ້ອຍເຂົ້າໄປຄະດີທຳອິດ ຄະດີ ທີ 2 ຂ້ອຍບໍ່ໄດ້ກວດເລີຍ."

ໃນວັນທີ 20 ມິນາ 2018 ຜ່ານມາ ສານອາຍາ ຂອງໄທໄດ້ຕັດສິນລົງໂທດຈຳຄຸກ ຕລອດຊີວິດ ທ້າວ ໄຊຊະນະ ແກ້ວພີມພາ ຄະດີທີ 1 ມີຄວາມຜິດທາງກົດໝາຍວ່າດ້ວຍ ຢາເສບຕິດໃຫ້ໂທດ ປີ 1979 ກົດໝາຍວ່າດ້ວຍມາຕການ ປາບປາມ ຜູ້ກະທຳຜິດ ກ່ຽວກັບ ຢາເສບຕິດ ປີ 1991.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.