ຕໍາຣວດໄທ ກໍາລັງສືບສວນ ທ້າວ ໄຊຊະນະ ຜູ້ທີ່ຖືກຈັບ ໃນຂໍ້ຫາຄ້າ ຢາເສບຕິດ ນັບແຕ່ມື້ ທີ່ລາວຖືກຄວບຄຸມຕົວ ຢູ່ສນາມບິນ ສຸວັນນະ- ພູມ ໃນວັນທີ 19 ມົກກະຣາ ເປັນຕົ້ນມາ, ແລະ ຢ່າງນ້ອຍ ຈະມີພິຍານ 7 ຄົນ ມາໃຫ້ການ, ຕາມຣາຍງານ ໜັງສືພິມ ເດິເນເຊິນ.
ຣາຍງານທີ່ອ້າງຕາມ ເອກກະສານ ຄໍາຮ້ອງ ຂອງເຈົ້າໜ້າທີ່ ຕໍາຣວດ ທີ່ຍື່ນຕໍ່ສານ ຣາຊດາພິເສກ ເພື່ອຂໍ ອານຸຍາດ ຝາກຂັງ ທ້າວ ໄຊຊະນະ ຜູ້ຕ້ອງຫາ ຄ້າຢາເສບຕິດ ແລະຊາວລາວ ອີກ 3 ຄົນ ທີ່ຖືກຈັບ ພ້ອມກັນ ຣະບຸວ່າ ຈະມີພິຍານ ອີກ 7 ຄົນ ມາໃຫ້ການ ໃນໄວໆນີ້.
ເຈົ້າໜ້າທີ່ຕໍາຣວດໄທ ອ້າງວ່າ ສະມາຊິກ ຜູ້ຕ້ອງສົງໃສ ຄ້າຢາເສບຕິດ ຢູ່ພາກເໜືອ ຊື່ວ່າ ຈໍາພອນ ພະນົມພັຍ ແລະ ໄກຣາດ ສຸພາບ, ທັງສອງ ລັກລອບ ຂົນສົ່ງ ຢາເສບຕິດ ຈາກລາວ ເຂົ້າປະະເທດໄທ ຜ່ານ ແຂວງໜອງຄາຍ. ຢາເສບຕິດ ທີ່ລັກລອບ ນໍາເຂົ້າ ມານັ້ນ ໄດ້ນໍາໄປຈໍາຫນ່າຍ ໃຫ້ລູກຄ້າ ຢູ່ແຂວງພາກໃຕ້ ໂດຍຜູ້ສົມຮູ້ ຮ່ວມຄິດ 3 ຄົນ ຄື ທົດສະພອນ ພົນທີ, ໄພທູນ ທອງເສີມ, ແລະ ເກສະຍານັດ ທອງວາດ. ທົດສະພອນ ຖືກ ເຈົ້າໜ້າທີ່ ຈັບຢູ່ດ່ານກວດ ນະຄອນຣາຊສິມມາ ເມື່ອວັນທີ່ 30 ເດືອນ ກັນຍາ ປີ 2016 ໃນຂນະທີ່ ຂົນຢາບ້າ ຈໍານວນກວ່າ 1 ລ້ານ ເມັດ ທີ່ເຊື່ອງຢູ່ ເທິງຫລັງຄາ ລົດແວນ ຂອງລາວ ເພື່ອສົ່ງໄປ ຈໍາຫນ່າຍຢູ່ເຂດ ຫາດໃຫຍ່ ພາກໃຕ້ຂອງໄທ.
ຈາກການຈັບ ທ້າວ ທົສະພອນ ນີ້ ເຈົ້າໜ້າທີ່ ຕໍາຣວດໄດ້ ຂະຫຍາຍ ການສືບສວນ ຕໍ່ໄປ ຈົນສາມາດຈັບ ຜູ້ຕ້ອງສົງໃສ ຊື່ວ່າ ໄພທູນ, ເກສະນາຍັດ ແລະ ນຸສມັນ ປຣາຊູ ທີ່ຫາດໄຫຍ່ ເມື່ອ ເດືອນ ຕຸລາ ປີ 2016. ຣາຍງານວ່າ ການສືບສວນ ຂອງເຈົ້າໜ້າທີ່ ຕໍາຣວດໄທ ຫລັງຈາກໄດ້ຈັບ ສະມາຊິກ ເຄືອຍຂ່າຍ ຄ້າຢາເສບຕິດ ໃນໄທ ທີ່ກ່າວມານີ້ ຈຶ່ງສາມາດ ຣະບຸວ່າ ທ້າວ ໄຊຊະນະ ເປັນຜູ້ຕ້ອງສົງໃສ ເປັນຜູ້ບົ່ງການ ປະຕິບັດງານ ຂອງເຄື່ອຂ່າຍ ໃນໄທ ອັນນໍາໄປສູ່ ການອະນຸມັດ ໝາຍຈັບ ທ້າວ ໄຊຊະນະ. ເຈົ້າໜ້າທີ່ ຕໍາຣວດໄທ ແຈ້ງວ່າ ທ້າວ ໄຊຊະນະ ສາຣະພາບ ໃນທຸກຂໍ້ກ່າວຫາ.
