ເດັກນ້ອຍແມ່ຍິງ 4 ຄົນ ຖືກຊ່ອຍເຫຼືອ ຈາກການຄ້າມະນຸດ ຢູ່ແຂວງໄຊຍະບູຣີ

0:00 / 0:00

ຜແນກສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງໄຊຍະບູຣີ ໄດ້ຊ່ອຍເຫລືອ ເດັກນ້ອຍແມ່ຍິງລາວ ອາຍຸ 17 ປີ ຈໍານວນ 4 ຄົນ ໃນຕົ້ນເດືອນກຸມພາ ທີ່ຜ່ານມາ ຊຶ່ງພວກເຂົາເຈົ້າໄປເຮັດວຽກ ຢູ່ຮ້ານອາຫານຂອງຄົນລາວແຫ່ງນຶ່ງ ທີ່ເມືອງປາກລາຍ ແຂວງໄຊຍະບູຣີ ໂດຍບໍ່ໄດ້ຮັບເງິນຄ່າແຮງງານ ແລະຖືກບັງຄັບໃຫ້ຂາຍບໍຣິການທາງເພດ ແຕ່ເດືອນກໍຣະກະດາ 2023 ຈົນຮອດວັນທີ 5 ກຸມພາ 2024 ນີ້.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ມີນານີ້ວ່າ:

" ຄົນບໍ່ແກ້ວກັບຄົນ ຫລວງພະບາງ 17 ປີແບບວ່າ ເຂົາເຈົ້າມາຫລີ້ນມາທ່ຽວ ມາຊອກວຽກເຮັດນີ້ແຫລະ ເຂົາເຈົ້າມາສະໝັກເອງເຂົາເຈົ້າມາເຮັດເອງ. ແລ້ວມັນມາຖືກຮ້ານທີ່ວ່າຂາຍບໍລິການທາງເພດຫັ້ນ ຄືແນວນັ້ນຫັ້ນແຫລະ ຄືເຫັນຂ່າວຫັ້ນແຫລະ. ມີຜູ້ນຶ່ງກໍວ່າລ້າງຖ້ວຍອິຫຍັງນີ້ນ່າ. ເຂົາເຈົ້າກໍບໍ່ໄດ້ເຮັດວຽກ. "

ນາງເວົ້າຕື່ມວ່າ ພາຍຫລັງທີ່ຕໍາຣວດແຂວງໄຊຍະບູຣີ ໄດ້ຊ່ອຍເຫລືອເດັກນ້ອຍ ແມ່ຍິງທັງ 4 ຄົນນັ້ນແລ້ວ ກໍໄດ້ສົ່ງພວກເຂົາເຈົ້າ ໄປຢູ່ໃນການດູແລ ຂອງສະຫະພັນແມ່ຍິງ ແຂວງໄຊຍະບູຣີ ເພື່ອຟື້ນຟູຈິດໃຈ ແລະສຶກສາອົບຮົມ ບໍ່ໃຫ້ພວກເຂົາເຈົ້າຫລົງເຊື່ອ ຄໍາຕົວະຍົວະ ຂອງຂະບວນການຄ້າມະນຸດຕື່ມອີກ ແລະໄດ້ມີການສືບສວນ ສອບສວນ ກໍຣະນີດັ່ງກ່າວ.

ຕໍ່ມາ ຮອດວັນທີ 21 ກຸມພາທີ່ຜ່ານມາ ເຈົ້າໜ້າທີ່ຜແນກສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງໄຊຍະບູຣີ ກໍໄດ້ມອບ ເດັກນ້ອຍແມ່ຍິງ 3 ຄົນ ທີ່ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດນັ້ນ ໃຫ້ເຈົ້າໜ້າທີ່ຜແນກສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງຫລວງພຣະບາງ ແລະໃຫ້ເຈົ້າໜ້າທີ່ຜແນກ ສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງບໍ່ແກ້ວ 1 ຄົນ.

ຫລັງຈາກນັ້ນ ເຈົ້າໜ້າທີ່ ກໍໄດ້ມອບພວກນາງ ໃຫ້ທາງຄອບຄົວໄປແລ້ວ ດັ່ງທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ:

" ອັນອ້າຍນ້ອງເຂົາເຈົ້າ ເຂົ້າຮ່ວມ ເຈົ້າ ບໍ່ໄດ້ເອົາມາເຂົ້າສູນ ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ ເດັກນ້ອຍແຂວງ. ມີແຕ່ວ່າເຂົາເຈົ້າປະເມີນຄອບຄົວ ແລ້ວກໍທາງນັ້ນ ເຂົາເຈົ້າກໍມອບໃຫ້ພໍ່ແມ່ເລີຍ. "

ກ່ອນໜ້າ ທີ່ເຈົ້າໜ້າທີ່ຜແນກສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງໄຊຍະບູຣີ ຈະຮູ້ເຣື່ອງ ແລະເຂົ້າໄປຊ່ອຍເຫລືອພວກເຂົາເຈົ້າ ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ແມ່ນພວກເດັກນ້ອຍແມ່ຍິງທັງ 4 ຄົນນັ້ນ ໄດ້ຕິດຕໍ່ໄປຫາພໍ່ແມ່ ໃຫ້ໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຣວດ ແລະຂໍຄວາມຊ່ອຍເຫລືອນໍາເພິ່ນ. ເມື່ອຮູ້ເຣື່ອງແລ້ວ ເຈົ້າໜ້າທີ່ກໍໄດ້ໄປກວດຄົ້ນ ຮ້ານອາຫານດັ່ງກ່າວ ແລະພົບວ່າ ມັນມີມູນຄວາມຈິງແທ້ ແລະໄດ້ກັກໂຕ ເຈົ້າຂອງຮ້ານ ທີ່ເປັນຄົນລາວ, ມີການສອບສວນ ເພື່ອດໍາດນີນຄະດີ ຕາມລະບຽບກົດໝາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີ ນາງດຽວກັນນັ້ນ ກ່າວວ່າ:

" ສົ່ງຄືນພໍ່ແມ່ໝົດແລ້ວເດ້ ພໍ່ແມ່ເພິ່ນມາເອົາແລ້ວກໍອັນນ່າ. ອໍານາດການປົກຄອງບ້ານທີ່ເຂົາເຈົ້າຢູ່ມາເອົາ ແລ້ວກໍທາງຈັດຕັ້ງ. ທາງອໍານາດການປົກຄອງ ເຂົາໄດ້ກວດ ໄດ້ກວດແລ້ວກໍແຈ້ງຄວາມຈັບເຈົ້າຂອງຮ້ານ ແລ້ວກໍດໍາເນີນຄະດີ, ແຕ່ວ່າຄະດີຍັງບໍ່ແລ້ວເທື່ອ. ມີແຕ່ຊ່ວຍເຫລືອເດັກໄວ້ແລ້ວ. "

ພາຍຫລັງທີ່ ເຈົ້າໜ້າທີ່ກວດພົບວ່າ ຮ້ານອາຫານຄົນລາວແຫ່ງດັ່ງກ່າວ ມີການບັງຄັບໃຫ້ເດັກນ້ອຍແມ່ຍິງ ບໍຣິການທາງເພດ ທາງການເມືອງປາກລາຍ ກໍໄດ້ມີການແຕ່ງຕັ້ງ ຄະນະກໍາມະການ ເພື່ອສະກັດກັ້ນ ແລະຕ້ານການຄ້າມະນຸດຂຶ້ນ ເພື່ອປົກປ້ອງ ຄຸ້ມຄອງ ຕ້ານປະກົດການອັນບໍ່ດີ ເປັນຕົ້ນການບັງຄັບເດັກ ນ້ອຍແມ່ຍິງ ໃຫ້ບໍຣິການທາງເພດ, ການຄ້າມະນຸດ ຢູ່ຮ້ານອາຫານ ແລະຮ້ານບັນເທີງຕ່າງໆ.

ດັ່ງຄະນະກໍາມະການດັ່ງກ່າວ ທ່ານນຶ່ງເວົ້າວ່າ:

" ຮ້ານບັນເທິງເຮົານີ້ມີເນາະ ເອົາເດັກນ້ອຍທີ່ບໍ່ແມ່ນ ແຕ່ເດັກນ້ອຍດອກ ອາຍຸທີ່ຫລຸດ 18 ປີ ຕາມກົດໝາຍ, ຕາມນິຕິກໍາ. ເມື່ອຕົ້ນເດືອນນີ້ເພິ່ນກໍແຕ່ງຕັ້ງ ໂດຍສະເພາະແມ່ນທ່ານເຈົ້າເມືອງຫັ້ນແຫລະ. ເພິ່ນກໍແຕ່ງຕັ້ງກໍາມະການເນາະ. ຄຸ້ມຄອງເວົ້າເລື່ອງຕ້ານປາກົດການຫຍໍ້ທໍ້. ຮ້ານບັນເທິງໂດຍສະເພາະແມ່ນຄະນະຄຸ້ມຄອງທຸລະກິດ ການທ່ອງທ່ຽວຂອງເມືອງ ແລ້ວກໍຄ້າມະນຸດ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເຂົາເຈົ້າກໍໄດ້ລົງກວດກາກໍຖືວ່າ ໄດ້ເຮັດເປັນປົກກະຕິ. ຊ່ວງນີ້ ກໍຖືວ່າຜ່ານການເຮັດມາ ກໍຖືວ່າມິດງຽບໄປ. "

ເມື່ອກ່ອນໜ້ານີ້ ໃນມື້ວັນທີ 28 ພຶສຈິກາ 2023 ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ເມືອງປາກຊັນ ແຂວງບໍຣິຄໍາໄຊ ໄດ້ກວດພົບຮ້ານກິນດື່ມ ທີ່ມີການຄ້າປະເວນີແອບແຟງ ຢູ່ເທສບານເມືອງປາກຊັນ ຈໍານວນ 15 ຮ້ານ ທີ່ມີສາວບໍຣິການທາງເພດ ທັງໝົດ 32 ຄົນ. ເຈົ້າໜ້າທີ່ໄດ້ນໍາໂຕຜູ້ເປັນເຈົ້າຂອງຮ້ານ ແລະສາວບໍຣິການ ມາສຶກສາອົບຮົມ ແລະເຮັດບົດບັນທຶກ ບໍ່ໃຫ້ເຈົ້າຂອງຮ້ານເຮັດການຄ້າປະເວນີ ພ້ອມທັງໃຫ້ນໍາສົ່ງ ສາວບໍຣິການທັງໝົດ ຄືນໃຫ້ຄອບຄົວຂອງພວກເຂົາເຈົ້າ.