ແມ່ຍິງລາວ ຮັບຈ້າງຖືພາ ຍັງບໍ່ໄດ້ ກັບຄືນ ສປປ ລາວ

ສຸພັດຕາ
2019.11.27
F-WOMEN ເດັກນ້ອຍ ຍິງລາວ ຫຍິບປັກ ຖັກແຊ່ວ ເຮັດວຽກບ້ານ ການເຮືອນ
RFA

ນັບແຕ່ວັນທີ 7 ພຶສຈິກາ ຮອດປັດຈຸບັນ ແມ່ຍິງລາວ 2 ຄົນ ຈາກແຂວງບໍຣິຄໍາໄຊ ແລະ ແຂວງສວັນນະເຂດ ທີ່ຖືກຕົວະໃຫ້ໄປເຮັດວຽກ ຢູ່ຈີນ ແລ້ວຖືກຄົນຈີນ ຍົວະໃຫ້ຮັບຈ້າງຖືພານັ້ນ, ພວກນາງຍັງບໍ່ຖືກສົ່ງກັບ ປະເທດລາວເທື່ອ, ອີງຕາມຄໍາເວົ້າຂອງແມ່ ຂອງຜູ້ຍິງລາວ ຢູ່ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ພຶສຈິກາ ນີ້:

“ເພາະວ່າ ຢູ່ນີ້ຫັ້ນ ຢູ່ວຽງນີ້ນ່າ ລູກເຮົາມັນຢູ່ໃຕ້ ກະຍັງບໍ່ມີໃຜປະສານມາຫາເລີຍ ບໍ່ໆມິດເລີຍນ່າ ໂອ້ ເພິ່ນຊິສົ່ງກັບຢູ່ບໍເນາະ.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຕໍາຣວດ ຜແນກສະກັດກັ້ນການຄ້າມະນຸດ ແຂວງສວັນນະເຂດ ກ່າວວ່າ ອາທິດທີ່ຜ່ານມາ ເຈົ້າໜ້າທີ່ປະສານງານ ລາວ-ຈີນ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ຕໍາຣວດ ເຫີໜານ ຂອງຈີນ ສອງຄັ້ງ, ເຈົ້າໜ້າທີ່ຈີນ ເວົ້າວ່າ ຄະດີຂອງແມ່ຍິງ ລາວ 2 ຄົນນີ້ ຖືກມອບ ໃຫ້ຂແນງຕໍາຣວດ ສະເພາະກິຈໃນຈີນ ເຂົ້າມາສືບຕໍ່ວຽກແລ້ວ, ແມ່ຍິງທັງສອງຄົນປອດພັຍ ແລະຢູ່ໃນຄວາມດູແລຂອງເຈົ້າໜ້າທີ່ຕໍາຣວດ ຈີນ ແລ້ວ, ດັ່ງທ່ານກ່າວວ່າ:

“ອາທິດນີ້ ກໍໂທຫາຕໍາຣວດ ແລ້ວລົມກັບຕໍາຣວດແລ້ວ ຂະເຈົ້າວ່າມອບໃຫ້ໜ່ວຍສະເພາະກິຈ ຂະເຈົ້າເຮັດວຽກແລ້ວຫັ່ນນາ ເຂົາຫາກຊິເຮັດ ໜັງສື ສົ່ງເດັກນ້ອຍຂ້າມແດນຫັ່ນ ຄ້າຍໆກັບສົ່ງຜູ້ຮ້າຍຂ້າມແດນ ເຂົາຈະສົ່ງເມືອ ແຕ່ກະບໍ່ຮູ້ຄືກັນ ວ່າເປັນຫຍັງຄື ຊ້າແທ້.”

ໃນຂນະດຽວກັນ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງກົງສູນ ກະຊວງການຕ່າງປະເທດ ເພື່ອສອບຖາມຄວາມຄືບໜ້າ ຄະດີຂອງແມ່ຍິງ ທັງສອງຄົນດັ່ງກ່າວ ເຈົ້າໜ້າທີ່ ເວົ້າວ່າ ອາດຕ້ອງໃຊ້ເວລາເຕີບນຶ່ງ ຍ້ອນລໍຖ້າ ໃຫ້ທາງຈີນ ແຈ້ງການມາກ່ອນ:

“ເຈົ້າໆ ເປັນຈັ່ງໃດ ເຮົາຊິເບິ່ງໃຫ້ ໂອ່ ໃຊ້ເວລາເຕີບນຶ່ງ ບໍ່ຮູ້ແຫຼະ ໃຫ້ເຂົາສົ່ງເຣື່ອງມາກ່ອນ ຊັ້ນອ້າຍຈັ່ງຊິໃຫ້ຊິໃຫ້ຄໍາຕອບເຈົ້າ.”

ອີງຕາມຄໍາເວົ້າ ຂອງຜູ້ເປັນແມ່ ຂອງແມ່ຍິງ ຈາກແຂວງສວັນນະເຂດ ແລ້ວແມ່ນວ່າ ແມ່ຍິງລາວສອງຄົນ ທີ່ຖືກຕົວະໄປເຮັດວຽກຢູ່ຈີນ ແລ້ວຖືກຄົນຈີນຍົວະໄປຮັບຈ້າງຖືພານັ້ນ ບໍ່ໄດ້ຕິດຕໍ່ຫາພໍ່ແມ່ ຕັ້ງແຕ່ເດືອນ ຕຸລາ ຈົນຮອດປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.