ຮອບປີ 2024 ທາງການລາວ ຈັບ 122 ຄົນ ທີ່ກໍ່ຄະດີ ຄ້າມະນຸດ

ສຸພັດຕາ
2025.01.28
ຮອບປີ 2024 ທາງການລາວ ຈັບ 122 ຄົນ ທີ່ກໍ່ຄະດີ ຄ້າມະນຸດ ປ້າຍກອງປະຊຸມ ຂອງຄະນະກຳມະການ ຕ້ານການຄ້າມະນຸດ ທີ່ຈັດຂຶ້ນ ໃນນະຄອນຫຼວງວຽງຈັນ. ວັນທີ 24 ເດືອນມັງກອນ 2025
Credit photos: facebook fan page ຄວາມສະຫງົບ Lao Security News

ຕະຫຼອດປີ 2024 ທີ່ຜ່ານມາ, ຄະນະກໍາມະການ ຕ້ານການຄ້າມະນຸດ ທົ່ວປະເທດລາວ ສຸມໃສ່ ດໍາເນີນຄະດີ ຄ້າມະນຸດ ໃນຮູບແບບ ການຈ້າງຖືພາ, ແຕ່ງດອງ ແລະ ສໍ້ໂກງຊັບ ຜ່ານລະບົບ ໂທລະຄົມ ໄດ້ທັງໝົດ 59 ເລື່ອງF ມີຜູ້ຖືກກ່າວຫາ ທັງໝົດ 122 ຄົນ. ໃນນັ້ນ, ເປັນຄົນຕ່າງປະເທດ, ຈີນ ແລະຫວຽດນາມ ທັງໝົດ 56 ຄົນ, ມີຜູ້ຖືກເຄາະຮ້າຍ 107 ຄົນ. ໃນນັ້ນ ອາຍຸຕໍ່າກວ່າ 18 ປີ 59 ຄົນ ສ່ວນຫຼາຍ ເປັນເພດຍິງ.

ສໍາລັບຄະດີ ຄ້າມະນຸດ ທີ່ເດັ່ນກວ່າໝູ່ ແມ່ນການຈ້າງຖືພາ ໂດຍກຸ່ມພໍ່ແມ່ຊາວຈີນ ທີ່ມີລູກຍາກ ໄດ້ຕິດຕໍ່ ນາຍໜ້າລາວ ແລະ ຍິງສາວລາວ ໂດຍຕົງ ເພື່ອຈ້າງໃຫ້ຖືພາແທນ ໂດຍບໍ່ຜ່ານ ການກວດກ ປະຫວັດສ່ວນໂຕ ຈາກທັງທາງການລາວ ແລະ ຈີນ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ທ່່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ມັງກອນ ນີ້ວ່າ:

“ພໍ່ແມ່ຄົນຈີນ ມີລູກຍາກ ໄປຈ້າງຄົນລາວ, ແມ່ຍິງຖືພາ ມີການສີດໂຕອ່ອນ. ເຂົາເຈົ້າຈະເອົາໄປ ບົວລະບັດ ເອົາໄປຕິດຕາມ ເຊົ່າຫ້ອງເຊົ່າເຮືອນຢູ່ ຈົນເກີດ. ພາຍຫຼັງເກີດ, ເຂົາເອົາເງິນໃຫ້ ແລ້ວກໍເອົາເດັກນ້ອຍໄປ, ບໍ່ໄດ້ຜ່ານ ແຈ້ງຜ່ານຂັ້ນຕອນ ຂອງລັດຖະບານເຮົາ, ຜ່ານແມ່ຍິງຖືພາຫັ້ນ ໂດຍຕົງ, ຜ່ານນາຍໜ້າເລີຍ, ຫັ້ນນ່າ.”

ຄະດີຄ້າມະນຸດ ທີ່ເດັ່ນອີກ ເລື່ອງໜຶ່ງ ແມ່ນການຕົວະແຕ່ງດອງ, ໂດຍກຸ່ມນາຍໜ້າລາວ ທີ່ສ່ວນຫຼາຍ ເປັນຄົນໃນທ້ອງຖິ່ນ ດຽວກັນ ໃຊ້ຄວາມເຊື່ອໃຈ ທີ່ເປັນຄົນລາວ ນໍາກັນ ຂົນຂວາຍ ເອົາຍິງສາວລາວ ອາຍຸຕໍ່າກວ່າ 18 ປີ ທີ່ມີຖານະທຸກຍາກ ແລະ ບໍ່ມີການສຶກສາຂັ້ນສູງ ໄປໝັ້ນໝາຍ ຫຼືແຕ່ງດອງ ກັບຄົນຈີນ, ເຊິ່ງໃຫ້ຄ່າດອງ ຫຼາຍຮ້ອຍລ້ານກີບ ໂດຍຫຼີກລ້ຽງການແລ່ນ ເອກະສານແຕ່ງດອງ ຜ່ານການຈັດຕັ້ງ ທີ່ກ່ຽວຂ້ອງ. ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ:

“ເຂົາເຂົ້າຫາພໍ່ແມ່ ເຂົາເຈົ້າ ໂດຍຕົງ ແລ້ວເຮັດໃຫ້ວ່າ ຂໍ້ມູນທີ່ວ່າ ຜູ້ເສຍຫາຍໄດ້, ຫັ້ນນ່າ ມັນລະບໍ່ຖືກຕ້ອງ ກັບຄວາມເປັນຈິງເນາະ. ເຂົາເອົາເງິນ ຈໍານວນໜຶ່ງ ທີ່ວ່າມາໃຊ້ຈ່າຍ ໃນການແຕ່ງດອງ ສຸດທ້າຍເອົາໄປ ກໍແມ່ນ ໜຶ່ງ ເກີດກໍລະນີ ການໃຊ້ແຮງງານ, ສອງ ເກີດກໍລະນີ ກັກຂັງ ທຸບຕີ, ທໍລະມານ ອີ່ຫຍັງຕ່າງໆ. ພວກນາຍໜ້າ ກໍແມ່ນ ພວກທີ່ວ່າ ຄົນລາວ ລະຄົນທ້ອງຖິ່ນ ໂຕນັ້ນຫັ້ນ ເພາະເຂົາອາໄສ ຄວາມເຊື່ອໃຈ.”

ພ້ອມກັນນັ້ນ, ລັດຖະບານ ຍັງໄດ້ໃຫ້ການຊ່ອຍເຫຼືອ ຜູ້ທີ່ມີຄວາມສ່ຽງ ຈາກການຄ້າມະນຸດ ຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຈໍານວນ 962 ຄົນ. ມີທັງຄົນລາວ, ຄົນຈີນ, ຄົນໄທ ແລະ ຄົນຫວຽດນາມ. ໃນນັ້ນ, ເປັນເພດຍິງ 133 ຄົນ ອີກທັງ ໃນນັ້ນ ຈໍານວນໜຶ່ງ ເປັນແມ່ຍິງ ທີ່ກໍາລັງ ຈະເຂົ້າສູ່ຂະບວນການ ສີດໂຕອ່ອນ ເຂົ້າມົດລູກ ໃນຮູບແບບ ການຈ້າງຖືພາ, ແຕ່ຕໍາຫຼວດລາວ ເຂົ້າມາຊ່ອຍໄດ້ທັນກ່ອນ, ໂດຍຄົນຕ່າງປະເທດ ທີ່ບໍ່ມີເອກກະສານ ເຂົ້າປະເທດລາວ ຢ່າງຖືກຕ້ອງ ກໍຖືກສົ່ງກັບຄືນປະເທດ. ສ່ວນຄົນລາວ ມອບໃຫ້ ອົງການປົກຄອງທ້ອງຖິ່ນ ສຶກສາອົບຮົມ. ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ທ່ານກ່າວວ່າ:

“ແຕ່ເຂົາຍັງ ບໍ່ຕົກເປັນເຫຍື່ອ ເຮົາດໍາເນີນຄະດີ ນໍາພວກນັ້ນ ບໍ່ໄດ້. ໂຕນີ້, ສ່ວນຫຼາຍ ແມ່ນເຮົາໄດ້ຂໍ້ມູນ ຈາກພວກທີ່ເປັນເຫຍື່ອຫັ້ນ, ເຮົາກໍໄດ້ ຂະຫຍາຍຜົນເນາະ. ເຮົາເຫັນ ພົບວ່າ ມັນມີຈໍານວນໜຶ່ງ ທີ່ວ່າ ຈະມີຄວາມສ່ຽງ ທີ່ວ່າ ຈະເປັນນັ້ນ ເຮົາກໍແກ້ບັນຫາກ່ອນ. ເຂດທີ່ວ່າ ມັນມີການພັດທະນາ ເຂດຊາຍແດນຫັ້ນແຫຼະ, ຢູ່ນໍາບັນດາ ຮ້ານບັນເທີງບໍ່, ຢູ່ໃນການຄ້າມະນຸດ ໃນຮູບແບບ ການອູ້ມບຸນ.”

ໃນຈໍານວນກຸ່ມສ່ຽງ ຈາກການຄ້າມະນຸດ 962 ຄົນ ດັ່ງກ່າວນັ້ນ, ແມ່ນຄະນະກໍາມະການ ຕ້ານການຄ້າມະນຸດ ທົ່ວປະເທດລາວ ສາມາດສະກັດກັ້ນ ບໍ່ໃຫ້ພົນລະເມືອງລາວ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ຢູ່ປະເທດຈີນ ແລະ ມຽນມາ ນໍາດ້ວຍ ແລະ ສາມາດສະກັດກັ້ນ ບໍ່ໃຫ້ພົນລະເມືອງລາວ ຖືກຕົວະໄປຂາຍ ບໍລິການທາງເພດ ຢູ່ຮ້ານບັນເທິງ. ລວມທັງສາມາດສະກັດກັ້ນ ບໍ່ໃຫ້ພົນລະເມືອງ ຂອງຕົນ ສ້າງຄວາມເສຍຫາຍ ຜ່ານສື່ສັງຄົມອອນລາຍ ຈາກການຖ່າຍທອດສົດ ການມີເພດສໍາພັນ ແລ້ວເຜີຍແຜ່ຄລິບວີດິໂອ ລົງສື່ສັງຄົມອອນລາຍ.

ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຍັງໃຫ້ການຊ່ອຍເຫຼືອ ຜູ້ທີ່ມີຄວາມສ່ຽງ ຈາກການຄ້າມະນຸດ ໃນທຸກດ້ານ ແບບບໍ່ເສຍຄ່າ ເປັນຕົ້ນ ໃຫ້ສະຖານທີ່ ພັກເຊົາຊົ່ວຄາວ, ໃຫ້ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຈໍາເປັນ, ການປິ່ນປົວ ດ້ານຮ່າງກາຍ ແລະ ການບໍາບັດ ຟື້ນຟູ ດ້ານຈິດໃຈ. ດັ່ງເຈົ້າໜ້າທີ່ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ນາງໜຶ່ງ ກ່າວວ່າ:

“ໃຫ້ຄວາມຊ່ວຍເຫຼືອ ຢູ່ແລ້ວ. ພົບກໍລະນີ ໃຫ້ທາງສະຖານທີ່ ເຮົາບໍ່ໄດ້ເກັບ ຄ່າຫຍັງເຈົ້າ, ເຮົາຊ່ວຍທຸກກໍລະນີ ທີ່ຕົກຢູ່ໃນຄວາມສ່ຽງ ຫຼືວ່າ ເປັນຜູ້ທີ່ ຖືກເຄາະຮ້າຍເນາະ. ພວກເຮົາບໍ່ໄດ້ ຈໍາແນກວ່າ ຄົນຕ່າງປະເທດ ຫຼື ຄົນລາວ ຖ້າວ່າ ຢູ່ໃນກຸ່ມອັນນັ້ນ ທາງເຮົາ ກະໃຫ້ການຊ່ອຍເຫຼືອ ຕາມທີ່ກໍານົດໄວ້ ໃນນິຕິກໍາ.”

ສໍາລັບກອງປະຊຸມ ສະຫຼຸບການຈັດຕັ້ງວຽກງານ ຕ້ານການຄ້າມະນຸດ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025 ນີ້, ເປັນການສະຫຼຸບວຽກງານ ຂອງຄະນະກໍາມະການ ຕ້ານການຄ້າມະນຸດ ລະດັບຊາດ, ເຊິ່ງປະກອບດ້ວຍ ສູນກາງ, ນະຄອນຫຼວງວຽງຈັນ ແລະ ທຸກແຂວງ ທົ່ວປະເທດລາວນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.