ຄົນງານທີ່ຖືກເຮືອປະມົງ ຫຼອກໄປ
2015.04.22
ຍານາງ ປະຕິມາ ຕັ້ງປັດຍາກູນ ຫົວໜ້າ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງ ໄທ ເປີດເຜີຍ ວ່າ ຫຼັງຈາກ ທີ່ ໄດ້ຮັບ ອິສຣະ ແລ້ວ ຄົນງານ ລາວ ທີ່ ຖືກ ຫລອກໄປ ເຮັດວຽກ ໃນ ເຮືອ ປະມົງ ຂອງໄທ ໃນ ເຂດນໍ້າ ອິນໂດເນເຊັຽ ກໍໄດ້ ຊ່ອຍເຫຼືອ ເພື່ອນ ຄົນງານ ຊາດ ອື່ນໆ ທີ່ ຢາກ ໜີ ພົ້ນຈາກ ການຖືກ ກົດຂີ່ ຂົ່ມເຫັງ:
"ຍານາງ ວ່າ ເດືອນ ມິນາ ທີ່ ຜ່ານມາ ເຮົາຫາ ກໍໄດ້ພົບ ຄົນລາວ ມີ ທັງ ຄົນລາວ ພະມ້າ ກັມພູຊາ ຄ້າງຢູ່ ທີ່ນັ້ນ. ຄົນລາວ ເຂັ້ມແຂງ ຫລາຍ ຊ່ວຍເຫລືອ ຄົນໄທ ໃຫ້ໄດ້ ກັບ ບ້ານ ໂດຍ ໄປບອກ ກັບ ໝູ່ວ່າ ມັນມີ ໜ່ວຍງານ ມີ ມູລນິທິ ທີ່ ຊ່ວຍເຫລືອ ຄົນ ໄທ ກັບ ບ້ານ ແລ້ວເຂົາ ກໍໄປ ຕາມເອົາ ໝູ່ ຄົນອື່ນໆ ທີ່ ຫລົບຊ້ອນ ຕາມທີ່ ຕ່າງໆ ເພາະ ພວກເຂົາ ຢູ່ດ້ວຍ ຄວາມ ຢ້ານກົວ".
ຍານາງ ເວົ້າວ່າ ເຖິງ ຍັງ ບໍ່ຮູ້ວ່າ ຈະໄດ້ ກັບບ້ານ ເມື່ອໃດ ແຕ່ ຄົນງານ ລາວ ຢູ່ທີ່ນັ້ນ ກໍມີ ສະພາບ ຈິດໃຈ ດີຂຶ້ນ ຫລາຍ, ຊ່ວຍເຫລືອ ຄົນງານ ຊາດ ອື່ນໆ ທັງ ຄົນງານ ໄທ ແລະ ພະມ້າ ທີ່ ໄດ້ກັບ ຄືນ ບ້ານ ແລ້ວ ເກືອບ 400 ຄົນ ຂນະທີ່ ເຊື່ອວ່າ ມີ ຄົນງານ ລາວ ຢູ່ ອິນໂດເອເຊັຽ ແລະ ຢາກ ກັບບ້ານ ຫຼາຍ ຮ້ອຍ ຄົນ ແຕ່ຄ່າ ໃຊ້ຈ່າຍ ໃຫ້ ພວກເຂົາ ກັບຄືນ ນັ້ນ ມີ ຈໍາກັດ, ຈຶ່ງ ຢາກ ຂໍໃຫ້ ຄົນລາວ ຄົນໄທ ຊ່ວຍ ບໍຣິຈາກ ເປັນ ຄ່າ ໃຊ້ຈ່າຍ:
"ຍານາງ ວ່າ ພວກ ນາງ ກໍຈະອອກ ທາງ ເຟັຊບຸຄ ບອກວ່າ ມີ ກຸ່ມ ຄົນງານ ລາວ ທີ່ ຊ່ວຍເຫລືອ ໝູ່ ຄົນໄທ ໃຫ້ ໄດ້ ກັບບ້ານ. ຖ້າ ຄົນໄທ ສົນໃຈ ທີ່ ຈະຊ່ວຍ ເຣື່ອງ ຄ່າ ເດີນທາງ ຂອງ ພວກເຂົາ ອັນນີ້ ກໍຈະ ເປັນ ຊ່ອງທາງ ນຶ່ງ ແລະ ມູລນິທິ ຈະຕັ້ງ ເປັນ ກອງທຶນ ຊ່ວຍເຫລືອ".
ມູລນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງ ໄທ ເປັນ ອົງການ ທີ່ບໍ່ ຂຶ້ນ ກັບ ຣັຖບານ ແລະ ບໍ່ຫວັງ ຜົນກໍາໄຣ ຊຶ່ງ ໃຫ້ຄວາມ ຊ່ວຍເຫລືອ ຄົນງານ ຕ່າງດ້າວ ຮວມທັງ ຄົນງານ ລາວ ທີ່ ຕົກເປັນ ເຫຍື່ອ ຂອງ ພວກ ຄ້າມະນຸດ ໃຫ້ ໄດ້ກັບຄືນ ເມືອ ບ້ານເກີດ ເມືອງນອນ ຂອງ ພວກເຂົາ.