ແມ່ຍິງ 58 ຄົນ ຖືກຊ່ອຍ ຈາກການຄ້າມະນຸສ
2022.04.05
ໃນປີ 2021 ກົມຕຳຣວດສກັດກັ້ນ ແລະ ຕ້ານການຄ້າມະນຸສ ກະຊວງປ້ອງກັນຄວາມສງົບ ໄດ້ຊ່ອຍເຫຼືອແມ່ຍິງ, ເດັກຍິງຕ່າງປະເທດ, ແມ່ຍິງ ແລະ ເດັກຍິງລາວ ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸສ ໄດ້ 58 ຄົນ.
ເຈົ້າໜ້າທີ່ ໄດ້ແກ້ໄຂຄະດີຄ້າມະນຸສໄດ້ 25 ເຣື່ອງ ແລະ ໄດ້ຮັບແຈ້ງຄະດີການຄ້າມະນຸສ 78 ຄັ້ງ.
ເຈົ້າໜ້າທີ່ໄດ້ຈັບຜູ້ຕ້ອງຫາ 40 ຄົນ ເປັນຍິງ 24 ຄົນ ທີ່ ເປັນຄົນສັນຊາດສິງກະໂປ ເຊື້ອສາຍຈີນ, ຄົນໄທຍ, ຄົນລາວ ແລະ ຄົນຣັສເຊັຽ ແລະ ເຂົາເຈົ້າທັງໝົດ ຖືກດໍາເນີນຄະດີ ໃນຂໍ້ຫາຄ້າມະນຸສ, ການເປັນນາຍໜ້າຈັດຫາແມ່ຍິງ ແລະ ເດັກຍິງໄປຄ້າປະເວນີ ແລະ ເປັນຜູ້ຄ້າມະນຸສເຮັດໃຫ້ແມ່ຍິງ ແລະ ເດັກຍິງຕົກເປັນຜູ້ເຄາະຮ້າຍ. ປັດຈຸບັນ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບ ໄດ້ສົ່ງສຳນວນຄະດີທັງໝົດ ໃຫ້ອັຍການ ເພື່ອດຳເນີນຄະດີຕາມກົດໝາຍ.
ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ເມສາ ວ່າ:
“25 ຄະດີ ອັນນີ້ ເຮົາມີນີ້ ມັນຈະມີຄົນຣັສເຊັຽແດ່ ມີຄົນໄທຍແດ່ ລ້າສຸດນີ້ ອາທິດກ່ອນນີ້ ມີຄົນສິງກະໂປແດ່ ມັນກໍມີທັງນາຍໜ້ານຳ ແລະ ມັນກໍມີທັງຜູ້ຄ້ານຳ ຈັ່ງຊີ້ ຫັ້ນແຫຼະມັນກໍຫຼາຍຜູ້ກະທຳຜິດ ລວມກັນຫັ້ນແຫຼະ ສ່ວນຫຼາຍ ເຮົາກໍສລຸບໃຫ້ ອັຍການໝົດແລ້ວ ສ່ວນວ່າ ຂບວນການຕໍ່ໄປ ມີແຕ່ທາງອັຍການ ທາງສານ ເພິ່ນດຳເນີນການທາງຣະບຽບກົດໝາຍແຫຼະເຈົ້າ.”
ທ່ານ ກ່າວຕື່ມວ່າ ເມື່ອ ອັຍການຮັບສຳນວນການຟ້ອງຮ້ອງ ເພື່ອເຂົ້າສູ່ຂບວນການພິຈາຣະນາ ຄະດີໃນຊັ້ນສານແລ້ວ ທາງເຈົ້າໜ້າທີ່ຕຳຣວດ ກໍຄື ກະຊວງປ້ອງກັນຄວາມສງົບ ຍັງບໍ່ທັນຮູ້ລາຍລະອຽດກ່ຽວກັບການລົງໂທດ ຕໍ່ຜູ້ຕ້ອງຫາທັງໝົດແຕ່ຢ່າງໃດ.
ໃນຈຳນວນ 58 ຄົນ ທີ່ຊ່ອຍເຫຼືອອອກມາໄດ້ ລວມມີ ເປັນຄົນລາວ 11 ຄົນ ແລະ ຄົນຕ່າງປະເທດ 47 ຄົນ ເຊິ່ງ ຖືກຕົວະໃຫ້ມາເຮັດວຽກ ແລະ ຖືກບັງຄັບໃຫ້ຂາຍບໍຣິການທາງເພດ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ປັດຈຸບັນ ຜູ້ທີ່ຖືກເຄາະຮ້າຍ 58 ຄົນ ຖືກສົ່ງກັບຄືນຫາຄອບຄົວແລ້ວ ຫຼັງຈາກໄດ້ຮັບການຟື້ນຟູຈິດໃຈ ແລະ ໄດ້ຮັບການສຶກສາອົບຮົມ.
ເຈົ້າໜ້າທີ່ ກົມຕຳຣວດສກັດກັ້ນ ແລະ ຕ້ານການຄ້າມະນຸສ ໄດ້ກ່າວໃນວັນທີ 5 ເມສາ ວ່າ:
“ຄົນໄທຍ ແລະ ກໍຄົນວຽດ ແລະ ກໍຄົນຣັສເຊັຽ ສິງກະໂປ ຈີນ ທີ່ເຮົາສົ່ງກັບ ຄືນປະເທດ, ຈຳນວນນຶ່ງ ຄົນລາວ ກໍແມ່ນ ຖືວ່າ ບຳບັດທາງດ້ານຮ່າງກາຍ ຈິດໃຈ ກ່ອນຈະກັບຄືນສູ່ສັງຄົມ, ຮູບແບບຂອງເພິ່ນ ກໍຕົວມາອອກແຮງງານ ແຕ່ສ່ວນຫຼາຍ ຖືກບັງຄັບຄ້າປະເວນີ ຢູ່ ແຂວງບໍ່ແກ້ວ ພຸ້ນ.”
ອີງຕາມຂໍ້ມູນ ຈາກຜູ້ທີ່ຖືກຕົວະໄປເຮັດວຽກຢູ່ ຄາຊິໂນຄິງສ໌ໂຣມັນສ໌, ປັດຈຸບັນ ຍັງມີແມ່ຍິງລາວ ແລະ ໄທຍ ທີ່ຖືກຕົວະໄປເຮັດວຽກຢູ່ ເຂດດັ່ງກ່າວ ແລະ ຍັງອອກມາບໍ່ໄດ້ ໂດຍສະເພາະການເຮັດວຽກຕອບແຊັດ, ແຕ່ ຖ້າເຮັດບໍ່ໄດ້ຕາມເປົ້າໝາຍ ເຂົາເຈົ້າກໍຈະຖືກລົງໂທດ ດ້ວຍການແລ່ນຂາດຽວ, ລຸກຢືນ ລຸກນັ່ງ 100-200 ຄັ້ງ ລວມເຖິງການຂາຍບໍຣິການທາງເພດ.
ແມ່ຍິງຈາກແຂວງບໍຣິຄຳໄຊ ທີ່ເຄີຍຖືກຕົວະໄປເຮັດວຽກ ຢູ່ ຄາຊິໂນຄິງສ໌ໂຣມັນສ໌ ໄດ້ກ່າວວ່າ ໃນວັນທີ 5 ເມສາ ວ່າ:
“ໄປຮອດກໍວ່າ ໃຫ້ເຮົາຫັ້ນ ໄປຕົວະຄົນ ໃຫ້ເຂົາເຈົ້າມາລົງທຶນມາ ອີ່ຫຍັງຫັ້ນແຫຼະ ຖ້າເຮົາ ເຮັດບໍ່ໄດ້ ກໍຖືກທຳໂທດ ໃຫ້ເຮົາເຕັ້ນກົບ ແລະ ກໍໃຫ້ເຮົາອັນ ແລ່ນຂາດຽວ ຫຼືວ່າ ລຸກຢືນ ລຸກນັ່ງ 100-200 ເທື່ອ ຫັ້ນນ່າ, ຜູ້ອື່ນ ກໍສ່ວນຫຼາຍ ພວກຜູ້ສາວ ເຂົາເຈົ້າ ກໍເຕັມໃຈໄປແດ່ແຫຼະ ຕາມເອື້ອຍຕິດຫັ້ນ ຢູ່ໃນຫັ້ນ ມັນກໍເວົ້າເຣື່ອງເງິນ ຂອງເຂົາເຈົ້າໄປຮອດແລ້ວ ບາງທີ ເຂົາຫຼິ້ນເບື່ອແລ້ວ ເຂົາກໍຂາຍຕໍ່ໃຫ້ຜູ້ໃໝ່.”
ກໍຣະນີ ເຈົ້າໜ້າທີ່ໄດ້ຮັບແຈ້ງ ຄະດີການຄ້າມະນຸສ 78 ເທື່ອນັ້ນ ຈະຕ້ອງມີການກວດກາ ຫຼັກຖານຢ່າງລະອຽດກ່ຽວກັບຜູ້ທີ່ຖືກເຄາະຮ້າຍ.
ເຈົ້າໜ້າທີ່ຕຳຣວດ ກົມໃຫຍ່ຕຳຣວດ ໄດ້ກ່າວໃນວັນທີ 5 ເມສາ ວ່າ:
“ບໍ່ແມ່ນວ່າພວກເອື້ອຍ ຈະຊ່ວຍໄດ້ສເມີຫັ້ນນ່າ ມັນກໍຕ້ອງຂຶ້ນກັບຂໍ້ມູນ ຫຼັກຖານ ອີ່ຫຍັງຕ່າງໆ ບໍ່ແມ່ນວ່າ ເອີ ເຮົາໄດ້ຂໍ້ມູນມາແນວນີ້ ແປວ່າ ຕ້ອງໄດ້ເດີ ພວກເອື້ອຍ ກໍຕ້ອງຊອກຄື ກັນວ່າ ມັນມີຂໍ້ມູນມາແທ້ບໍ່ ຖືກຕ້ອງບໍ່ ແມ່ນເປັນໃຜແທ້ເນາະ ຂຶ້ນຢູ່ ກັບຜູ້ໃຫ້ຂໍ້ມູນທີ່ຊັດເຈນ ຂໍ້ມູນຫຼັກຖານມີອີ່ຫຍັງແດ່ ສາມາດສົ່ງໃຫ້ເພິ່ນໄດ້ ເອກສານບໍ່ ອີ່ຫຍັງ, ອີ່ຫຍັງ ຖືກຕົບ ຖືກຕີ ຫຼືວ່າ ເປັນຮູບ ອີ່ຫຍັງ ອີຫຍັງ ສຸດແລ້ວແຕ່ເນາະ.”
ບາງກໍຣະນີ ຜູ້ໃດຕ້ອງການໃຫ້ເຈົ້າໜ້າທີ່ ຊ່ອຍອອກຈາກສາມຫລ່ຽມຄຳ ຕ້ອງຈ່າຍຄ່າດໍາເນີນການ ໃຫ້ເຈົ້າໜ້າທີ່ 5,000 ຢວນ ເພື່ອໃຫ້ຊ່ອຍອອກມາ.
ແມ່ຍິງລາວ ຈາກແຂວງບໍຣິຄຳໄຊ ທີ່ຖືກຕົວະໄປເຮັດວຽກ ຢູ່ ຄາຊິໂນຄິງສ໌ໂຣມັນສ໌ ຜູ້ດຽວກັນນີ້ ໄດ້ກ່າວວ່າ:
“ໄປເອີ້ນ ເຈົ້າໜ້າທີ່ມາ ແລ້ວ ກໍແຈ້ງເບີຫ້ອງ ເອີຫຍັງ ຫັ້ນແຫຼະ ແລະ ກໍຈ່າຍໃຫ້ເຂົາເຈົ້າ ຈ່າຍໃຫ້ອັນ ພວກເຂົາເຈົ້າ ໄປຮັບເຮົາຫັ້ນແຫຼະ ຄັນຄົນຊິອອກ 5,000 ຢວນ ໃຫ້ເຂົາກໍວ່າ ຊ່ວຍລ້າຫັ້ນແຫຼະ ແຕ່ວ່າ ຕ້ອງໄດ້ເສັຽເງິນ ເຮົາກໍເວົ້າບໍ່ໄດ້ ເຂົາວ່າ ມາຊ່ວຍເຮົາລ້າຫັ້ນແຫຼະ ແຕ່ວ່າ ອອກມາ ເຂົາກໍຕ້ອງເອົາ ຄ່ານ້ຳມູກນ້ຳມັນ ຄ່າເຂົາໄປສົ່ງ ໄປຮັບເຮົາ ຄ່າຈ່າຍນັ້ນ ຈ່າຍນີ້ ໃຫ້ເຮົາ ຫັ້ນແຫຼະ ຄວາມໝາຍນ່າ.”
ທິດທາງແຜນການ ປີ 2022 ຂອງກົມຕຳຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸສ ຍັງຄົງສຸມໃສ່ໂຄສະນາ ປູກຈິດສຳນຶກ ກ່ຽວກັບສຖານທີ່ ມີຄວາມສ່ຽງ ພ້ອມທັງສ້າງສປອຣ໌ດໂຄສນາ, ບົດເພງ, ຖ່າຍທຳຈຳລອງເຫດການ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ, ສ້າງຊ່ອງທາງການໂຄສນາ ຜ່ານແອບຕິກຕອກ, ເຟສບຸກຄ໌, ຢູທູບ, ເວບໄຊທ໌, ວິທະຍຸ.
ນອກຈາກນີ້ ກົມຕຳຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸສ ຍັງມີແຜນຜັກດັນໃຫ້ເອົາບົດຮຽນ ການຄ້າມະນຸສ ເຂົ້າໃນຫຼັກສູດການສຶກສາພາກບັງຄັບ ແຕ່ຊັ້ນປະຖົມສຶກສາປີທີ 3 ເຖິງຊັ້ນມັທຍົມສຶກສາຕອນປາຍນຳດ້ວຍ.
ເຈົ້າໜ້າກົມຕໍາຣວດສກັດກັ້ນ ແລະ ຕ້ານການຄ້າມະນຸສ ຜູ້ດຽວກັນນີ້ ໄດ້ກ່າວວ່າ:
“ປັດຈຸບັນ ພວກເຮົາ ກຳລັງ ປະຕິບັດຕາມວຽກງານ ແຫ່ງຊາດເດ້ ວ່າ ດວ້ຍການຕ້ານຄ້າມະນຸສ ທັງວຽກງານ ໂຄສນາແດ່ ທັງວຽກງານ ປູກຈິດສຳນຶກ ໃຫ້ປະຊາຊົນ ຮັບຮູ້ຜົລຮ້າຍຂອງການຄ້າມະນຸສ ນີ້ແດ່ ທັງມີບົດລະຄອນ ທັງພວກເຮົາ ມີການຕໍາຣາ ຫຼັກສູດ ການຮຽນ-ການສອນ ເຂົ້າໃນແຕ່ລະຊັ້ນ ປ.3 ຂຶ້ນມາຊັ້ນມັທຍົມປາຍ ພວກເຮົາແຮ່ງມີຕຳຣາສິດສອນຢູ່ແລ້ວ.”
ນອກຈາກນີ້ ເຈົ້າໜ້າທີ່ຍັງມີການລະດົມທຶນ ຈາກພາກຣັຖ ສ້າງສູນຕ້ອນຮັບຊົ່ວຄາວ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ ຢູ່ແຂວງຫລວງນ້ຳທາ ໄດ້ 11 ພາກສ່ວນ ແລະ ເອກຊົນ ໄດ້ 38 ພາກສ່ວນ ເຊິ່ງສ້າງສຳເລັດແລ້ວ 95 ເປີເຊັນ.