ຂ່າວ ທີ່ວິທຍຸເອເຊັຽເສຣີ ເປັນແຫຼ່ງຂ່າວທໍາອິດ ລາຍງານ ໃນປີ 2024
2025.01.03
ທ່ານຜູ້ຟັງ, ວິທຍຸເອເຊັຽເສຣີ ຈະນຳເອົາປະມວນຂ່າວ ບາງເຫດການ ທີ່ເກີດຂຶ້ນ ກັບຊາວບ້ານ ໃນປີ 2024 ມາສະເໜີທ່ານ.
ທໍາອິດນີ້, ກໍແມ່ນກໍລະນີ ກ່ຽວກັບນາງ ນໍ້າທິບ (ຊື່ສົມມຸດ) ອາຍຸ 19 ປີ ຈາກແຂວງພາກເໜືອ ຂອງລາວ 1-/ ທີ່ຖືກຄ້າມະນຸດ ໄປເຮັດວຽກ ເປັນສະແກມເມີ້ ຢູ່ກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມຍວະດີ ປະເທດມຽນມາ ແຕ່ປີ 2022, ຊຶ່ງໃນກໍລະນີນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕາມເຫດການ ຕັ້ງແຕ່ຕົ້ນປີ 2023 ມາ. ຈົນຮອດປັດຈຸບັນນີ້, ນາງ ນໍ້າທິບ ຫຼັງຈາກ ໄດ້ຜ່ານຜ່າ ອຸປະສັກຕ່າງໆນາໆ ແມ້ກະທັ້ງ ການຖືກທໍລະມານ ຈາກນາຍຈ້າງ ຄົນຈີນ ແລະ ຕອນນີ້ ນາງ ກໍໄດ້ຫຼຸດພົ້ນ ຈາກຂຸມນະຮົກ ແຫ່ງນັ້ນແລ້ວ ແລະ ໄດ້ເຂົ້າມາຢູ່ ໃນສະຖານຄຸ້ມຄອງ ສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ ບ້ານສອງແຄວ ແຂວງພິດສະນຸໂລກ, ປະເທດໄທ ເພື່ອລໍຖ້າ ການດໍາເນີນການຕ່າງໆ ຂອງທາງການ.
ແລະ ພ້ອມດຽວກັນນີ້, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕາມ ລາຍງານຂ່າວ ເຫຍື່ອຂອງການຄ້າມະນຸດ ຊາວລາວ 44 ຄົນ, ເຊິ່ງມີອາຍຸລະຫວ່າງ 14-30 ປີ, ໂດຍສ່ວນໃຫຍ່ ເປັນຜູ້ຊາຍ ຈາກແຂວງຫຼວງນໍ້າທາ ທີ່ຖືກຕົວະຍົວະ ໄປເຮັດວຽກ ເປັນສະແກມເມີ້ ໃນສະຖານທີ່ດຽວກັນ ແລະ ພວກເຂົາເຈົ້າ ທັງໝົດ ກໍໄດ້ກັບມາຮອດ ປະເທດລາວ ແລ້ວ ໃນເດືອນພຶດສະພາ ປີ 2024 ດ້ວຍຄວາມປອດໄພດີ ທຸກປະການ.
2-/ ສໍາລັບເລື່ອງຕໍ່ມາ, ກໍຄືໃນກາງເດືອນ 11 ປີ 2024, ວິທຍຸເອເຊັຽເສຣີ ກໍໄດ້ລາຍງານຂ່າວ ກ່ຽວກັບເລື່ອງຊາວບ້ານ ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ໄດ້ຮັບຄວາມເດືອດຮ້ອນ ຈາກໂຄງການສໍາຫຼວດ ຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດ ວີໄອເອັມ ໄອຣອນ ມາຍນິ້ງ ຈໍາກັດ ຜູ້ດຽວ, ເຊິ່ງການເຂົ້າມາ ຂຸດຄົ້ນແຮ່ເຫຼັກ ດັ່ງກ່າວນີ້ ຊາວບ້ານ ກໍໄດ້ບໍ່ເຫັນດີ ແລະ ຄັດຄ້ານມາຕະຫຼອດ ຍ້ອນບ່ອນທີ່ມີ ການຂຸດຄົ້ນນັ້ນ, ຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນແຫຼ່ງນໍ້າກິນ ຂອງຊາວບ້ານ ກໍຢູ່ເທິງບ້ານ ແລະ ໄຮ່ນາ ຂອງຊາວບ້ານ.
ບໍ່ໃຫ້ຢຸດ ເພາະເພິ່ນອະນຸຍາດ ໃຫ້ບໍລິສັດແລ້ວ ຖ້າຢາກໃຫ້ຢຸດ ກະຕ້ອງມີໜັງສື ຈາກຂັ້ນເທິງມາ ຈຶ່ງຈະຢຸດເຊົາ, ທາງປະຊາຊົນ ຈຶ່ງໄດ້ຮ້ອງຮຽນ ໄປຍັງສະພາປະຊາຊົນ ແຂວງຫົວພັນ ລົງມາແກ້ໄຂ, ແຕ່ກະບໍ່ເປັນຜົນ ແລະ ກໍຍັງໄດ້ໂທໄປ ທາງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສາຍດ່ວນລັດຖະບານ ເເລ້ວ. ມາຮອດປະຈຸບັນນີ້, ກະບໍ່ມີພາກສ່ວນໃດ ລົງມາແກ້ໄຂ້ເທື່ອ. ສ່ວນທາງບໍລິສັດ ກໍຍັງດຳເນີນ ສືບຕໍ່ຂຸດຄົ້ນໄປຕິກໆ. ມາເຖິງປັດຈຸບັນ, ບັນຫາດັ່ງກ່າວນີ້ ກໍຍັງບໍ່ມີ ພາກສ່ວນກ່ຽວຂ້ອງໃດ ລົງມາໃຫ້ຄວາມກະຈ່າງແຈ້ງ ແກ່ຊາວບ້ານ ດັ່ງກ່າວເທື່ອ.
3-/ ອີກກໍລະນີໜຶ່ງ, ທີ່ກ່ຽວກັບຄວາມເດືອດຮ້ອນ ຂອງຊາວບ້ານ 10 ປາຍຄອບຄົວ ຢູ່ບ້ານລະວີຝັ່ງແດງ, ເມືອງລະມາມ ແຂວງເຊກອງ ໄດ້ຮັບຄວາມເດືອດຮ້ອນ ຍ້ອນເຕົາເຜົາຖ່ານຂາວ ຂອງນັກລົງທຶນຈີນ ຕັ້ງຢູ່ແຄມທາງ ເລກທີ 13 ໃຕ້ ທີ່ປ່ອຍຄວັນ, ສົ່ງກິ່ນຂິວ ເຮັດໃຫ້ຊາວບ້ານ ໄດ້ຮັບຜົນກະທົບ ທາງດ້ານສຸຂະພາບ ເຊັ່ນ: ແສບດັງ, ແສບຄໍ ແລະ ເກີດມົນລະມິດທາງສຽງ ຄື: ສຽງດັງ ທັງເວັນ-ທັງຄືນ ລົບກວນການໃຊ້ຊີວິດ ປະຈໍາວັນ ຂອງຊາວບ້ານ ຢ່າງໜັກ. ຕໍ່ກັບເລື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ລາຍງານຂ່າວ ຫຼາຍຄັ້ງ ແລະ ຕິດຕາມຄວາມເດືອດຮ້ອນ ຂອງຊາວບ້ານດັ່ງກ່າວ ມາໂດຍຕະຫຼອດ ເພື່ອຫວັງວ່າ ບັນຫາ ຂອງຊາວບ້ານ ຈະໄດ້ຮັບການແກ້ໄຂ, ແຕ່ມາເຖິງປັດຈຸບັນນີ້ ບັນຫາດັ່ງກ່າວ ກໍຍັງບໍ່ມີ ພາກສ່ວນທີ່ກ່ຽວຂ້ອງໃດໆ ເຂົ້າມາແກ້ໄຂບັນຫາ ໃຫ້ຊາວບ້ານ ທີ່ເດືອດຮ້ອນນັ້ນເທື່ອ.
4-/ ກໍລະນີສຸດທ້າຍ, ກໍແມ່ນເລື່ອງ ຂອງນາງ ເກດແກ້ວ ໄຊຍະວົງ, ປັດຈຸບັນ ອາຍຸໄດ້ 28 ປີ, ເປັນຊາວບ້ານ ບ້ານນາອູມ, ເມືອງພຽງ ແຂວງໄຊຍະບູລີ ກາຍເປັນຄົນ ບໍ່ປົກກະຕິ ພາຍຫຼັງໄດ້ກັບມາບ້ານເກີດ ຈາກການໄປ ແຕ່ງດອງກັບຄົນຈີນ. ວິທຍຸເອເຊັຽເສຣີ ໄດ້ຕິດຕາມເລື່ອງນີ້ ມາຕັ້ງແຕ່ ນາງໄດ້ຫາຍໂຕໄປ ຈົນໃນທີ່ສຸດ ກໍຮູ້ວ່າ ນາງໄດ້ໄປ ແຕ່ງດອງກັັບຄົນຈີນ ໃນປະເທດຈີນ ແລ້ວກໍຫາຍສາບສູນໄປ ເປັນເວລາ 3 ປີປາຍ ຕັ້ງແຕ່ວັນທີ 23 ເດືອນກຸມພາ ປີ 2021 ພາຍຫຼັງທີ່ ຖືກນາຍໜ້າຄົນລາວ ຕົວະໄປເຮັດວຽກ ຢູ່ຮ້ານອາຫານ ທີ່ແຂວງບໍ່ແກ້ວ ຕັ້ງແຕ່ປີ 2020. ຈາກນັ້ນ ກໍໄປ ແຕ່ງດອງກັບຄົນຈີນ ຢູ່ເຂດຢວນໂຈ, ເມືອງອີ້ຊຸນ, ມົນທົນຈຽງຊີ, ປະເທດຈີນ. ຕໍ່ມາ, ໃນວັນທີ 16 ເດືອນມັງກອນ ປີ 2024 ດ້ວຍການຊ່ອຍເຫຼືອ ຂອງສະຖານທູດລາວ ປະຈໍາປະເທດຈີນ ນາງ ເກດແກ້ວ ກໍໄດ້ກັບບ້ານເກີດ ໃນສະພາບ ຄົນເສຍຈິດ ຄືກາຍເປັນຄົນ ບໍ່ປົກກະຕິແລ້ວ ຍ້ອນຖືກກະທົບ ທາງຈິດໃຈ ແລະ ຮ່າງກາຍ, ຕາມການບອກເລົ່າ ຂອງຜູ້ເປັນເອື້ອຍ.
ນີ້ເປັນພຽງເຫດການ ບາງສ່ວນ ທີ່ວິທຍຸເອເຊັຽເສຣີ ໄດ້ຮັບຮູ້ ເຖິງຄວາມເດືອດຮ້ອນ ຂອງຊາວບ້ານ ແລະ ໄດ້ນຳມາສະເໜີ ເພື່ອໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າໄປແກ້ໄຂ ໃຫ້ຊາວບ້ານ.