ຍິງສາວລາວ 21 ປີ ຄືນສູ່ ຄອບຄົວ

ມະນີຈັນ
2018-11-14
ອີແມວລ໌
ຄໍາເຫັນ
Share
ພິມ
ຜິ່ນ(ນາມສົມມຸດ)ຍິງສາວລາວ ອາຍຸ 21 ປີ ທີ່ໄດ້ມີໂອກາດ ກັບຄືນຫາຄອບຄົວ ທີ່ເມືອງບາຈຽງຈະເຣີນສຸກ ແຂວງຈໍາປາສັກ ຈາກ ນາຍຈ້າງ ສຸດໂຫດ ໃນວັນທີ 10 ພຶສຈິກາ 2018
ຜິ່ນ(ນາມສົມມຸດ)ຍິງສາວລາວ ອາຍຸ 21 ປີ ທີ່ໄດ້ມີໂອກາດ ກັບຄືນຫາຄອບຄົວ ທີ່ເມືອງບາຈຽງຈະເຣີນສຸກ ແຂວງຈໍາປາສັກ ຈາກ ນາຍຈ້າງ ສຸດໂຫດ ໃນວັນທີ 10 ພຶສຈິກາ 2018
RFA/TP

ຜິ່ນ ຍິງສາວລາວ ອາຍຸ 21 ປີ ໃນທີ່ສຸດກໍໄດ້ ຖືກເຈົ້າໜ້າທີ່ ມຸລນິທິເຄືອຂ່າຍສົ່ງເສີມ ຄຸນນະພາບຊີວິດຄົນງານ ຫລື LPN, ເຈົ້າໜ້າທີ່ ມຸລນິທິ ພິທັກສະຕີ ແລະຕໍາຣວດໄທ ຫລາຍພາກສ່ວນ ຊ່ອຍໃຫ້ໄດ້ກັບບ້ານເກີດ ທີ່ເມືອງບາຈຽງຈະເຣີນສຸກ ແຂວງຈໍາປາສັກ ໃນມື້ວັນທີ 10 ພຶສຈິກາ 2018 ນີ້ ພາຍຫຼັງຖືກຄົນໄທ ທີ່ເປັນນາຍຈ້າງຂົ່ມເຫັງທາຣຸນ ຢ່າງໂຫດຮ້າຍດົນເຖິງ 5 ປີປາຍຢູ່ເມືອງດໍາເນີນສະດວກ ແຂວງຣາຊບູຣີ ປະເທດໄທ.

ນາງໄດ້ກັບບ້ານຜ່ານດ່ານຊາຍແດນ ຊ່ອງເມັກ-ວັງເຕົ່າ ທີ່ເມືອງໂພນທອງ. ເມື່ອກັບຄືນຮອດບ້ານເກີດ ນາງຝິ່ນ ຜູ້ເຄາະຮ້າຍ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ວ່າດີໃຈທີ່ໄດ້ກັບຄືນມາບ້ານ ແລະວ່າບໍ່ຢາກໄປເຮັດວຽກຢູ່ໄທຕື່ມອີກ ຈະຊ່ອຍພໍ່ແມ່ເຮັດສວນມັນຕົ້ນ:

"ດີໃຈ ແຮັບປີແລ້ວ ດີໃຈທີ່ເຫັນ ໜ້າພໍ່ແມ່ ເຫັນເຮືອນ ດີໃຈຮອດເຮືອນ ພໍ່ໄປສວນແລ້ວ ຢາກໄປເຮັດສວນມັນ ມັນຕົ້ນ ຂອງຄອບຄົວ ຈະໄປຊ່ອຍຄອບຄົວ."

ຜິ່ນ ນາມສົມມຸດ ເກີດໃນຄອບຄົວທຸກຍາກ, ພໍ່ແມ່ເປັນຊາວນາ, ເປັນລູກຄົນທີ 4 ໃນຈຳນວນອ້າຍນ້ອງທັງໝົດ 6 ຄົນ. ເຖິງຄອບຄົວ ຈະທຸກຍາກ ແຕ່ພໍ່ແມ່ກໍຢາກເຫັນພວກລູກໆ ມີອະນາຄົດທີ່ດີ ດັ່ງນັ້ນຈຶ່ງຍອມຂາຍຄວາຍ ເອົາເງິນໃຫ້ລູກທຸກຄົນໄດ້ຮຽນ ໜັງສື.

ແຕ່ນາງ ຜິ່ນ ຄົນດຽວຮຽນບໍ່ຈົບຊັ້ນ ປ.1 ຍ້ອນບໍ່ມັກຮຽນ ບໍ່ຄືກັນກັບອ້າຍນ້ອງຄົນອື່ນໆ. ນາງອອກມາເຮັດນາ ຊ່ອຍຄອບຄົວ. ນາງເລົ່າວ່າ ໃນປີ 2013 ຄືຕອນທີ່ນາງອາຍຸ 16 ປີ, ມີນາຍໜ້າຄົນລາວ ບ້ານດຽວກັນມາຊັກຊວນນາງ ແລະໝູ່ຄູ່ໄປເຮັດວຽກ ຢູ່ໂຮງງານທີ່ປະເທດໄທ ຕອນນັ້ນ ນາງບໍ່ໄດ້ຄິດຫຍັງຫລາຍ ແລະບໍ່ໄດ້ສົນໃຈນຳຄໍາຕັກເຕືອນ ຂອງພໍ່ແມ່ ທີ່ຫ້າມບໍ່ໃຫ້ໄປ ຍ້ອນໃນໃຈມີແຕ່ວ່າຢາກໄປ ເຮັດວຽກ ຢູ່ໄທ, ຢາກໄປເບິ່ງ ຄວາມຈະເຣີນ ຂອງບ້ານເມືອງເພີ່ນ ທີ່ເຄີຍເຫັນແຕ່ໃນໂທຣະທັດ.

ນາງແລະໝູ່ ຊຶ່ງເປັນເດັກນ້ອຍອີກ 4 ຄົນໃນບ້ານ ກວງສີ ໄດ້ພາກັນຕັດສິນໃຈ ຂໍເງິນນໍາພໍ່ແມ່ຄົນລະ 1,000 ບາດ ແລະເອົາໜັງສື ສໍາມະໂນຄົວ ໄປເຮັດເອກກະສານ ຜ່ານແດນ ແລ້ວໄປນໍານາຍໜ້າ ທີ່ມາຊັກຊວນໄປເຮັດວຽກ ຢູ່ໄທ. ນາງເວົ້າວ່າສິ່ງທີ່ ຜິດສັງເກດ ໃນເບື້ອງຕົ້ນ ຄືນາຍໜ້າຂັບຣົດຕູ້ມາຮັບເອົາພວກນາງ ທັງ 5 ຄົນ ຢູ່ທາງເຂົ້າບ້ານ. ຈາກນັ້ນກໍພາໄປບ້ານອື່ນໆ ເພື່ອຮັບເອົາຜູ້ທີ່ຢາກ ໄປເຮັດວຽກ ຢູ່ໄທ, ໄປນໍາກັນທັງໝົດ 20 ຄົນ ຊຶ່ງມີທັງເດັກນ້ອຍແມ່ຍິງ ແລະຜູ້ຊາຍວັຍລຸ້ນ ແລະຜູ້ທີ່ມີອາຍຸ ປະມານ 40 ປີ ໄປນຳກັນ. ເມື່ອຣົດຕູ້ໄປຮອດດ່ານຊາຍແດນ ນາຍໜ້າ ບອກທຸກຄົນ ເອົາເງິນໃຫ້ເຂົາ ຄົນລະ 1,000 ບາດ ເພື່ອຈະເອົາໄປໃຫ້ເຈົ້າໜ້າທີ່ ດ່ານ ຂ້າມໄປແຂວງ ອຸບົນ ປະເທດໄທ.

ພໍແຕ່ຍ່າງໄປເຖິງເສັ້ນຊາຍແດນເຂົ້າດິນໄທ ກໍເຫັນຜູ້ທີ່ພາມາ ຢືນຖ້າຢູ່ປະຕູ ທາງອອກດ່ານໄປຝັ່ງໄທ ແລ້ວເຂົາກໍພາທຸກຄົນ ຍ່າງໄປບ່ອນ ຣົດຈອດ ທີ່ມີ ຄົນໄທອິສານ 2 ຄົນ ລໍຖ້າຢູ່ ແລະມອບພວກນາງໃຫ້ເຂົາ. ນາງເວົ້າວ່າເວລາ ນັ້ນ ນາຍໜ້າລາວ ໄດ້ຍຶດປຶ້ມສັມໂນຄົວ ແລະໜັງສືຜ່ານແດນ ກັບໄປລາວ.

ທັງ 20 ຄົນ ພາກັນຂຶ້ນຣົດຕູ້ ທີ່ມີຄົນໄທອິສານຂັບ ໂດຍບໍ່ຮູ້ເລີຍ ວ່າເຂົາຈະພາໄປໃສ. ເມື່ອຄົນໃນຣົດຖາມ ຄົນຂັບຣົດກໍບອກວ່າຈະພາໄປ ເຮັດວຽກໂຮງງານ ບໍ່ຕ້ອງຢ້ານ ແລະບອກໃຫ້ນອນຫລັບໄປສະບາຍ ອີກດົນກວ່າຈະເຖິງທີ່ໝາຍ. ເມື່ອຣົດຕູ້ ມາຈອດ ຢູ່ເຮືອນພັກ 2 ຊັ້ນ ໃນຕອນເຊົ້າຂອງມື້ຕໍ່ມາ ທີ່ບໍ່ມີໃຜຮູ້ວ່າຢູ່ບ່ອນໃດ ຂອງໄທ ເພາະສ່ວນໃຫຍ່ໃນ 20 ຄົນນັ້ນ ບໍ່ເຄີຍມາໄທ ຈັກເທື່ອ.

ຜິ່ນ ບອກວ່າ ຄົນອິສານ 2 ຄົນນັ້ນ ພານາງ ແລະຄົນອື່ນໆເຂົ້າໄປໃນເຮືອນ ຊຶ່ງໃນນັ້ນມີຜູ້ຊາຍສອງຄົນ ແລະແມ່ຍິງຄົນນຶ່ງ ລໍຖ້າຢູ່ ກ່ອນແລ້ວ. ນາງບອກວ່າ 3 ຄົນ ທີ່ລໍຖ້າຢູ່ນັ້ນ ເອົາເງິນໃຫ້ຄົນອິສານ 2 ຄົນ ທີ່ພາໄປ ແຕ່ບໍ່ຮູ້ວ່າຈຳນວນ ເທົ່າໃດ, ຮູ້ແຕ່ວ່າຫລາຍ. ເມື່ອໄດ້ຮັບເງິນແລ້ວ 2 ຄົນນັ້ນກໍຂັບຣົດຕູ້ໜີໄປ.

ຫລັງຈາກນັ້ນ ຄົນໃນເຮືອນ ກໍໂທຣະສັບເອີ້ນພວກນາຍຈ້າງ ມາເລືອກເອົາ ພວກນາງໄປເປັນຄົນງານ. ນາງບອກວ່າ ກ່ອນໜ້ານາຍຈ້າງ ຈະມາເລືອກ ເອົານາງໄປນັ້ນ ນາງເຫັນຄົນໄທ ມາເລືອກເອົາພວກນາງ ທັງ 20 ຄົນ ໄປເປັນຄົນໃຊ້ ແລະເຮັດວຽກ ນຳ.

ຜິ່ນ ຖືກເລືອກໄປໃຫ້ເຮັດວຽກຢູ່ບ້ານຂອງ ເຈ້ປອງ ຂນະທີ່ບໍ່ຮູ້ວ່າໝູ່ 4 ຄົນ ຈາກບ້ານດຽວກັນ ແລະຄົນອື່ນໆ ຖືກໃຜມາເອົາໄປ ແລະ ເອົາໄປໃສ. ເຈ້ປອງ ຮັບນາງຝີ່ນໄປເຮັດວຽກແມ່ບ້ານ ໂດຍຕົກລົງກັນວ່າ ຈະໃຫ້ຄ່າຈ້າງ ເດືອນລະ 7 ພັນບາດ. ແຕ່ຣະຍະ ຊຸມເດືອນ ທໍາອິດ ຈະຫັກເອົາເງິນເດືອນລະ 1 ພັນ ຫລື 2 ພັນບາດກ່ອນ ເພາະວ່າຕອນໄປຮັບຕົວນາງມາ ເຈ້ປອງ ຕ້ອງຈ່າຍເງິນໃຫ້ຄົນໄທ ໃນເຮືອນພັກ ຕອນມາຮອດໃໝ່ ນັ້ນ  5 ພັນບາດ ກ່ອນຈະໄດ້ຕົວນາງມາ.

ຜິ່ນ ບອກວ່າ ທໍາອິດ ເຈ້ປອງ ກໍເຮັດດີກັບນາງ. ແລະເດືອນທໍາອິດ ເຈ້ປອງ ເວົ້າວ່າ ໄດ້ສົ່ງເງິນໄປໃຫ້ແມ່ນາງ ທີ່ປະເທດລາວ 5 ພັນບາດ ແລະນາງຜິ່ນ ກໍໄດ້ໂທຣະສັບ ຖາມແມ່ ແມ່ກໍບອກວ່າ ໄດ້ຮັບເງິນຈຳນວນ ດັ່ງກ່າວນັ້ນ ແລ້ວ. ຕໍ່ມາເດືອນທີ 2 ເຈ້ປອງ ກໍບອກນາງວ່າ ຈະສົ່ງເງິນຂອງນາງ ໃຫ້ແມ່ທີ່ລາວອີກ, ເທື່ອນີ້ຈະສົ່ງໃຫ້ 1 ໝື່ນບາດ ຊຶ່ງນາງຜິ່ນກໍດີໃຈຫລາຍ. ແຕ່ເທື່ອນີ້ ນາງບໍ່ຮູ້ວ່າ ພໍ່ແມ່ຢູ່ທາງບ້ານ ໄດ້ຮັບເງິນນັ້ນແທ້ຫລືບໍ່ ເພາະໂທຣະສັບ ຂອງນາງ ຖືກຄົນລັກໄປ, ບໍ່ຮູ້ວ່າເປັນໃຜ. ແລະ ຫລັງຈາກນັ້ນ ນາງ ຜິ່ນ ກໍບໍ່ສາມາດຕິດຕໍ່ ຫາພໍ່ແມ່ພີ່ນ້ອງ ທາງເມືອງລາວໄດ້ອີກ.

ແຕ່ເຖິງຢ່າງໃດກໍຕາມ ພາຍຫລັງທີ່ໄດ້ເຮັດວຽກດ້ວຍຄວາມທໍຣະມານ ຕ່າງໆນາໆ ຢູ່ເຮືອນ ເຈ້ປອງ ມາໄດ້ 5 ປີ ຜິ່ນ ກໍຖືກເຈົ້າໜ້າທີ່ ຫລາຍພາກສ່ວນຂອງໄທ ຊ່ອຍອອກມາໄດ້  ເຮັດໃຫ້ພໍ່ແມ່ພີ່ນ້ອງຂອງນາງ ຕ່າງກໍດີອົກດີໃຈ ດັ່ງແມ່ຂອງນາງ ທີ່ບ້ານກວາງສີ ເມືອງ ບາຈຽງຈະເຣີນສຸກ  ເວົ້າຕໍ່ວິທຍຸເອເຊັຍເສຣີ ວ່າ ດີໃຈ ທີ່ເຫັນລູກສາວກັບມາ:

"ແມ່ກໍດີໃຈວ່າເຫັນໜ້າ ລູກ ດີໃຈ ປອດພັຍ ດີໃຈເພິ່ນໄປ 5 ປີເຖິງ 6 ປີ ບໍ່ເຫັນໜ້າກັນ ກໍດີໃຈ ພໍ່ກໍເຖົ້າແກ່ ແມ່ກໍເຖົ້າແກ່ແລ້ວ ຄອບຄົວບໍ່ສະບາຍປານໃດດອກ ບໍ່ມີຫຍັງ ຄິດຮອດ ຫລາຍປີ ກັບບ້ານກໍກິນໄກ່ ຕົວນຶ່ງ ໝູຕົວນຶ່ງ ຕ້ອນຮັບດີໃຈ."

ຊີວິດ ຂອງຝິ່ນ ໃນຣະຍະເຮັດວຽກເປັນແມ່ບ້ານ ຢູ່ໄທ ໃຜຈະຮູ້ວ່າ ນາງທຸກທໍຣະມານ ຂນາດໃດ. ຜິ່ນ ບອກວ່າເມື່ອເຮັດວຽກມາໄດ້ 6 ເດືອນ ເຈ້ປອງ ເລີ່ມທໍາຮ້າຍຮ່າງກາຍນາງ ແລະດ່ານາງ, ນາງເຮັດຫຍັງບໍ່ທັນໃຈ ກໍຖືກ ເຈ້ປອງ ຕີຢູ່ຕລອດ ບາງຄັ້ງ ຜິດເລັກໆນ້ອຍໆ ກໍຖືກຕີຈົນຕ້ອງໄດ້ ຫຍິບຫລາຍເຂັມ ເປັນຕົ້ນ ຍ້ອນລືມປ່ຽນດອກໄມ້ໃນເຕົ້າດອກໄມ້ ຢູ່ສານເຈົ້າ, ຍ້ອນລີດເຄື່ອງຊ້າ ເຮັດວຽກບໍ່ໄດ້ຕາມໃຈ ເຈ້ປອງ.

ຕລອດເວລາ 5 ປີ ທີ່ ຝິ່ນ ເຮັດວຽກເປັນແມ່ບ້ານ ຢູ່ບ້ານ ເຈ້ປອງ ຝິ່ນບອກ ວ່າ ຖືກຕີຢູ່ຕລອດ ແຕ່ກໍບໍ່ຮູ້ວ່າຈະເຮັດແນວໃດໄດ້ ໃນເມື່ອເປັນຄົນງານ ເຂົ້າເມືອງແບບຜິດກົດໝາຍ, ບໍ່ມີເອກສານຫຍັງຕິດໂຕມາ. ດັ່ງນັ້ນ ຈຶ່ງບໍ່ກ້າໄປ ແຈ້ງຄວາມຕໍ່ ເຈົ້າໜ້າທີ່ ໄທ, ໄດ້ແຕ່ອົດທົນເຮັດວຽກຢູ່ຕໍ່ໄປ ຈົນກະທັງມາເຖິງມື້ວັນທີ 27 ກັນຍາ 2018 ເມື່ອ ເຈ້ປອງ ສາດນໍ້າຮ້ອນໃສ່ນາງ ເຮັດໃຫ້ ເປັນແຜທີ່ແຂນ ແລະໂຕນາງ ຍ້ອນສາເຫດພຽງແຕ່ ນາງ ລືມປິດຝາໝໍ້ນ້ຳຮ້ອນ. ນາງຮ້ອງໃຫ້ດ້ວຍຄວາມເຈັບປວດ ຈົນຄົນຂ້າງ ບ້ານໄດ້ຍິນ ຈຶ່ງໂທຣະສັບເອີ້ນຕໍາຣວດມາ. ເຈົ້າໜ້າທີ່ຕໍາຣວດ ກໍເຂົ້າມາຊ່ອຍນາງ ເອົາໄປໄວ້ຢູ່ໃນຄວາມຄຸ້ມຄອງ ທີ່ສູນກັກຂັງຄົນງານຜິດກົດໝາຍ ທີ່ສະຖານີຕໍາຣວດບ້ານ ພູ ແລະນໍາຕົວ ເຈ້ປອງ ໄປສອບສວນ.

ເຈ້ປອງ ເປັນຄົນມີໂຣກທາງສມອງ ປະຈໍາຕົວ, ຈິດບໍ່ດີ, ທໍາຮ້າຍຮ່າງກາຍ ນາງ ຜິ່ນ ຢູ່ເລື້ອຍ ແລະຂູ່ວ່າ ຈະຂ້າ ນາງຜິ່ນ ໃຫ້ຕາຍ ຫລາຍຄັ້ງ ພຽງແຕ່ຍ້ອນນາງ ເຮັດວຽກຊ້າ ຫລືກວດເຮືອນ ບໍ່ສະອາດ. ຜິ່ນ ເວົ້າວ່າ ເຈ້ປອງ ບອກທຸກປີວ່າ ຈະໃຫ້ນາງກັບຄືນ ບ້ານ ໃນຣະຍະບຸນປີ ໃໝ່ ໄປຫາພໍ່ແມ່, ແຕ່ພໍຮອດເວລານັ້ນແລ້ວ ກໍບໍ່ໃຫ້ເງິນ ແລະບໍ່ໃຫ້ກັບບ້ານ.

ຄະດີນີ້ ຕໍາຣວດ ໄດ້ຮຽກຄ່າເສັຽຫາຍ ໃນເບື້ອງຕົ້ນຈາກນາຍຈ້າງ ມອບໃຫ້ນາງ ຜິ່ນ ແລ້ວ 135 ພັນບາດ. ແຕ່ຄະດີຄວາມຂອງນາຍຈ້າງ ຍັງມີຢູ່ຕໍ່ໄປ ຊຶ່ງປັດຈຸບັນ ຢູ່ໃນຂັ້ນສອບສວນ. ເປັນຄະດີທໍາຮ້າຍ ຮ່າງກາຍ ຢ່າງທາຣຸນ ແລະໃຫ້ທີ່ພັກເຊົາ ແກ່ຄົນງານຜິດກົດໝາຍ. ພັນຕໍາຣວດເອກ ສຸດທິພົງ ພົງປະພາອໍາພັຍ ຜູ້ບັນຊາການຕໍາຣວດ ເມືອງ ດໍາເນີນສະດວກ ແຂວງຣາຊບູຣີ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:

"ນ້ອງ ໄດ້ຮັບຄວາມລໍາບາກ ຫລາຍແລ້ວຈາກນາຍຈ້າງ ເຈົ້າໜ້າທີ່ກໍມາຈັບນາຍຈ້າງໄປແລ້ວ ເມື່ອບໍ່ມີຄວາມເປັນທັມ ເຈົ້າໜ້າທີ່ກໍຕ້ອງ ໃຫ້ຄວາມເປັນທັມ ກັບນ້ອງ ບໍ່ວ່າຊາດໃດ ຈາກປະເທດໃດ ກໍເປັນມະນຸດຄືກັນ ເຖິງເວລາແລ້ວ ທີ່ຈະຕ້ອງໄດ້ຮັບ ຄວາມປອດພັຍ ແລະພົ້ນທຸກ ໄປພໍ້ໜ້າພໍ່ແມ່ ທີ່ປະເທດລາວ."

ແລະທ່ານ ສະໝັກ ທັບທານີ ຜູ້ອໍນວຍການຝ່າຍຕ້ານ ການຄ້າມະນຸດ ມູນນິທິສົ່ງເສີມຄຸນນະພາບຊີວິດ ຄົນງານ LPN ກໍກ່າວວ່າ ຢາກໃຫ້ກໍຣະນີນາງ ຜິ່ນ ເປັນບົດຮຽນສໍາລັບ ຄົນລາວ ທີ່ຢາກເຂົ້າມາເຮັດວຽກ ຢູ່ໄທ, ໃຫ້ເຂົ້າມາແບບຖືກຕ້ອງ ຕາມກົດໝາຍ ເພື່ອບໍ່ໃຫ້ເຣື່ອງແບບນີ້ ເກີດຂຶ້ນໄດ້ອີກ:

"ຕ້ອງຊ່ວຍກັນເຝົ້າຣະວັງ ໂດຍສະເພາະເດັກນ້ອຍ ຫລືວ່າຜູ້ຍິງທີ່ເຂົ້າມາເຮັດວຽກ ໃນປະເທດໄທ ຕ້ອງເຮັດເອກສານໃຫ້ຖືກຕ້ອງ ຕາມ ກົດໝາຍ ກໍຂໍໃຫ້ທຸກໜ່ວຍງານ ປະສານງານກັນຊ່ວຍກັນ ໃນການຕິດ ຕາມກ່ຽວກັບ ການປ້ອງກັນຄວາມຮຸນແຮງ ກ່ຽວກັບແມ່ຍິງ ແລະເດັກໃນປະ ເທດໄທ ແລະປະເທດລາວ."

ພ້ອມກັນນັ້ນ ດຣ. ຊູກຽດ ເຈົ້າໜ້າທີ່ຣະດັບສູງ ອົງການສະຫະປະຊາຊາດ UN-Act ທີ່ ສປປລາວ ກໍກ່າວວ່າ ແທ້ຈິງແລ້ວ ກໍຣະນີນີ້ ມັນຕ້ອງເຂົ້າຂ່າຍ ການຄ້າມະນຸດ, ບໍ່ຮູ້ວ່າເປັນຫຍັງທາງໄທ ເພິ່ນຈຶ່ງໃຫ້ເປັນພຽງຄະດີທໍາຮ້າຍ ຮ່າງກາຍຄົນງານ. ເພາະ ເຖິງແມ່ນວ່າ ນາງຈະມີອາຍຸ 21 ປີ ໃນຕອນນີ້ ແຕ່ ນາງກໍມາໄທ ຕັ້ງແຕ່ອາຍຸ 16 ປີ. ຖ້າອາຍຸ 16 ປີ ກໍຕ້ອງເປັນການຖືກຕົວະ ມາເຮັດວຽກຢູ່ໄທ ເພາະນາງຍັງເປັນເດັກນ້ອຍຢູ່. ກໍຣະນີນາງ ຜິ່ນ ຄວນຕົກຢູ່ໃນຖານະ ເປັນຜູ້ເຄາະຮ້າຍ ເປັນເຫຍື່ອ ຂອງ ການຄ້າມະນຸດ ທີ່ຈະຕ້ອງໄດ້ ຢູ່ສູນປິ່ນປົວຈິດໃຈ ກ່ອນທີ່ຈະຖືກສົ່ງຕົວກັບລາວ ບໍ່ຄວນຖືກນຳໄປຢູ່ສູນ ຮ່ວມກັບຄົນຫລົບໜີ ເຂົ້າເມືອງ.

ດຣ. ຊູກຽດ ເວົ້າວ່າຄະດີນີ້ ຈະຖືກຍົກຂຶ້ນມາເວົ້າ ປຶກສາຫາລືກັນເພື່ອປັບ ການເຮັດວຽກຮ່ວມກັນ ຣະຫວ່າງລາວ-ໄທ ໃນກອງປະຊຸມ ຣະຫວ່າງ ກອງເລຂາຕ້ານການຄ້າມະນຸດ ຂອງລາວ ແລະທາງການໄທ ແລະມຸນນິທິ LPN ຊຶ່ງຈະຈັດຂຶ້ນ ຢູ່ບາງກອກ ໃນມື້ວັນທີ 28 ພຶສຈິກາ 2018 ນີ້ ຊຶ່ງ ດຣ. ຊູກຽດ ກໍຈະໄປເຂົ້າຮ່ວມ ເພາະທີ່ຜ່ານມາ ມັນຍັງມີຊ່ອງຫວ່າງ ໃນເຣື່ອງນີ້ຢູ່.

ຄໍາເຫັນ (1)
Share

ຄົນ​ລາວ

ຈາກ ​ເມືອງ​ທຸກ​ຍາກ

ສິ່ງທີ່ໜ້າສົງສານທີ່ສຸດ ກໍແມ່ນຊີວິດ ຂອງນາງພິ່ນນີ້ລະ. ມາຟັງ ແລະ ເບິ່ງ ການທົນທຸກທໍລະມານແລ້ວ ເປັນຕາເສົ້າໃຈຫລາຍ. ເຮົາຈະໂທດໃຜໄດ້ ຈະຕຳນິໃຜໄດ້ ໃນເມື່ອໂລກນີ້ ບໍ່ມີຄວາມຍຸດຕິທຳ ມີການເອົາປຽບເຊິ່ງກັນແລະກັນ. ເຈົ້າໜ້າທີ່ພັກ ກະພໍເຈົ້າໜ້າພັກ ເຈົ້າໜ້າທີ່ລັດກະພໍເຈົ້າໜ້າທີ່ລັດ ຊ່ວງຊີງກັນຍາດກັນຢູ່ຍາດກັນກິນ ອວດລ້ຳອວດລວຍ ພາລູກພາເມຍ ໄປຊື້ເຄື່ອງຂອງຢູ່ຕ່າງປະເທດ ດ້ວຍການກອບໂກຍສໍ້ໂກງ. ເດັກນ້ອຍລູກຫລານລາວ ບໍ່ມີວຽກເຮັດ ໄດ້ຫນີໄປເຮັດວຽກຢູ່ບ້ານເພິ່ນ ກໍຖືກເອົາລັດເອົາປຽບຖືກທຳຮ້າຍ. ທ່ານກະມາເບິ່ງຂ່າວ ແລະ ວີດີໂອ ຂອງນາງພິ່ນ ຢູ່ບໍ. ຖ້າເບິ່ງແລ້ວ ຄິດແນວໃດ ຄິດຄືຜູ້ນຳຄິດຢູ່ບໍ ຫລືວ່າ ຄິດແບບນັກສວຍໂອກາດໂກງກິນ ບໍ່ຫ່ວງຟ້າຫ່ວງດິນ ຢູ່ບໍ ຫ່ວງລູກຫລານປະຊາຊົນຢູ່ບໍ່ ຫລືວ່າ ຫ່ວງແຕ່ລຸກຫລານໂຕເອງຫັ້ນເອົາແທ້ເອົາວ່າ.

[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Nov 15, 2018 04:34 AM

ເຕັມຫນ້າ