ອີງຕາມກອງປະຊຸມ ສຣຸບຜົລການຈັດຕັ້ງປະຕິບັດ ວຽກງານຕ້ານການຄ້າມະນຸສ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງຄະນະກັມມະການ ຕ້ານການຄ້າມະນຸສ ແຂວງໄຊສົມບູນ ເມື່ອວັນທີ 09 ພຶສຈິກາ 2023 ທີ່ຜ່ານມາລະບຸວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຊ່ອຍເຫຼືອເດັກຍິງທີ່ອາຍຸຕໍ່າກ່ວາ 18 ປີ ແລະ ແມ່ຍິງ ທີ່ອາຍຸກາຍ 18 ປີ ຈຳນວນທັງ ໝົດ 6 ຄົນເຊິ່ງເປັນພົລເມືອງ ຈາກເມືອງທ່າໂທມພາຍຫຼັງເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສ, ຄ້າໂສເພນີ ຢູ່ສະຖານບັນເທີງ ນະຄອນຫຼວງວຽງຈັນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງ ໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ພຶສຈິການີ້ວ່າ:
“ໝົດທັງ 6 ຄົນຫັ້ນນັ້ນແມ່ນໄປເປັນສາວບໍຣິການ ຢູ່ນະຄອນຫຼວງວຽງຫັ້ນ ລະທາງກົມຫັ້ນແມ່ນໄດ້ສົ່ງມາເປັນຜູ້ຖືກເຄາະຮ້າຍ ແຕ່ວ່າເຂົາເຈົ້າຊວນໄປເປັນສາວບໍຣິການ ທາງກົມ ເຂົາເຈົ້າລົງໄປກວດບັນດາຮ້ານຫັ້ນ ແລ້ວແມ່ນເກັບເຂົ້າສູນ ຢູ່ນະຄອນຫຼວງຫັ້ນ ເຂົາເຈົ້າໄດ້ປະສານມາທາງແຂວງ ໄທເຮົາ.”
ຮູບແບບທີ່ເຮັດໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຕີຄວາມໝາຍວ່າ ເດັກຍິງ ແລະແມ່ຍິງທັງໝົດ 6 ຄົນຖືກຄ້າມະນຸສ ຄ້າໂສເພນີນັ້ນກໍຍ້ອນວ່າ ພວກເຂົາເຈົ້າຖືກໝູ່ເຊິ່ງເປັນຄົນບ້ານດຽວກັນ ຕົວະໄປເຮັດວຽກເປັນພະນັກງານເສີບ ຢູ່ຮ້ານອາຫານ ແຕ່ຄວາມເປັນຈິງແມ່ນເຮັດວຽກ ຂາຍບໍຣິການ ທາງເພດໂດຍທີ່ ທັງ 6 ຄົນບໍ່ຍິນຍອມ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊສົມບູນ ອີກທ່ານນຶ່ງກ່າວໃນມື້ດຽວກັນວ່າ:
“16-17 ປີ ມີ 18 ປີຜູ້ນຶ່ງນີ້ບໍ່ສ່ວນຫຼາຍກໍ 16-17 ປີໝູ່ຕົວະວ່າໄປເຮັດວຽກຢູ່ວຽງ ຢູ່ຮ້ານອາຫານສື່ໆ ບໍ່ຮູ້ວ່າ ພໍ່ແມ່ກໍບໍ່ຮູ້ຊໍ້ານ່າ ລູກປແບບບໍ່ບອກໄປທ່ຽວວຽງ ນຳໝູ່ຊິນ່າ ໄປແລ້ວກໍໄປຍ້ອນຮູ້ ເທົ່າບໍ່ເຖິງການພໍ່ແມ່ ກໍບໍ່ຮູ້ຄັນພໍ່ແມ່ຮູ້ກໍບໍ່ໃຫ້ໄປແຫຼະ ຖືກຕົວະໄປຢູ່ວຽງນີ້ໄປເຮັດວຽກຢູ່ວຽງ.”
ການຊ່ອຍເຫຼືອເດັກຍິງ ແລະ ແມ່ຍິງລາວແມ່ນຖືວ່າເປັນພາລະບົດບາດ ແລະ ໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງເພື່ອປະຕິບັດຕາມແຜນການແກ້ໄຂບັນຫາການຄ້າມະນຸສ ຄ້າໂສເພນີສະບັບເລກທີ 115 ລົງວັນທີ 12 ຕຸລາ 2018 ຢ່າງເຂັ້ມງວດແລະເອົາໃຈໃສ່ກ່ຽວກັບເຫດການທີ່ໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງແລະເດັກນ້ອ ຍ ແລະ ໂຊກດີທີ່ເດັກຍິງ ແລະ ແມ່ຍິງທັງໝົດ 6 ຄົນນັ້ນຍັງບໍ່ທັນຖືຍັງຄັບຫຼາຍເທື່ອຍ້ອນເຈົ້າໜ້າທີ່ນະຄອນຫຼວງວຽງຈັນເຂົ້າໄປຊ່ອຍໄວ້.ອີງຕາມການຣາຍງານຂອງກອງປະຊຸມ.
“ພໍດີຖືກໄລຍະທີ່ເຈົ້າໜ້າທີ່ ຢູ່ນະຄອນຫຼວງວຽງຈັນ ເພິ່ນລົງກວດຫັ້ນນ່າ ພໍດີໄປພົບຫັ້ນນ່າຖືວ່າ ໂຊກດີຢູ່ທີ່ວ່າ ບໍ່ທັນໄດ້ບັງຄັບຫຼາຍຫັ້ນນ່າ.”
ພາຍຫຼັງທີ່ແມ່ຍິງ ແລະ ເດັກຍິງທັງໝົດ 6 ຄົນ ຖືກຊ່ອຍເຫຼືອ ກັບມາແລ້ວທາງເຈົ້າໜ້າທີ່ ຫ້ອງການແມ່ຍິງແຂວງໄຊສົມບູນ ແລະ ເມືອງທ່າໂທມກໍໄດ້ສຶກສາອົບຮົມ ແລະ ບຳບັດຈິດໃຈ ກ່ອນສົ່ງພວກເຂົາເຈົ້າກັບຄືນ ສູ່ຄອບຄົວຢ່າງປອດໄພ ພ້ອມຕິດຕາມພວກເຂົາເຈົ້າຢ່າງ ໃກ້ຊິດແຕ່ວ່າເຣື່ອງສົ່ງພວກເຂົາໄປຝຶກອົບຮົມວິຊາຊີບ ເພື່ອໃຫ້ມີອາຊີບຢູ່ສູນກາງສະຫະພັນ ແມ່ຍິງນັ້ນຍັງບໍ່ທັນໄດ້ສົ່ງໄປເທື່ອ ຍ້ອນຍັງມີຄວາມຢ້ານກ່ຽວກັບພື້ນ ທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນພື້ນທີ່ ທີ່ເຄີຍຖືກຄ້າມະນຸສ, ຄ້າໂສເພນີ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ກ່າວຕື່ມວ່າ:
“ກໍໄດ້ອັນນ່າເຮັດວຽກສຶກສາ ອົບຮົມໃຫ້ເຂົາເຈົ້າຫັ້ນແຫຼະ ບໍ່ໃຫ້ເຂົາເຈົ້າໄປເຮັດວຽກ ແບບນັ້ນຕື່ມນ່າພວກເຮົາກໍໄດ້ມີການ ຊິເອົາເຂົາເຈົ້າໄປຝຶກອົບຮົມຫັ້ນແຫຼະ ແຕ່ເຂົາເຈົ້າກໍບໍ່ສະດວກໄປຫັ້ນນ່າ ຄວາມພ້ອມຂອງເຂົາເຈົ້າ ບໍ່ທັນສະດວກປານໃດ ອາດຄິດວ່າຢ້ານໄປວຽງ ຢ້ານຖືກອີກ ບໍ່ຢາກໄປອາທິດທີ່ ແລ້ວພວກເຮົາໄປຖາມຂໍ້ມູນແລ້ວ ເຂົາເຈົ້າວ່າຢູ່ບ້ານຫັ້ນແຫຼະ ວ່າຊັ່ນເຂົາເຈົ້າໄປໄຮ່ໄປສວນ ນຳພໍ່ແມ່ປົກກະຕິ ເຂົາເຈົ້າຊ່ອຍວຽກພໍ່ແມ່ຢູ່ບ້ານ.”
ປີ 2022 ທີ່ຜ່ານມາຄະນະກັມມະການ ຕ້ານການຄ້າມະນຸສແຂວງໄຊສົມບູນ ໄດ້ສຶກສາອົບຮົມ ເຈົ້າຂອງຮ້ານບັນເທີງ 19 ຮ້ານ ພ້ອມດ້ວຍສາວບໍຣິການ 102 ຄົນ.