ຜູ້ປະກອບສ່ວນຕໍ່ສູ້ເພື່ອ ປະຊາທິປະໄຕ ໃນລາວ

ຈໍາປາທອງ
2014.08.15
f-default ຜູ້ປະກອບສ່ວນຕໍ່ສູ້ເພື່ອ ປະຊາທິປະໄຕ ໃນລາວ
RFA

 

ການ ເຄື່ອນໄຫວ ເພື່ອ ປະຊາທິປະໄຕ ຂອງ ຊາວລາວ ຢູ່ ນອກປະເທດ ເພື່ອ ສິດທິ ພື້ນຖານ ຂອງ ຊາວລາວ ໃນປະເທດ ມີການ ປະກອບສ່ວນ ຈາກ ຫລາຍ ໂອງການ ຈັດຕັ້ງ ຂອງລາວ ແລະ ຂອງຊາວ ຕ່າງປະເທດ ຊຶ່ງ ໃນນັ້ນ ກໍມີ ທ່ານ ຜູ້ນຶ່ງ ທີ່ ໃຫ້ການ ສນັບສນູນ ຢ່າງ ຫ້າວຫັນ ມາໂດຍ ຕຣອດ. ທ່ານຜູ້ນັ້ນ ແມ່ນໃຜ? ມາຈາກໃສ?

ການເຄື່ອນໄຫວ ຕໍ່ສູ້ເພື່ອ ສິດ ເສຣີພາບ ປະຊາທິປະຕັຍ ແລະ ຄວາມເປັນ ເອກກະຣາດ ທີ່ແທ້ຈິງ ຂອງລາວ ນັ້ນ ກໍມີຫລາຍ ອົງການ ຈັດຕັ້ງ ຂອງ ຊາວລາວ ທັງ ຢູ່ພາຍໃນ ແລະ ນອກ ປະເທສ, ຢູ່ ສະຫະຣັດ ອະເມຣິກາ ແລະ ປະເທສ ຕ່່າງໆ ໃນໂລກ ປະຊາທິປະຕັຍ ຮວມທັັງ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ມີສູນກາງ ຢູ່ປະເທສ ເຢັຽຣະມັນ ອັນມີ ດຣ. ບຸນທອນ ຈັນທະລາວົງ ວີເຊີ ເປັນ ປະທານ ເຂົ້າຮ່ວມ ຢ່າງຂຍັນ ຂັນແຂງ.

ເມື່ອວັນທີ 24 ພຶສພາ 2014 ນີ້ ກໍໄດ້ມີ ກອງປະຊຸມ ຮິບໂຮມ ຂໍ້ມູນ ຫຼັກຖານ ກ່ຽວກັບ ການຣະເມີດ ສິດທິມະນຸດ ຂອງ ທາງການລາວ ຊຶ່ງ ຈັດຂຶ້ນຢູ່ Atlanta, ຣັຖ ຈໍເຈັຍ ສະຫະຣັດ ອາເມຣິກາ ເພື່ອສເນີຕໍ່ ກອງປະຊຸມ ໃຫຽ່ ສະຫະປະຊາຊາດ ດ້ານ ສິດທິມະນຸດ ຊຶ່ງ ຈະ ມີຂຶ້ນ ຢູ່ ນະຄອນ ເຈນີວາ ປະເທສ ສວິສເຊິແລັນ ໃນຕົ້ນປີ 2015 ຊຶ່ງ ດຣ. ບຸນທອນ ໄດ້ກ່າວ ຕອນນຶ່ງວ່າ:

"ທາງການ ສປປລາວ ໄດ້ເຊັນແລ້ວ ຫລັກການ ຫລາຍຂໍ້ ຢູ່ໃນສົນທີ ສັນຍາ ທີ່ເວົ້າ ເຣຶ່ອງການ ນັບຖື ສິດທິມະນຸດ ແຕ່ທາງການ ລາວ ບໍ່ມີການ ປະຕິບັດ ຕົວຈິງ ໜ້າໄຫວ້ ຫຼັງຫຼອບ ທຸກໆຄັ້ງ ທີ່ທາງການ ສປ ປລາວ ໄດ້ຮ່ວມ ກອງປະຊຸມ ຜ່ານມາ ໃນ ແຕ່ລະ 5 ປີໃດ ມີຕັ້ງແຕ່ ໄດ້ຣາຍງານ ດອກໄມ້ ອັນໃດ ກໍວ່າດີ ເໝິດ ຍ້ອງເໝິດ ດີເໝິດ ບໍ່ມີໃຜ ໄປຕໍ່ວ່າ ສະນັ້ນ ຄັ້ງນີ້ ແມ່ນພວກເຮົາ ຈະຕ້ອງເອົາ ໄປ ເວົ້າຄືນວ່າ ສິ່ງ ທີ່ດີເໝິດ ມັນບໍ່ຈິງ ມັນແມ່ນ ການຂີ້ຕົວະ".

ໃນ ການເຄື່ອນໄຫວ ເພື່ອຄວາມ ເປັນທັມ ຂອງ ປະຊາຊົນ ລາວ ນີ້ ໄດ້ຮັບການ ສນັບສນູນ ຈາກ ຫລາຍ ພາກສ່ວນ ຂອງ ຊາວຕ່າງ ປະເທສ ຊຶ່ງນອກ ຈາກຊາວ ວຽດນາມ, ຊາວ ກໍາພູຊາ,ຊາວຈີນ ເສຣີ ແລ້ວ ກໍຍັງມີຄົນ ປະເທສອື່ນໆ ອີກ ທີ່ ຮັກຫອມ ປະຊາທິປະຕັຍ ໃນໂລກ ຮວມທັງ ຊາວ ເຢັຽຣະມັນ ທີ່ ມີທັງທ່ານ Marcaus Wiese ຜູ້ເປັນ ສາມີ ຂອງ ດຣ. ບຸນທອນ ກໍໃຫ້ການ ສນັບສນູນ ຢ່າງ ຫ້າວຫັນ ເປັນຢ່າງດີ ຕລອດມາ ເກືອບວ່າ ການ ເຄື່ອນໄຫວ ນັ້ນ ຈະຈັດຂຶ້ນ ຢູ່ ປະເທສໃດ ທ່ານ ກໍໄປຮວມ ທັງຢູ່ ສະຫະຣັດ ອະເມຣິກາ ແລະ ງານ ສເລີມສລອງ ທຸງ ມໍຣະດົກ ທຸງຊາດ ຊ້າງສາມຫົວ ແລະ ກອງປະຊຸມ ປຶກສາຫາລື ວິທີ ແກ້ໄຂ ບັນຫາ ລາວ ທີ່ ຈະຈັດຂຶ້ນ ຢູ່ເມືອງ ໂລແວນ ຣັຖ Massachusetts ໃນວັນທີ 16 ສິງຫາ 2014 ນີ້ ທ່ານກໍມາ ເຂົ້າຮ່ວມ ສນັບສນູນ.

ຂ້າພະເຈົ້າ ໄດ້ໂອລົມ ກັບທ່ານ Marcaus Wiese ເມື່ອ ບໍ່ນານ ມານີ້ ກໍພໍຮູ້ ໄດ້ເຖິງ ແນວຄິດ ຈິດໃຈ ຂອງທ່ານ ທີ່ພົວພັນ ກັບ ຊາດລາວ, ກັບຄົນລາວ ຊຶ່ງທ່ານ ເປັນຫ່ວງ ເປັນໄຍ, ຕ້ອງການໃຫ້ ປະຊາຊົນ ລາວ ມີສິດ ເສຣີພາບ ແລະ ປະຊາທິປະຕັຍ ແລະ ໃຫ້ ປະເທສ ລາວ ໄດ້ຮັບການ ພັທນາ ໄປໃນ ທາງທີ່ດີ. ພ້ອມກັນນັ້ນ ທ່ານກໍຢາກ ໃຫ້ກໍາລັງ ຕໍ່ສູ້ ຢ່າງ ສັນຕິ ເພື່ອຄວາມ ເປັນທັມ ຂອງ ຂະບວນ ປະຊາທິປະຕັຍ ລາວ ຢູ່ ຕ່າງປະເທສ ມີຄວາມ ເຂັ້ມແຂງ ຂຶ້ນຕື່ມ ຊຶ່ງທ່ານ ກ່າວວ່າ:

"ທ່ານວ່າ ທ່ານ ຄິດວ່າ ອົງການ ຈັດຕັ້ງ ຂອງ ຊາວລາວ ຢູ່ ຕ່າງປະເທສ ມີຫລາຍສິ່ງ ຫລາຍຢ່າງ ທີ່ ສໍາຄັນໆ ຈະຕ້ອງເຮັດ. ກ່ອນ ອື່ນໝົດ ແມ່ນ ການສົ່ງເສີມ ຄວາມ ສໍາພັນ ກັນ ຣະຫວ່າງ ອົງການ ຈັດຕັ້ງ ຂອງ ຊາວລາວ ດ້ວຍກັນ, ກັບ ຕ່າງປະເທສ ແລະ ກັບອົງການ ຈັດຕັ້ງ ສາກົນຕ່າງໆ ເພື່ອ ອະນາຄົດ ຂອງລາວ".

ຄວາມສໍາພັນ ທີ່ວ່ານັ້ນ ມີຄວາມສໍາຄັນ ຫລາຍ ສໍາລັບ ອະນາຄົດ ຂອງລາວ ເພາະວ່າພວກເຮົາ ຕ້ອງການ ສະແດງໃຫ້ ປະຊາຊົນ ເຫັນວ່າ ປະຊາທິປະຕັຍ ອັນ ແທ້ຈິງນັ້ນ ເປັນແນວ ໃດ, ເຮັດໃຫ້ ປະຊາຊົນ ຮູ້ວ່າ ພວກເຮົາ ບໍ່ເປັນ ສັດຕຣູ ແຕ່ເປັນມິດ ກັບ ພວກ ເຂົາເຈົ້າ ທີ່ຢາກເຮັດ ໃຫ້ ປະເທສຊາດ ແລະ ປະຊາຊົນ ລາວ ມີ ສິດເສຣີ.

ທ່ານວ່າ ການມີ ຄວາມສໍາພັນ ອັນດີ ກັບ ປະເທສ ເພື່ອນບ້ານ ແມ່ນມີ ຄວາມສໍາຄັນ ເພາະປະເທສ ເຫລົ່ານັ້ນ ບໍ່ແມ່ນ ສັດຕຣູ ແລະ ພວກເຮົາ ກໍບໍ່ສາມາດ ເປັນສັດຕຣູ ກັບ ປະເທສ ເຫລົ່ານັ້ນ ໃນ ອະນາຄົດ. ອັນນີ້ ສໍາຄັນຫລາຍ.

ອັນທີ 2 ກໍແມ່ນວ່າ ສິ່ງສໍາຄັນ ທີ່ພວກເຮົາ ຕ້ອງເຮັດ ໃນ ປັດຈຸບັນ ຄືການ ຣາຍງານ ເຜີຍແພ່ ຂໍ້ມູນ ຂ່າວສານ ກ່ຽວກັບ ເຣຶ່ອງລາວ ຕ່າງໆ. ພວກເຮົາ ຣາຍງານ ທຸກສິ່ງ ທຸກຢ່າງ ດ້ວຍ ຄວາມເປັນຈິງ ໃຫ້ ປະຊາຊົນ ຮູ້. ພວກເຮົາ ຮູ້ດີວ່າ ຜະເດັດການ ທັງໝົດ ຢູ່ ໃນໂລກນີ້ ພວກເຂົາມີ ບັນຫາ ນຶ່ງ ຄືພວກເຂົາ ບໍ່ເວົ້າ ຄວາມຈິງ, ບໍ່ເວົ້າ ຄວາມຈິງ ຕໍ່ ປະຊາຊົນ.

ກົງກັນຂ້າມ ພວກເຮົາ ເວົ້າແຕ່ ຄວາມເປັນຈິງ ທຸກຢ່າງ ຕໍ່ ປະຊາຊົນ ທັງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ ກ່ຽວກັບ ພວກເຮົາເອງ ແລະ ກັບຄົນ ອື່ນໆ ພວກເຮົາ ບໍ່ມີບັນຫາ ນໍາເຣຶ່ອງ ຄວາມຈິງ ເພາະມັນ ເປັນອາວຸດ ຂອງພວກເຮົາ. ການຣາຍງານ ເຜີຍແພ່ ຂໍ້ມູນ ຂ່າວສານ ໃຫ້ ປະຊາຊົນ ຮູ້ຄວາມຈິງ ຄືທີ່ວ່ານັ້ນ ເຮັດທາງ website, ທາງ Internet, ທາງ ໜັງສືພິມ, ນິຕຍະສານ ແລະ ທາງ ສື່ສັງຄົມ ອື່ນໆ ຂອງພວກເຮົາ ແລະ ປຶກສາຫາລື ກັບ ປະຊາຊົນ. ອັນນີ້ ເປັນສິ່ງ ສໍາຄັນຫລາຍ ທີ່ພວກເຮົາ ຕ້ອງເຮັດ.

ແລະ ອັນທີ 3 ທ່ານກໍວ່າ ພວກເຮົາ ຮຽນຮູ້ ແລະ ຮຽນຮູ້ຈາກ ກັນແລະກັນ ແລະ ນັບຖື ຊຶ່ງກັນແລະກັນ. ພວກເຮົາ ຕ້ອງສະແດງ ໃຫ້ ປະຊາຊົນ ເຫັນ ແລະຮູ້ວ່າ ປະຊາທິປະຕັຍ ອັນແທ້ ຈິງ ນັ້ນເປັນ ແນວໃດ, ເປັນ ປະຊທິປະຕັຍ ທີ່ສ່ວນໃຫຍ່ ຮັບຮູ້ ແລະ ພວກເຮົາ ນັບຖື ສຽງ ສ່ວນຫລາຍ. ພ້ອມກັນນັ້ນ ພວກເຮົາ ກໍຕ້ອງ ນັບຖືສຽງ ສ່ວນໜ້ອຍ ນໍາດ້ວຍ. ພວກເຮົາ ບໍ່ ບີບບັງຄັບ ຫລື ກົດດັນ ສຽງສ່ວນ ໜ້ອຍ. ອັນນີ້ ເປັນສິ່ງ ສໍາຄັນ ຫລາຍ ທີ່ ຈະຕ້ອງ ສະແດງ ໃຫ້ ປະຊາຊົນຮູ້, ໃຫ້ ປະຊາຊົນ ເຫັນ. ອັນນີ້ ບໍ່ເປັນ ບັນຫາ ສໍາລັບ ພວກເຮົາ ເພາະ ພວກເຮົາ ຮັບຮູ້ ແລະ ນັບຖື ແນວຄິດ ທີ່ ແຕກຕ່າງ, ບໍ່ເປັນ ບັນຫາ ສໍາລັບ ພວກເຮົາ ທີ່ວ່າ ໃຜ ຈະນິຍມ ສັງຄົມ ນິຍົມ ຫລືວ່າ ຈະນິຍົມ ຄອງເດີມ ຫລືວ່າ ເປັນພັກຂຽວ ພັກນິຍົມ ຄວາມກ້າວໜ້າ ກໍ ບໍ່ເປັນບັນຫາ. ທ່ານວ່າ ການສ້າງ ປະຊາທິປະຕັຍ ກ່ອນອື່ນໝົດ ຄືການ ນັບຖື ແລະ ການຍອມຮັບ ໃນ ສິ່ງດັ່ງກ່າວ ແລະ ພວກເຮົາ ກໍຈະຢູ່ ຮ່ວມກັນ ໂດຍມີ ເປົ້າ ໝາຍ ອັນນຶ່ງ ອັນດຽວ ແລະ ເປົ້າໝາຍນັ້ນ ຄື ເສຣີພາບ ແລະ ປະຊາທິປະຕັຍ ສໍາລັບ ທຸກຄົນ.

ເມື່ອຖາມ ທ່ານ Marcaus ວ່າ ຕາມທີ່ຮູ້ ແລະ ເຫັນ ທ່ານ ເຄື່ອນໄຫວ ຮ່ວມກັບ ພັລຍາ ຂອງ ທ່ານ ດຣ. ບຸນທອນ ຫລາຍໆຄັ້ງ ເພື່ອ ສນັບສນູນ ການຕໍ່ສູ້ ເພື່ອ ປະຊາທິປະຕັຍ ໃນລາວ ທ່ານພໍເວົ້າ ສູ່ຟັງແດ່ ໄດ້ບໍນໍ ນັ້ນ ທ່ານຕອບວ່າ:

"ທ່ານວ່າ ທ່ານ ແລະ ພັລຍາ ຂອງທ່ານ ມີແນວຄິດ ຄືກັນ. ທ່ານວ່າ ແນວຄິດ ຂອງ ພວກເຮົາ ຄື ການນັບຖື ແລະ ການຍອມຮັບ. ພວກເຮົາ ບໍ່ມັກ ຜະເດັດການ ທຸກ ຮູບແບບ ຢູ່ໃນ ທຸກພາກພື້ນ ຂອງໂລກ. ອັນນີ້ ເປັນບັນຫາ ໃຫຽ່ ສໍາລັບ ພວກເຮົາ, ພວກເຮົາ ບໍ່ມັກ. ດັ່ງນັ້ນ ພວກເຮົາ ຈຶ່ງຕໍ່ສູ້ ເພື່ອ ໃຫ້ ມີ ປະຊາທິປະຕັຍ ຫລາຍຂຶ້ນ ເພື່ອໂລກ ມີ ເສຣີພາບ. ພວກ ເຮົາ ເຂົ້າຫາກັນ ໄດ້ແບບ ໄວວາ ຍ້ອນພວກ ເຮົາມີ ເປົ້າໝາຍ ອັນດຽວກັນ. ພວກເຮົາຕ່າງ ກໍຮຽນຮູ້ ຈາກກັນ ແລະກັນ ຍ້ອນວ່າ ເຮົາເຫັນ ສິ່ງໃດ ສິ່ງນຶ່ງ ຕາມທັສນະ ຂອງຄົນ ເຢັຽຣະມັນ ແລະ ພັລຍາ ກໍ ເຫັນໄປ ຕາມທັສນະ ຂອງ ຄົນລາວ, ແລ້ວມາ ຮຽນຮູ້ ນໍາກັນ. ນັ້ນຄື ການຮຽນ ຮູ້ນໍາກັນ ຫຼາຍຂຶ້ນ ແລະ ເຫັນບັນຫາ ທັງ ຈາກທາງໃນ ແລະ ທາງນອກ. ນັ້ນເປັນ ທີ່ສົນໃຈ ຫລາຍ ສໍາລັບ ພວກເຮົາ".

ເມື່ອຖາມ ເຖິງຄວາມ ຕັ້ງໃຈ ຂອງ ທ່ານ ໃນການ ປະກອບສ່ວນ ເຂົ້າໃນ ການຕໍ່ສູ້ ເພື່ອ ປະຊາທິປະຕັຍ ແລະ ສິດທິມະນຸດ ໃນລາວ ເປັນຄືແນວໃດ ນັ້ນ ທ່ານກໍວ່າ:

"ທ່ານວ່າ ຂ້ອຍຄິດວ່າ ການສນັບສນູນ ຊຸມຊົນ ຊາວລາວ ທີ່ຢູ່ໃນ ຣະຍະ ຫຍຸ້ງຍາກ ໃນການ ເຄື່ອນໄຫວ ຕໍ່ສູ້ຕ້ານ ຜະເດັດການ ຢູ່ ປະເທສລາວ ເປັນບົດບາດ ອັນນຶ່ງ ຂອງຂ້ອຍ. ການ ຕໍ່ສູ້ ເພື່ອ ຄວາມເປັນທັມ ມັນເປັນ ປະເພນີ ໃນຄອບຄົວ ຂອງຂ້ອຍ. ພໍ່ຂອງຂ້ອຍ ເພີ່ນໄດ້ ຕໍ່ສູ້ຕ້ານ ຜະເດັດການ ຮິດເລີ, ພໍ່ເຖົ້າເຖົ້າ ຂອງຂ້ອຍ ໄດ້ຕໍ່ສູ້ກັບ ຣັຖບາລ ຄອມມິວນິສ ຢູ່ ເຢັຽຣະມັນ ຕາເວັນອອກ, ໄດ້ຕໍ່ສູ້ຕ້ານ ຜະເດັດການ, ຕ້ານ ຈັກກະພັດ ເຢັຽຣະມັນ ຈົນຮອດ ປີ 1918".

ເມື່ອເວົ້າເຖິງ ການຄິດ ຈະໂຍກຍ້າຍ ໄປຢູ່ ປະເທສລາວ ທ່່ານກໍວ່າ:

"ທ່ານວ່າ ເປັນຫຍັງຊິ ບໍ່ຄິດ ແຕ່ມັນກໍຂຶ້ນ ກັບ ສະພາບການ. ເມື່ອລາວເປັນ ປະເທສ ເສຣີ ເປັນຫຍັງ ຊິບໍ່ຄິດ. ອີກສິ່ງນຶ່ງ ຂ້ອຍຫວັງວ່າ ພວກເຮົາ ຈະມີບົດບາດ ໃໝ່ ເມື່ອໃດລາວ ເປັນ ປະເທສ ອິສຣະເສຣີ. ລາວຕ້ອງການ ການສນັບສນູນ ຈາກ ຕ່າງປະເທສ ຕົວຢ່າງ ຈາກ ເຢັຽຣະມັນ. ຂ້ອຍຄິດວ່າ ພວກເຮົາ ຈະມີ 2 ສັນຊາດ ຄືສັນຊາດລາວ ແລະ ສັນຊາດ ເຢັຽຣະມັນ. ນັ້ນແມ່ນ ສໍາລັບຂ້ອຍ". ທ່ານວ່າ.

ທ່ານ Marcaus Wiese ເປັນນັກ ປັນຍາຊົນ ເປັນທີ່ປຶກສາ ພະນັກງານ ສະມາຄົມ ກາຊາດ ເຢັຽຣະມັນ, ເປັນທີ່ ປຶກສາ ດ້ານເສຖກິດ, ເປັນ ນັກເຄື່ອນໄຫວ ທາງການເມືອງ ຕົວຕັ້ງ ຕົວຕີ ແລະ ເປັນຫົວໜ້າ ສະຫະພັນ ກັມກອນ ທ້ອງຖິ່ນ. ທ່ານວ່າ ເວົ້າລວມ ແລ້ວ ພື້ນຖານ ການຕໍ່ສູ້ ຂອງທ່ານ ກໍແມ່ນການ ຕໍ່ສູ້ ທາງການເມືອງ ເພື່ອ ສິດ ເສຣີພາບ ແລະ ປະຊາທິປະຕັຍ ຄືກັນ ກັບ ດຣ. ບຸນທອນ ພັລຍາ ຂອງ ທ່ານ ນັ້ນເອງ.

ທີ່ເວົ້າມານັ້ນ ຄືການ ປະກອບສ່ວນ ຂອງ ຊາວຕ່າງ ປະເທສ ເຂົ້າໃນ ການຕໍ່ສູ້ ເພື່ອ ສິດ ເສຣີພາບ ແລະ ປະຊາທິປະຕັຍ ໃນລາວ ຢູ່ໃນ ຂນະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.