ຄວາມຮູ້ເລີ້ມຈາກພາສາ
ຊາວລາວ ທີ່ ອົພຍົບ ມາຢູ່ ສະຫະຣັຖ ອະເມຣິກາ ລ້ຽງດູ, ສົ່ງເສີມ ລູກຫຼານ ໃຫ້ ໄດ້ ຮຽນສູງ, ຮູ້ ຫຼາຍພາສາ ຊຶ່ງ ເປັນ ເຣຶ່ອງດີ ສຳລັບ ການ ສື່ສານ ກັບ ຄົນ ທີ່ ເວົ້າ ຕ່າງ ພາສາ.
-
ຈໍາປາທອງ
2015-10-25 -
-
-
ຄອບຄົວ ຂອງ ຍານາງ ດາຣາວັນ ພົນວິຈິດ
RFA
Your browser doesn’t support HTML5 audio
ຊາວ ອົພຍົບ ລາວ ທີ່ ສະຫະຣັຖ ອະເມຣິກາ ຈຳນວນ ບໍ່ໜ້ອຍ ລ້ຽງດູ, ສົ່ງເສີມ ລູກຫຼານ ຂອງຕົນ ໃຫ້ ເປັນຄົນດີ, ຮ່ຳຮຽນ ສູງ, ຮູ້ຫຼາຍ ພາສາ ເພາະການ ຮູ້ພາສາ ຕ່າງ ປະເທສ ຫລາຍ ພາສາ ເປັນການດີ ຕໍ່ຕົນເອງ ແລະ ຕໍ່ຄົນ ອ້ອມຂ້າງ, ດີຕໍ່ ການສຶກສາ ຄົ້ນຄວ້າ ຕ່າງໆ ເຊັ່ນດ້ານ ການເມືອງ, ເສຖກິດ, ວັທນະທັມ, ວິທຍາສາດ ແລະ ເທັກໂນໂລຈີ ທີ່ ກຳລັງ ຂຍາຍຕົວ ຢ່າງ ໄວວາ ຢູ່ໃນ ປັດຈຸບັນ ນີ້.
ເວົ້າເຖິງເຣຶ່ອງ ການ ສຶກສາ ຮຽນຮູ້ ຫລາຍ ພາສາ ຕ່າງ ປະເທດ ຊາວ ອົພຍົບ ລາວ ທີ່ຈຳຕ້ອງ ໄດ້ເອົາ ຕົວຫລົບໜີ ອອກຈາກ ຣະບອບ ການປົກຄອງ ແບບ ຜະເດັດການ ພັກດຽວ ຢູ່ ສປປລາວ ມາເປັນ ເວລາ ຫລາຍສິບ ປີ ແລ້ວນັ້ນ ກໍ ພຍາຍາມ ສົ່ງເສີມ ເພາະ ເປັນເຣຶ່ອງ ດີ.