ຊາວລາວ ປອດພັຍ ຈາກພະຍຸ ເຮີຣີເຄນ ທີ່ຟລໍຣີດາ

0:00 / 0:00

ພະ​ຍຸ ເຮີ​ຣີ​ເຄ​ນ ອ໋ຽນ (Hurricane Ian) ຢູ່ໃນຣະດັບ 4 ດ້ວຍຄວາມໄວ 241 ກິໂລແມັດ ຕໍ່ຊົ່ວໂມງ ພັດເຂົ້າຝັ່ງ ໃກ້ເມືອງ ​ເຄ​ໂຢ ໂຄ​ສ​ທ໋າ (Cayo Costa) ຣັຖຟລໍຣີດາ (Florida) ສະຫະຣັຖ ອາເມຣິກາ ເວລາປະມານ 3 ໂມງແລງຂອງວັນພຸດ ທີ 28 ກັນຍານີ້. ແຕ່ຊາວລາວ ຢູ່ເມືອງຕ່າງໆ ນອກຈາກເຂດ Fort Myers ເວົ້າລວມແລ້ວບໍ່ໄດ້ຮັບ ຜົລກະທົບ ພໍເທົ່າໃດ.

ຈໍາປາທອງ ມີບົດສັມພາດ ຊາວລາວ ຢູ່ຫລາຍເມືອງ ຂອງຣັຖນີ້ ມາສເນີທ່ານ ໃນຣາຍການ “ລາວໃນຕ່າງແດນ” ປະຈໍາສັປດານີ້. ເຊີນທ່ານ ຮັບຟັງໄດ້.