ຊາວບ້ານບ້ານທາດອີງຮັງ ບໍ່ຍອມຍົກດິນ ໃຫ້ເອກຊົນ ສັມປະທານ: ຈົດໝາຍ ຈາກຜູ້ຟັງ

ໄມ​ຊູ​ລີ
2023.03.11
ຊາວບ້ານບ້ານທາດອີງຮັງ ບໍ່ຍອມຍົກດິນ ໃຫ້ເອກຊົນ ສັມປະທານ: ຈົດໝາຍ ຈາກຜູ້ຟັງ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານ ບ້ານທາດອີງຮັງ ຖືກເຈົ້າໜ້າທີ່ໂອ້ລົມ ຍ້ອນບໍ່ຍອມຍົກດິນ ກະເສດໃຫ້, ຢ່າງໜ້ອຍ ມີເຈົ້າໜ້າທີ່ຣັຖ 134 ຄົນ ພົວພັນ ກັບການສໍ້ຣາສບັງຫຼວງ, ຄວາມຫວັງ ຂອງນັກສຶກສາລາວ ທີ່ຮຽນຈົບມາ ຕ້ອງການເຂົ້າເປັນ ພະນັກງານຣັຖ. ແຕ່ສຸດທ້າຍ ຫລາຍໆຄົນ ກໍບໍ່ໄດ້ຖືກບັນຈຸ ຍ້ອນບໍ່ມີ ເສັ້ນມີສາຍ. , ຣັຖບານລາວ ງົດອອກສຽງ ໃຫ້ຣັສເຊັຽ ຖອນທະຫານ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ ຊາວບ້ານບ້ານທາດອີງຮັງ ບໍ່ຍອມຍົກດິນ ໃຫ້​ເອກ​ຊົນ ສັມ​ປະ​ທານ”

“ພີ່ນອ້ງລາວເຮົາເອີຍ! ພວກທ່ານ ຮູ້ຢູ່ບໍວ່າ: ທີ່ດິນ ໃນປະເທດ ຄອມມຸນິສ  ບອ່ນໃດກໍຕາມ ຂອງໃຜກໍຢ່າ ຖ້າບໍ່ແມ່ນຂອງຄົນ ໃນພັກລັດ ຫລື ຊິມີ ໃບຕາດີນຂອບຄຳ ຂອບເງິນຫລື ຂອບເພັດ ມັນບໍ່ເປັນ ກຳມະສິດ ຂອງພວກທ່ານເດີ, ເຖີງພວກທ່ານ ຊິຕົກລົງຂາຍໃຫ້ນາຍທຶນ ຫລື ບໍ່ຕົກລົງກໍຕາມ, ມັນແມ່ນເວລາ ເປັນເຄື່ອງຕັດສິນ ຊ້າຫລືໄວ ແມ່ນ ພັກລັດ ສປປລ ເປັນຜູ້ຊີ້ຂາດ ພວກພີ່ນອ້ງ ມີສິດ ແຕ່ໃນເຈັ້ຽຊື່ໆ ພໍໃຫ້ພວກທ່ານດີໃຈໄປວັນໆ. ຢ່າລືມວ່າ ດິນຕອນໃດກໍຕາມ ມັນມີມາ ແຕ່ໂລກເກີດ ບໍ່ແມ່ນພວກທ່ານ ເປັນຄົນປູກ. ນີ້ຄື ເຫດຜົນ ຂອງຄົນ ໃນພັກລັດ ສປປລ.”

“ຄືມາ ເວົ້າເປັນຕາ ງົງແທ້ໆ ຊິເຮັດຟາມ ງົວນົມ ຢູ່ດິນ ເຂດບ້ານທາດອີງຮັງ ປົກຕິດິນເຂດນີ້ ມັນເປັນດິນໃນເມືອງ ຖ້າເຮັດມັນ ກໍເຫມາະ ກັບການ ພັດທະນາ ແບບໃນເມືອງ ຫນອງຫລົ່ມ (ໃນປ່າສະຫງວນແຫ່ງນີ້) ນັກບູຮານວັນນະຄະດີ ຂອງແຂວງ ຄວນຍົກບັນຫານີ້ ຂຶ້ນມາແຍ້ງ ເພື່ອອະນຸລັກ ສີ່ງແວດລ້ອມ ແລະ ສິ່ງຂອງສັກສິດ ເພື່ອບໍ່ໃຫ້ຖືກທຳລາຍ, ກໍລະນີ 2 ສ້າງຟາມງົວນົມ ມັນບໍ່ຕ່າງຫຍັງ ກັບຜູກງົວ ໃສ່ກ້ອງຕະລ່າງເຮືອນ, 3 ມັນບໍ່ເຫມາະ ກັບຟາມງົວ ເພາະມັນເປັນດິນ ໃນເມືອງ, 4 ມີຜົນກະທົບ ຕໍ່ສິງແວດລ້ອມເຊັ່ນ ຕົ້ນໄມ້ ແລະ ສັດປ່າທົ່ວໄປ, 5 ສົ່ງຜົນກະທົບ ອັນຮ້າຍແຮງ ຕໍ່ການທຳມາຫາກິນຂອງປະຊາຊົນ, 6 ປະຊາຊົນ ຄວນຕື່ນຕົວ ອະນຸລັກສີ່ງແວດລ້້ອມ ເຖິງເຂົາ ຊີໃຫ້ດິນໃນຣາຄາສູງ ກໍບໍ່ຄວນໃຫ້, ເຣື້ອງຣາຄາສູງນັ້ນ ນາຍທຶນ ມັນບໍ່ຢ້ານຢູ່ແລ້ວ ຄົນທາດອີງຮັງ ມີແຕ່ຄົນ ຄວາມຮູ້ສູງໆ ຄວນຫາຂໍ້ມູນ ອັນເປັນເຫດຜົນ ມາແຢ້ງ ແລະ ສະເຫນີເຈົ້າແຂວງ ປົກຄອງເມືອງ ຢ່າງລະອຽດ ເລຂາພັກບ້ານ ຕ້ອງເປັນຄົນເຂັ້ມແຂງ ເພື່ອຫລີກຈາກຊ່ອງວ່າງ ແລະ ໂອກາດ ຂອງພວກນາຍທຶນ ທີ່ກຳລັງບຸກລຸກ ຈູດໃຈ ຂອງປະຊາຊົນ.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.