ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນ ກັງວົນ ຕໍ່ແຖວຊື້ນ້ຳມັນ ກ່ອນປັບຂຶ້ນ ລາຄາໃໝ່, ຄົນຂັບຣົຖ ຂົນສົ່ງສິນຄ້າຈີນ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າ ລາວຕີກັນ ຍ້ອນແຊງຄິວຣົຖ ແລະ ທັສນະ ຊາວລາວ ຕໍ່ ສົງຄາມ ຣັສເຊັຽ-ຢູ່ເຄຣນ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ "ຄົນຂັບຣົຖ ຂົນສົ່ງສິນຄ້າຈີນ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າ ລາວຕີກັນ ຍ້ອນແຊງຄິວຣົຖ."
" ລັດຖະບານ ສປປລາວ ເຊັນສັນຍາ ໃຫ້ຄົນເຈັກ ຄົນຈິນເຂົ້າມາ ມີອິທີພົນ ໃນປະເທດລາວ , ເກີດເຫດຕິກັນ ມາຫລາຍໆ ຄັ້ງແລ້ວ , ບໍ່ວ່າ ທາງຂົນສົ່ງ , ແລະ ຄົນງານ ລ້ວນແລ້ວແຕ່ ຖືກຄົນຈິນດູຖູກດູໝີ່ນ ປະມາດ ຖືຕົບຕີ ມາສະເໝີ. ທັງໆທີ່ ອຳນາດກົດໝາຍແລະ ເຈົ້າໜ້າທີ່ລາວ ກໍ່ບໍ່ສະມາດ ຣະງັບ ຄວາມສະຫງົບໄດ້ , ເຫັນກັບຕາ ກໍ່ປະປ່ອຍໃຫ້ຄົນຈິນ ເອົາໄມ້ຄ້ອນຕີຄົນລາວ ດັ່ງທີ່ເຫັນກັນ ໃນເຟສບຸກ. ເປັນຫຍັງ "ພັກລັດ" ຈິີ່ງ ປ່ອຍ ໃຫ້ຄົນຈີນ ເຂົ້າມາ ມີອໍານາດ ເໜືອກ່ວາ ຄົນລາວແທ້ ?, ໂດຍ ສະເພາະຢູ່ລາວ ກໍ່ບໍ່ມີແຕ່ ຄົນຈີນດອກ ກໍໍ່ມີ ຄົນໄທ , ຄົນພະມ້າ ລະອີກຫລາຍຊາດ ແຕ່ທຸກຄົນ ກໍ່ໄປມາຫາສູ່ກັນ ແບບສັນຕິ ບໍ່ຄ່ອຍ ມີການປະທະ ຕົບຕີກັນ ຄືຄົນຈິນ."
…
( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ຕິດຕາມມາດ້ວຍ ເພງ “ຮັກກັນເຖີດ ມະນຸດ” ຈາກສຽງຂັບຮ້ອງ ຂອງທ່ານ ພົມມະ ພິມມະສອນ.
