ຈ.ມ ຈາກຜູ້ຟັງ 04/02/22

ໄມ​ຊູ​ລີ
2022.04.02
ຈ.ມ ຈາກຜູ້ຟັງ 04/02/22 ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ແມ່ຍິງລາວຖືກ ຜູ້ຊາຍຄົນຈີນຕີ ຈົນເກືອບ ສລົບ, ລາວ ເລັ່ງຄວບຄຸມ ອັຕຣາແລກປ່ຽນເງິນ ທີ່ຂຶ້ນສູງ, ສັດປ່າໃນລາວ ອາຈສູນພັນ ເພາະການລັກລ່າ ໄປຂາຍ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ແມ່ຍິງລາວຖືກ ຜູ້ຊາຍຄົນຈີນຕີ ຈົນເກືອບ ສລົບ

ຫລັງຈາກທີ່ລັດຖະບານລາວ ເປີດຕ້ອນຮັບການລົງທຶນແລະຄົນຈີນເຂົ້າມາລາວ ຢ່າຫລວງຫລາຍ ກໍມີຄຳຂວັນຕາມມາວ່າ ລາວແລະຈີນ ມີພູຜາແມ່ນ້ຳ ທີ່ຕິດຈອດກັນ ເປັນບ້ານໃກ້ເຮືອນຄຽງທີ່ດີ ເປັນເພື່ອນມິດສະຫາຍທີ່ດີ ເປັນຄູ່ຮ່ວມມືທີ່ດີ. ນັ້ນກໍແມ່ນຄໍຂວັນ ຂອງເຈົ້ານ້າທີ່ ຂັ້ນສູງທີ່ໄດ້ຮັບຜົນປະໂຫຍດຈາການລົງທຶນຈີນ. ແຕ່ໃນພາກປະຕິບັດຕົວຈິງ ຂອງ​​ປະຊາຊົນລາວແລ້ວ ແມ່ນວ່າຄົນງານລາວ ຖືກເອົາລັດເອົາປຽບ ຄົນງານລາວ ບໍ່ໄດ້ຮັບເງິນເດືອນ ຄົນງານລາວ ຖືກສານເຄມີ ແຕ່ບໍ່ໄດ້ຮັບການປິ່ນປົວ ແມ່ຍິງລາວ ຖືກຫລອກໄປເປັນເມຍ ຫລື ບໍລິການທາງເພດ ໃຫ້ຊາຍຈີນ ຊຶ່ງພວກເຂົາເຈົ້າ ຖືກຜົວຈີນ ທຳຮ້າຍຮ່າງກາຍແລະຖືກຕີ. ແຕ່ປະຈຸບັນ ຜົວຈີນ ມາຕີເມຍຄົນລາວ ຢູ່ພາຍໃນປະເທດ ແຕ່ກໍບໍ່ໄດ້ຮັບໂທດຍັງ. ຄົນອັນນະພານ ຂອງຈີນ ເຂົ້າມາລາວ ຫລອກໃຫ້ ແມ່ຍິງລາວ ໄປຖ່າຍຮູບລາມົກ ອອກສົດທາງເຟດ​. ບັນຫາທາງສັງຄົມແລະອາຍາກັມ ທີ່ຊາວມາສ້າງ ຈັ່ງແມ່ນຫລວງຫລາຍແທ້ໆ. ຄົນລາວເຮົາ ຈະຊິນີໄປຢູ່ໃສເດ້ນໍ້ບັດນີ້.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.