ຈ.ມ ຈາກຜູ້ຟັງ 04/09/22

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ແມ່ຍິງລາວ ຫາຍສາບສູນ ຫຼັງຈາກແຕ່ງດອງ ໄປຢູ່ຈີນ, ກວດພົບພະນັກງານຣັຖ ສໍ້ຣາສບັງຫຼວງ ຢູ່ເຊກອງ 2 ກໍຣະນີ, ປີນີ້ ລາຄານໍ້າມັນ ຂຶ້ນ 8 ເທື່ອ ແຕ່ທາງການ ຍັງແກ້ໄຂ ບໍ່ໄດ້, ມີແຜນຕຣຽມພ້ອມ ລົງມືກໍ່ສ້າງ ເຂື່ອນປາກລາຍ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ "ກວດພົບພະນັກງານຣັຖ ສໍ້ຣາສບັງຫຼວງ ຢູ່ເຊກອງ 2 ກໍຣະນີ"

“ຂໍໃຫ້ອົງການກວດກາ ຈົ່ງເຮັດໜ້າທີ່ ໃຫ້ເດັດຂາດ, ມີຄວາມເປັນກາງ ຍຸຕິທຳ ນຳພາປະເທດ ຫຼຸດພົ້ນ ຈາກມືໂຈນ ພວກນີ້ ທີ່ເປັນສັດຕູ ຂອງຊາດ, ພວກນີ້ ມັກໄຊ້ອຳນາດໂດຍລຳພັງ ເພື່ອຫວັງ ຜົນປະໂຫຽດ ໃນຄອບຄົວ ແລະ ຕະກຸນເຈົ້າ ຂອງຕົວ​ເອງ ແລະບໍ່ສົນໃຈເຖີງ ຫາງສຽງ ຂອງສັງຄົມ, ພາບ​ພົດ, ນະໂຍບາຍ, ຄວາມເຊື່ອຖື ລະຫວ່າງ ປະຊາຊົນກັບ ພະນັກງານ ຂອງລັດ, ເປັນ ບັນຫາ ລະດັບປະເທດ ແລະ ລະດັບໂລກ ,ມັນທຳລາຍຄວາມເຊື່ອໝັ້ນ ເຖີງແນວທາງການ ເດີນໜ້າ, ການພັດທະນາ ປະເທດຊາດ..!”

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍ ​ເຫດ : ວິ​ທ​ຍຸ​ ເອ​ເຊັຽ​ ເສ​ຣີ ໃຫ້​ຄວາມ​ສຳ​ຄັນ ທຸກໆ​ຖ້ອຍ​ຄຳ ຂອງ​ທຸກໆ​ທ່ານ, ແລະ ຮັກ​ສາ ການ​ສະ​ກົດ​ຄຳ ເປັນສ່ວນ​ຫຼາຍ ຂອງ​ຜູ່​ທີ່​ອອກ​ຄວາມ​ຄຶດ​ຄວາມ​ເຫັນ​ໄວ້ ເພື່ອບໍ່​ໃຫ້ ຄວາມ​ໝາຍ​ປ່ຽນ​ໄປ​ຫຼາຍ, ພຽງ​ແຕ່ ປ່ຽນຄຳ​ສັ​ພ ທີ່ບໍ່​ສຸ​ພາບ​ ໃຫ້​ເບົາ​ລົງເທົ່າ​ນັ້ນ. ດັ່ງ​ນັ້ນ ຂໍ​ໃຫ້​ທ່ານ​ຜູ່​ຟັງ ຈົ່ງ​ພິ​ຈາ​ຣະ​ນາ​ ເອົາ​ເອງວ່າ ຄວາມ​ຄຶດ​ຄວາມ​ເຫັນ​ນັ້ນ ມີ​ຄວາມ​ຈິງ​ຫຼາຍ​ໜ້ອຍ​ປານ​ໃດ. ຂອບ​ໃຈ!