ການຂໍໜັງສືຜ່ານແດນ ຍັງມີຄວາມຫຍຸ້ງຍາກ ຫຼາຍທີ່ສຸດ: ຈົດໝາຍ ຈາກຜູ້ຟັງ

ໄມ​ຊູ​ລີ
2023.04.10
ການຂໍໜັງສືຜ່ານແດນ ຍັງມີຄວາມຫຍຸ້ງຍາກ ຫຼາຍທີ່ສຸດ: ຈົດໝາຍ ຈາກຜູ້ຟັງ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຈີນເຂົ້າມາ ຄວບຄຸມ ຫຼາຍກິຈການ ທີ່ເປັນແຫຼ່ງລາຍຮັບຫຼັກ ຂອງລາວ, ສວັນນະເຂດ ມີນັກຮຽນ ປະລະການຮຽນ ເພີ່ມຫຼາຍຂຶ້ນກວ່າ ທີ່ຜ່ານມາ, ການຂໍໜັງສືຜ່ານແດນ ຍັງມີຄວາມຫຍຸ້ງຍາກ ຫຼາຍທີ່ສຸດ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວ​ກັບ​ຂ່າວ ການຂໍໜັງສືຜ່ານແດນ ຍັງມີຄວາມຫຍຸ້ງຍາກ ຫຼາຍທີ່ສຸດ

ນີ້ຄື ປະເທດລາວ ເຮົາຝາກ ເຖິງຫົວໜ້າ ບອ່ນເຮັດ (Passport) ດ້ວຍ ຖ້າພະນັກງານບໍ່ພໍ ເອົາຄົນເຂົ້າຕື່ມເດີ. ສະໄໝນີ້ ບໍ່ມີຄົນ ກືກໜັງສືແລ້ວ ຢ່າສວຍໄຊ້ໜ້າທີ່ ຫາກິນນຳພໍ່ແມ່ ປະຊາຊົນ ມັນໜ້າລັງກຽດ ທີ່ສຸດ….”

ມີ ຫລື ບໍ່ມີ ກະແພງຢູ່ດີ, ປະຊາຊົນ ມາໃຊ້ບໍລິການຫລາຍ ແຕ່ບຸກຄະລາກອນ ຮັບໃຊ້ ບໍ່ພຽງພໍ ຕ້ອງລໍດົນ, ມີຄົນຕ່າງແຂວງ ຕ່າງເມືອງ ແລະ ຢູ່ຊົນນະບົດ ຫ່າງໄກ ຕ້ອງ ສີ້ນເປື້ອງ ຄ່ານອນ ຄ່າກິນ ແລະ ຄ່າເດີນທາງ ດີແທ້ ໃຫ້ສິດ ແຕ່ລະແຂວງເປີດ ເຮັດເລີຍ ມັນຈະດີກວ່າ”

“ການທີ່ ເຮັດບັດສະປອດ ຊັກຊ້ານີ້ ແລະ ຈ່າຍແພງອີກ ກໍ່ຍ້ອນນາຍຫນ້າ ເອົາແພງຂື້ນ ເພື່ອນາຍຫນ້າ ຊິໄດ້ເອົາເງີນນີ້ ໄປຊື້ຄິວ ນຳບຸກຄົນ ຂອງລັດ ຜູ້ເຊັນ ເອກສານນີ້ ປະຊາຊົນ ຜູ້ທີ່ຢາກແລ່ນບັດເອງ ແມ່ນບໍ່ໄດ້, ເຮັດບໍ່ໄດ້ ເພາະບໍ່ມີເງີນ ປ່ອນໃຫ້ ຜູ້ເຊັນເອກສານ ເຂົາບໍ່ອອກບັດ ໃຫ້ຊ້ຳ, ພາສາ ເຊັນເອກສານ ຊິຍາກຫຍັງ, ຊິສຳພາດຫຍັງຫລາຍແທ້, ກະຮູ້ແລ້ວວ່າ ຄົນລາວ ບ້ານເມືອງ ກໍ່ລະບຸໄວ້ ຊັດເຈນ ຢູ່ໃນເອກສານ ການ ຢືນຍັນ ຈາກນາຍບ້ານ ຄົບຖ້ວນ ກໍ່ຍັງເຮັດ ໃຫ້ຊັກຊ້າ…”

“ແມ່ນໃຜວ່າ ຄ້ານໄປລຽນຄິວ ເອົາບັດຄິວ ບໍ່ມີບັດຄິວດອກເດີ ທ້າວເອີຍ… ຂ້ອຍ ນີ້ຫາກະໄປ ເຮັດບັດຄິວ ໄດ້ຈອງທາງ ອອນລາຍເດີ….. ລຽນຄິວຫັ້ນ ແມ່ນເຕັມຫມົດ ເດີຈົນຮອດ ເດືອນ 7-8 ພຸ້ນ

“ຢ່າໄປໂທດ ນາຍຫນ້າ ກະໂຕພະນັກງານ ຫັ້ນລະ ໂຕການ ກິນນຳ ນາຍຫນ້າ. ​ຖ້າພະນັກງານ ເຮັດວຽກ ຕາມຈັນຍາບັນ. ​ນາຍຫນ້າ ກາບໍມີ ຊ່ອງທາງ ຫາກິນຄືກັນ ຫັ້ນລະ ຍອ້ນເຈົ້າຂອງເອງ ມັກງ່າຍ ເຊັ່ນ ຄ້ານເຂົ້າ ໄປເອົາບັດຄີວ. ຄ້ານລຽນແຖວ ຈີ່ງເກີດມີ ນາຍໜ້າ ຮັບແລ່ນ ເຮັດພາສປອດ. ທາງອອກທີ່ດີ ແມ່ນເຈົ້າຂອງ ຕອ້ງເຂົ້າໄປ ເຮັດເອງ ຕອນໄປຮັບ ເອົາພາສປອດ ກໍຕອ້ງຖືປື້ມ ສໍາມະໂນຄົວ ໄປຢັ້ງຢືນຮັບເອົາ ພາສປອດ ນໍາພະນັກງານ ເບີກພາສປອດ.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.