ການສໍ້ຣາສບັງຫຼວງ ຍັງມີຢູ່ ເພາະບັງຄັບໃຊ້ ກົດໝາຍບໍ່ໄດ້

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຣົຖໄຟລາວ-ຈີນ ຍັງບໍ່ສົ່ງສິນຄ້າ ຂ້າມໄປຈີນໄດ້, ການ ສໍ້ຣາສ-ບັງຫຼວງ ຍັງມີຢູ່ ເພາະ ບັງຄັບໃຊ້ ກົດໝາຍບໍ່ໄດ້, ນັກລົງທຶນຈີນ ເຊົ່າດິນນາ ເພື່ອປູກເຂົ້ານາແຊງ ດ້ວຍເທັກນິກໃໝ່, ກໍຣະນີ ຄອບຄົວ ຂອງຊາວບ້ານ 5 ຄົນ ທີ່ ຖືກທະຫານຈັບ ຍື່ນໜັງສື ຕໍ່ກະຊວງປ້ອງກັນປະເທດ ແລະ ຂ່າວອື່ນໆ..

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ " ຣົຖໄຟລາວ-ຈີນ ຍັງບໍ່ສົ່ງສິນຄ້າ ຂ້າມໄປຈີນໄດ້ "

“ການຄ້າລະຫວ່າງ ປະເທດແນວໃດ ຄື ເອົາແຕ່່ຝ່າຍດຽວ ຄັນວ່າ ເງີນຂອງລາວ ລົງທືນສ້າງ ຢູ່ໃນປະເທດລາວ ແຕ່ເປັນຫຍັງລາວ ເປັນເຈົ້າຂອງ ຄືບໍ່ມີສິດ ຄໍາວ່າ ສີນຄ້າ ແລກປ່ຽນ ຕ້ອງສະເມີພາບກັນ ບໍ່ແມ່ນບໍ? ອັນນີ້ ຄືມີແຕ່ເຂົາແທ້ ນັກກົດຫມາຍ ນັກລົງທຶນ ໃຫ້ເຂົາກີນຝ່າຍດຽວນໍ…”

…..

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍ ​ເຫດ : ວິ​ທ​ຍຸ​ ເອ​ເຊັຽ​ ເສ​ຣີ ໃຫ້​ຄວາມ​ສຳ​ຄັນ ທຸກໆ​ຖ້ອຍ​ຄຳ ຂອງ​ທຸກໆ​ທ່ານ, ແລະ ຮັກ​ສາ ການ​ສະ​ກົດ​ຄຳ ເປັນສ່ວນ​ຫຼາຍ ຂອງ​ຜູ່​ທີ່​ອອກ​ຄວາມ​ຄຶດ​ຄວາມ​ເຫັນ​ໄວ້ ເພື່ອບໍ່​ໃຫ້ ຄວາມ​ໝາຍ​ປ່ຽນ​ໄປ​ຫຼາຍ, ພຽງ​ແຕ່ ປ່ຽນຄຳ​ສັ​ພ ທີ່ບໍ່​ສຸ​ພາບ​ ໃຫ້​ເບົາ​ລົງເທົ່າ​ນັ້ນ. ດັ່ງ​ນັ້ນ ຂໍ​ໃຫ້​ທ່ານ​ຜູ່​ຟັງ ຈົ່ງ​ພິ​ຈາ​ຣະ​ນາ​ ເອົາ​ເອງວ່າ ຄວາມ​ຄຶດ​ຄວາມ​ເຫັນ​ນັ້ນ ມີ​ຄວາມ​ຈິງ​ຫຼາຍ​ໜ້ອຍ​ປານ​ໃດ. ຂອບ​ໃຈ!