ອາຊີບຄົນລາວ ຖືກຕ່າງດ້າວ ຍາ​ດ​ແຍ່ງ

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເສຖກິຈລາວ ຍັງຕ້ອງໃຊ້ ເວລາໃນການຟື້ນໂຕ, ອາຊີບ ຄົນລາວ ຍັງຖືກຍາດແຍ່ງ ຈາກຕ່າງດ້າວ ແລະ ວີ​ດີ​ໂອ ຕຳຣວດໄທຍ ຈັບແມ່ຍິງລາວ 2 ຄົນລັກ​ລອບເຂົ້າ​ໄປຊອກ​ເຮັດ​ວຽກໃນ​ປະ​ເທດ​ໄທ​ຍ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ " ອາຊີບ ຄົນລາວ ຍັງຖືກຍາດແຍ່ງ ຈາກຕ່າງດ້າວ "

ມີ​ຄຳ​ເຫັນ ຈາກ​ເຟ​ສ​ບຸກ​ຄ໌ ຂຽນ​ວ່າ:

"ປະຊາຊົນລາວ ທີ່ຫາເຊົ້າກິນຄໍ່າ ທວງຖາມວ່າ ເມື່ອໃດ ຣັຖບານ ຈະແກ້ໄຂບັນຫາ ຄົນຕ່າງຊາດ ມາຍາດແຍ່ງອາຊີບ ຄົນລາວ. ທີ່ເຫັນໄດ້ ຢ່າງແຈ່ມແຈ້ງ ຄື ການຄ້າຂາຍ ແລະ ທຸຣະກິຈ ການບໍຣິການ ເປັນຕົ້ນ ນັບແຕ່ ເໜືອຮອດໃຕ້ ເຕັມແຕ່ ຄົນວຽດ ແລະ ຄົນຈີນ ເຮັດທຸຣະກິຈ , ຄົນລາວ ຈະໄປຫາກິນແນວໃດ ໃນເມື່ອ ສູ້ເຂົາບໍ່ໄດ້ ກໍຫວັງເພິ່ງທາງການ ແກ້ໄຂຊ່ອຍແດ່. "

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!