ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເສຖກິຈລາວ ຍັງຕ້ອງໃຊ້ ເວລາໃນການຟື້ນໂຕ, ອາຊີບ ຄົນລາວ ຍັງຖືກຍາດແຍ່ງ ຈາກຕ່າງດ້າວ ແລະ ວີດີໂອ ຕຳຣວດໄທຍ ຈັບແມ່ຍິງລາວ 2 ຄົນລັກລອບເຂົ້າໄປຊອກເຮັດວຽກໃນປະເທດໄທຍ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ " ອາຊີບ ຄົນລາວ ຍັງຖືກຍາດແຍ່ງ ຈາກຕ່າງດ້າວ "
ມີຄຳເຫັນ ຈາກເຟສບຸກຄ໌ ຂຽນວ່າ:
"ປະຊາຊົນລາວ ທີ່ຫາເຊົ້າກິນຄໍ່າ ທວງຖາມວ່າ ເມື່ອໃດ ຣັຖບານ ຈະແກ້ໄຂບັນຫາ ຄົນຕ່າງຊາດ ມາຍາດແຍ່ງອາຊີບ ຄົນລາວ. ທີ່ເຫັນໄດ້ ຢ່າງແຈ່ມແຈ້ງ ຄື ການຄ້າຂາຍ ແລະ ທຸຣະກິຈ ການບໍຣິການ ເປັນຕົ້ນ ນັບແຕ່ ເໜືອຮອດໃຕ້ ເຕັມແຕ່ ຄົນວຽດ ແລະ ຄົນຈີນ ເຮັດທຸຣະກິຈ , ຄົນລາວ ຈະໄປຫາກິນແນວໃດ ໃນເມື່ອ ສູ້ເຂົາບໍ່ໄດ້ ກໍຫວັງເພິ່ງທາງການ ແກ້ໄຂຊ່ອຍແດ່. "
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!